ກອງປະຊຸມສະຫຼຸບ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນ ທ້າຍປີ 2025 ຂອງ ສາຂານະຄອນຫຼວງ1 ລັດວິສາຫະກິດໄຟຟ້າລາວ

ກອງປະຊຸມສະຫຼຸບ 06 ເດືອນຕົ້ນປີ 2025 ແລະ ວາງທິດທາງແຜນການ 06 ເດືອນ ທ້າຍປີ 2025 ຂອງ ສາຂານະຄອນຫຼວງ1 ລັດວິສາຫະກິດໄຟຟ້າລາວ ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 15 ກໍລະກົດ 2025 ທີ່ ສຳນັກງານໄຟຟ້າ ບ້ານ ຫນອງບຶກ ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ໂພໄຊ ພົມມະທຳ ຫົວຫນ້າຝ່າຍຄຸ້ມຄອງລະບົບໄຟຟ້າພາກກາງ ລັດວິສາຫະກິດໄຟຟ້າລາວ, ທ່ານ ອຳນວຍ ແປງແສງແກ້ວ ຮອງຫົວໜ້າສາຂານະຄອນຫຼວງ1, ລັດວິສາຫະກິດໄຟຟ້າລາວ ພ້ອມດ້ວຍຄະນະສາຂາ, ຄະນະ 09 ຫ້ອງການ, 02 ສູນບັນຊາ ແລະ 04 ຫ້ອງການໄຟຟ້າເມືອງ ແລະ ຄະນະໜ່ວຍງານອ້ອມຂ້າງສາຂາໄຟຟ້ານະຄອນ ຫຼວງ1 ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການລາຍງານ ການຈັດຕັ້ງ ປະຕິບັດວຽກງານ ໄລຍະ 06 ເດືອນ ຜ່ານມາ […]
ບານເຕະຊີງຂັນ ນວ ຄັດເລືອກນັກກິລາເຂົ້າຮ່ວມກິລາແຫ່ງຊາດ ຈະຈັດຂຶ້ນວັນທີ 19 ກໍລະກົດນີ້

ວັນທີ 14 ກໍລະກົດ 2025, ສະຫະພັນບານເຕະ ນະຄອນຫຼວງວຽງຈັນ(ນວ) ໄດ້ຈັດຕັ້ງພິທີຖະແຫຼງຂ່າວ, ຈັບສະຫຼາກແບ່ງສາຍ ແລະ ເຜີຍແຜ່ເຕັກນິກການແຂ່ງຂັນ ໃນງານແຂ່ງຂັນ ກິລາບານເຕະຊີງຂັນ ນວ ຄັ້ງທີ I (THE CAPITAL CUP 2025) ໂດຍການເປັນປະທານ ຂອງທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ. ການແຂ່ງຂັນບານເຕະຊີງຂັນ ນະຄອນຫຼວງວຽງຈັນ ປະຈໍາປີ 2025 ແມ່ນການກະກຽມຄັດເລືອກນັກກິລາບານເຕະຂອງນະຄອນຫຼວງວຽງຈັນ ເພື່ອເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ 13 ທີ່ ນະຄອນຫຼວງວຽງຈັນ ຈະເປັນເຈົ້າພາບໃນ ເດືອນພະຈິກ 2025 ນີ້.ໃນການຈັດຕັ້ງປະຕິບັດວຽກງານການກະກຽມໄດ້ມີການແຈ້ງການເຊີນເຖິງບັນດາການນໍາ 9 ເມືອງອ້ອມຂ້າງນະຄອນຫລວງວຽງຈັນ ໃນການກະກຽມທີມນັກກິລາເຂົ້າຮ່ວມການແຂ່ງຂັນ ມາຮອດປັດຈຸບັນ ໄດ້ມີທີມແຈ້ງເຈດຈຳນົງ ແລະ ລົງທະບຽນເຂົ້າຮ່ວມການແຂ່ງຂັນທັງໝົດ 13 ທີມ ຈາກ 9 ເມືອງ ເຊິ່ງການແຂ່ງຂັນຈະເລີ່ມຕົ້ນຂຶ້ນໃນວັນທີ 19 ກໍລະກົດ-16 […]
ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ

ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ ພ້ອມມີລົມພັດແຮງເປັນບາງໂອກາດ. ສໍາລັບ ລະດັບນໍ້າ: ເຊບັ້ງໄຟ, ເຊຈໍາພອນ ແລະ ເຊນ້ອຍ ແມ່ນຍັງຈະສືບຕໍ່ເຝົ້າລະວັງໄພ ເຊັ່ນ: ນໍ້າເຊບັ້ງໄຟ: ສະຖານີມະຫາໄຊ, ສະຖານີຂົວເຊບັ້ງໄຟ, ສະຖານີຕົ້ນແຫນ, ເຊຈໍາພອນ: ສະຖານີແກ້ງກອກ, ເຊນ້ອຍ: ສະຖານີດົງໝາກໄຟ.
ສັງເກດເບິ່ງກຳລັງແຮງແຫ່ງການແລກປ່ຽນເຊື່ອມໂຍງທາງອະລິຍະທຳ ຈາກຄວາມນິຍົມການທ່ອງທ່ຽວຢູ່ຫຼວງພະບາງ

ເມື່ອກອງປະຊຸມລະດັບລັດຖະມົນຕີຂອງການສົນທະນາລະຫວ່າງອະລິຍະທຳທົ່ວໂລກ ລົງເລິກຄົ້ນຄວ້າປຶກສາຫາລືໂດຍປິ່ນອ້ອມຫົວຂໍ້ “ຮັກສາຄວາມຫຼາກຫຼາຍຂອງອະລິຍະທຳມະນຸດ ຮ່ວມກັນຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ”, ຂ່າວດີຈາກຫຼວງພະບາງທີ່ເປັນເມືອງມໍລະດົກໂລກຂອງປະເທດລາວໄດ້ສ່ອງແສງໃຫ້ເຫັນຫົວຂໍ້ດັ່ງກ່າວ ເຊິ່ງກໍຄື: ໃນຫົກເດືອນຕົ້ນປີນີ້, ນະຄອນຫຼວງພະບາງໄດ້ຕ້ອນຮັບນັກທ່ອງທ່ຽວຫຼາຍກວ່າ 1,9 ລ້ານເທື່ອຄົນ, ເພີ່ມຂຶ້ນ 109,75% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຈີນ ໄທ ຝຣັ່ງ ສ ເກົາຫຼີ ແລະ ຍີ່ປຸ່ນ ກາຍເປັນແຫຼ່ງນັກທ່ອງທ່ຽວສາກົນທີ່ສຳຄັນ. ກະແສຄວາມນິຍົມດ້ານການທ່ອງທ່ຽວດັ່ງກ່າວບໍ່ແມ່ນການເຕີບໂຕພຽງຕົວເລກເທົ່ານັ້ນ, ຍິ່ງໄດ້ສ່ອງແສງໃຫ້ເຫັນເຖິງກຳລັງແຮງພິເສດຂອງການທ່ອງທ່ຽວໃນການຊຸກຍູ້ການແລກປ່ຽນ ແລະ ການເຊື່ອມໂຍງທາງອະລິຍະທຳ. ນະຄອນຫຼວງພະບາງປຽບຄືດັ່ງຫໍພິພິທະພັນອະລິຍະທຳແບບທຳມະຊາດ ທີ່ໄດ້ເຊື່ອມໂຍງຮີດຄອງປະເພນີແບບດັ້ງເດີມຂອງອາຊີຕາເວັນອອກສຽງໃຕ້ກັບວັດທະນະທຳຕ່າງປະເທດນອກພາກພື້ນ, ມີວັດວາອາຮາມ ແລະ ເຊື່ອຖືໃນພຸດທະສາສະໜາມາຫຼາຍພັນປີ, ທັງມີສິ່ງກໍ່ສ້າງທີ່ມີສີສັນແປກໃໝ່ຈາກຕ່າງປະເທດ; ຄວາມງຽບສະຫງົບຂອງແມ່ນ້ຳຂອງປະສົມປະສານກັບຄວາມຄຶກຄື້ນຂອງຕະຫຼາດກາງຄືນ, ພິທີໃສ່ບາດແບບດັ້ງເດີມຢູ່ຮ່ວມກັບຄວາມມີຊີວິດຊີວາຂອງຍຸກສະໄໝໃໝ່. ການຢູ່ຮ່ວມກັນແບບກົມກຽວຂອງວັດທະນະທຳຫຼາຍເຄົ້າແບບນີ້, ບໍ່ພຽງແຕ່ເປັນຕົວແບບແຫ່ງຄວາມຫຼາກຫຼາຍຂອງອະລິຍະທຳເທົ່ານັ້ນ, ຫາກຍັງປຽບຄືດັ່ງແມ່ເຫຼັກທີ່ດຶງດູດນັກທ່ອງທ່ຽວທີ່ມີເບື້ອງຫຼັງທາງດ້ານວັດທະນະທຳທີ່ແຕກຕ່າງກັນເດີນທາງໄປທ່ຽວຊົມ, ກາຍເປັນເວທີໃຫ້ແກ່ການແລກປ່ຽນອະລິຍະທຳຂອງທົ່ວໂລກ. ຄວາມສະດວກສະບາຍດ້ານການຄົມມະນາຄົມ ແລະ ນະໂຍບາຍຕ່າງໆ, ເຮັດໃຫ້ຊ່ອງທາງແຫ່ງການແລກປ່ຽນອະລິຍະທຳມີຄວາມໂລ່ງລ່ຽນກວ່າເກົ່າ. ການເປີດນຳໃຊ້ເສັ້ນທາງລົດໄຟລາວ-ຈີນ, ເຮັດໃຫ້ຄວາມຫ່າງໄກກັນດ້ານພູມສາດກາຍເປັນຄວາມສະດວກສະບາຍທີ່ “ອອກເດີນທາງໃນຕອນເຊົ້າ ໄປເຖິງຈຸດໝາຍປາຍທາງໃນຫົວຄ່ຳ”, ບໍ່ພຽງແຕ່ເຮັດໃຫ້ນັກທ່ອງທ່ຽວຈີນສາມາດສຳຜັດກັບປະຫວັດສາດ ແລະ ວັດທະນະທຳທີ່ດີງາມຂອງຫຼວງພະບາງໄດ້ງ່າຍເທົ່ານັ້ນ, ຍັງເຮັດໃຫ້ປະຊາຊົນທ້ອງຖິ່ນມີໂອກາດສຳຜັດກັບບັນຍາກາດຂອງວັດທະນະທຳຈີນອີກດ້ວຍ. […]
ອຸທິຍານແຫ່ງຊາດຫີນໜາມໜໍ່ ຖືກຮັບຮອງເປັນມໍຣະດົກໂລກຢ່າງເປັນທາງການແລ້ວ

ໃນວັນທີ 13 ກໍລະກົດ ນີ້, ໃນກອງປະຊຸມຄະນະກໍາມະການມໍຣະດົກໂລກ ຄັ້ງທີ 47 ທີ່ ປາຣີ ປະເທດຝຣັ່ງໄດ້ຮັບຮອງເອົາອຸທິຍານແຫ່ງຊາດຫີນໜາມໜໍ່ ຊຶ່ງຕັ້ງຢູ່ເມືອງບົວລະພາ ແຂວງຄຳມ່ວນ ຂອງສປປ ລາວ ເປັນພື້ນທີ່ມໍຣະດົກໂລກແບບຮ່ວມຊາຍແດນກັບອຸທິຍານແຫ່ງຊາດຟອງຫຍາ-ແກບາງ ມໍຣະດົກໂລກທາງທຳມະຊາດ ແຂວງກວາງຈິ ສສ ຫວຽດນາມ ຢ່າງເປັນທາງການ. ການຂຶ້ນທະບຽນເປັນມໍຣະດົກໂລກໃນຄັ້ງນີ້ ເກີດຈາກການຮັບຮອງຄຸນຄ່າທີ່ໂດດເດັ່ນລະດັບສາກົນຂອງຫີນ ໜາມໜໍ່ ຊຶ່ງເປັນໜຶ່ງໃນພູມິປະເທດທີ່ເກົ່າແກ່ ແລະ ໂດດເດັ່ນທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້, ຖໍ້າມະຫັດສະຈັນເຊບັ້ງໄຟ ທີ່ຍາວເຖິງ 6.4 ກິໂລແມັດ. ເປັນແຫຼ່ງທີ່ຢູ່ອາໄສອັນສຳຄັນຂອງສັດທີ່ຫາຍາກ ແລະ ໃນບັນຊີໃກ້ສູນພັນເຊັ່ນ: ນົກກົກຄໍຄຳ, ຂະຍຸ (ໜູຫີນ) ແລະ ທະນີແກ້ມຂາວຖິ່ນໃຕ້. ການຍອມຮັບໃນລະດັບໂລກນີ້ ເປັນຜົນມາຈາກຄວາມຮ່ວມມືຫຼາຍປີລະຫວ່າງລັດຖະບານລາວ, ຊຸມຊົນທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາສາກົນດ້ວຍການສະໜັບສະໜູນຢ່າງມີຍຸດທະສາດຈາກກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາແຫ່ງສະຫະພັນສາທາລະນະລັດ ເຢຍລະມັນ (BMZ) ແລະ ສະຫະພາບເອີຣົບ. […]
ສະແດງສີລະປະວັດທະນະທຳຮ່ວມໃຈ ໄທ – ລາວ

ເມື່ອບໍ່ດົນມານີ້, ທ່ານນາງ ມໍຣະກົດ ສີສະຫວັດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ເປັນປະທານເປີດງານການສະແດງສີລະປະວັດທະນະທຳຮ່ວມໃຈ ໄທ-ລາວ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງໄທ – ສປປ ລາວ ຄົບຮອບ 75 ປີ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ. ໂດຍການເຂົ້າຮ່ວມຂອງ ທ່ານນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ສປປ ລາວ ໂດຍມີແຂກຖືກເຊີນເຂົ້າຮ່ວມຮັບຊົມ. ການສະແດງສີລະປະວັດທະນະທຳຮ່ວມໃຈ ໄທ-ລາວ ປະກອບດ້ວຍ: 1. ການສະແດງຜົນງານຂອງຜູ້ເຂົ້າຮ່ວມການປະກວດຜົນງານສີລະປະ “75 ປີ ແຫ່ງຄວາມງົດງາມຂອງສາຍພົວພັນໄທ-ລາວ” ທັງໝົດ 76 ຮູບ ແລະ ຜົນງານຂອງສິນລະປິນໄທ ທີ່ເຂົ້າຮ່ວມ Workshop ແຕ້ມຮູບທີ່ສະຖານກົງສູນໃຫຍ່ ປະຈຳແຂວງສະຫວັດນະເຂດ ລະຫວ່າງວັນທີ 4-6 ພຶດສະພາ 2025 ອີກກວ່າ 50 […]
ນະຄອນຫຼວງວຽງຈັນ ຈັດກິດຈະກຳ ເຕັ້ນແອໂຣບິກ ສະຫຼອງວັນກິລາ-ກາຍະກຳແຫ່ງຊາດ ຄົບຮອບ 59 ປິ

ນະຄອນຫຼວງວຽງຈັນ (ນວ) ຈັດກິດຈະກຳເຕັ້ນແອໂຣບິກ ເພື່ອສ້າງຂະບວນການສະຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 59 ປີ (13 ກໍລະກົດ 1966 – 13 ກໍລະກົດ 2025 ) ຢ່າງຄຶກຄື້ນເບີກບານ ແລະ ມ່ວນຊື່ນ. ກິດຈະກຳ ເຕັ້ນແອໂຣບິກ ເພື່ອສຸຂະພາບ ແນໃສ່ສ້າງຂະບວນການສະເຫຼີມຫຼອງວັນສ້າງຕັ້ງກິລາ-ກາຍະກຳແຫ່ງຊາດລາວ ຄົບຮອບ 59 ປີ ຄັ້ງນີ້ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 12 ກໍລະກົດ ຜ່ານມາ ທີ່ເດີ່ນພະທາດຫຼວງ ເມືອງໄຊເຊດຖາ ໂດຍມີ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວິລະວັນ ບຸນສຸກໄທ ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ທັງເປັນຮອງປະທານ-ເລຂາທິການ ຄະນະກຳມະການພາຣາແລັມປິກແຫ່ງຊາດລາວ (ຄພລ), ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການຄະນະກຳມະການໂອແລັມປິກແຫ່ງຊາດ ຫຼື ຄອລ ແລະ […]
ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ ຄັ້ງທີ 13 ໃນວັນທີ 11 ກໍລະກົດ 2025 ທີ່ ກົວລາລຳເປີ, ມາເລເຊຍ.

ໃນວັນທີ 11 ກໍລະກົດ 2025, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ສ.ເກົາຫລີ ຄັ້ງທີ 13 ທີ່ ກົວລາລຳເປີ, ປະເທດມາເລເຊຍ, ໂດຍການເປັນປະທານຮ່ວມຂອງ ທ່ານ Bui Thanh Son, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງ ປະເທດ ສສ ຫວຽດນາມ ແລະ ທ່ານ Park Yoonjoo, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫລີ, ຊຶ່ງມີບັນດາລັດຖະມົນຕີ ແລະ ຫົວໜ້າຄະນະຜູ້ແທນຈາກບັນດາປະເທດສະມາຊິກແມ່ນໍ້າຂອງ ຄື: ກຳປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ສສ.ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອທົບທວນຄືນຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການຕ່າງໆ ພາຍໃຕ້ແຜນປະຕິບັດງານຂອບການຮ່ວມມືແມ່ນໍ້າຂອງ-ສ. ເກົາຫລີ 2021-2025 […]
ເມືອງສາມັກຄີໄຊ ກຽມລູກປາ 63 ພັນໂຕ ເພື່ອປ່ອຍຄືນສູ່ແຫລ່ງນໍ້າທໍາມະຊາດ

ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ 13 ກໍລະກົດ 2025 ທີ່ຈະມາເຖິງນີ້, ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ກະກຽມລູກປາ 63 ພັນໂຕ ເພື່ອປ່ອຍຄືນສູ່ທຳມະຊາດ ຕາມລໍານໍ້າເຊກອງ ຈຸດທ່າຜາໄຊ ໂດຍພິທີຈະຈັດຂຶ້ນຢ່າງເປັນທາງການ ໃນວັນທີ 15 ກໍລະກົດນີ້, ເຊິ່ງປາທີ່ຈະປ່ອຍມີ: ປາປາກ, ປາກິນຫຍ້າ, ປານິນ ແລະ ປາໃນ. ທ່ານ ນາງ ລັດສະໃໝ ຄໍາພິລາວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງສາມັກຄີໄຊ ໄດ້ໃຫ້ສຳພາດ ໃນວັນທີ 8 ກໍລະກົດ 2025 ວ່າ: ເນື່ອງໃນໂອກາດ ວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ໃນປີນີ້ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນສໍາຄັນ […]
ສຸມໃສ່ດຳເນີນການທົດແທນຄ່າເສຍຫາຍໃຫ້ຜູ້ໄດ້ຮັບຜົນກະທົບຈາກໂຄງການທາງລົດໄຟລາວ-ໄທ

ການດັດແກ້ໃບຕາດິນຂອງໂຄງການທາງລົດໄຟ ລາວ-ໄທ ມີຄວາມຊັກຊ້າເປັນອີກບັນຫາໜຶ່ງທີ່ ສະມາຊິກສະພາປະຊາຊົນນະຄອນຫຼວງ ໃຫ້ຄວາມສົນໃຈ ແລະ ໄດ້ຊັກຖາມໃນກອງປະຊຸມສະໄໝາສາມັນ ເທື່ອ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 9 ກໍລະກົດ 2025. ຕໍ່ກັບບັນຫາດັ່ງກ່າວ ທ່ານ ອະໂນໄທ ຈັນທະລາສີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ໄດ້ຊີ້ແຈງວ່າ ໂຄງການທາງລົດໄຟ ລາວ-ໄທ ແບ່ງອອກເປັນ 2 ໄລຍະຄື ໄລຍະທີ 1 ໄດ້ດໍາເນີນຊົດເຊີຍ ແລະ ດັດແກ້ໃບຕາດິນສໍາເລັດແລ້ວ ສ່ວນໄລຍະທີ 2 ທາງລົດໄຟມີຄວາມ 7,5 ກິໂລແມັດ ແລ່ນຜ່ານ 5 ບ້ານຄື ບ້ານນາຄວາຍໃຕ້ ບ້ານເມືອງນ້ອຍ ບ້ານສົມສະຫງ່າ ບ້ານໂນນຫວາຍ ແລະ ບ້ານຄໍາສະຫວາດ ໃນເບື້ອງຕົ້ນມີການກໍານົດເຂດສະຫງວນເບື້ອງລະ 40 ແມັດ ມີຈຳນວນຕອນດິນທີ່ຖືກຜົນກະທົບທັງໝົດ […]