ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ

Windows ບໍ່ແມ່ນລະບົບປະຕິບັດການທີ່ປອດໄພທີ່ສຸດ, ແລະ ຄວາມບົກຜ່ອງໃໝ່ມັກຈະຖືກຄົ້ນພົບຢູ່ເລື້ອຍໆ. ເຖິງຢ່າງໃດກໍຕາມ, ບັນຫາລ່າສຸດນີ້ສາມາດບຸກລຸກຄອມພິວເຕີຂອງທ່ານພາຍໃນ 3ວິນາທີ—ເຊິ່ງໝາຍຄວາມວ່າທ່ານຄວນອັບເດດຄອມພິວເຕີຂອງທ່ານທັນທີ. ແຮັກເກີສາມາດບຸກລຸກຄອມພິວເຕີຂອງທ່ານພາຍໃນຊົ່ວພິບຕາ ຄວາມບົກຜ່ອງນີ້ເຮັດໃຫ້ຜູ້ໂຈມຕີສາມາດສວຍໃຊ້ຄຸນລັກສະນະອຸປະກອນມືຖືຂອງ Windows 11 ຜ່ານເຕັກນິກການຍຶດຄອງ DLL ຂັ້ນສູງ. ຄວາມບົກຜ່ອງນີ້ຖືກຕິດຕາມໂດຍລະຫັດ CVE-2025-24076 ແລະ ໄດ້ຖືກບັນທຶກໃນຖານຂໍ້ມູນດ້ານຄວາມປອດໄພຂອງ Microsoft ແລ້ວ. ໂດຍສະເພາະ, ຂໍ້ບົກຜ່ອງນີ້ເລັງເປົ້າໝາຍໄປທີ່ໄຟລ໌ DLL ທີ່ໂຫຼດໂດຍຄຸນລັກສະນະກ້ອງຖ່າຍຮູບຂອງ Windows 11, ໂດຍປ່ຽນມັນດ້ວຍ DLL ທີ່ເປັນອັນຕະລາຍເພື່ອໃຫ້ຜູ້ໂຈມຕີມີສິດພິເສດໃນລະບົບຂອງທ່ານ. Windows ໃຊ້ຄຸນລັກສະນະນີ້ເພື່ອໃຫ້ທ່ານສາມາດໃຊ້ໂທລະສັບຂອງທ່ານເປັນກ້ອງເວັບແຄມ, ແຕ່ມັນກໍຍັງກາຍເປັນຈຸດເຂົ້າສູ່ລະບົບຂອງທ່ານສໍາລັບຜູ້ໂຈມຕີ. ໃນຕົວຢ່າງທີ່ສະແດງໂດຍ John Ostrowski ໃນບົດຄວາມ Compass Security ຂອງລາວ, ການໂຈມຕີໄດ້ດໍາເນີນສໍາເລັດໃນການຕິດຕັ້ງ Windows 11 ທີ່ອັບເດດແລ້ວ ແລະ ໄດ້ສ້າງໄຟລ໌ໃນໄດຣ໌ C: ທີ່ມີແຕ່ຜູ້ໃຊ້ທີ່ມີສິດຜູ້ບໍລິຫານເທົ່ານັ້ນທີ່ສາມາດເຂົ້າເຖິງໄດ້. ວິທີນີ້ສາມາດໃຊ້ເພື່ອແຝງມາລແວເຂົ້າໄປໃນຄອມພິວເຕີເປົ້າໝາຍ ແລະ ດໍາເນີນການດ້ວຍສິດຜູ້ບໍລິຫານ. ຜູ້ໂຈມຕີມີເວລາປະມານ 3ວິນາທີເທົ່ານັ້ນ ເພື່ອປ່ຽນແທນ DLL ທີ່ໃຊ້ໂດຍອຸປະກອນມືຖືດ້ວຍລຸ້ນທີ່ເປັນອັນຕະລາຍ. […]
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI

Claude ເປີດໂຕ 2 ຄຸນສົມບັດໃໝ່ ທັງລະບົບຄົ້ນຫາຂໍ້ມູນ Research ແລະ ການເຊື່ອມຕໍ່ກັບ Google Workspace ຮອງຮັບວຽກຫຼາກຫຼາຍຕັ້ງແຕ່ການຄົ້ນຄວ້າຈົນເຖິງການວາງແຜນຊີວິດປະຈຳວັນ Claude ອີກໂມເດລ AI ທີ່ມີຊື່ສຽງໄດ້ປະກາດອັບເດດ 2 ຄຸນສົມບັດໃໝ່ຄື Research ລະບົບຄົ້ນຫາຂໍ້ມູນຈາກແຫຼ່ງອື່ນໃນໂລກອອນລາຍເພື່ອເພີ່ມຄຸນນະພາບຄຳຕອບ ແລະ ການເຊື່ອມຕໍ່ກັບ Google ທີ່ເລິກເຊິ່ງຍິ່ງຂຶ້ນ ໂດຍສາມາດນຳ Claude ເຊື່ອມຕໍ່ແລະໃຊ້ງານຮ່ວມກັບຜະລິດຕະພັນທັງຫຼາຍຂອງ Google ເປັນທີ່ຮຽບຮ້ອຍ ສຳລັບ Research ໂດຍພື້ນຖານຄ້າຍຄືກັບລະບົບຄົ້ນຫາຂໍ້ມູນໃນໂມເດລຕົວອື່ນ ຊ່ວຍໃຫ້ Claude ສາມາດຄົ້ນຫາ, ລວບລວມຂໍ້ມູນ ແລະ ສະຫຼຸບຜົນໄດ້ກວ້າງ, ຄອບຄຸມ ແລະ ຕອບໂຈດຕໍ່ການໃຊ້ງານຫຼາຍຍິ່ງຂຶ້ນ ແລະ ສາມາດມອບຄຳຕອບຄຸນນະພາບສູງໃຫ້ແກ່ຜູ້ໃຊ້ງານໄດ້ພາຍໃນເວລາບໍ່ເທົ່າໃດວິນາທີ ດ້ວຍເຫດນີ້ Claude ຈຶ່ງສາມາດຮອງຮັບແລະສາມາດນຳໄປໃຊ້ງານໃນຫຼາຍສາຂາວິຊາ ຕັ້ງແຕ່ໃຊ້ງານເພື່ອລວບລວມແລະສະຫຼຸບຂໍ້ມູນພາຍໃນອົງກອນ, ຈັດທຳແຜນການຕະຫຼາດ, ສະຫຼຸບຂໍ້ມູນການນຳສະເໜີ, ວິເຄາະໂຄງສ້າງຄວາມປອດໄພອາຄານ, ຄົ້ນຫາຂໍ້ມູນບົດຮຽນແລະການຄົ້ນຄວ້າສຳລັບການສຶກສາ ຫຼື ແມ່ນແຕ່ການເຂົ້າເຖິງແລະວາງແຜນຕາຕະລາງຊີວິດ ອີກຄຸນສົມບັດໜຶ່ງທີ່ຊ່ວຍໃຫ້ການເຮັດວຽກສະດວກຂຶ້ນຄື ການເຊື່ອມຕໍ່ຂໍ້ມູນກັບ Google […]
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?

Office 2019 ໃກ້ຈະໝົດອາຍຸແລ້ວ ໂດຍຜູ້ໃຊ້ Microsoft Office ເວີຊັນເກົ່າ ທັງ Office 2016 ແລະ Office 2019 ຈະສິ້ນສຸດການສະໜັບສະໜູນໃນມື້ດຽວກັນກັບວັນທີ່ Windows 10 ສິ້ນສຸດຢ່າງເປັນທາງການ. ນັ້ນໝາຍຄວາມວ່ານັບຈາກມື້ນີ້ທ່ານມີເວລາພຽງແຕ່ 6 ເດືອນເທົ່ານັ້ນທີ່ຍັງອັບເດດຄວາມປອດໄພໃນ Office 2016 ແລະ Office 2019. ຕາມບລັອກຊຸມຊົນດ້ານເຕັກນິກຂອງ Microsoft ເປີດເຜີຍວ່າຈະຢຸດການສະໜັບສະໜູນ Office 2016 ແລະ 2019 ໃນວັນທີ 14 ຕຸລາ 2025. ຕັ້ງແຕ່ວັນດັ່ງກ່າວ, Microsoft ຈະຢຸດສະໜັບສະໜູນ Office ເວີຊັນເກົ່າ ແລະ “ຈະບໍ່ໃຫ້ການແກ້ໄຂດ້ານຄວາມປອດໄພ, ການແກ້ໄຂຂໍ້ບົກຜ່ອງ, ຫຼື ການສະໜັບສະໜູນດ້ານເຕັກນິກສຳລັບຜະລິດຕະພັນເຫຼົ່ານີ້ອີກຕໍ່ໄປ”. ສຳລັບຜູ້ທີ່ໃຊ້ Office 2016 ແລະ Office 2019 ປະກາດນີ້ໝາຍຄວາມວ່າ: Office 2016 […]
Codex CLI ໂປຣແກຣມໂອເພນຊອສຊ່ວຍຂຽນໂປຣແກຣມຈາກ OpenAI

OpenAI ເປີດຕົວ Codex CLI, ເຄື່ອງມື AI ຂະໜາດນ້ອຍທີ່ຊ່ວຍເຮັດວຽກແລະຂຽນໂຄ້ດໄດ້ຈາກເທີມິນອລຂອງຜູ້ໃຊ້ເອງ, ປອດໄພ, ໃຊ້ງານງ່າຍ, ບໍ່ຕ້ອງສົ່ງຂໍ້ມູນເຂົ້າສູ່ລະບົບ. OpenAI ປະກາດເປີດຕົວເຄື່ອງມື AI ຕົວໃໝ່ຫຼາຍຢ່າງໃນຊ່ວງທີ່ຜ່ານມາ, ໜຶ່ງໃນນັ້ນແມ່ນ Codex CLI, ອີກໜຶ່ງ AI Agent ຂະໜາດນ້ອຍ ທີ່ສາມາດສະໜັບສະໜູນການເຮັດວຽກແລະຂຽນໂຄ້ດສຳລັບໂປຣແກຣມໄດ້ຜ່ານຄອມພິວເຕີຂອງຜູ້ໃຊ້ເອງ, ຊ່ວຍໃຫ້ສາມາດໃຊ້ງານແລະປະຕິບັດການທັງໝົດໄດ້ຢ່າງປອດໄພແລະຍືດຫຍຸ່ນ. Codex CLI ສາມາດເລີ່ມຕົ້ນການໃຊ້ງານໄດ້ງ່າຍ, ພຽງດາວໂຫຼດແລະຕັ້ງຄ່າຄຳສັ່ງຜ່ານ API key ພຽງເລັກນ້ອຍກໍສາມາດໃຊ້ງານໄດ້ທັນທີ ໂດຍບໍ່ຕ້ອງປັບແຕ່ງແກ້ໄຂເພີ່ມເຕີມ, ພ້ອມຮອງຮັບອິນພຸດຫຼາຍຮູບແບບ ຕັ້ງແຕ່ໄຟລ໌ຕົວອັກສອນລ້ວນ, ຮູບພາບໜ້າຈໍ, ຮູບພາບຮ່າງ, ຫຼືອ່ານໂຄ້ດທີ່ເຮັດວຽກຢູ່ໃນອຸປະກອນ, ກໍສາມາດອ່ານ, ເຂົ້າເຖິງ, ແລະແປງເປັນໂຄ້ດຄຳສັ່ງໄດ້ທັນທີ. ລະບົບສາມາດໃຊ້ງານຮ່ວມກັບຟັງຊັນໄດ້ຫຼາກຫຼາຍ ຕັ້ງແຕ່ການອ່ານ, ແກ້ໄຂ, ຂຽນທັບ, ໄປຈົນຮັນໂຄ້ດເຫຼົ່ານີ້ໂດຍອັດຕະໂນມັດພາຍໃຕ້ຄຳອະນຸຍາດຈາກຜູ້ໃຊ້ງານ ໂດຍອາໄສການເຊື່ອມໂຍງ API ຈາກໂມເດລຂອງທາງບໍລິສັດຢ່າງ GPT-o3, GPT-o4mini ໄປຈົນ GPT-4.1 ທີ່ຈະເປີດໃຫ້ບໍລິການໃນອະນາຄົດຕໍ່ໄປ. ຈຸດເດັ່ນສຳຄັນຂອງ Codex CLI […]
ຜົນບານເຕະ ສເປີສ ຊະນະ ແຟຣ້ງເຟີຕ ເຂົ້າຮອບຮອງຊະນະເລີດຢູໂຣປາ ລີກ

ສເປີສ ຜ່ານເຂົ້າຮອບຮອງຊະນະເລີດ ຢູໂຣປາ ລີກ ຫຼັງຈາກບຸກໄປຊະນະ ແຟຣ້ງເຟີຕ 1-0 ແລະ ຖືເປັນການເກັບຄລີນຊີດໃນຮອບ 10 ນັດ ເກມຢູໂຣປາ ລີກ ຮອບ 8 ທີມສຸດທ້າຍ ນັດທີ 2 ແຟຣ້ງເຟີຕ ເປີດບ້ານພົບ ສເປີສ ໂດຍເກມແລກທີມຈາກບຸນເດສລີກາ ບຸກໄປເສມົ 1-1 ດິໂນ່ ທັອບໂມລເລີ ເກມນີ້ສົ່ງ ມາຣິໂອ ເກິດເຊິ່ ແນວຮຸກທີ່ມີປະສົບການສູງກັບມາເປັນຕົວຈິງ ຫຼັງຈາກເປັນຕົວສຳຮອງໃນເກມລີກລ່າສຸດທີ່ຊະນະ ໄຮເດນໄຮມ໌ ລົງມາປັ້ນເກມໃຫ້ ອູໂກ້ ເອກິຕິເກ້ ເກມນີ້ ແອນຈ໌ ປອສເຕໂກກລູ ກຸນຊືອ ສເປີສ ບໍ່ມີ ຊົນ ຮຶງ ມິນ ກັບຕັນທີມທີ່ບາດເຈັບ ເຮັດໃຫ້ 3 ປະສານເກມຮຸກໃຊ້ ເບຣນແນນ ຈອນສັນ, ໂດມິນິກ ໂຊລັງກີ້ ແລະ ມາຕິສ ແຕລ […]
ຜົນບານ ແມນຢູ ພິກຊະນະ ໂອລິມປິກ ລີຍົງ ຊ່ວງຕໍ່ເວລາຮອບຮອງ ຢູໂຣປ້າລີກ

ແມນຯ ຢູໄນເຕັດ ໂກງຄວາມຕາຍພິກຊະນະ ໂອລິມປິກ ລີຍົງ ເຫຼືອ 10 ຄົນ ໃນຊ່ວງຕໍ່ເວລາພິເສດ 5-4 ສະກໍລວມ 2 ນັດ 7-6 ຜ່ານເຂົ້າຮອບຮອງຊະນະເລີດ ສຶກຢູໂຣປ້າ ລີກ ຣູເບນ ອະໂມຣິມ ສົ່ງ ອັອງເດຣ ໂອນານ່າ ກັບມາເຮັດໜ້າທີ່ຜູ້ຮັກສາປະຕູອີກຄັ້ງ ຫຼັງໂດນດຣັອບໃນເກມທີ່ພົບກັບນິວຄາສເຊິ່ລ ສ່ວນແນວຮຸກໃຊ້ ບຣູໂນ່ ແຟຣ໌ນັນດ໌ສ ກັບຕັນທີມ ປະສານກັບ ອະເລຮານໂດຣ ກາຣ໌ນາໂຊ່ ໂດຍມີ ຣາສມຸສ ຮອຍລຸນດ໌ ໜ້າເປົ້າ ເປົາໂລ ຟອນເຊກ້າ ສົ່ງຜູ້ເລັ່ນຕົວຫຼັກລົງສະໜາມແນວຮຸກວາງ ຣາຍານ ແຊຣ໌ກີ, ຕິອາໂກ້ ອັລມາດ້າ ແລະ ຈອຣ໌ຈສ໌ ມິກາອູຕັດເຊ່ ນາທີ 10 ແມນເຊສເຕີ ຢູໄນເຕັດ ຂຶ້ນນຳ 1-0 ຈາກຈັງຫວະ ອະເລຮານໂດຣ ກາຣ໌ນາໂຊ່ ຈ່າຍບານໃນກອບເຂດໂທດກັບເຂົ້າມາໃຫ້ […]
One UI 8 ການອັບເກຣດຄັ້ງໃຫຍ່ຂອງ Samsung ທີ່ໃຊ້ Android 16

ໃນຂະນະທີ່ Samsung ກຳລັງປະເຊີນກັບບັນຫາການປ່ອຍອັບເດດ One UI 7 ທີ່ຊັກຊ້າ ແລະ ສ້າງຄວາມບໍ່ພໍໃຈໃຫ້ກັບຜູ້ໃຊ້ງານຈຳນວນຫຼາຍ, ມີລາຍງານວ່າບໍລິສັດກຳລັງພັດທະນາ One UI 8 ແລ້ວ. ໃນປີນີ້ Samsung ອາດຕັດສິນໃຈຂ້າມການອັບເດດຍ່ອຍ ແລະ ໄປສູ່ One UI 8 ທີ່ຄາດວ່າຈະມາພ້ອມກັບ Android 16. ຈາກການທົດສອບ One UI 8 ລຸ້ນເບື້ອງຕົ້ນໃນ Galaxy Z Flip 6 ພົບວ່າການປ່ຽນແປງໃນຄັ້ງນີ້ອາດບໍ່ຫຼາຍປານໃດ ແລະ ເບິ່ງຄືວ່າຟີເຈີໃໝ່ບາງຢ່າງເປັນສິ່ງທີ່ Samsung ສາມາດປ່ອຍມາພ້ອມກັບ One UI 7 ໄດ້ຢູ່ແລ້ວ. ຟີເຈີເດັ່ນທີ່ພົບໃນ One UI 8 (ເບື້ອງຕົ້ນ) Now Brief ກັບມາໃຊ້ງານໄດ້: ຟີເຈີສະຫຼຸບຂໍ້ມູນຂ່າວສານ ແລະ ສະພາບອາກາດ Now […]
ປືນຈັບມືງູໃຫຍ່ເຂົ້າຮອບຮອງຊະນະເລີດການແຂ່ງຂັນບານເຕະຢູຟ່າ ຢູໂຣປ້າ ລີກ 2024/25

ການແຂ່ງຂັນບານເຕະ UEFA Champions League 2024/25 ຮອບກ່ອນເຂົ້າຮອບຮອງຊະນະເລີດ ນັດທີສອງ ໃນຄືນວັນພຸດທີ 16 ເມສາທີ່ຜ່ານມາ ມີຜົນການແຂ່ງຂັນດັ່ງນີ້ ເຣອານ ມາດຣິດ 1-2 ອາເຊນໍ (ລວມຜົນສອງນັດ ອາເຊນໍ ຊະນະ 5-1) ຜູ້ເຮັດປະຕູ ເຣອານ ມາດຣິດ: ວິນິຊິອຸສ ຈູນຽ (ນາທີ 66) ອາເຊນໍ: ບູກາໂຢ ຊາກາ (ນາທີ 64), ກາເບຣຍລ ມາຕິເນລລີ (ນາທີ 90+2) ຊາກາ ເຖິງແມ່ນວ່າຈະພາດຈຸດໂທດໃນເຄິ່ງເວລາທຳອິດ ແຕ່ສາມາດແກ້ຕົວດ້ວຍການຍິງປະຕູເປີດໃຫ້ທີມຂຶ້ນນຳ ກ່ອນທີ່ ມາຕິເນລລີ ຈະຍິງປະຕູປິດທ້າຍໃນຊ່ວງເວລາບາດເຈັບ ສົ່ງຜົນໃຫ້ ອາເຊນໍ ຜ່ານເຂົ້າສູ່ຮອບຮອງຊະນະເລີດເປັນຄັ້ງທຳອິດນັບຕັ້ງແຕ່ປີ 2009 ໂດຍຈະພົບກັບ ປາຣີ ແຊັງ-ແຊກແມງ ໃນຮອບຕໍ່ໄປ ອິນເຕີ ມິລານ 2-2 ບາເຢິນ ມິວນິກ […]
Microsoft 365 ແມ່ນຫຍັງ ອັບເດດຟັງຊັ່ນໃໝ່ໃນການໃຊ້ງານ [2025]

Microsoft 365 (M365) ຫຼື Microsoft office ມາພ້ອມ Copilot (AI ຈາກ Microsoft) ຊ່ວຍເພີ່ມປະສິດທິພາບການເຮັດວຽກຂອງທ່ານ ທີ່ມີໂປຣແກຣມຢ່າງ Microsoft Share point, Planner, Form, Lists, OneDrive ຫຼື Outlook Microsoft 365 (M365) ແມ່ນຫຍັງ Microsoft 365 ເປັນເໝືອນສູນລວມຊອບແວຣ໌ຫຼາກຫຼາຍຮູບແບບ ທີ່ມີໜ້າທີ່ການໃຊ້ງານທີ່ແຕກຕ່າງກັນໄປໄວ້ໃນທີ່ດຽວ ຫຼາຍຄົນອາດຈະຄຸ້ນເຄີຍກັບຊື່ເກົ່າຢ່າງ “Microsoft office” ທີ່ຫຼາຍຄົນຮູ້ຈັກກັນເປັນຢ່າງດີວ່າມີໄວ້ເພື່ອການເຮັດວຽກອອຟຟິດ, ເຮັດວຽກເອກະສານ, ເພື່ອການສຶກສາ ແລະ ເວີຊັນ MS365 ນີ້ໂປຣແກຣມທີ່ທຸກຄົນຮູ້ຈັກກໍຍັງຄົງມີຢູ່ເຊັ່ນເຄີຍ ແຕ່ຈະມີການເພີ່ມໂປຣແກຣມໃໝ່ໆ ເຂົ້າມາ ພ້ອມຄວາມສາມາດທີ່ເພີ່ມຂຶ້ນ ຊ່ວຍໃຫ້ການໃຊ້ງານມີຄວາມຫຼາກຫຼາຍ, ຄອບຄຸມການເຮັດວຽກທຸກຮູບແບບ ແລະ ຍັງມີຟັງຊັ່ນອື່ນໆ ທີ່ໜ້າສົນໃຈຫຼາຍຢ່າງ. ໃນບົດຄວາມນີ້ພວກເຮົາຈະມາແນະນຳກ່ຽວກັບຟັງຊັ່ນແລະປະໂຫຍດຂອງ Microsoft 365 ທີ່ຈະເຂົ້າມາຊ່ວຍໃຫ້ການເຮັດວຽກຂອງທ່ານມີປະສິດທິພາບຫຼາຍກວ່າແຄ່ງານເອກະສານຢ່າງທີ່ເຄີຍເປັນ Microsoft 365 ແຕກຕ່າງຢ່າງໃດກັບ […]
ຜີແດງ ພາດໂອກາດ ຖືກລີຢົງຕີສະເໝີທ້າຍເກມ

ໂອລິມປິກ ລີຢົງ VS ແມນຢູ: ຜົນບານ 2-2 | “ປີສາດແດງ” ແມນຢູໄນເຕັດ ເສຍໂອກາດເກັບໄຊຊະນະຢ່າງໜ້າເສຍດາຍ ເມື່ອໄດ້ປະຕູພິກນຳໜ້າ 2-1 ຈາກ ໂຈຊົວ ເຊີຊີ່ ໃນນາທີ 88 ແຕ່ສຸດທ້າຍກໍ່ຮັກສາສະກໍໄວ້ບໍ່ໄດ້ ໂດຍ ຣາຢານ ແຊກີ້ ຍິງໃຫ້ເຈົ້າບ້ານ ໂອລິມປິກ ລີຢົງ ຕາມຕີສະເໝີ 2-2 ໃນຊ່ວງທົດເວລາ 90+5 ໃນການແຂ່ງຂັນບານເຕະຢູໂຣປ້າ ລີກ 2024/25 ຮອບ 8 ທີມສຸດທ້າຍ ນັດທຳອິດ ການແຂ່ງຂັນບານເຕະຢູຟ່າ ຢູໂຣປ້າ ລີກ 2024/25 ຮອບ 8 ທີມ ນັດທຳອິດ ເມື່ອຄືນວັນພະຫັດທີ 10 ເມສາ 2568 ໂອລິມປິກ ລີຢົງ ເປີດບ້ານຮັບການມາຢ້ຽມຢາມຂອງ ແມນເຊສເຕີ ຢູໄນເຕັດ ຊ່ວງຕົ້ນເກມ ທັງສອງທີມຫຼິ້ນກັນຢ່າງລະມັດລະວັງ ແລະ […]