
ປະຈຸບັນ ການເກີດອຸບັດເຫດຢູ່ຕາມສາຍທາງຕ່າງໆ ໄດ້ເພີ່ມຂຶ້ນໃນແຕ່ລະວັນ ເປັນຈໍານວນຫຼາຍໃນຂອບເຂດທົ່ວປະເທດ, ສະເພາະເດືອນມັງກອນ ຕົ້ນປີ 2024 ມີຜູ້ເສຍຊີວິດເຖິງ 119 ຄົນ ຈາກອຸບັດເຫດຕາມທ້ອງຖະໜົນໃນທົ່ວປະເທດ ທັງໝົດ 773 ຄັ້ງ, ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ ເພີ່ມຂຶ້ນ 30 ຄົນ ຖ້າທຽບໃສ່ເດືອນທັນວາ ທ້າຍປີ 2023 ຜ່ານມານີ້.
ອີງຕາມກົມຕຳຫຼວດຈາລະຈອນ ໄດ້ລາຍງານສະພາບການເກີດອຸບັດເຫດທົ່ວປະເທດປະຈຳເດືອນມັງກອນ 2024 ທີ່ຜ່ານມາ ຊາບວ່າ: ສະພາບອຸບັດເຫດຕາມທ້ອງຖະໜົນໃນຂອບເຂດທົ່ວປະເທດຍັງໜ້າເປັນຫ່ວງ ເຖິງແມ່ນວ່າເຈົ້າໜ້າທີ່ຕໍາຫຼວດ ຈະໃຊ້ມາດຕະການຕ່າງໆເພື່ອຫຼຸດຜ່ອນອຸບັດເຫດກໍ່ຕາມ, ຊຶ່ງສາຍເຫດທີ່ພາໃຫ້ເກີດອຸບັດເຫດແຕ່ລະຄັ້ງ ສ່ວນໃຫຍ່ເກີດຈາກການລະເມີດກົດລະບຽບການສັນຈອນຂອງຜູ້ຂັບຂີ່ ໂດຍສະເພາະຂັບຂີ່ໄວເກີນກຳນົດ, ດື່ມສິ່ງມຶນເມົາ ແລະ ອື່ນໆ, ໃນນັ້ນ ອຸບັດຕິເຫດສ່ວນໃຫຍ່ແມ່ນເກີດຂຶ້ນ ນັບແຕ່ເວລາ 17:00-24:00 ໃນກຸ່ມອາຊີບກໍາມະກອນ ແລະ ກຸ່ມນັກຮຽນ ນັກສຶກສາ.
ຈາກອຸບັດເຫດທີ່ເກີດຂຶ້ນດັ່ງກ່າວ, ທາງເຈົ້າໜ້າທີ່ກົມຕຳຫຼວດຈາລະຈອນ ຈຶ່ງຮຽກຮ້ອງມາຍັງຜູ້ທີ່ໃຊ້ລົດໃຊ້ຖະໜົນຕ້ອງຮ່ວມໃຈກັນປະຕິບັດກົດລະບຽບການສັນຈອນທາງບົກໃຫ້ເຄັ່ງຄັດ ມີສະຕິໃນການຂັບຂີ່ແຕ່ລະຄັ້ງ ເຊັ່ນ: ເມົາແລ້ວຫ້າມຂັບ ຂັບຂີ່ລົດຈັກຕ້ອງໃສ່ໝວກກັນກະທົບທຸກຄັ້ງ ແລະ ກວດກາສະພາບລົດໃຫ້ມີຄວາມພ້ອມ ແລ້ວຈຶ່ງອອກເດີນທາງ ບັນຫາການເກີດອຸບັດເຫດມັນຈຶ່ງຈະຫຼຸດລົງ.
ທີ່ມາ VientianeTimes
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ  | ຊື້  | ຂາຍ  | 
|---|---|---|
USD  | 21,540  | 21,817  | 
THB  | 663.17  | 674.44  | 
EUR  | 23,974  | 24,454  | 
CNY  | 2,951  | 3,010  | 
ລາຄານ້ຳມັນ
ຊະນິດນ້ຳມັນ  | ລາຄາ  | 
|---|---|
![]()  | 28,780  | 
![]()  | 23,700  | 
![]()  | 19,620  | 
ລາຄາຄຳ
ປະເພດ  | ລາຄາຊື້  | ລາຄາຂາຍ  | 
|---|---|---|
![]()  | 42,870,000  | 43,400,000  | 
![]()  | 42,378,000  | 43,509,000  | 
								
								
															
								













