_cover - 2025-07-07T105647.518
ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ກໍ່ເຫດຄາດຕະກຳ ແມ່ເຖົ້າ ອາຍຸ 87 ປີ ເອົາຊັບໄປໃຊ້ໜີ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 7 July, 2025
ໝວດ: ຂ່າວ

ໃນວັນທີ 5 ກໍລະກົດ 2025, ພັທ ບຸນທະວີ ພົມມະໄຊ ຫົວໜ້າ ພະແນກສືບສວນ-ສອບສວນ ຫ້ອງຕຳຫຼວດ ປກສ ແຂວງ ບໍລິຄຳໄຊ ໄດ້ຖະແຫຼງການກ່ຽວກັບການມ້າງຄະດີຄາຕະກຳທີ່ເກີດຂື້ນຢູ່ບ້ານ ສີມຸງຄຸນ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ ສາມາດຈັບຕົວຜູ້ລົງມືກໍ່ເຫດ ຄາດຕະກຳມາດໍາເນີນຄະດີໄດ້ສຳເລັດ.

 

ທ່ານໄດ້ໃຫ້ຮູ້ວ່າ: ໃນເວລາ 11 ໂມງ 30 ນາທີ ຂອງວັນທີ 30 ມີຖຸນາ 2025 ເຈົ້າໜ້າທີ່ຕໍາຫຼວດພະແນກສືບສວນ-ສອບສວນ ປກສ ແຂວງ ບໍລິຄໍາໄຊ ໄດ້ຮັບແຈ້ງວ່າມີເຫດການຄົນເສຍຊີວິດຢູ່ ບ້ານ ສີມຸງຄຸນ ເມືອງ ປາກຊັນ ແຂວງບໍລິຄໍາໄຊ.

ຜ່ານການກວດກາພົບເຫັນຜູ້ເສຍຊີວິດຊື່: ນາງ ຄໍາຜິວ ແສງສາທິດ(ປ້າດອນ) ອາຍຸ 87 ປີ ອາຊີບ ພະນັກງານບຳນານ (ແພດທະຫານ), ສະພາບຊາກສົບ ແມ່ນນອນເສຍຊີວິດຢູ່ໃນຫ້ອງນໍ້າເຮືອນຂອງຜູ້ກ່ຽວເອງ, ສະພາບສົບມີຖົງຢາງສີດໍາຄຸມຫົວ, ມີສະກ໋ອດໃສຮັດໄວ້ຢ່າງແໜ້ນໜາ, ມື ແລະ ຕີນທັງສອງເບື້ອງຖືກຮັດດ້ວຍສະກ໋ອດໃສ, ພ້ອມນັ້ນທາງຄອບຄົວຂອງຜູ້ເສຍ ຊີວິດໄດ້ຢັ້ງຢືນວ່າມີຊັບສີນເຄື່ອງຂອງມີຄ່າ(ປະເພດຄຳຮູບປະພັນ)ໄດ້ຖືກລັກໄປ.

ດັ່ງນັ້ນເຈົ້າໜ້າທີ່ວິຊາສະເພາະ ຈຶ່ງຮີບຮອ້ນເກັບກຳຂໍ້ມູນ, ຄັດຈ້ອນ ແລະ ຂຶ້ນບັນຊີເປົ້າໝາຍຜູ້ຕ້ອງສົງໃສ, ມາຮອດເວລາ 14 ໂມງ ຂອງວັນທີ 03 ກໍລະກົດ 2025 ສາມາດກັກຕົວເປົ້າໝາຍໄດ້ 01 ຄົນຊື່: ນາງ ສົມສະນຸກ ຫຼື (ບີ່) ອາຍຸ 35 ປີ ອາຊີບ ກຳມະກອນ ຢູ່ບ້ານ ໂພນໄຊເໜືອ ເມືອງ ປາກຊັນ ແຂວງ ບໍລິຄຳໄຊ.

ນາງ ສົມສະນຸກ (ບີ່) ຍອມຮັບສາລະພາບວ່າ: ໃນໄລຍະຜ່ານມາຕົນແມ່ນມີການພົວພັນຮູ້ຈັກຄຸ້ນເຄີຍກັບຜູ້ເສຍຊີວິດເປັນຢ່າງດີເພາະໄດ້ເຂົ້າ-ອອກເຮືອນ, ແຕ່ງກິນ, ຫາອາຫານຈັດສົ່ງໃຫ້ແມ່ເຖົ້າຄຳຜິວ ຜູ້ທີ່ເສຍຊີວິດເປັນປະຈຳ ແລະ ຮູ້ການເຄື່ອນໄຫວດຳລົງຊີວິດປະຈຳວັນຢ່າງລະອຽດ,

ຜູ້ກ່ຽວໄດ້ຍອມຮັບສາລະພາບວ່າເປັນຄົນລົງມືຄາຕະກຳນາງ ຄຳຜີວ ແສງສາທິດ ( ປ້າດອນ) ຈີງແທ້, ດ້ວຍຮູບການເອົາຖົງຢາງສີດໍາສຸບໃສ່ຫົວແມ່ເຖົ້າ ຄໍາຜິວ ແລ້ວໃຊ້ສະກ໋ອດຄຽນຮັດຄໍໄວ້, ພ້ອມໃຊ້ສະກ໋ອດພັນມື ແລະ ຕີນທັງສອງເບື້ອງແລ້ວລາກແມ່ເຖົ້າ ຄໍາຜິວ ໄປໃວ້ໃນຫ້ອງນໍ້າ

ຈາກນັ້ນໄດ້ຈົກເອົາສາຍແຂນຄໍາ 01 ເສັ້ນ ຢູ່ຖົງເສື້ອບໍລິເວນໜ້າເອີກຂອງຜູ້ເສຍຊີວິດແລ້ວຫຼົບໜີອອກຈາກບ່ອນກໍ່ເຫດ. ແຮງຈູງໃຈໃນກໍ່ເຫດຄັ້ງນີ້ແມ່ນຄິດຢາກໄດ້ຊັບສິນຂອງແມ່ເຖົ້າ ຄໍາຜິວ ເພື່ອເອົາໄປຂາຍໃຊ້ໜີ້.

ຂ່າວ: ປກສ ແຂວງບໍລິຄຳໄຊ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 18 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,418
21,694
thailand (1)
THB
658.08
668.21
european-union
EUR
23,836
24,313
china
CNY
2,909
2,967
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-07-18T165025.789
ເຕືອນການສັນຈອນເສັ້ນທາງເມືອງເງິນ ເສັ້ນທາງເມືອງເງິນ ແຂວງໄຊຍະບູລີ ຫາ ເມືອງແບງ ແຂວງອຸດົມໄຊ ແມ່ນການສັນຈອນຫຍຸ້ງຍາກ
_cover - 2025-07-18T162909.796
ແຈ້ງເຕືອນໄພ ພາຍຸໜູນເຂດຮ້ອນ ວິພາ (wipha) ໃນລະຫວ່າງວັນທີ 21-23 ກໍລະກົດ 2025
pele - 2025-07-18T160649.842
ຝຶກຊ້ອມ ກຽມພ້ອມໃຫ້ການຊ່ວຍເຫລືອສັງຄົມ ກໍລະນີເກີດເຫດໄພນ້ຳຖ້ວມ
_cover - 2025-07-18T153533.877
ໄຟໄໝ້ເວທີຫຼັກ Tomorrowland ປະເທດເບລຢຽມເສຍຫາຍໜັກ ກ່ອນເປີດງານເທດສະການດົນຕີລະດັບໂລກພຽງບໍ່ເທົ່າໃດມື້
pele - 2025-07-18T151359.174
ເມືອງປາກແຊງ ເລັ່ງຕັດທາງເວັ້ນຊົ່ວຄາວຈຸດເສັ້ນທາງຂາດ ເຂດບ້ານສະຄີງ
_cover - 2025-07-18T150508.021
Googleປະກາດເປີດຕົວໂມເດວ AI ດ້ານສຸຂະພາບ 2 ຕົວໃໝ່ຫຼ້າສຸດ Google DeepMind ເປີດຕົວ MedGemma ຜູ້ຊ່ວຍໃໝ່ສຳລັບວົງການແພດ
_cover - 2025-07-18T142440.800
ກັກໂຕກຸ່ມນາຍໜ້າຄ້າມະນຸດ (ກໍລະນີແຕ່ງດອງແອບແຝງ) ຜູ້ຖືກສົງໄສເປັນນາຍໜ້າຄ້າມະນຸດ ຈຳນວນ 03 ຄົນ, ເປັນຄົນຕ່າງປະເທດ 02 ຄົນ
pele - 2025-07-18T135615.038
ກະຊວງ ວທ ສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ
_cover - 2025-07-18T134644.830
ໃຜມີແຜນຈະໄປອາເມລິກາຕ້ອງຈ່າຍເພີ່ມ ສະຫະລັດຂຶ້ນຄ່າທຳນຽມວີຊ່າ ແລະ ຄ່າເດີນທາງປີ 2025
_cover - 2025-07-18T111910.830
"ດູໄບ" ຕັ້ງເປົ້າແກ້ໄຂບັນຫາການຈະລາຈອນດ້ວຍ "ແທັກຊີ່ບິນໄດ້" Joby Air Taxi ໃນປີ 2026
ຢ່າລື່ມກົດຕິດຕາມ