ສະຫວັນນະເຂດກໍານົດເອົາທາດອີງຮັງ-ຕິບເຂົ້າ-ປີ້ງໄກ່-ຊີ້ນສະຫວັນເປັນສັນຍາລັກປີທ່ອງທ່ຽວລາວ 2024

ອົງການປົກຄອງແຂວງສະຫວັນນະເຂດໄດ້ຈັດພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງເມື່ອມໍ່ໆມານີ້ ທີ່ເທດສະບານຕົວເມືອງເກົ່ານະຄອນໄກສອນພົມວິຫານໂດຍໄດ້ກຳນົດເອົາທາດອີງຮັງ-ຕິບເຂົ້າ-ປີ້ງໄກ່-ຊີ້ນສະຫວັນ-ມີຮູບນັກທ່ອງທ່ຽວ ເປັນສັນຍາລັກໂດຍການເຂົ້າຮ່ວມຂອງທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ, ທ່ານນາງສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບຸນໂຈມ ອຸບົນປະເສີດເຈົ້າແຂວງສະຫວັນນະເຂດ. ປີທ່ອງທ່ຽວລາວ 2024 ທີ່ແຂວງສະຫວັນນະເຂດ ໄດ້ກໍານົດເອົາ 26 ກິດຈະກໍາ ໃນນັ້ນ ມີ 2 ກິດຈະກໍາລະດັບຊາດ, ມີ 09 ກິດຈະກໍາລະດັບແຂວງ ແລະ 15 ກິດຈະກໍາລະດັບເມືອງ-ນະຄອນ. ສະເພາະກິດຈະກໍາໃນໂອກາດເປີດງານໃນຄັ້ງນີ້ ໄດ້ມີການສະແດງສິລະປະ-ວັນນະຄະດີ, ການສະແດງກ້ອນກໍາລັງສວນສະໜາມຕົວແທນຂອງພະແນກການ, ເມືອງ-ນະຄອນ, ຊັ້ນຄົນຕ່າງໆ ລວມທັງໝົດ 1.058 ຄົນ ແລະ ອື່ນໆ. ພາຍໃນງານຍັງຈະມີການປະກວດຟ້ອນກອງຕຸ້ມ-ກອງຫາງພື້ນບ້ານ, ການປະກວດ-ແຂ່ງຂັນເປົ່າແຄນ, ການສະແດງ ລົງຄວ້າງເຂັນຝ້າຍວິຖີຊີວິດຂອງຊົນເຜົ່າຜູ້ໄທ,ການປະກວດ-ແຂ່ງຂັນເທສະການອາຫານພື້ນບ້ານ,ຖະໜົນຄົນຍ່າງເພື່ອຈໍາໜ່າຍ-ບໍລິການອາຫານ, ງານຕະຫຼາດນັດວາງສະແດງຈໍາໜ່າຍສິນຄ້າ, ການສະແດງສິລະປະ ແລະ ວັດທະນະທໍາຈາກພາກສ່ວນຕ່າງໆໃນແຕ່ລະຄໍ່າຄືນ ແລະ ການໃສ່ບາດພຣະສົງ 108 ອົງ. […]

ກົມມໍລະດົກ ຢັ້ງຢືນຫຼວງພະບາງ ຍັງຂຶ້ນບັນຊີເປັນເມືອງມໍລະດົກໂລກ

ກົມມໍລະດົກຢັ້ງຢືນນະຄອນຫຼວງພະບາງ ຍັງຂຶ້ນບັນຊີເປັນມໍລະດົກໂລກ ເຊິ່ງສື່ສັງຄົມອອນລາຍທີ່ບໍ່ເປັນທາງການຂອງປະເທດເພື່ອນບ້ານ ເຜີຍແຜ່ຂ່າວວ່າ ອົງການອຸຍແນັສໂກ ຈະຖອນຫຼວງພະບາງ ອອກຈາກບັນຊີມໍລະດົກໂລກນັ້ນ ແມ່ນບໍ່ມີມູນຄວາມຈິງ. ຕາມຂ່າວຈາກ ຂປລ ໃຫ້ຮູ້ວ່າ: ທ່ານ ພະຂັນໄຊ ສີຂັນໄຊ ຫົວໜ້າກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 22 ທັນວາ 2023 ວ່າ: ສື່ສັງຄົມອອນລາຍທີ່ບໍ່ເປັນທາງການຂອງປະເທດເພື່ອນບ້ານ ເຜີຍແຜ່ຂ່າວທີ່ມີເນື້ອໃນວ່າ ອົງການອຸຍແນັສໂກ ຈະຖອນຫຼວງພະບາງ ອອກຈາກບັນຊີມໍລະດົກໂລກນັ້ນແມ່ນບໍ່ມີມູນຄວາມຈິງ ເປັນຂ່າວປອມ. ພ້ອມທັງຢືນຢັນວ່າ ປັດຈຸບັນ ສປປ ລາວ ຍັງບໍ່ທັນໄດ້ຮັບຂໍ້ມູນ ຫຼື ເອກະສານທາງການໃດໆຈາກອົງການອຸຍແນັສໂກ ວ່າຈະຖອນຫຼວງພະບາງ ອອກຈາກບັນຊີມໍລະດົກໂລກ. ທ່ານ ພະຂັນໄຊ ສີຂັນໄຊ ກ່າວຕື່ມວ່າ: ໃນຄວາມເປັນຈິງແລ້ວອົງການອຸຍແນັສໂກ ໄດ້ຍົກຍ້ອງວ່າເມືອງມໍລະດົກໂລກຫຼວງພະບາງ ເປັນຕົວແບບທີ່ດີຂອງການປົກປັກຮັກສາແຫຼ່ງມໍລະດົກໂລກ ທີ່ມີການປະກອບສ່ວນຂອງຫຼາຍພາກສ່ວນ, ມີການກໍານົດຂອບເຂດອະນຸຮັກທີ່ລະອຽດ ແລະ ມີນິຕິຮອງຮັບໃຫ້ແກ່ວຽກງານອະນຸຮັກ, ປົກປັກຮັກສາເມືອງມໍລະດົກໂລກຫຼວງພະບາງທີ່ຮັດກຸມ ໂດຍສະເພາະກົດລະບຽບແຜນຜັງປົກປັກຮັກສາ ແລະ ເຮັດໃຫ້ມີຄຸນຄ່າ ( […]

ປ່າເຢັ່ງຊາ ລໍ່ Miss Universe Laos 2022 ກຽມເດີນທາງໄປຮ່ວມງານໃນຫຼາຍປະເທດ

ປ່າເຢັ່ງຊາ ລໍ່ Miss Universe Laos 2022 ໃຫ້ສຳພາດໃນງານເປີດໂຕ Miss Universe Laos 2023 ເມື່ອບໍ່ດົນມານີ້ວ່າ ກຽມເດີນທາງໄປປະເທດຝຣັ່ງ ຈີນ ແລະ ອາເມຣິກາ. ປ່າເຢັ່ງຊາ ກ່າວເພີ່ມວ່າ: ໃນການໄປປະເທດຕ່າງໆກໍມີຈຸດປະສົງຄື ໄປຝຣັ່ງແມ່ນໄປເດີນພົມແດງທີ່ເມືອງຄານ ໄປປະເທດຈີນກໍເພື່ອຮ່ວມງານ National Festival ສ່ວນການໄປອາເມຣິກາແມ່ນການໄປໃຫ້ແຮງບັນດານໃຈ ພ້ອມທັງພົບກັບນ້ອງໆແຕ່ລະໂຮງຮຽນ ແລະ ພົບປະຜູ້ຄົນໃນບັນດາງານຕ່າງໆ. ຢ່າງໃດກໍຕາມ ບັນດາມວນຊົນກໍຍັງຖ້າຕິດຕາມຜົນງານຂອງ ປ່າເຢັ່ງຊາ ຕໍ່ໄປວ່າງານຕ່າງໆທີ່ຈະໄປນັ້ນເປັນແບບໃດ.