pele - 2025-06-30T143715.426
ເຄິ່ງປີ 2025 ທາງລົດໄຟລາວ-ຈີນ ບັນລຸການຂົນສົ່ງສິນຄ້າໄດ້ 3 ລ້ານໂຕນ
ຮຽບຮຽງໂດຍ:Pele
ເຜີຍແຜ່: 30 June, 2025
ໝວດ: ຂ່າວ

ນັບແຕ່ທາງລົດໄຟລາວ-ຈີນ ເປີດດຳເນີນງານເປັນຕົ້ນມາ, ການຂົນສົ່ງສິນຄ້າໄດ້ເຕີບໂຕຢ່າງແຂງແຮງ, ສະເພາະປີ 2025 ມາຮອດວັນທີ 28 ມິຖຸນາ ປະລິມານການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ ບັນລຸເຖິງ 3,000,000 ໂຕນ, ເພີ່ມຂຶ້ນ 8.8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ກາຍເປັນຊ່ອງທາງຂົນສົ່ງຫຼັກທີ່ມີປະສິດທິພາບໃນການສົ່ງອອກສິນຄ້າຂອງລາວ ແລະ ປະເທດອ້ອມຂ້າງ.

 

ເພື່ອເປັນການກະຕຸ້ນການສົ່ງອອກ, ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດຂອງລາວ, ພ້ອມຍົກລະດັບການຂົນສົ່ງສິນຄ້າທາງລົດໄຟໃຫ້ມີປະສິດທິພາບສູງກວ່າເກົ່າ, ໃນໄລຍະຜ່ານມາ ທາງລົດໄຟລາວ-ຈີນ ໄດ້ໃຫ້ບຸລິມະສິດພິເສດໃນການຂົນສົ່ງສິນຄ້າຂອງລາວ ເປັນຕົ້ນແມ່ນສິນຄ້າກະສິກຳ ໂດຍຖືຫຼັກການ “ ໃຫ້ບຸລິມະສິດໃນການອະນຸມັດ ແລະ ໃຫ້ບຸລິມະສິດໃນການຂົນສົ່ງກ່ອນ ”. ບໍ່ວ່າປະລິມານຈະໜ້ອຍ ຫຼື ຫຼາຍ, ທາງລົດໄຟລາວ-ຈີນ ແມ່ນສະໜັບສະໜູນເຕັມທີ່ ພ້ອມກັນນີ້, ຍັງໄດ້ປັບປຸງການຈັດຕັ້ງ, ເພີ່ມຈຳນວນຖ້ຽວລົດໄຟ, ເພີ່ມຈຳນວນຕູ້ຄອນເທັນເນີ, ປັບນ້ຳໜັກບັນຈຸຈາກ 2500 ໂຕນຕໍ່ຂະບວນມາເປັນ 2800 ໂຕນຕໍ່ຂະບວນ, ລົງພື້ນທີ່ຕົວຈິງສຳຫຼວດຄວາມຕ້ອງການຂອງຜູ້ປະກອບການ ແລະ ຈັດກອງປະຊຸມສຳມະນາປຶກສາຫາລືກັບຜູ້ປະກອບການ, ພ້ອມສົມທົບເຈົ້າຫນ້າທີ່ດ່ານລາວ-ຈີນ ສ້າງກົນໄກປະສານງານ ເພື່ອຫຼຸດຂັ້ນຕອນ ແລະ ໄລຍະເວລາໃນການແຈ້ງພາສີ, ຮັບປະກັນໃຫ້ສິນຄ້າຂອງລາວໂດຍສະເພາະສິນຄ້າກະສິກຳທີ່ເກັບຮັກສາໄວ້ໄດ້ບໍ່ດົນ ສາມາດສົ່ງອອກຜ່ານທາງລົດໄຟລາວ-ຈີນ ໄດ້ຢ່າງທັນເວລາ.

 

ນອກຈາກນີ້, ທາງລົດໄຟລາວ-ຈີນ ຍັງໄດ້ຕັ້ງຫນ້າປະສານສົມທົບພາກສ່ວນລົດໄຟທີ່ກ່ຽວຂ້ອງຂອງປະເທດຈີນ, ໄທ ແລະ ມາເລເຊຍ ເພື່ອຊຸກຍູ້ໃຫ້ມີການເປີດຂະບວນລົດໄຟຂົນສົ່ງສິນຄ້າຂ້າມແດນຈີນ-ລາວ-ໄທ-ມາເລເຊຍ, ແນໃສ່ໃຫ້ສິນຄ້າຈາກປະເທດໃນອາຊຽນສາມາດສົ່ງອອກດ້ວຍລະບົບການຂົນສົ່ງຂ້າມແດນຜ່ານທາງລົດລາວ-ຈີນ ໄດ້ຢ່າງມີປະສິດທິພາບ, ສ້າງ ສປປ ລາວ ກໍຄືທາງລົດໄຟລາວ-ຈີນ ໃຫ້ກາຍເປັນເສັ້ນທາງເຊື່ອມໂຍງເຊື່ອມຈອດຢ່າງແທ້ຈິງ.

 

ຕາມຂໍ້ມູນໃຫ້ຮູ້ວ່າ, ສິນຄ້າຕົ້ນຕໍທີ່ລາວສົ່ງອອກໄປຈີນ ມີສິນຄ້າປະເພດໝາກໄມ້, ມັນຕົ້ນ, ຢາງພາລາ, ແຮ່ທາດ ແລະ ອຶ່ນໆ. ສິນຄ້າທີ່ມາຈາກປະເທດອ້ອມຂ້າງທີ່ສົ່ງອອກໄປ ສປ ຈີນ ແລະ ປະເທດອື່ນໆ ຜ່ານທາງລົດໄຟລາວ-ຈີນ ຫຼັກໆແມ່ນໝາກໄມ້ເຂດຮ້ອນ. ປະເພດສິນຄ້າທີ່ຂົນສົ່ງຜ່ານທາງລົດໄຟລາວ-ຈີນ ໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຈາກເບື້ອງຕົ້ນພຽງ 10 ກວ່າຊະນິດມາເປັນ 3,000 ກວ່າຊະນິດໃນປັດຈຸບັນ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 18 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,418
21,694
thailand (1)
THB
658.08
668.21
european-union
EUR
23,836
24,313
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-18T165025.789
ເຕືອນການສັນຈອນເສັ້ນທາງເມືອງເງິນ ເສັ້ນທາງເມືອງເງິນ ແຂວງໄຊຍະບູລີ ຫາ ເມືອງແບງ ແຂວງອຸດົມໄຊ ແມ່ນການສັນຈອນຫຍຸ້ງຍາກ
_cover - 2025-07-18T162909.796
ແຈ້ງເຕືອນໄພ ພາຍຸໜູນເຂດຮ້ອນ ວິພາ (wipha) ໃນລະຫວ່າງວັນທີ 21-23 ກໍລະກົດ 2025
pele - 2025-07-18T160649.842
ຝຶກຊ້ອມ ກຽມພ້ອມໃຫ້ການຊ່ວຍເຫລືອສັງຄົມ ກໍລະນີເກີດເຫດໄພນ້ຳຖ້ວມ
_cover - 2025-07-18T153533.877
ໄຟໄໝ້ເວທີຫຼັກ Tomorrowland ປະເທດເບລຢຽມເສຍຫາຍໜັກ ກ່ອນເປີດງານເທດສະການດົນຕີລະດັບໂລກພຽງບໍ່ເທົ່າໃດມື້
pele - 2025-07-18T151359.174
ເມືອງປາກແຊງ ເລັ່ງຕັດທາງເວັ້ນຊົ່ວຄາວຈຸດເສັ້ນທາງຂາດ ເຂດບ້ານສະຄີງ
_cover - 2025-07-18T150508.021
Googleປະກາດເປີດຕົວໂມເດວ AI ດ້ານສຸຂະພາບ 2 ຕົວໃໝ່ຫຼ້າສຸດ Google DeepMind ເປີດຕົວ MedGemma ຜູ້ຊ່ວຍໃໝ່ສຳລັບວົງການແພດ
_cover - 2025-07-18T142440.800
ກັກໂຕກຸ່ມນາຍໜ້າຄ້າມະນຸດ (ກໍລະນີແຕ່ງດອງແອບແຝງ) ຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ ຈຳນວນ 03 ຄົນ, ເປັນຄົນຕ່າງປະເທດ 02 ຄົນ
pele - 2025-07-18T135615.038
ກະຊວງ ວທ ສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
_cover - 2025-07-18T134644.830
ໃຜມີແຜນຈະໄປອາເມລິກາຕ້ອງຈ່າຍເພີ່ມ ສະຫະລັດຂຶ້ນຄ່າທຳນຽມວີຊ່າ ແລະ ຄ່າເດີນທາງປີ 2025
_cover - 2025-07-18T111910.830
"ດູໄບ" ຕັ້ງເປົ້າແກ້ໄຂບັນຫາການຈະລາຈອນດ້ວຍ "ແທັກຊີ່ບິນໄດ້" Joby Air Taxi ໃນປີ 2026
ຢ່າລື່ມກົດຕິດຕາມ