pele (89)
ອາຍຸ 57ປີ ຫາ 60 ປີ ເພດຊາຍ, 55 ປີ ຫາ 60 ປີ ເພດຍິງ ຈະໄດ້ຮັບການອຸດໜູນບຳນານ
ຮຽບຮຽງໂດຍ:Pele
ເຜີຍແຜ່: 23 June, 2025

ຕາມລັດຖະບັນຍັດວ່າດ້ວຍການປັບປຸງ ມາດຕາ 34 ແລະ ມາດຕາ 38 ຂອງກົດໝາຍວ່າດ້ວຍການປະກັນສັງຄົມ ຊຶ່ງໃນມາດຕາ ດັ່ງກ່າວ ລະບຸໄວ້ວ່າ:

 

ມາດຕາ 34 ເງື່ອນໄຂຮັບການອຸດໜູນບຳນານຜູ້ທີ່ຮັບການອຸດໜູນບຳນານ ມີເງື່ອນໄຂ ຄື: ເພດຊາຍ ແລະ ເພດຍິງ ຕ້ອງມີປີການ 25 ປີ ຂຶ້ນໄປ ແລະ ມີອາຍຸກະສຽນ 57ປີ ຫາ 60 ປີ ສໍາລັບເພດຊາຍ, 55 ປີ ຫາ 60 ປີ ສໍາລັບເພດຍິງ, ຜູ້ມີປີການ 23ປີ ຂຶ້ນໄປແຕ່ບໍ່ເຖິງ 25 ປີ ສາມາດຮັບອຸດໜູນບໍານານໄດ້ ແຕ່ໃຫ້ຫຼຸດອັດຕາສ່ວນຮ້ອຍອຸດໜູນບໍານານລົງໜຶ່ງ ສ່ວນ ຮ້ອຍ (1%) ຕໍ່ ໜຶ່ງປີການທີ່ຫຼຸດ.

 

ສໍາລັບ ອາຍຸກະສຽນ ແລະ ປີການຂອງທະຫານ, ຕຳຫຼວດ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍນາຍ ທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ: ເຂົ້າການປະຕິວັດກ່ອນປີ 1975, ເສຍກຳລັງແຮງງານປະເພດ ໜຶ່ງ ຫາ ສີ່, ເຮັດວຽກກັບທາດ ເບື່ອ, ເຄມີ ແລະ ສານພິດທີ່ເປັນອັນຕະລາຍຕໍ່ສຸຂະພາບແຕ່ ຫ້າປີ ຂຶ້ນໄປ ຕາມການຢັ້ງຢືນທາງການແພດ, ມີອາຍຸ ກະສຽນ 55 ປີ ຂຶ້ນໄປ ສໍາລັບເພດຊາຍ, 50 ປີຂຶ້ນໄປ ສໍາລັບເພດຍິງ ແລະ ມີປີການແຕ່ 20 ປີ ຂຶ້ນໄປ ແລະ ໃຫ້ຈັດເຂົ້າຢູ່ໃນກຸ່ມຜູ້ຮັບບຳນານ ໄລຍະທີສາມ; ເຮັດວຽກໃນລະບອບເກົ່າກ່ອນປີ 1975 ໃຫ້ຄິດໄລ່ປີການ ສາມປີໃດ ເທົ່າກັບ ໜຶ່ງປີການ ແລະ ໃຫ້ຈັດເຂົ້າເປັນ ໄລຍະທີສອງ; ມີການຢັ້ງຢືນພັກຮັບບຳນານຢ່າງຖືກຕ້ອງ ຈາກຂະແໜງການທີ່ກ່ຽວຂ້ອງ.

 

ມາດຕາ 38 ການຄິດໄລ່ເງິນອຸດໜູນເທື່ອດຽວ ຊຶ່ງຜູ້ບໍ່ຄົບເງື່ອນໄຂຮັບການອຸດໜູນບຳນານ ຈະໄດ້ຮັບເງິນອຸດໜູນເທື່ອດຽວ ຊຶ່ງຄິດໄລ່ເທົ່າກັບ ແປດສິບ ຫ້າສ່ວນຮ້ອຍ (85%) ຂອງເງິນປະກັນຕົນເດືອນສຸດທ້າຍ ຄຸນ ໜຶ່ງເດືອນເຄິ່ງ ແລະ ຄຸນ ໃຫ້ຈໍານວນປີການຂອງ ຜູ້ກ່ຽວ.

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-07T164936.884
ອິສຣາເອນໂຈມຕີຮູຕີ ຄັ້ງທຳອິດຫລັງຈາກຢຸດຍິງອີຣ່ານ
_cover - 2025-07-07T143637.371
ທຣັມ ກຽມສົ່ງຈົດໝາຍແຈ້ງການເກັບພາສີໄປຍັງປະເທດຕ່າງໆທົ່ວໂລກ ຕັ້ງແຕ່ເວລາ 23:00 ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາປະເທດລາວ
_cover - 2025-07-07T135934.114
ພາຍຸ "ດານັສ" ຖະລົ່ມໄຕ້ຫວັນ ເສຍຊີວິດ 2 ຄົນ ບາດເຈັບເກີນ 300 ຄົນ
_cover - 2025-07-07T130311.646
ງານວິໄຈເປີດເຜີຍ ສີປະສົມອາຫານສົ່ງຜົນໃຫ້ເດັກນ້ອຍສະມາທິສັ້ນ - ໂລກມະເຮັງ ໂດຍສະເພາະສີແດງ
_cover - 2025-07-07T105647.518
ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ກໍ່ເຫດຄາດຕະກຳ ແມ່ເຖົ້າ ອາຍຸ 87 ປີ ເອົາຊັບໄປໃຊ້ໜີ້
_cover - 2025-07-07T103429.434
ຍີ່ປຸ່ນກຽມຂາຍ 'ເຮືອພິຄາດມືສອງ' ໃຊ້ງານມາ 30 ປີໃຫ້ຟີລິບປິນໃຊ້ຕ້ານອິດທິພົນ 'ຈີນ'
_cover - 2025-07-07T100053.816
ເຢຍລະມັນຄົ້ນພົບ "ໂຮງງານໄຂມັນ" ໂບຮານ ໂດຍມະນຸດນີແອນເດີທານ ຍຸກກ່ອນປະຫວັດສາດເມື່ອປະມານ 125,000 ປີກ່ອນ
_cover - 2025-07-07T092345.589
ນ້ຳຖ້ວມລັດເທັກຊັສ ຜູ້ເສຍຊີວິດເພີ່ມຂຶ້ນບໍ່ຢຸດ ຫຼ້າສຸດພົບຜູ້ເສຍຊີວິດລວມ 78 ຄົນ
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
ຢ່າລື່ມກົດຕິດຕາມ