ກວດດວງ 5 ລາສີ ມີໂອກາດໄດ້ເງິນກ້ອນໃຫຍ່ ດວງດ້ານການເງິນເຮັງປັງ

ຫາກທີ່ຜ່ານມາເຄີຍມີເລື່ອງຕິດຂັດທາງການເງິນ ຫຼື ລໍຖ້າຜົນຕອບແທນຫຍັງຢູ່ ກຽມດີໃຈໄດ້ເລີຍ ເພາະຟ້າເປີດທາງໃຫ້ທ່ານໄດ້ພິກຟື້ນຖານະ ມີໂອກາດໄດ້ເງິນຈາກຫຼາຍຊ່ອງທາງ ທັງຈາກການງານທີ່ກ້າວໜ້າ ການລົງທຶນທີ່ໃຫ້ຜົນກຳໄລ ຫຼື ໂຊກລາບທີ່ມຸ່ງເຂົ້າຫາ. ຊ່ວງນີ້ເປັນເວລາທອງຂອງຄົນມີດວງ ໂຊກຊະຕາໄດ້ຈັດສັນຄວາມມັ່ງຄັ່ງມາໃຫ້ແບບເຕັມທີ່ ສຳລັບ 5 ລາສີ ທີ່ດວງການເງິນໂດດເດັ່ນເປັນພິເສດ ບໍ່ວ່າຈະຈັບຫຍັງກໍເປັນເງິນເປັນທອງ ມີເກນໄດ້ຮັບເງິນກ້ອນໃຫຍ່ ຫຼື ລາບລອຍແບບບໍ່ຄາດຝັນ 5 ລາສີ ມີໂອກາດໄດ້ເງິນກ້ອນ ດວງເຮັງ ດວງການເງິນດີຈັດໜັກຈັດເຕັມ ລາສີກັນ ດວງຟ້າເປີດ ໂຊກລາບກ້ອນໃຫຍ່! ມີເກນໄດ້ຮັບໂອກາດດີດ້ານການເງິນຢ່າງບໍ່ຄາດຝັນ ລາຍໄດ້ເຂົ້າມາຫຼາຍທາງ ການເງິນທີ່ເຄີຍຕິດຂັດຈະພິກຟື້ນກັບມາມັ່ງຄັ່ງ ເພາະມີດາວພະຫັດເຂົ້າເຮືອນໂຊກລາບຫນູນນຳ. ລາສີພະຈິກ ລຸ້ນລາບກ້ອນໃຫຍ່ ຖານະໝັ້ນຄົງຂຶ້ນ! ດວງຟ້າເປີດຮັບໂຊກລາບເຊັ່ນກັນ ມີໂອກາດໄດ້ເງິນກ້ອນໃຫຍ່ ຫຼື ລາບລອຍ ການເງິນທີ່ຕິດຂັດຈະດີຂຶ້ນຢ່າງເຫັນໄດ້ຊັດ ມີລາຍໄດ້ເຂົ້າມາຫຼາຍຊ່ອງທາງຊ່ວຍເສີມຄວາມໝັ້ນຄົງ. ລາສີສິງ ໂຊກກ້ອນໃຫຍ່ມາແບບບໍ່ຄາດຄິດ! ດາວການເງິນທັບດວງ ເຮັດໃຫ້ການເງິນກັບມາຄຶກຄັກຢ່າງຫຼາຍ ມີໂອກາດຖືກລາງວັນ ຫຼືໄດ້ຊັບຈາກການລົງທຶນທີ່ລໍຖ້າມາດົນນານ ການຄ້າຂາຍດີ ມີໂອກາດເຈລະຈາພາລວຍ. ລາສີຕຸນ ໂຊກລາບຮຸ່ງ ລາຍໄດ້ລົ້ນ ເປັນລາສີທີ່ດາວການເງິນທັບດວງ ດວງການເງິນດີຈັດໜັກຈັດເຕັມ […]
ຈັດອັນດັບ 5 ລາສີດວງດີປະຈຳເດືອນ ຕຸລາ ປີ 2025 ລາສີໃຜຈະປັງສຸດມາກວດເຊັກດ່ວນ!

ອາທິດນີ້ໃຜຈະດວງຈັດອັນດັບ 12 ລາສີ ດວງດີປະຈຳວັນທີ່ 13–19 ຕຸລາ ປີ 2025 ເປີດເຜີຍຊັດລາສີໃດມີເກນຮັບໂຊກ ວຽກປັງ ຄວາມຮັກປັງ ການເງິນສົດໃສ ພ້ອມພະລັງດີໜູນນຳຊີວິດໃຫ້ກ້າວໜ້າ ອັນດັບທີ່ 1 ລາສີມັງກອນ, ລາສີກໍລະກົດ, ລາສີທະນູ ດາວຍ້າຍດວງປ່ຽນຄືໄດ້ເລີ່ມຕົ້ນຊີວິດໃໝ່ ກັບຄືນມາ ໂດດເດັ່ນໄດ້ອີກຄັ້ງ ວຽກດີເງິນດີ ມີຊ່ອງທາງໃຫ້ເຫັນໂອກາດໃໝ່ ເຕີບໂຕກ້າວໜ້າແບບເຕີບໂຕໄວຫຼາຍ ອັນດັບທີ່ 2 ລາສີເມກ, ລາສີພຶດສົກ, ລາສີສິງ ຊ່ວງນີ້ກໍຈະໂຊກດີບໍ່ໜ້ອຍ ມີເງິນເພີ່ມລາຍໄດ້ເພີ່ມຈາກຊ່ອງທາງພິເສດ ລວມທັງເປັນລູກຮັກເທວະດາມີໂຊກລາບເຂົ້າມາຕະຫຼອດ ວາງແຜນຈັດການເລື່ອງການເງິນໃຫ້ດີແລ້ວທ່ານຈະໝັ້ນຄົງຂຶ້ນ ອັນດັບທີ່ 3 ລາສີມີນາ, ລາສີຕຸນ ເປັນຊ່ວງປາກນຳໂຊກໂນ້ມນ້າວຄົນອື່ນໄດ້ ທ່ານຈະຫາເງິນຫາວຽກໄດ້ຈາກການເຈລະຈາຈາກຄຳເວົ້າ ສິ່ງທີ່ຕິດຕໍ່ລໍຖ້າຈະໄດ້ຮັບການຕອບຮັບທີ່ດີ ແຕ່ໃຫ້ລະວັງເລື່ອງຂອງສຸຂະພາບໜ້ອຍໃນຊ່ວງນີ້ ອັນດັບທີ່ 4 ລາສີກຸມ, ລາສີພິຈິກ ຄືຊ່ວງນີ້ຈະຂາດໆ ເກີນໆ ພໍໄດ້ຢ່າງໜຶ່ງກໍມີເລື່ອງໃຫ້ເສຍຢ່າງໜຶ່ງ ຮັບຫລາຍກໍຈ່າຍງ່າຍ ໃຊ້ຊີວິດດ້ວຍຄວາມລະມັດລະວັງ ລະວັງຂອງຫາຍ ຫຼື ຜິດພາດມີບັນຫາຄ້າງຄາເຮັດໃຫ້ເສຍເງິນຊ້ຳໆ ອັນດັບທີ່ […]
ດວງປະຈຳ ວັນທີ 03 ຕຸລາ 2025

ຄົນເກີດວັນອາທິດ ເປັນວັນທີ່ບໍ່ຢາກເຮັດຫຍັງເລີຍ ວຽກງານບໍ່ຄ່ອຍດີ ຄວາມດີບໍ່ປະກົດ ເງິນຄຳມີກິນມີໃຊ້ໄປແບບສະບາຍໆ ຄວາມຮັກເມື່ອຍທີ່ຈະຕ້ອງເດົາໃຈ ຄົນເກີດວັນຈັນ ລະວັງການເສຍໃຫຍ່ເພື່ອໄດ້ນ້ອຍ ຫຼື ເສຍຫຼາຍເພື່ອໄດ້ເລັກນ້ອຍ ສ່ວນວຽກງານແມ່ນເຮັດເຫລືອເຟືອ ຈະເສຍຂອງໂດຍບໍ່ຈຳເປັນ ເງິນຄຳມີແນວໂນ້ມຮັບເງິນກ້ອນໃຫຍ່ເກີນຄາດ ຄວາມຮັກອອກຕົວແຮງ ລະວັງເບກແຕກ ຄົນເກີດວັນອັງຄານ ລົງສຸດຂຶ້ນສຸດໃນວັນດຽວກັນ ວຽກເຮັດມີທັງສົມຫວັງແລະຜິດຫວັງ ແລ້ວແຕ່ມຸມມອງເປົ້າໝາຍ ເງິນຄຳໄດ້ຫຼາຍຈ່າຍຫຼາຍສະເໝີ ຄວາມຮັກໄດ້ຢ່າງເສຍຢ່າງ ຄົນເກີດວັນພຸດ ມີໂອກາດດີກວ່າຄົນອື່ນຫຼາຍເທົ່າຕົວ ວຽກວັນນີ້ຍັງບໍ່ທັນເຮັດກໍສຳເລັດໄປເຄິ່ງໜຶ່ງແລ້ວ ເປັນການບອກວ່າ ໂຊກດີທາງການເງິນຫຼາຍພຽງແຕ່ເລີ່ມເຮັດຫຍັງຫນ້ອຍໜຶ່ງ ຫຼື ພຽງແຕ່ລົງມືເຮັດວຽກເລັກນ້ອຍ ກໍໄດ້ເງິນມາເຕັມກະເປົາແລ້ວ ຄວາມຮັກສົມໃຈປາຖະໜາເສຍທີ ຄົນເກີດວັນພະຫັດ ເຮັດຫຍັງບໍ່ຫວັງຜົນຈະໄດ້ຜົນດີທີ່ສຸດ ວຽກຕົວເອງບໍ່ຄ່ອຍເຮັດ ແຕ່ມັກຊ່ວຍເຫຼືອເລື່ອງຂອງຄົນອື່ນ ເງິນຄຳເບິ່ງຄືບໍ່ມີ ແຕ່ແປ້ບດຽວກໍມີຈົນໄດ້ ຄວາມຮັກມີໂອກາດເຜື່ອໃຈໄປກັບຄົນອື່ນ ຄົນເກີດວັນສຸກ ວັນນີ້ທ່ານຈະສຸດຫ້າວຫັນກັບທຸກສິ່ງ ວຽກເຮັດບໍ່ຢຸດ ຍິ່ງສຳເລັດຍິ່ງເຮັດຫລາຍຂຶ້ນໄປອີກ ເງິນຄຳຈ່າຍໄປກ່ອນເພື່ອອະນາຄົດ ຄວາມຮັກຖ້າກ້າຂໍຢາກໄດ້ຫຍັງໃຫ້ໝົດ ຄົນເກີດວັນເສົາ ຢາກລົງມືເຮັດແຕ່ຍັງບໍ່ເຖິງເວລາ ວຽກທີ່ຖ້າຍັງບໍ່ແນ່ໃຈຢ່າຟ້າວສົ່ງງານໄປ ເງິນຄຳຈະໄດ້ຈົກອອກມາໃຊ້ຫລາຍຕ້ອງມີສະຕິສອງເທົ່າ ຄວາມຮັກເກີດຄວາມງຽບບໍ່ເວົ້າບໍ່ຈັກຄຳ […]
ດວງປະຈຳວັນທີ 30 ກັນຍາ 2025

ຄົນເກີດວັນອາທິດ ການງານ ມີໂອກາດສຳເລັດຕາມຄວາມປາດຖະໜາໃນເລື່ອງການງານແບບເກີນຄາດ ການເງິນ ລາຍຮັບເຂົ້າມາຫາທ່ານຢ່າງບໍ່ຂາດສາຍ ຄົນເກີດວັນຈັນ ການງານ ເມື່ອຍແທ້ໆ!! ແຕ່ຜົນໄດ້ຮັບກໍຄຸ້ມຄ່າຫຼາຍ ການເງິນ ລາບລື່ນດີເພາະມີເງິນໄຫຼເຂົ້າກະເປົ໋າຕະຫຼອດ ຄົນເກີດວັນອັງຄານ ການງານ ຈະກ້າວໜ້າຫຼາຍ ຍິ່ງພະຍາຍາມເຮັດວຽກ ຍິ່ງສຳເລັດ ການເງິນ ດວງມີແນວໂນ້ມຫາລາຍຮັບໄດ້ຫຼາຍເກີນຄາດ ຄົນເກີດວັນພຸດ ການງານ ຕ້ອງຮັບຜິດຊອບວຽກຄົນດຽວແຕ່ສຸດທ້າຍຈະສຳເລັດ ການເງິນ ໝົດເງິນໄປກັບຄ່າໃຊ້ຈ່າຍທີ່ຫຼີກລ້ຽງບໍ່ໄດ້ ຄົນເກີດວັນພະຫັດ ການງານ ຫວັງສິ່ງໃດກ່ຽວກັບເລື່ອງງານຢູ່ຈະສຳເລັດຕາມປາດຖະໜາທຸກຢ່າງ ການເງິນ ດີຈະມີໂອກາດຮັບຊັບສິນແບບຕິດຕໍ່ກັນ ຄົນເກີດວັນສຸກ ການງານ ຊ່ວງນີ້ຈະມີເລື່ອງໃຫ້ຕ້ອງສູ້ຊົນແຕ່ສຸດທ້າຍຈະຜ່ານໄປໄດ້ ການເງິນ ຢູ່ໃນເກນດີ ເຮັດໃຫ້ມີລາຍຮັບເຂົ້າມາເລື້ອຍໆ ຄົນເກີດວັນເສົາ ການງານ ມີແນວໂນ້ມເມື່ອຍ ບວກກັບ ເຄັ່ງຕຶງຈົນຕ້ອງຮ້ອງຫາຢາແກ້ປວດ ການເງິນ ມີລາຍຮັບເຂົ້າກະເປົ໋າຢ່າງຕໍ່ເນື່ອງໃນຊ່ວງນີ້
ເປີດດວງ 4 ລາສີ ດວງຕ້ອງເຕືອນ ຈະມີລາສີໃດແດ່ ແລະ ລະວັງເລື່ອງໃດແດ່ ເຂົ້າມາກວດເບິ່ງໄດ້ເລີຍ

ລາສີທີ່ຕ້ອງລະວັງ ລາສີເມກ ເລື່ອງທີ່ຕ້ອງລະວັງ: ດ້ານສຸຂະພາບ ແລະ ການງານ ທ່ານອາດຮູ້ສຶກຫງຸດຫງິດງ່າຍ ມີອາການປວດຫົວ ຫຼື ມີບັນຫາກັບຜູ້ໃຫຍ່ ຫຼື ຜູ້ມີອຳນາດໃນບ່ອນເຮັດວຽກ ການຕັດສິນໃຈໃນຊ່ວງນີ້ອາດຜິດພາດໄດ້ງ່າຍ ວິທີປ້ອງກັນ: ພະຍາຍາມມີສະຕິ ແລະ ຄວບຄຸມອາລົມໃຫ້ດີ ຢ່າຟ້າວຕັດສິນໃຈເລື່ອງສຳຄັນໃນຊ່ວງນີ້ ໂດຍສະເພາະເລື່ອງການລົງທຶນ ຫຼື ການປ່ຽນງານ ດູແລສຸຂະພາບໃຫ້ແຂງແຮງດ້ວຍການພັກຜ່ອນໃຫ້ພຽງພໍ ແລະ ກິນອາຫານທີ່ມີປະໂຫຍດ ລາສີກັນ ເລື່ອງທີ່ຕ້ອງລະວັງ: ຄວາມສຳພັນ ແລະ ການເງິນ ອາດເກີດຄວາມຂັດແຍ້ງກັບຄົນຮັກ ຫຼື ຫຸ້ນສ່ວນທາງທຸລະກິດໄດ້ງ່າຍ ມີໂອກາດເສຍເງິນຈາກການຖືກຫຼອກລວງ ຫຼື ມີຄ່າໃຊ້ຈ່າຍທີ່ບໍ່ຄາດຄິດເຂົ້າມາ ວິທີປ້ອງກັນ: ຫຼີກເວັ້ນການໂຕ້ແຍ້ງ ຫຼື ການຕັດສິນໃຈເລື່ອງເງິນຮ່ວມກັບຄົນອື່ນໃນຊ່ວງນີ້ ຖ້າມີຄົນມາຊວນລົງທຶນຫຍັງທີ່ເບິ່ງ ບໍ່ໜ້າໄວ້ວາງໃຈຄວນປະຕິເສດໄປກ່ອນ ລາສີຕຸນ ເລື່ອງທີ່ຕ້ອງລະວັງ: ຊື່ສຽງ ແລະ ພາບລັກ […]
ດາວສຸກເຄື່ອນຍ້າຍລາສີ ເງິນ ໂຊກລາບ ສົ່ງຜົນຊັດເຈນ ກວດເບິ່ງດວງ 12 ລາສີ ໃຜມີເກນຮັບຊັບ

ດາວສຸກເຄື່ອນຍ້າຍລາສີ ສົ່ງຜົນຊັດເຈນ ເລື່ອງການເງິນ ໂຊກລາບ ກວດເບິ່ງດວງ 12 ລາສີ ໃຜມີເກນຮັບຊັບ ດາວສຸກເຄື່ອນຍ້າຍລາສີ ເມື່ອດາວສຸກ ດາວແຫ່ງຄວາມຮັກ ຄວາມສຸກ ຄວາມມັ່ງຄັ່ງ ແລະ ສະເໜ່ທາງສັງຄົມ ເຄື່ອນຍ້າຍເຂົ້າສູ່ລາສີສິງຕັ້ງແຕ່ວັນທີ່ 16 ກັນຍາ – 11 ຕຸລາ 2568 ເປັນເວລາ 26 ວັນເຕັມ ພະລັງຂອງດາວສຸກທີ່ເສີມໃນຄັ້ງນີ້ ຈະສົ່ງອິດທິພົນຊັດເຈນຕໍ່ທັງ 12 ລັກຂະນະ ໂດຍສະເພາະດ້ານການເງິນ ໂຊກລາບ ແລະ ສະເໜ່ທີ່ໂດດເດັ່ນເປັນພິເສດ ມາເຊັກດວງທັງ 12 ລັກຂະນະ ດັ່ງນີ້: ດາວສຸກເຄື່ອນຍ້າຍລາສີ ລາສີເມກ ການເງິນຄ່ອງຕົວ ລາຍໄດ້ໝູນວຽນດີຂື້ນ ມີເກນໄດ້ລາບຈາກຄວາມຮັກຄວາມເມດຕາຂອງຄົນໃກ້ຊິດ ຫຼື ມີລາຍໄດ້ຈາກການລົງທຶນນ້ອຍໆ ລາສີພຶດສົກ ການເງິນຈະໄດ້ຮັບການສະໜັບສະໜູນຈາກຄອບຄົວ ມີໂອກາດໄດ້ຊັບສິນ ແລະ ຂອງມີຄ່າທີ່ເພີ່ມພູນຖານະໃຫ້ໝັ້ນຄົງ ທຸລະກິດດ້ານອະສັງຫາລິມະຊັບໂດດເດັ່ນ […]
ເບີ່ງດວງປີ 2025 ຕາມລາສີ

ດວງປີ 2025 ຕາມລາສີ ລາສີເມກ (21 ມີນາ – 19 ເມສາ) ການງານ: ປີນີ້ເປັນປີແຫ່ງໂອກາດໃໝ່ໆ ແຕ່ທ່ານຕ້ອງກ້າຕັດສິນໃຈ ອາດມີການປ່ຽນແປງຄັ້ງໃຫຍ່ໃນໜ້າທີ່ການງານ ການເງິນ: ລາຍຮັບດີຂຶ້ນຈາກປີທີ່ຜ່ານມາ ແຕ່ຕ້ອງລະວັງເລື່ອງການໃຊ້ຈ່າຍທີ່ບໍ່ຈຳເປັນ ຄວາມຮັກ: ຄົນໂສດມີໂອກາດພົບຮັກໃໝ່ ຄົນມີຄູ່ຕ້ອງລະວັງເລື່ອງການສື່ສານ ເສີມດວງ: ໄຫວ້ພຣະຂໍພອນກ່ຽວກັບການງານ ແລະ ພົກເຄື່ອງລາງທີ່ຊ່ວຍເສີມໂຊກດ້ານການເງິນ ລາສີພຶດສົກ (20 ເມສາ – 20 ພຶດສະພາ) ການງານ: ມີຄວາມໝັ້ນຄົງຫຼາຍຂຶ້ນ ເໝາະກັບການຂະຫຍາຍທຸລະກິດ ການເງິນ: ລາຍຮັບດີ ແຕ່ມີຄ່າໃຊ້ຈ່າຍທີ່ຕ້ອງບໍລິຫານໃຫ້ດີ ຄວາມຮັກ: ຄົນໂສດມີໂອກາດພົບຮັກຈາກການເຮັດວຽກ ຄົນມີຄູ່ຈະເຂົ້າໃຈກັນຫຼາຍຂຶ້ນ ເສີມດວງ: ເຮັດບຸນກ່ຽວກັບການສຶກສາ ແລະ ບໍລິຈາກສິ່ງຂອງທີ່ຈຳເປັນໃຫ້ຜູ້ທຸກຍາກ ລາສີເມຖຸນ (21 ພຶດສະພາ – 20 ມິຖຸນາ) ການງານ: ມີການປ່ຽນແປງ […]
ເບິ່ງດວງປະຈຳວັນຈັນ ທີ່ 15 ກັນຍາ 2025

ສຳລັບທ່ານທີ່ເກີດວັນອາທິດ ການງານ: ພົບການປ່ຽນແປງຍ້າຍຖິ່ນຖານ ການເງິນ: ພົບລາຍຈ່າຍຫຼາຍເປັນພິເສດ ຄວາມຮັກ: ຍັງບໍ່ໄດ້ຕັດສິນໃຈໃນເລື່ອງຄວາມຮັກ ເຄັດລັບເສີມດວງປະຈຳວັນນີ້ ເຮັດບຸນເຕີມນ້ຳມັນຕະກຽງ ແກ້ວມົງຄຸນ: ເຊຣາຟີໄນທ໌ ສີມົງຄົນ: ສີບົວ ເລກນຳໂຊກ: 2, 5, 7, 8 ສຳລັບທ່ານທີ່ເກີດວັນຈັນ ການງານ: ການຂະຫຍາຍທຸລະກິດໃໝ່ປະສົບຄວາມສຳເລັດ ການເງິນ: ມີໂອກາດໄດ້ເງິນກ້ອນໃຫຍ່ ຄວາມຮັກ: ສຸກສົມຫວັງເລື່ອງຄວາມສຳພັນ ເຄັດລັບເສີມດວງປະຈຳວັນນີ້ ຕົກແຕ່ງທີ່ຢູ່ອາໄສດ້ວຍຕົ້ນກະບອງເພັດ ແກ້ວມົງຄຸນ: ມັນຕິສະຕາແຊບໄຟ(ແຮ່ Sapphire) ສີມົງຄົນ: ສີແດງ ເລກນຳໂຊກ: 0, 3, 6, 7, 8, 9 ສຳລັບທ່ານທີ່ເກີດວັນອັງຄານ ການງານ: ວາງແຜນຂະຫຍາຍທຸລະກິດປະສົບຄວາມສຳເລັດ ການເງິນ: ຈະໄດ້ໂຊກຈາກຜູ້ໃຫຍ່ ຄວາມຮັກ: […]
ກວດເຊັກດວງຊ່ວງນີ້ ດາວອັງຄານຍ້າຍ 45 ວັນ ກະທົບ 3 ລັກຄະນາລາສີ ແລະ ເຄັດລັບເສີມດວງ

ດາວອັງຄານຍ້າຍລາສີ ໂດຍຈະໂຄຈອນເຂົ້າສູ່ລາສີຕຸລາ ຕັ້ງແຕ່ວັນທີ 12 ກັນຍາຍ-26 ຕຸລາ2026 ລວມເວລາ 45 ວັນ ດາວອັງຄານຍ້າຍລາສີ ກະທົບ 3 ລັກຄະນາ ໂດຍສະເພາະເລື່ອງການໃຊ້ຊີວິດດ້ວຍຄວາມບໍ່ປະໝາດ ໂດຍມີຄຳທຳນາຍດັ່ງນີ້: ກວດເຊັກດວງຫຫຼັງດາວອັງຄານຍ້າຍ ດາວອັງຄານຍ້າຍລາສີ 45 ວັນ ວັນທີ 12 ກັນຍາຍົນ – 26 ຕຸລາຄົມ 2568 ດາວອັງຄານ (3) ໂຄຈອນເຂົ້າສູ່ລາສີຕຸລາ ໃນຕຳແໜ່ງ ການທຳນາຍດວງເມືອງ “ນັກຮົບຜູ້ກ້າ” ຖືກຄາວໄດ້ພັກຮົບກັບສັດຕູ ແຕ່ກັບເປັນຈຸດເລີ່ມຕົ້ນທີ່ຄົນອາດຫັນມາຂັດແຍ້ງກັນເອງຫລາຍຂຶ້ນ ລັກນາ ພຶດສະພາ, ມີນາ, ພະຈິກ ລະວັງສຸຂະພາບທັງຂອງຕົນເອງແລະຄົນໃກ້ຊິດ ອາດເຈັບປ່ວຍກະທັນຫັນ ສ່ຽງອຸບັດຕິເຫດ ເລືອດຕົກຢາງອອກ ບໍລິວານ ຫຼື ຜູ້ໃຕ້ບັງຄັບບັນຊາສ້າງພາລະບັນຫາໃຫ້ຕ້ອງແກ້ໄຂ ເສີມດວງ : ໄປເຮັດບຸນສົງເຄາະສັດເຈັບປ່ວຍຫຼືພິການ […]
ເບິ່ງດວງການງານ-ເງິນ ແລະ ຄວາມຮັກຄົບຈົບປະຈຳວັນທີ 11 ກັນຍາ 2025 ໄດ້ແລ້ວ

ດວງສຳລັບຄົນເກີດວັນອາທິດ ການງານ-ການເງິນ: ຜົນຈາກການທຸ່ມເທວຽກງານເຕັມທີ່ ເຮັດໃຫ້ທ່ານມີໂອກາດໄດ້ຮັບຄຳຊົມເຊີຍຈາກເຈົ້ານາຍ ນອກຈາກນັ້ນຍັງມີເກນ ໄດ້ໄປ ສຳມະນາ ຫຼື ອອກງານສັງຄົມ ດ້ານການເງິນ ໃຊ້ເງິນຟຸມເຟືອຍ ຈົນໝຸນເງິນບໍ່ທັນໃນຕອນຫຼັງ ຄວາມຮັກຄົນໂສດ: ຈະມີຄົນແຫ່ມາເອົາໃຈ ຈົນເລືອກລົມບໍ່ຖືກ ຈົນທ່ານປະຫຼາດໃຈແຕ່ກໍມີຄວາມສຸກດ້ວຍ ຄວາມຮັກຄົນມີຄູ່: ຈະໄດ້ຄວງແຂນແຟນອອກງານ ທ່ານຮູ້ສຶກດີທີ່ໄດ້ເປັນທີ່ຍອມຮັບໃນສັງຄົມແຟນ ຮູ້ສຶກວ່າແຟນໃຫ້ກຽດທ່ານດີ ດວງສຳລັບຄົນເກີດວັນຈັນ ການງານ-ການເງິນ: ວັນນີ້ຈະມີໂອກາດເຮັດວຽກຮ່ວມກັນເປັນກຸ່ມ ມີການລິເລີ່ມເຮັດວຽກທີ່ສຳຄັນ ແຖມທ່ານໂຊກຍັງດີ ຈະໄດ້ໂຊກລາບກັບຄົນຮອບຂ້າງອີກດ້ວຍ ຄວາມຮັກຄົນໂສດ: ຍັງຕ້ອງເຈັບຈາກການແອບຮັກຂ້າງດຽວຕໍ່ໄປ ແຖມເຂົາຍັງບໍ່ມີທ່າທີຈະຫັນມາສົນໃຈທ່ານດ້ວຍ ຄວາມຮັກຄົນມີຄູ່: ແຟນຈະເຮັດຕົວຜິດນັດ ຫຼື ປ່ຽນແຜນກະທັນຫັນ ດວງສຳລັບຄົນເກີດວັນອັງຄານ ການງານ-ການເງິນ: ເຖິງແມ່ນວ່າຈະເຈົ້າອຸປະສັກ ແຕ່ດີທີ່ທ່ານຈະສາມາດແກ້ໄຂບັນຫາໃຫ້ຜ່ານໄປໄດ້ດ້ວຍດີ ມີເກນໄດ້ຮັບຄຳຊົມຈາກຄົນຮອບຂ້າງ ນອກນັ້ນໃຜທີ່ການເງິນຕິດຂັດ ກໍຈະດີຂຶ້ນ ມີຄົນເຂົ້າມາຊ່ວຍເຫຼືອ ຄວາມຮັກຄົນໂສດ: ມີເກນເຈິເນື້ອຄູ່ ແບບຖືກໃຈໃຊ່ເລີຍ […]