pele - 2025-06-26T112638.443
ນັກສຶກສາລາວ ຈຳ​ນວນ 53 ຄົນ ຮຽນ​ຈົບ ຄູພາສາຈີນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 26 June, 2025

ນັກສຶກສາລາວ ຈຳ​ນວນ 53 ຄົນ (ຍິງ 34 ຄົນ) ໄດ້ສຳເລັດ​ການ​ສຶກ​ສາ ສາຂາ ຄູພາສາຈີນ ໃນຫຼັກສູດ 2+2 ຮຸ່ນທໍາອິດ ຂອງມະຫາວິທະຍາໄລ ຊົນເຜົ່າກວາງຊີ ສປ ຈີນ ແລະ ມະຫາວິທະຍາໄລແຫ່ງຊາດ.

 

ມະຫາວິທະຍາໄລ ຊົນເຜົ່າກວາງຊີ ສປ ຈີນ ໄດ້ຈັດພິທີມອບຮັບໃບປະກາດສະນີຍະບັດໃຫ້ແກ່ນັກສຶກ ດັ່ງ​ກ່າວ ເມື່ອມໍ່ໆມານີ້

 

ສຈ.ປອ. ເດຊານຸລາດ ແສນດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ໄດ້ຊົມເຊີຍ ນັກສຶກສາຮຸ່ນທໍາອິດ ທີ່ສາມາດອົດທົນ ຜ່ານຜ່າອຸປະສັກ ຈົນສາມາດຈົບ ແລະ ໄດ້ຮັບປະກາດສະນີຍະບັດໝົດທຸກຄົນ ພ້ອມທັງຮຽກຮ້ອງໃຫ້ນັກສຶກສາ ຈົ່ງສືບຕໍ່ມານະຈິດ ໃນການສືບຕໍ່ຊອກຮູ້ຮໍ່າຮຽນ, ຮູ້ບຸນຄຸນ,​ ເປັນຄົນດີຂອງສັງຄົມ ກຽມພ້ອມຮັບໃຊ້ຊາດ ຮັບໃຊ້ປະຊາຊົນ.

 

ສຈ.ປອ. ເດຊານຸລາດ ແສນດວງເດດ ຍັງ​ໄດ້​ກ່າວຂອບໃຈມາຍັງ ຝ່າຍຈີນທຸກພາກສ່ວນ ທີ່ໄດ້ຊ່ວຍມະຫາວິທະຍາໄລແຫ່ງຊາດ ໃນການສ້າງບຸກຄະລາກອນ.

 

ນອກຈາກນັ້ນ  ທ່ານ ວົງປາໂນ ສີປະເສີດ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈໍານະຄອນໜານໜິງ, ທ່ານ ສຈ. ປອ. ປ້ຽນເສິນຫຼິນ ເລຂາຄະນະພັກມະຫາວິທະຍາໄລຊົນເຜົ່າກວາງຊີ, ທ່ານ ສຈ.ປອ. ເຫວີຍຊືເຈີນ ອະທິການບໍດີມະຫາວິທະຍາໄລຊົນເຜົ່າກວາງຊີ, ທ່ານ ຫູຈືຜິງ ຮອງຫົວໜ້າສູນຮ່ວມມືພາສາຈີນ-ພາສາຕ່າງປະເທດ ກະຊວງສຶກສາທິການຈີນ ກໍ່ໄດ້ຜັດ​ປ່ຽນ​ກັນຂຶ້ນກ່າວຊົມເຊີຍ ແລະ ຕີລາຄາສູງຕໍ່ ຜົນງານການຮ່ວມມື ລະຫວ່າງ ມະຫາວິທະຍາໄລແຫ່ງຊາດ ແລະ ມະຫາວິທະຍາໄລ ຊົນເຜົ່າກວາງຊີ ໃນການສ້າງບຸກຄະລາກອນ ດ້ານຄູພາສາຈີນ ເຊິ່ງເປັນສາຂາທີ່ ສປປ ລາວ ພວກເຮົາຍັງຂາດແຄນ.

 

ໃນພິທີດັ່ງກ່າວ ສຈ. ປອ. ເດຊານຸລາດ ແສນດວງເດດ ແລະ ທ່ານ ສຈ. ປອ. ນ. ເຫວີຍຊືເຈີນ ໄດ້ຂຶ້ນມອບປະກາດສະນີຍະບັດ ຮ່ວມກັນໃຫ້ແກ່ນັກສຶກສາສາຂາຄູພາສາຈີນຈໍານວນ 53 ຄົນ.ໃນຕອນທ້າຍຕາງໜ້ານັກສຶກສາໄດ້ຂຶ້ນກ່າວສະແດງຄວາມຂອບໃຈ ແລະ ຂຶ້ນຮ້ອງເພງມະຫາວິທະຍາໄລຊົນເຜົ່າກວາງຊີ ແລະ ເພງລາກ່ອນ ເຊິ່ງໄດ້ສ້າງບັນຍາກາດ ແລະ ຄວາມປະທັບໃຈໃນພິທີດັ່ງກ່າວ.

 

ນອກ​ຈາກ ຄະ​ນ​ະ​ນຳ ຂ​ອງ ສອງ​ມະ​ຫາ​ວິ​ທະ​ຍາ​ໄລ ແລະ ສູນຮ່ວມມືພາສາຈີນ-ພາສາຕ່າງປະເທດ ກະຊວງສຶກສາທິການຈີນ ເຂົ້າ​ຮ່ວມ​ໃນພິ​ທີນີ້ ຍັງ​ມີ ທ່ານ ຫຼົວຢ້າວກວາງ ຫົວໜ້າຫ້ອງການ ພົວພັນສາກົນ ພະແນກສຶກສາ ແຂວງກວາງຊີ ກໍ່ໄດ້ເຂົ້າຮ່ວມ ເຊັ່ນ​ກັນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-08T085401.756
ປກສ ແຂວງບໍ່ແກ້ວ ຈັບຕົວ ຊາຍ 2 ຄົນ ໃຊ້ລົດເມຂົນຢາເສບຕິດ 277 ມັດ
_cover - 2025-07-07T164936.884
ອິສຣາເອນໂຈມຕີຮູຕີ ຄັ້ງທຳອິດຫລັງຈາກຢຸດຍິງອີຣ່ານ
_cover - 2025-07-07T143637.371
ທຣັມ ກຽມສົ່ງຈົດໝາຍແຈ້ງການເກັບພາສີໄປຍັງປະເທດຕ່າງໆທົ່ວໂລກ ຕັ້ງແຕ່ເວລາ 23:00 ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາປະເທດລາວ
_cover - 2025-07-07T135934.114
ພາຍຸ "ດານັສ" ຖະລົ່ມໄຕ້ຫວັນ ເສຍຊີວິດ 2 ຄົນ ບາດເຈັບເກີນ 300 ຄົນ
_cover - 2025-07-07T130311.646
ງານວິໄຈເປີດເຜີຍ ສີປະສົມອາຫານສົ່ງຜົນໃຫ້ເດັກນ້ອຍສະມາທິສັ້ນ - ໂລກມະເຮັງ ໂດຍສະເພາະສີແດງ
_cover - 2025-07-07T105647.518
ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ກໍ່ເຫດຄາດຕະກຳ ແມ່ເຖົ້າ ອາຍຸ 87 ປີ ເອົາຊັບໄປໃຊ້ໜີ້
_cover - 2025-07-07T103429.434
ຍີ່ປຸ່ນກຽມຂາຍ 'ເຮືອພິຄາດມືສອງ' ໃຊ້ງານມາ 30 ປີໃຫ້ຟີລິບປິນໃຊ້ຕ້ານອິດທິພົນ 'ຈີນ'
_cover - 2025-07-07T100053.816
ເຢຍລະມັນຄົ້ນພົບ "ໂຮງງານໄຂມັນ" ໂບຮານ ໂດຍມະນຸດນີແອນເດີທານ ຍຸກກ່ອນປະຫວັດສາດເມື່ອປະມານ 125,000 ປີກ່ອນ
_cover - 2025-07-07T092345.589
ນ້ຳຖ້ວມລັດເທັກຊັສ ຜູ້ເສຍຊີວິດເພີ່ມຂຶ້ນບໍ່ຢຸດ ຫຼ້າສຸດພົບຜູ້ເສຍຊີວິດລວມ 78 ຄົນ
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
ຢ່າລື່ມກົດຕິດຕາມ