pele - 2025-06-30T151136.759
ທູດລາວປະຈໍາມຽນມາ ເຂົ້າພົບປະເຮັດວຽກກັບປະທານສະມາຄົມມິດຕະພາບ ມຽນມາ-ລາວ ແລະ ລາວ-ມຽນມາ
ຮຽບຮຽງໂດຍ:Pele
ເຜີຍແຜ່: 30 June, 2025
ໝວດ: ຂ່າວ

ໃນວັນທີ 24 ມິຖຸນາຜ່ານມາທີ່ນະຄອນຫຼວງເນປີດໍ, ທ່ານ ບຸນພຽງ ຈັນທະວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປລາວ ປະຈໍາ ສາທາລະນະລັດ ສະຫະພາບມຽນມາ ໄດ້ເຂົ້າພົບປະ ແລະ ເຮັດວຽກກັບ ທ່ານ ວິນ ມ່ອງ ປະທານສະມາຄົມມິດຕະພາບ ມຽນມາ-ລາວ.ການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄືນ ກ່ຽວກັບການພົວພັນຮ່ວມມື ລະຫວ່າງ ສະມາຄົມມິດຕະພາບ ລາວ-ມຽນມາ ແລະ ມຽນມາ-ລາວ

 

 

ໃນໄລຍະຜ່ານມາ ຊຶ່ງພາຍຫຼັງສອງຝ່າຍໄດ້ສ້າງຕັ້ງສະມາຄົມນີ້ຂຶ້ນໃນປີ 2002ແລ້ວ,ເຫັນວ່າມີບາດກ້າວຂະຫຍາຍຕົວ ແລະ ໄດ້ຮັບການເສີມສ້າງເປັນກ້າວໆມາຕາມສະພາບເງື່ອນໄຂຂອງສອງຝ່າຍ, ມີການປະສານສົມທົບແລກປ່ຽນຂໍ້ມູນຂ່າວ, ພົວພັນຮ່ວມມືກັນຢ່າງເປັນປົກກະຕິ, ມີການຊຸກຍູ້ ແລະ ເປັນຂົວຕໍ່ໃນການພົວພັນຮ່ວມມືຂະແໜງການຕ່າງໆຕາມພາລະບົດບາດ ກໍຄືການເຄື່ອນໄຫວວຽກງານການທູດປະຊາຊົນ ຊຶ່ງຜົນສໍາເລັດໃນໄລຍະຜ່ານມາກໍແມ່ນການລົງນາມບົດບັນທຶກຮ່ວມກັນ ກ່ຽວກັບການສ້າງເມືອງແຮກສ່ຽວ ລະຫວ່າງ ເມືອງຫຼວງພະບາງ (ສປປ ລາວ) ກັບ ເມືອງບາການ (ສສ ມຽນມາ) ເພື່ອແນໃສ່ຊຸກຍູ້ສົ່ງເສີມການທ່ອງທ່ຽວ, ແລກປ່ຽນວັດທະນາທຳ ແລະ ເພີ່ມຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນສອງຊາດໃຫ້ນັບມື້ຫຼາຍຂຶ້ນ.

 

ທັງສອງຝ່າຍຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະນໍາກັນ ກ່ຽວກັບທິດທາງການພົວພັນຮ່ວມມືລະຫວ່າງສອງສະມາຄົມໃນຕໍ່ໜ້າ ກໍຄືການສ້າງຕັ້ງກົນໄກຈຸດປະສານງານຂອງສະມາຄົມ ເພື່ອອໍານວຍຄວາມສະດວກໃນການປະສານງານກັນໃຫ້ມີຄວາມວ່ອງໄວກວ່າເກົ່າ, ຊຸກຍູ້ການຮ່ວມມືຕາມບໍລິເວນຊາຍແດນ ໂດຍສະເພາະແມ່ນການນໍາໃຊ້ຂົວມິດຕະພາບສອງປະເທດ ໃຫ້ໄດ້ຮັບຜົນປະໂຫຍດຍິ່ງໆຂຶ້ນ, ການຄ້າ-ການລົງທຶນ, ການແລກປ່ຽນວັດທະນະທໍາ-ກິລາ ລະຫວ່າງ ອໍານາດການປົກຄອງທ້ອງຖິ່ນ, ການໄປມາຫາສູ່ຂອງປະຊາຊົນລຽບຕາມຊາຍແດນ, ການແລກປ່ຽນຮຽນພາສາມຽນມາ ແລະ ພາສາລາວ, ພິເສດ, ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບກັນ ສືບຕໍ່ຊຸກຍູ້ໃຫ້ສອງສະມາຄົມມີການແລກປ່ຽນການຢ້ຽມຢາມກັນຢ່າງປົກກະຕິ ແລະ ຕໍ່ເນື່ອງ ເພື່ອເຮັດໃຫ້ການພົວພັນຮ່ວມມື ລະຫວ່າງ ສອງສະມາຄົມມິດຕະພາບ ລາວ-ມຽນມາ ມີຫຼາຍສີສັນ, ຫຼາຍຮູບແບບ, ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າເວົ້າລວມ, ເວົ້າສະເພາະກໍຄືການປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ນັບມື້ສູງເດັ່ນຍິ່ງໆຂຶ້ນ.

 

(ຂ່າວ: ກຕທ)

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-08T093714.487
ໝໍໄຕ້ຫວັນແນະນຳ "ຂອງຫວານ" 1 ຊະນິດ ຊ່ວຍຫຼຸດນ້ຳໜັກໄດ້ ກິນພຽງມື້ລະຖ້ວຍ ຊ່ວຍຫຼູດໄຂມັນໃນຕັບ ແລະ ໄຂມັນຮອບອະໄວຍະວະພາຍໃນ
_cover - 2025-07-08T085401.756
ປກສ ແຂວງບໍ່ແກ້ວ ຈັບຕົວ ຊາຍ 2 ຄົນ ໃຊ້ລົດເມຂົນຢາເສບຕິດ 277 ມັດ
_cover - 2025-07-07T164936.884
ອິສຣາເອນໂຈມຕີຮູຕີ ຄັ້ງທຳອິດຫລັງຈາກຢຸດຍິງອີຣ່ານ
_cover - 2025-07-07T143637.371
ທຣັມ ກຽມສົ່ງຈົດໝາຍແຈ້ງການເກັບພາສີໄປຍັງປະເທດຕ່າງໆທົ່ວໂລກ ຕັ້ງແຕ່ເວລາ 23:00 ຂອງວັນຈັນທີ່ 7 ກໍລະກົດ ຕາມເວລາປະເທດລາວ
_cover - 2025-07-07T135934.114
ພາຍຸ "ດານັສ" ຖະລົ່ມໄຕ້ຫວັນ ເສຍຊີວິດ 2 ຄົນ ບາດເຈັບເກີນ 300 ຄົນ
_cover - 2025-07-07T130311.646
ງານວິໄຈເປີດເຜີຍ ສີປະສົມອາຫານສົ່ງຜົນໃຫ້ເດັກນ້ອຍສະມາທິສັ້ນ - ໂລກມະເຮັງ ໂດຍສະເພາະສີແດງ
_cover - 2025-07-07T105647.518
ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ກໍ່ເຫດຄາດຕະກຳ ແມ່ເຖົ້າ ອາຍຸ 87 ປີ ເອົາຊັບໄປໃຊ້ໜີ້
_cover - 2025-07-07T103429.434
ຍີ່ປຸ່ນກຽມຂາຍ 'ເຮືອພິຄາດມືສອງ' ໃຊ້ງານມາ 30 ປີໃຫ້ຟີລິບປິນໃຊ້ຕ້ານອິດທິພົນ 'ຈີນ'
_cover - 2025-07-07T100053.816
ເຢຍລະມັນຄົ້ນພົບ "ໂຮງງານໄຂມັນ" ໂບຮານ ໂດຍມະນຸດນີແອນເດີທານ ຍຸກກ່ອນປະຫວັດສາດເມື່ອປະມານ 125,000 ປີກ່ອນ
_cover - 2025-07-07T092345.589
ນ້ຳຖ້ວມລັດເທັກຊັສ ຜູ້ເສຍຊີວິດເພີ່ມຂຶ້ນບໍ່ຢຸດ ຫຼ້າສຸດພົບຜູ້ເສຍຊີວິດລວມ 78 ຄົນ
ຢ່າລື່ມກົດຕິດຕາມ