_cover (100)
ສານສູງອະນຸຍາດທຣັມ ເນລະເທດຜູ້ອົບພະຍົບໄປປະເທດທີ່ 3 ໄດ້ອີກຄັ້ງ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 25 June, 2025
ໝວດ: ຂ່າວ

ສານສູງສຸດສະຫະລັດມີຄຳສັ່ງເປີດທາງໃຫ້ລັດຖະບານຂອງປະທານາທິບໍດີໂດນາລ ທຣັມ ດຳເນີນການສົ່ງຕົວຜູ້ອົບພະຍົບອອກນອກປະເທດໄປຍັງ “ປະເທດທີ່ສາມ” ທີ່ບໍ່ແມ່ນບ້ານເກີດຂອງຕົນໄດ້ອີກຄັ້ງ

 

ໂດຍບໍ່ຈຳເປັນຕ້ອງເປີດໂອກາດໃຫ້ຜູ້ອົບພະຍົບເຫຼົ່ານັ້ນສະແດງຫຼັກຖານວ່າອາດພົບກັບອັນຕະລາຍ ຫຼື ຖືກທໍລະມານຫາກຖືກສົ່ງໄປຍັງປະເທດປາຍທາງດັ່ງກ່າວ ຖືເປັນໄຊຊະນະອີກກ້າວຂອງນະໂຍບາຍກວາດລ້າງຜູ້ອົບພະຍົບຂອງທຣັມ

 

ຄຳສັ່ງດັ່ງກ່າວຂອງສານສູງສຸດ ເປັນການຍົກເລີກຄຳສັ່ງຂອງ ໄບອັນ ເມີຟີ ຜູ້ພິພາກສາສານແຂວງໃນເມືອງບອສຕັນ ທີ່ອອກເມື່ອວັນທີ່ 18 ເມສາທີ່ຜ່ານມາ ຊຶ່ງກຳນົດໃຫ້ລັດຖະບານຕ້ອງໃຫ້ຜູ້ອົບພະຍົບທີ່ກຳລັງຈະຖືກສົ່ງໄປຍັງປະເທດທີ່ສາມມີ “ໂອກາດຢ່າງມີໄລຍະສຳຄັນ” ໃນການສະແດງວ່າພວກເຂົາອາດຕົກຢູ່ໃນອັນຕະລາຍ ເຊັ່ນ: ຖືກທໍລະມານ ຫາກຖືກສົ່ງໄປຍັງຈຸດຫມາຍປາຍທາງດັ່ງກ່າວ

 

ຄຳສັ່ງຈາກສານສູງສຸດນີ້ອອກມາໃນຮູບແບບຄຳສັ່ງສັ້ນ ບໍ່ລະບຸເຫດຜົນ ຊຶ່ງເປັນແນວປະຕິບັດປົກກະຕິຂອງສານໃນການພິຈາລະນາຄຳຮ້ອງສຸກເສີນ

 

ຢ່າງໃດກໍ່ຕາມ ໂຊເນຍ ໂຊໂຕມາຢໍ ຜູ້ພິພາກສາ ໄດ້ຂຽນຄຳສະແດງຄວາມບໍ່ເຫັນດີຢ່າງຮຸນແຮງ ຮ່ວມກັບຜູ້ພິພາກສາສາຍເສລີນິຍົມອີກສອງຄົນ ໂດຍລະບຸວ່າຄຳສັ່ງຂອງສານສ່ວນໃຫຍ່ຄັ້ງນີ້ເປັນ “ການໃຊ້ອຳນາດສານຢ່າງບໍ່ເຫມາະສົມຢ່າງຮ້າຍແຮງ”

 

ກ່ອນໜ້ານີ້ ເມື່ອເດືອນກຸມພາທີ່ຜ່ານມາ ກະຊວງຄວາມໝັ້ນຄົງແຫ່ງມາຊາດ ເລີ່ມກະບວນການເລັ່ງສົ່ງຕົວຜູ້ອົບພະຍົບກັບໄປຍັງປະເທດທີ່ສາມ ເຮັດໃຫ້ກຸ່ມສິດຜູ້ອົບພະຍົບໄດ້ຍື່ນຟ້ອງໃນຮູບແບບຄະດີແບບກຸ່ມ ເພື່ອຂໍໃຫ້ສານຍັບຍັ້ງນະໂຍບາຍດັ່ງກ່າວ ໂດຍຊີ້ວ່າຜູ້ອົບພະຍົບບໍ່ມີໂອກາດໂຕ້ແຍ້ງອັນຕະລາຍທີ່ອາດເກີດຂຶ້ນ

 

ດ້ານສຳນັກຂ່າວຣອຍເຕີລາຍງານເພີ່ມເຕີມວ່າ ເຈົ້າໜ້າທີ່ສະຫະລັດກຳລັງພິຈາລະນາສົ່ງຕົວຜູ້ອົບພະຍົບບາງລາຍໄປຍັງຊູດານໃຕ້ ແລະ ລິເບຍ ຊຶ່ງລິເບຍເປັນປະເທດທີ່ໄຮ້ສະຖຽນລະພາບທາງການເມືອງ

 

ເຖິງແມ່ນກ່ອນໜ້ານີ້ສະຫະລັດຈະເຄີຍປະນາມລິເບຍໃນເລື່ອງການລະເມີດສິດມະນຸດ ແລະ ການປະຕິບັດຕໍ່ຜູ້ຖືກຄວບຄຸມຕົວຢ່າງໂຫດຮ້າຍກໍ່ຕາມ ຂະນະທີ່ເຈົ້າໜ້າທີ່ລິເບຍປະຕິເສດຂໍ້ຕົກລົງໃດໆ ໃນການຍອມຮັບຜູ້ຖືກເນລະເທດ

 

ສ່ວນຊູດານໃຕ້ ກຸ່ມມະນຸດສະທຳກ່າວເຖິງສະຖານະການໃນຊູດານໃຕ້ວ່າຮ້າຍແຮງຫຼາຍ ສະຫະປະຊາຊາດເຕືອນເມື່ອໄວໆນີ້ວ່າ ປະເທດກຳລັງພົບກັບພາວະຂາດແຄນອາຫານ ຊຶ່ງຍັງປະເຊີນກັບຄວາມບໍ່ໝັ້ນຄົງທາງການເມືອງ ແລະ ຄວາມຮຸນແຮງທີ່ທະວີຄວາມຮຸນແຮງຂຶ້ນ

 

ກໍລະນີນີ້ຖືເປັນໜຶ່ງໃນຫຼາຍຄະດີທີ່ທ້າທາຍນະໂຍບາຍດ້ານຄົນເຂົ້າເມືອງຂອງທຣັມ ຊຶ່ງຖືກນຳຂຶ້ນສູ່ສານສູງສຸດຕັ້ງແຕ່ລາວກັບເຂົ້າຮັບຕຳແໜ່ງໃນເດືອນມັງກອນທີ່ຜ່ານມາ

 

ນອກຈາກນີ້ ເມື່ອເດືອນພຶດສະພາທີ່ຜ່ານມາ ສານສູງໄດ້ມີຄຳສັ່ງໃຫ້ລັດຖະບານຢຸດໂຄງການໃຫ້ສະຖານະຜູ້ຢູ່ອາໄສຊົ່ວຄາວທາງມະນຸດສະທຳ (humanitarian programs) ສຳລັບຜູ້ອົບພະຍົບຫຼາຍແສນຄົນໄດ້ ແລະ ເມື່ອເດືອນເມສາ ສານສູງກໍເຄີຍຕັດສິນວ່າການປະຕິບັດຕໍ່ຜູ້ອົບພະຍົບບາງກຸ່ມຂອງລັດຖະບານຍັງບໍ່ພຽງພໍຕາມຫຼັກຄຸ້ມຄອງສິດພາຍໃຕ້ລັດຖະທຳມະນູນຂອງສະຫະລັດ

 

ປະເດັນທີ່ເປັນບັນຫາຄືອະນຸສັນຍາຕໍ່ຕ້ານການທໍລະມານ ຊຶ່ງໄດ້ຮັບການຮັບຮອງໂດຍວຸດທິສະພາໃນປີ 1994 ຊຶ່ງໂດຍທົ່ວໄປຫ້າມການເນລະເທດ ຫຼື ສົ່ງຜູ້ຮ້າຍຂ້າມແດນໄປຍັງປະເທດທີ່ມີແນວໂນ້ມວ່າຜູ້ອົບພະຍົບຈະຖືກທໍລະມານ ກົດໝາຍດັ່ງກ່າວບໍ່ຊັດເຈນວ່າຝ່າຍບໍລິຫານຄວນຕັດສິນໃຈແນວໃດ ແລະ ສິດໃນກະບວນການໃດທີ່ຜູ້ອົບພະຍົບທີ່ເປັນບັນຫາຄວນໄດ້ຮັບ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 18 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,418
21,694
thailand (1)
THB
658.08
668.21
european-union
EUR
23,836
24,313
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-18T165025.789
ເຕືອນການສັນຈອນເສັ້ນທາງເມືອງເງິນ ເສັ້ນທາງເມືອງເງິນ ແຂວງໄຊຍະບູລີ ຫາ ເມືອງແບງ ແຂວງອຸດົມໄຊ ແມ່ນການສັນຈອນຫຍຸ້ງຍາກ
_cover - 2025-07-18T162909.796
ແຈ້ງເຕືອນໄພ ພາຍຸໜູນເຂດຮ້ອນ ວິພາ (wipha) ໃນລະຫວ່າງວັນທີ 21-23 ກໍລະກົດ 2025
pele - 2025-07-18T160649.842
ຝຶກຊ້ອມ ກຽມພ້ອມໃຫ້ການຊ່ວຍເຫລືອສັງຄົມ ກໍລະນີເກີດເຫດໄພນ້ຳຖ້ວມ
_cover - 2025-07-18T153533.877
ໄຟໄໝ້ເວທີຫຼັກ Tomorrowland ປະເທດເບລຢຽມເສຍຫາຍໜັກ ກ່ອນເປີດງານເທດສະການດົນຕີລະດັບໂລກພຽງບໍ່ເທົ່າໃດມື້
pele - 2025-07-18T151359.174
ເມືອງປາກແຊງ ເລັ່ງຕັດທາງເວັ້ນຊົ່ວຄາວຈຸດເສັ້ນທາງຂາດ ເຂດບ້ານສະຄີງ
_cover - 2025-07-18T150508.021
Googleປະກາດເປີດຕົວໂມເດວ AI ດ້ານສຸຂະພາບ 2 ຕົວໃໝ່ຫຼ້າສຸດ Google DeepMind ເປີດຕົວ MedGemma ຜູ້ຊ່ວຍໃໝ່ສຳລັບວົງການແພດ
_cover - 2025-07-18T142440.800
ກັກໂຕກຸ່ມນາຍໜ້າຄ້າມະນຸດ (ກໍລະນີແຕ່ງດອງແອບແຝງ) ຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ ຈຳນວນ 03 ຄົນ, ເປັນຄົນຕ່າງປະເທດ 02 ຄົນ
pele - 2025-07-18T135615.038
ກະຊວງ ວທ ສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
_cover - 2025-07-18T134644.830
ໃຜມີແຜນຈະໄປອາເມລິກາຕ້ອງຈ່າຍເພີ່ມ ສະຫະລັດຂຶ້ນຄ່າທຳນຽມວີຊ່າ ແລະ ຄ່າເດີນທາງປີ 2025
_cover - 2025-07-18T111910.830
"ດູໄບ" ຕັ້ງເປົ້າແກ້ໄຂບັນຫາການຈະລາຈອນດ້ວຍ "ແທັກຊີ່ບິນໄດ້" Joby Air Taxi ໃນປີ 2026
ຢ່າລື່ມກົດຕິດຕາມ