ດວງ-Tou-Vientianepost (52)
ລາຍຊື່ U17 ທີມຊາດລາວ 23 ຄົນສຸດທ້າຍ ເຂົ້າຮ່ວມການແຂ່ງຂັນ AFCU17 ທີ່ປະເທດໄທ
ຮຽບຮຽງໂດຍ:Staff
ເຜີຍແຜ່: 12 June, 2023
ໝວດ: ກິລາ

ສະຫະພັນບາຍເຕະແຫ່ງຊາດລາວປະກາດລາຍຊື່ນັກກິລາ ທີມຊາດລາວ ອາຍຸບໍ່ເກີນ 17 ປີ 23 ຄົນສຸດ​ທ້າຍ ເຂົ້າຮ່ວມການແຂ່ງຂັນ AFCU17 ຮອບສຸດທ້າຍທີ່ປະເທດໄທ ລະຫວ່າງວັນທີ 15 ມິຖຸນາ ຫາ 2 ກໍລະກົດ ໂດຍມີທັງຫມົດ 16 ທີມ ແບ່ງອອກເປັນ 4 ກຸ່ມ ຄື:

ກຸ່ມ A : ໄທ ( ເຈົ້າພາບ ), ເຢເມນ, ມາເລເຊຍ ແລະ ລາວ , ກຸ່ມ B : ສ.ເກົາຫລີ, ອີຣານ, ອັຟການິສຖານ ແລະ ກາຕ້າ , ກຸ່ມ C : ທາຈີກິສຖານ, ອົສຕຣາລີ, ຊາອຸດິ ອາຣັບເບຍ, ສປ ຈີນ , ກຸ່ມ D : ຍີ່ປຸ່ນ, ອິນເດຍ, ຫວຽດນາມ ແລະ ອຸເບກິສຖານ

ທີມຊາດລາວໂດຍການນຳຂອງທ່ານ ກັນ​ລ​ະຍາ ສີ​ສົມ​ຫວັງ ຫົວ​ຫນ້າ​ຄູ​ຝຶກ​ທີມ​ຊາດ​ລາວU17 ສາ​ມາດ​ຄັດ​ເລືອກ​ນັກ​ກິ​ລາ 23 ຄົນ​ສຸດ​ທ້າຍ ມີລາຍ​ຊື່ດັ່ງນີ້: ຜູ້ຮັກສາປະຕູ , ຈັນທະວີສຸກ ໝູວໍລະວົງ ຈາກ ແຂວງສະຫວັນນະເຂດ , ສຸກສະໝອນ ເວທີຕະ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ ສຸລິສັກ ໝັ້ນປະເສີດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ

ກອງຫຼັງ: ອາລີຍາກອນ ຟອງສະຫວັນ ຈາກ ສະໂມສອນ ກິລາບານເຕະ ເອັສທີທີ , ດູລະໄນ ແກ້ວມະນີວົງ ຈາກ ສະໂມສອນ ກິລາບານເຕະ ຈັນທະບູລີ , ຈັນທະວີສຸກ ພົງສະຫວັດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ , ຄໍາໝັ້ນ ທາປະເສີດ ຈາກ ແຂວງສະຫວັນນະເຂດ , ຂຸນວັງ ສູນດາລາ ຈາກ ສະໂມສອນ ກິລາບານເຕະ ນ້ຳທາ , ສີສະຫວາດ ແກ້ວມຸງຄຸນ ຈາກ ສະໂມສອນ ກິລາບານເຕະ ນ້ຳທາ , ໄຊຍະສຸກ ແກ້ວວິສອນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ

ກອງກາງ: ບິນລີ້ ໂດນສະໜູພິດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ ຄູນທະວີ ທອງມະນີ ຈາກ ສະໂມສອນ ກິລາບານເຕະ ຈັນທະບູລີ ໄຊຍະຫວັດ ວັນສະຫວັດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ, ສຸລີນ ທໍາມະສອນ ຈາກ ສະໂມສອນ ກິລາບານເຕະ ນ້ຳທາ , ຄຳສິງ ນາລິນທອນ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ , ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ກິລາບານເຕະ ນົນທະບູລີ ( ປະເທດໄທ ) , ເກດສະດາ ເດດກຸມມານ ຈາກ ສະໂມສອນ ກິລາບານເຕະ ກອງທັບ , ພູສົມບູນ ປັນຍາວົງ ຈາກ ສະໂມສອນ ກິລາບານເຕະ ກອງທັບ , ກາດໍາ ກອນເຍີ ຈາກ ແຂວງເຊກອງ

ກອງຫນ້າ:ປີເຕີ້ ພັນທະວົງ ຈາກ ສະໂມສອນ ກິລາບານເຕະ ເອສະຣາ , ທະນູສັກ ນັນທະວົງດວງສີ ຈາກ ສະໂມສອນ ກິລາບານເຕະ ເອ​ສະ​ຣາ , ຊີການດາ ໄຊສົງຄາມ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ , ເພັດສະໝອນ ສີຫາເທບ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ

ໂດຍແຂ່ງຂັນ 4 ສະຫນາມຄື: ສະຫນາມກິລາຣາຊະມັງກິລາສະຖານ, ສະຫນາມກິລາທຳມະສາດ, ສະຫນາມກິລາປະທຸມທານີ ແລະ ສະຫນາມກິລາຊົນບູຣີ, ອັນດັບ 1 – 4 ລາຍການນີ້ແມ່ນຈະໄດ້ສິດເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊ້ມໂລກ ຮຸ່ນອາຍຸບໍ່ເກີນ 17 ປີ FIFA U-17 WORLD CUP 2023.

ສຳລັບຕາ​ຕະ​ລາງ​ການ​ແຂ່ງ​ຂັນ​ທີມ​ຊາດ​ລາວ: ວັນ​ທີ 15/06/2023 ເວ​ລາ 19:00 ໄທ ພົບ ລາວ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ກິ​ລ​າປະ​ທຸມ​ທາ​ນີ, ວັນ​ທີ 18/06/2023 ເວ​ລາ 17:00 ເຢ​ເມນ ພົບ ລາວ ແຂ່ງ​ຂັນ​ຢູ່​ທີ່​ສະ​ຫນາມ​ກິລາ​ທຳ​ມະ​ສາດ, ວັນ​ທີ 21/06/2023 ເວ​ລາ 19:00 ມາ​ເລ​ເຊຍ ພົບ ລາວ ແຂ່ງ​ຂ​ັນ​ຢູ່​ທີ່​ສະ​ຫນາມ​ກິ​ລາ​ທຳ​ມະ​ສາດ.

ທີ່ມາ ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
pele - 2025-07-04T090816.696
ຜ່ານຮ່າງແຜນງານແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະ ຕ້ານການຄ້າມະນຸດໄລຍະ IV
ຢ່າລື່ມກົດຕິດຕາມ