2
ຮອງນາຍົກ ເຂົ້າຮ່ວມພິທີເປີດງານວາງສະແດງອຸປະກອນເຕັກນິກການທະຫານສາກົນ 2024 ທີ່ຣັດເຊຍ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 13 August, 2024
ໝວດ: ຂ່າວ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມພິທີເປີດງານວາງສະແດງອຸປະກອນເຕັກນິກການທະຫານສາກົນ 2024 ຈັດຂຶ້ນໃນວັນທີ 12 ສິງຫາ 2024 ທີ່ສູນປະຊຸມ ແລະ ວາງສະແດງສາກົນປາຕຣີອົດ, ກູບິນກາ, ນະຄອນຫຼວງມົດສະກູ ສະຫະພັນຣັດເຊຍ ໂດຍມີບັນດາຄະນະນຳຈາກກະຊວງປ້ອງກັນປະເທດ ແລະ ຕົວແທນອຸດສາຫະກຳຈາກປະເທດຕ່າງໆ, ບັນດາບໍລິສັດຂອງສະຫະພັນຣັດເຊຍ ແລະ ຈາກຕ່າງປະເທດ ເຂົ້າຮ່ວມ.

ງານວາງສະແດງຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 12-14 ສິງຫາ 2024 ຊຶ່ງພາຍໃນງານ ໄດ້ວາງສະແດງບັນດາເຕັກໂນໂລຊີຕ່າງໆຫຼາກຫຼາຍຮູບແບບ, ມີທັງອາວຸດຍຸດໂທປະກອນເຕັກນິກການທະຫານທີ່ມີຄວາມທັນສະໄໝທີ່ສຸດ, ມີເອກະລັກສະເພາະຕົວ ຈາກປະເທດຣັດເຊຍ ຊຶ່ງມີບໍລິສັດຊັ້ນນຳທີ່ໄດ້ຮັບການຍ້ອງຍໍໃນລະດັບສາກົນ.

ນອກຈາກນັ້ນ ຍັງມີ 4 ປະເທດເຂົ້າຮ່ວມ ຄື: ສປ ຈີນ, ເບຣາລຸດ, ອີຣານ, ອິນເດຍ ແລະ ຕົວແທນບໍລິສັດຈາກຕ່າງປະເທດທີ່ລົງທະບຽນເຂົ້າຮ່ວມຫຼາຍກວ່າ 120 ແຫ່ງ. ໃນປີນີ້ ໄດ້ຈັດຂຶ້ນເປັນຄັ້ງທີ 10 ມີຜະລິດຕະພັນປະມານ 1.500 ລາຍການ ແລະ ໄດ້ຮັບຄວາມສົນໃຈຈາກຕົວແທນຜູ້ຊ່ຽວຊານ ແລະ ສື່ຈາກຕ່າງປະເທດຢ່າງສະໝໍ່າສະເໝີ. ພ້ອມດຽວກັນນີ້ ກໍໄດ້ເປັນບ່ອນພົບປະ, ປືກສາຫາລື, ແລກປ່ຽນປະສົບການ, ເພີ່ມທະວີການຮ່ວມມືດ້ານການຜະລິດ, ສະໜອງອຸປະກອນເຕັກນິກການທະຫານໃຫ້ບັນດາບໍລິສັດຕ່າງໆຂອງຣັດເຊຍ ແລະ ບໍລິສັດອື່ນໆ ຈາກຕ່າງປະເທດ ເພື່ອສ້າງຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ, ຊຸກຍູ້ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ສາກົນ.

ໃນໂອກາດດັ່ງກ່າວ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມຄະນະ ໄດ້ຢ້ຽມຊົມງານວາງສະແດງອຸປະກອນເຕັກນິກການທະຫານ 2024 ຊຶ່ງໃນນີ້ ໄດ້ຢ້ຽມຊົມບູດວາງສະແດງບໍລິສັດອາວມາສ-ອັນເຕວ ບໍລິສັດຜະລິດລະບົບປ້ອງກັນອາກາດ ແລະ ເຣດາ, ຢ້ຽມຊົມບູດວາງສະແດງບໍລິສັດຍົນຂຶ້ນຊື່ຂອງຣັດເຊຍ, ບໍລິສັດ ໂຣສອາບາໂຣນເອັກສະປອດ ແລະ ພົບປະກັບບໍລິສັດຈຳນວນໜຶ່ງ ຕື່ມອີກ.

ຂ່າວ: ຮ້ອຍເອກ ທອງມາ ໄຊຍະເພັງສາ

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ