ຝຶກຊ້ອມ ກຽມພ້ອມໃຫ້ການຊ່ວຍເຫລືອສັງຄົມ ກໍລະນີເກີດເຫດໄພນ້ຳຖ້ວມ

ພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ຮ່ວມກັບ ໜ່ວຍກູ້ໄພມູນນິທິຈີນ 1628 ນະຄອນຫລວງວຽງຈັນ ແລະ ທີມຄົ້ນຫາໃຕ້ນໍ້າ ຫລື ນາກນ້ອຍຊ່ວຍ ເຫລືອຜູ້ດ້ອຍໂອກາດ ຝຶກຊ້ອມກ່ຽວກັບການຊ່ວຍເຫລືອສັງຄົມ ໃນກໍລະນີຫາກມີເຫດການໄພນໍ້າຖ້ວມເກີດຂຶ້ນ ວັນທີ 15 ກໍລະກົດ 2025 ຢູ່ທີ່ອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍໄດ້ຮັບການສະໜັບສະໜູນຈາກສູນຊ່ວຍເຫລືອຊາວຈີນພົ້ນທະເລ.     ທ່ານ ພັນໂທ ຄຳເພັດ ດາລາວົງ ຫົວໜ້າພະແນກຕຳຫລວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການຝຶກຊ້ອມຄັ້ງນີ້, ເພື່ອກຽມຮັບມືກັບເຫດການທີ່ອາດຈະເກີດ ຂຶ້ນໃນລະດູຝົນ, ທັງຮັບປະກັນການຊ່ວຍເຫລືອສັງຄົມໃຫ້ທັນກັບສະພາບການທີ່ຈະເກີດຂຶ້ນ, ເປັນການສ້າງຄວາມວ່ອງໄວ ໃນການກູ້ໄພທາງດ້ານຊີວິດ ແລະ ສັບສິນ ຫລີກລ່ຽງຜົນເສຍຫາຍທີ່ຈະເກີດຂຶ້ນກັບປະຊາຊົນໃຫ້ໜ້ອຍທີ່ສຸດ.     ທ່ານ ຊ້າງ ອິນທິລາດ ຫົວໜ້າກູ້ໄພມູນນິທິຈີນ 1628 ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ວ່າ: ການຝຶກແອບເພື່ອສ້າງຄວາມພ້ອມໃຫ້ແກ່ການກູ້ໄພ ແມ່ນໄດ້ຈັດຂຶ້ນທຸກໆປີ ເພື່ອຮັບມືກັບເຫດການໄພນ້ຳຖ້ວມທີ່ຈະເກີດ […]

ເມືອງປາກແຊງ ເລັ່ງຕັດທາງເວັ້ນຊົ່ວຄາວຈຸດເສັ້ນທາງຂາດ ເຂດບ້ານສະຄີງ

ແຫລ່ງຂ່າວຈາກເມືອງປາກແຊງ ແຂວງຫລວງພະບາງ ໃຫ້ຮູ້ວ່າ: ໃນຄໍ່າຄືນຂອງວັນທີ 14 ຫາ 15 ກໍລະກົດ 2025 ນີ້ ໄດ້ມີຝົນຕົກໜັກຕິດຕໍ່ກັນຫລາຍຊົ່ວໂມງ ເຮັດໃຫ້ເກີດມີປະລິມານນ້ຳຫ້ວຍເພີ່ມຂຶ້ນຜິດປົກກະຕິ ແລະ ໄຫລຊຸເຂົ້າຖ້ວມເຮືອນຂອງປະຊາຊົນ 5 ຄອບຄົວ, ລວມທັງເນື້ອທີ່ທຳການຜະລິດ ຢູ່ບ້ານສະຄີງ ເມືອງປາກແຊງເສຍຫາຍຫລາຍສົມຄວນ.     ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ລາຍງານໃຫ້ຮູ້ວ່າ: ຜົນເສຍຫາຍຄັ້ງນີ້, ມີເນື້ອທີ່ນາ, ວັດຖຸມີຄ່າ ແລະ ສັດລ້ຽງຂອງປະຊາຊົນ ຈໍານວນໜຶ່ງ ຖືກນໍ້າຖ້ວມ-ພັດໄຫລໄປກັບນ້ຳ. ນອກນັ້ນ, ເສັ້ນທາງຫລວງຂອງແຂວງເລກທີ່ 2505 ແຕ່ສາມແຍກປາກເຊືອງ ຫາເມືອງປາກແຊງຖືກນ້ຳເຊາະເຈື່ອນເປ່ເພລາຍຈຸດ, ສະເພາະເຂດບ້ານສະຄີງ ເສັ້ນທາງໄດ້ຖືກຕັດຂາດ ເປັນຂຸມເລິກ ເຮັດໃຫ້ການສັນຈອນບໍ່ສາມາດຜ່ານໄດ້ນັບທັງລົດຈັກ ແລະ ລົດໃຫຍ່.     ຕໍ່ເຫດການຄັ້ງນີ້, ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໄດ້ລົງຕິດຕາມຜົນເສຍຂອງປະຊາຊົນ ທັງໄດ້ລະດົມກຳລັງທະຫານ-ຕໍາຫລວດ ເຂົ້າຊ່ວຍປະຊາຊົນຢ່າງທັນເຫດການ ເພື່ອກອບກູ້ເອົາວັດຖຸສິ່ງຂອງທີ່ຈຳເປັນ ທັງຍ້າຍອອກໄປເກັບມ້ຽນໄວ້ບ່ອນທີ່ປອດໄພກ່ອນ ແລະ ຊ່ວຍອະນາໄມເຮືອນຂອງປະຊາຊົນ ທີ່ຖືກນ້ຳຖ້ວມ, ອະນາໄມຮ່ອງລະບາຍນ້ຳ ເພື່ອລະບາຍນ້ຳອອກຈາກປາກທໍ່. […]

ກະຊວງ ວທ ສະຫລອງວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ(ວທ) ຈັດພິທີສະເຫລີມສະຫລອງ ວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ແລະ ປະກາດຮັບຮອງສະຫະພັນແມ່ຍິງ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ(ເກົ່າ) ເປັນສະຫະພັນແມ່ຍິງກະຊວງ 3 ດີ ໃນວັນທີ 17 ກໍລະກົດ 2025 ໂດຍມີທ່ານ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ມີພັນລະຍາການນຳ, ພ້ອມດ້ວຍຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ສະມາຊິກເອື້ອຍ-ນ້ອງແມ່ຍິງພາຍໃນກະຊວງ ເຂົ້າຮ່ວມ.     ໂອກາດນີ້, ທ່ານ ນາງ ຈຳພອນ ວົງສາ ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ: ການຈັດງານໃນຄັ້ງນີ້, ແມ່ນກິດຈະກໍາໜຶ່ງເພື່ອສ້າງຂະບວນການສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ແລະ ຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ […]

ຮອງປະທານປະເທດ ເຄື່ອນໄຫວວຽກງານຢູ່ແຂວງຫຼວງພະບາງ

ວັນທີ່ 17 ກໍລະກົດນີ້, ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກຜູ້ປະຈຳການຄະນະເລຂາທິການສູນກາງພັກຮອງປະທານປະເທດ ໄດ້ເດີນທາງເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງ, ໃຫ້ກຽດຕ້ອນຮັບຢູ່ສະຖານີລົດໄຟຟ້າ ໂດຍ ທ່ານ ບຸນເລື່ອມ ມະນີວົງ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ.ຈາກນັ້ນ, ທ່ານ ບຸນທອງ ຈິດມະນີ ພ້ອມດ້ວຍຄະນະ ໄດ້ພົບປະເຮັດວຽກຮ່ວມກັບ ການນໍາຂອງແຂງຫຼວງພະບາງທີ່ ຢູ່ຫ້ອງປະຊຸມຫ້ອງວ່າການແຂວງ.     ທ່ານ ສຸກັນ ບຸນຍົງ ຮອງເລຂາພັກແຂວງ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການປັບປຸງການຈັດຕັ້ງຂັ້ນພະແນກການ, ຕິດພັນກັບການຈັດຕັ້ງປະຕິບັດ ວຽກງານກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຫຼວງພະບາງ ຄັ້ງທີ IX.ປັດຈຸບັນ ໄດ້ສໍາເລັດການດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກເມືອງ, ນະຄອນ ຫຼວງພະບາງ, ອົງຄະນະພັກກອງບັນຊາການ ແລະ ຮາກຖານພັກໃນທົ່ວແຂວງ; ຍັງ 1 ຮາກຖານຄື: ໜ່ວຍພັກສະພາປະຊາຊົນແຂວງ, ພ້ອມນັ້ນ ໄດ້ສໍາເລັດກອງປະຊຸມໃຫຍ່ ສະຫະພັນນັກຮົບເກົ່າແຂວງ, ກອງປະຊຸມໃຫຍ່ອົງການຈັດຕັ້ງມະຫາຊົນຂັ້ນແຂວງ; ສຳລັບກະກຽມຄວາມພ້ອມ ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງ ຄັ້ງທີ […]

ແມ່ຍິງ ຫສພ ຫວນຄືນມູນເຊື້ອ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ(ຫສພ) ໄດ້ຈັດ ປາຖະກະຖາ ຫວນຄືນມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວຄົບຮອບ 70 ປີ (20 ກໍລະກົດ 1955 -ກໍລະກົດ 2025) ໃນວັນທີ 17 ກໍລະກົດ 2025 ນີ້ ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ໃບຄູນ ສົມບັດດວງ, ຄະນະພັກ ຫ້ອງວ່າການສູນກາງພັກ, ຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ປະທານສະຫະພັນແມ່ຍິງ ຫ້ອງວ່າການສູນກາງພັກ ແລະ ສະຫາຍ ນາງ ສິນທະມາລາ ລານະວັນ, ຄະນະພັກ, ຄະນະບໍລິຫານງານ, ຫົວໜ້າກົມໂຄສະນາບ-ວັດທະນະທໍາ ຂອງສູນກາງສະຫະພັນແມ່ຍິງລາວ; ພ້ອມດ້ວຍຄະນະສະຫະພະພັນແມ່ຍິງ, ໜ່ວຍແມ່ຍິງ, ສະມາຊິກສະຫະພັນແມ່ຍິງ ແລະ ແຂກຖືກເຊີນ ພາຍໃນຫ້ອງວ່າການສູນກາງພັກ ເຂົ້າຮ່ວມຮັບຟັງ     ສະຫາຍ ສະຫາຍ ນາງ ສິນທະມາລາ ລານະວັນ ກ່າວວ່າ: […]

ນັກຮຽນລາວແຂ່ງຂັນຄະນິດສາດສາກົນສິງກະໂປ ຍາດໄດ້ 15 ຫຼຽນ

ການແຂ່ງຂັນຄະນິດສາດສາກົນສິງກະໂປ (SIMOC) ແມ່ນການແຂ່ງຂັນຄະນິດສາດຈາກປະເທດສິງກະ ໂປ ທີ່ໄດ້ຮັບຄວາມນິຍົມໃນທົ່ວໂລກ ໂດຍສະເພາະໃນຂົງເຂດປະເທດອາຊຽນ. ການແຂ່ງຂັນ SIMOC ແມ່ນມີເອກະລັກສະເພາະຕົວ ຊຶ່ງປະສົມປະສານການແກ້ໂຈດຄະນິດສາດແບບດ່ຽວ ແລະ ການແຂ່ງຂັນແບບກຸ່ມຜ່ານຮູບແບບເກມທີ່ມີຊື່ວ່າ:“Math Warriors” ແລະ “Math Master Mind” ການແຂ່ງຂັນນີ້ບໍ່ພຽງແຕ່ທົດສອບທັກສະດ້ານຄະນິດສາດຂອງຜູ້ເຂົ້າຮ່ວມ ແຕ່ຍັງລວມເຖິງທັກສະໃນການເຮັດວຽກເປັນທີມ ແລະ ການສື່ສານ.   ໃນການແຂ່ງຂັນ SIMOC ຄັ້ງນີ້, ມີນັກຮຽນທັງໝົດ 2380 ຄົນ ທີ່ມາຈາກ 37 ປະເທດທົ່ວໂລກເຂົ້າຮ່ວມ. ໃນນັ້ນມີນັກຮຽນຈາກປະເທດລາວ ຈໍານວນ 19 ຄົນ (ເກຣດ 1-10) ຈາກຫຼາກຫຼາຍໂຮງຮຽນໃນລາວເຂົ້າຮ່ວມ ໂດຍມີ ໄບຣແພັດ ເອດູເຄຊັນ (BrightPath Education) ເປັນຜູ້ນໍາພາ, ຝຶກຊ້ອມ ແລະ ອໍານວຍຄວາມສະດວກຕະຫຼອດການແຂ່ງຂັນ. ທ່ານ ຣາແກັດ ອໍຣິການທີ ຜູ້ອໍານວຍການໄບຣແພັດ ເອດູເຄຊັນ ກ່າວວ່າ: ການແຂ່ງຂັນນີ້ໄດ້ຈັດຂຶ້ນໃນລະຫວ່າງວັນທີ 5-8 […]

ຫາລືການນຳໃຊ້ສື່ການຮຽນການສອນຝຶກເວົ້າພາສາລາວ

ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ຮ່ວມກັບ ລັດຖະບານອົສະຕຣາລີ ແລະ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມປຶກສາຫາລືການນຳໃຊ້ສື່ການຮຽນການສອນ (ຝຶກເວົ້າພາສາລາວ) ຂຶ້ນໃນວັນທີ 16 ກໍລະກົດນີ້ ທີ່ໂຮມແຮມດອນຈັນພາເລດ ໂດນການເປັນປະທານຂອງ ທ່ານ ອຸທິດ ທິບມະນີຮອງຜູ້ອໍານວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ (ສວສ), ທ່ານ ນາງ ເຄດ ກູດຟຣຸດ;ວ່າການແທນເລຂານເອກສະຖານທູດອົດສະຕຣາລີ,ມີບັນດາຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກີລາ, ພະແນກສຶກສາທິການ ແລະ ກິລາແຂວງ, ເມືອງ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ.     ໃນກອງປະຊຸມ,ໄດ້ນຳສະເໜີວິດີໂອສຳລັບການພັດທະນາຄູ ທີ່ສ້າງໂດຍ ສວສ ເພື່ອສະໜັບສະໜູນການສອນ, ບົດຮຽນຝຶກເວົ້າພາສາລາວທີ່ສະແດງໃຫ້ເຫັນເຖິງການສອນຕົວຈິງໃນຫ້ອງຮຽນ ເພື່ອແນະນຳໃຫ້ຄູ ແລະ ການປະຕິບັດຂອງຕົນເອງ. ວິທີການທີ່ເຂົາເຈົ້າຈະປັບປຸງ ການສອນຂອງຕົນເພື່ອຮັບປະກັນໃຫ້ນັກຮຽນເຂົ້າໃຈ ແລະ ພ້ອມກັນຮຽນຮູ້. ການສອນຫຼັກສູດສະບັບປັບປຸງໃໝ່ແມ່ນມີຄວາມທ້າທາຍສໍາລັບຄູ. ພວກເຮົາຈຳເປັນຕ້ອງໄດ້ສືບຕໍ່ໃຫ້ຄໍາແນະນໍາທີ່ຊັດເຈນ ແລະ ສອດຄ່ອງ, ໃຫ້ການສະໜັບສະໜູນຄູໂດຍການສະແດງຕົວຢ່າງການສອນຕົວຈິງໃນຫ້ອງຮຽນ.   ສຳລັບສື່ການຮຽນ, ການສອນ, […]

ງານລ້ຽງສະເຫຼີມສະຫຼອງ ສາຍພົວພັນການທູດ ລາວ-ຟີລິບປິນ ຄົບຮອບ 70 ປີ ແລະ ວັນຊາດ ຟີລິບປິນ ຄົບຮອບ 127 ປີ ທີ່ ນະຄອນຫຼວງວຽງຈັນ

ງານລ້ຽງສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຟິລິບປິນ ແລະ ວັນຊາດ ແຫ່ງ ສາທາລະນະລັດ ຟີລິບປິນ ຄົບຮອບ 127 ປີ ໄດ້ຈັດຂຶ້ນໃນຕອນຄໍ່າຂອງວັນທີ 15 ກໍລະກົດ 2025, ທີ່ ໂຮງແຮມ ຄຣາວ ພລາຊາ, ນະຄອນຫຼວງວຽງຈັນ, ໂດຍໃຫ້ກຽດເຂົ້າຮ່ວມເປັນແຂກກິດຕິມະສັກຂອງ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ສ. ຟິລິບປິນ ໂດຍທ່ານ ນາງ ເອລິຊາເບັດ ເທ (Elizabeth Te), ເອກອັກຄະລັດຖະທູດ ແຫ່ງ ສ. ຟິລິບປິນ ປະຈໍາ ສປປ ລາວ, […]

ສາທາລະນະສຸກເມືອງຕະໂອ້ຍ ກວດພົບສິນຄ້າໝົດອາຍຸ ແລະ ເສື່ອມຄຸນະພາບ 866 ລາຍການ

ຄະນະຮັບພິດຊອບອາຫານ ແລະ ຢ່າຫ້ອງການສາທາລະນະສຸກເມືອງຕະໂອ້ຍ ໄດ້ຮ່ວມກັນລົງເຄື່ອນໄຫວກວດກາ ສິນຄ້າທີ່ໝົດອາຍຸ ແລະ ເສື່ອມຄຸນະພາບ ປະຈໍາປີ 2025. ນໍາທີມໂດຍທ່ານ ໄລວັນ ວົງມາລາ ຮອງຫົວໜ້າໜ່ວຍງານອາຫານ ແລະ ຢາ ຂັ້ນເມືອງ, ພ້ອມດ້ວຍຄະນະຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.     ໂດຍປະຕິບັດຕາມທິດຊີ້ນໍາຂອງຫົວໜ້າພະແນກສາທາລະນະສຸກແຂວງສາລະວັນ ປະຈໍາປີ 2025. ສະນັ້ນ, ທາງຄະນະຮັບຜິດຊອບວຽກງານ ອາຫານ ແລະຢາຂັ້ນເມືອງ ຈຶ່ງໄດ້ປະສານສົມທົບ ກັບເຈົ້າໜ້າທີ່ການຄ້າຂັ້ນເມືອງ ພ້ອມດ້ວຍວິຊາການຈາກພາກສ່ວນທີ່ກ່ຽວຂ້ອງໄດ້ລົງກວດກາສິນຄ້າໝົດອາຍຸ, ເສື່ອມຄຸນະພາບ,ສິນຄ້າເກືອດຫ້າມ – ຫ້າມຈໍາໜ່າຍ, ສິນຄ້ານອກລະບົບ, ສິນຄ້າລັກລອບພາສີ ແລະ ສິນຄ້າອື່ນໆ ທີ່ມີການລະເມີດການຄຸ້ມຄອງວຽກງານການຄ້າ ໃນຂອງເຂດທົ່ວເທດສະບານເມືອງຕະໂອ້ຍ, ຮ້ານຄ້າຂາຍຍົກ – ຂາຍຍ່ອຍ ທົ່ວໄປ ຕາມເປົ້າໝາຍໄດ້ພົບສິນຄ້າ ແລະ ຢຶດສິນຄ້າມາຫຼາຍລາຍການເພື່ອນໍາມາທໍາລາຍຕາມລະບຽບການຂອງຂະແໜງອາຫານ ແລະຢາ, ທາງເຈົ້າໜ້າທີ່ໄດ້ລົງເກັບກໍາຂໍ້ມູນ ແລະ ໄດ້ລົງເຄື່ອນໄຫວກວດກາຕາມເປົ້າໝາຍຄື: ໄດ້ກວດກາ ແລະ ຢຶດສິນຄ້າປະເພດເຄື່ອງບໍລິໂພກ – […]

ແຂວງວຽງຈັນ ປະເມີນຄືນວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ

ໃນວັນທີ 14-15 ກໍລະກົດ 2025, ຢູ່ທີ່ຫ້ອງປະຊຸມພະແນກການເງິນ ແຂວງວຽງຈັນ, ຄະນະຮັບຜິດຊອບປະເມີນການຈັດຕັ້ງປະຕິບັດບັນດາຫົວໜ່ວຍ ຜູ້ພັດທະນາລະບົບໂປຣມແກຣມບັນຊີທີ່ພົວພັນກັບການເຊື່ອມຕໍ່ໃບເກັບເງິນກັບລະບົບ Taxrisຂອງຂະແໜ່ງສວຍສາອາກອນ ໄດ້ລົງຕິດຕາມ, ກວດກາ ແລະ ການຈັດຕັ້ງປະຕິບັດກ່ຽວກັບວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ, ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ (POS) ຢູ່ແຂວງວຽງຈັນ ນຳພາໂດຍ ທ່ານ ສຸພັນ ວິລາວົງ ຮອງຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ພ້ອມດ້ວຍຄະນະ, ມີທ່ານ ສັງທອງ ມິດດາວົງ ຮອງຫົວໜ້າພະແນກການເງິນແຂວງວຽງຈັນ, ພ້ອມດ້ວຍຜູ້ປະກອບການເຂົ້າຮ່ວມ.     ທ່ານ ສຸພັນ ວິລາວົງ ກ່າວວ່າ: ການລົງມາຄັ້ງນີ້ ຈະໄດ້ສົມທົບກັບສ່ວຍສາອາກອນປະຈຳແຂວງວຽງຈັນ ປະເມີນຄືນກ່ຽວກັບວຽກງານຄຸ້ມຄອງ ແລະ ນຳໃຊ້ໃບເກັບເງິນ, ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ (POS) ຢູ່ແຂວງວຽງຈັນ; ພ້ອມນີ້ຈະໄດ້ມີການເຜີຍແຜ່ແນະນຳບັນດານິຕິກຳຕ່າງໆ ທີ່ກ່ຽວຂ້ອງ ໃຫ້ບັນດາຫົວໜ່ວຍວິສາຫະກິດ, ພະນັກງານ, ລັດຖະກອນ ແລະ ຂະແໜງການທີ່ກ່ຽວຂ້ອງຂອງລັດ […]