_cover - 2025-07-03T103006.031
ເຕືອນ!!! ປະຈຸບັນ ມີກຸ່ມຄົນບໍ່ຫວັງດີ ໄດ້ປອມແປງທະນະບັດ ສະກຸນເງິນກີບ ປະເພດໃບ 100,000 ກີບ ລຸ້ນປີ 2020 ອອກມາໃຊ້ຈ່າຍໃນສັງຄົມ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 3 July, 2025
ໝວດ: ຂ່າວ

ແຈ້ງການ

ເຖິງ: ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານລັດຖະກອນ, ນັກຮຽນ-ນັກສຶກສາ, ທະຫານ ແລະ ຕຳຫຼວດ ໃນຂອບເຂດທົ່ວປະເທດ.

ເລື່ອງ: ຍົກສູງສະຕິກ່ອນຮັບ-ຈ່າຍ ທະນະບັດປະເພດໃບ 100.000 ກີບ ລຸ້ນປີ 2020.

ຫ້ອງການ ທະນາຄານແຫ່ງ ສປປ ລາວ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ:

 

ໃນປະຈຸບັນໄດ້ມີກຸ່ມຄົນບໍ່ຫວັງດີ ໄດ້ສ້າງຄວາມປັ່ນປ່ວນ ແລະ ຄວາມບໍ່ສະຫງົບໃນສັງຄົມ ດ້ວຍການປອມແປງ ແລະ ນໍາເອົາທະນະບັດ ສະກຸນເງິນກີບ ປະເພດໃບ 100,000 ກີບ ລຸ້ນປີ 2020 ອອກມາໃຊ້ຈ່າຍໃນສັງຄົມ ໂດຍສະເພາະຢູ່ ທາງພາກເໜືອ ເມືອງຮຸນ ແຂວງ ອຸດົມໄຊ,

 

ຊຶ່ງທາງເຈົ້າໜ້າທີ່ໄດ້ກວດພົບເຫັນ ຕາມເລກລໍາດັບ (Serial number) AA 0435235.

 

ຮູບແບບການປອມ ແມ່ນການນໍາເອົາຮູບແບບເງິນແທ້ ໄປອັດສໍາເນົາສີ (Copy) ໃສ່ເຈ້ຍ A4 ທຳມະດາ ແລະ ຕິດເສັ້ນນິລະໄພປອມ ຫຼື ເສັ້ນ ປ້ອງກັນປອມໃສ່ໃນໃບທະນະບັດ, ມີຮູບແບບສີສັນລວດລາຍຄ້າຍຄືທະນະບັດແທ້ ປະເພດໃບ 100,000 ກີບ ລຸ້ນປີ 2020.

 

ສະນັ້ນ, ກ່ອນຈະຮັບ-ຈ່າຍ ທະນະບັດສະກຸນເງິນກີບ ປະເພດໃບ 100,000 ກີບ ລຸ້ນປີ 2020 ທຸກໆຄັ້ງ ຕ້ອງເປັນ ເຈົ້າການກວດກາເບິ່ງໃຫ້ລະອຽດ ຕາມຄຸນລັກສະນະຂອງວິທີການສັງເກດທະນະບັດແທ້ ໃນເອກະສານຊ້ອນທ້າຍຄັດຕິດ ມາພ້ອມນີ້.

ກໍລະນີພົບເຫັນ ຫຼື ຮູ້ຂໍ້ມູນແຫຼ່ງທີ່ມາຂອງທະນະບັດປອມດັ່ງກ່າວ ກະລຸນາແຈ້ງຕໍ່ເຈົ້າໜ້າທີ່ຕຳຫຼວດ ຫຼື ທະນາຄານ ແຫ່ງ ສປປ ລາວ

 

(ກົມພິມຈຳໜ່າຍ ເບີໂທ 020 58007361, 020 59999632), ສາຂາທະນາຄານແຫ່ງ ສປປ ລາວ ປະຈຳ ພາກເໜືອ ແຂວງອຸດົມໄຊ (856-81) 260012, ແຂວງຫຼວງພະບາງ (856-71) 260700, ແຂວງຊຽງຂວາງ (856-61) 260030; ພາກກາງ ແຂວງສະຫວັນນະເຂດ (856-41) 260305; ພາກໃຕ້ ແຂວງຈໍາປາສັກ (856-31) 214129 ແລະ ທະນາຄານທຸລະກິດໃນຂອບເຂດທົ່ວປະເທດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນເພື່ອຊາບ ແລະ ຈົ່ງຍົກສູງສະຕິລະວັງຕົວໃນການຮັບ-ຈ່າຍ ທະນະບັດ ສະກຸນເງິນກີບ ປະເພດໃບ 100,000 ກີບ ລຸ້ນປີ 2020 ທຸກໆຄັ້ງ ຕາມທີ່ລະບຸໄວ້.

 

 

 

 

ທີ່ມາ: ທະນາຄານແຫ່ງ ສປປ ລາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 18 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,418
21,694
thailand (1)
THB
658.08
668.21
european-union
EUR
23,836
24,313
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-18T165025.789
ເຕືອນການສັນຈອນເສັ້ນທາງເມືອງເງິນ ເສັ້ນທາງເມືອງເງິນ ແຂວງໄຊຍະບູລີ ຫາ ເມືອງແບງ ແຂວງອຸດົມໄຊ ແມ່ນການສັນຈອນຫຍຸ້ງຍາກ
_cover - 2025-07-18T162909.796
ແຈ້ງເຕືອນໄພ ພາຍຸໜູນເຂດຮ້ອນ ວິພາ (wipha) ໃນລະຫວ່າງວັນທີ 21-23 ກໍລະກົດ 2025
pele - 2025-07-18T160649.842
ຝຶກຊ້ອມ ກຽມພ້ອມໃຫ້ການຊ່ວຍເຫລືອສັງຄົມ ກໍລະນີເກີດເຫດໄພນ້ຳຖ້ວມ
_cover - 2025-07-18T153533.877
ໄຟໄໝ້ເວທີຫຼັກ Tomorrowland ປະເທດເບລຢຽມເສຍຫາຍໜັກ ກ່ອນເປີດງານເທດສະການດົນຕີລະດັບໂລກພຽງບໍ່ເທົ່າໃດມື້
pele - 2025-07-18T151359.174
ເມືອງປາກແຊງ ເລັ່ງຕັດທາງເວັ້ນຊົ່ວຄາວຈຸດເສັ້ນທາງຂາດ ເຂດບ້ານສະຄີງ
_cover - 2025-07-18T150508.021
Googleປະກາດເປີດຕົວໂມເດວ AI ດ້ານສຸຂະພາບ 2 ຕົວໃໝ່ຫຼ້າສຸດ Google DeepMind ເປີດຕົວ MedGemma ຜູ້ຊ່ວຍໃໝ່ສຳລັບວົງການແພດ
_cover - 2025-07-18T142440.800
ກັກໂຕກຸ່ມນາຍໜ້າຄ້າມະນຸດ (ກໍລະນີແຕ່ງດອງແອບແຝງ) ຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ ຈຳນວນ 03 ຄົນ, ເປັນຄົນຕ່າງປະເທດ 02 ຄົນ
pele - 2025-07-18T135615.038
ກະຊວງ ວທ ສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
_cover - 2025-07-18T134644.830
ໃຜມີແຜນຈະໄປອາເມລິກາຕ້ອງຈ່າຍເພີ່ມ ສະຫະລັດຂຶ້ນຄ່າທຳນຽມວີຊ່າ ແລະ ຄ່າເດີນທາງປີ 2025
_cover - 2025-07-18T111910.830
"ດູໄບ" ຕັ້ງເປົ້າແກ້ໄຂບັນຫາການຈະລາຈອນດ້ວຍ "ແທັກຊີ່ບິນໄດ້" Joby Air Taxi ໃນປີ 2026
ຢ່າລື່ມກົດຕິດຕາມ