ek
ດວງລາຍວັນປະຈໍາວັນອັງຄານ ທີ 10 ຕຸລາ 2023
ຮຽບຮຽງໂດຍ:Staff
ເຜີຍແຜ່: 10 October, 2023

ຄົນເກີດວັນອາທິດ:ການ​ງານ ຮູ້ສຶກ​ເບື່ອ​ໆ​ ເມື່ອຍ​ໆ​ ກ່ຽວກັບ​ເລື່ອງ​ການ​ງານ​ທີ່​ຕ້ອງ​ຮັບ​ຜິດຊອບ​ ຫລື​ຕ້ອງ​ຝືນ​ໃຈ​ເຮັດວຽກ​ກັບ​ຄົົນທີ່​ບໍ່​ມັກ​ໜ້າ​ກັນ​ ການ​ເງິນ  ມີ​ແຕ່​ເລື່ອງ​ຈ່າຍ​ໃນ​ຊ່ວງ​ນີ້​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໄດ້​ດີພໍ​ ຕ້ອງ​ລະ​ມັດ​ລະ​ວັງ​ການ​ໃຊ້​ຈ່າຍ​ ຄວາມ​ຮັກ ຍັງ​ເບິ່ງ​ໆ​ ຢູ່​ຫລາຍກວ່າ​ ແຕ່​ກໍ​ຄວນ​ສ້າງ​ຄວາມ​ສຳພັນ​ທີ່​ດີ​ຕໍ່​ກັນ​ແບບ​ເປັນ​ໝູ່ກັນ​ໄປ​ກ່ອນ​ກໍ​ໄດ້​ ເຄື່ອງມຸງຄຸນ​ ຫີນນໍາໂຊກສີເຫຼືອງ ສີມຸງຄຸນ​ ສີນໍ້າຕານ ເລກ​ນຳ​ໂຊກ​  1

ຄົນເກີດວັນຈັນ:ການ​ງານ ​ ງານ​ທີ່​ເໝາະ​ກັບ​ຜູ້​ທີ່​ເກີດ​ໃນ​ມື້​ນີ້​ຄື​ ງານ​ດ້ານ​ວົງ​ການ​ບັນ​ເທິງ​ ງານ​ດ້ານ​ການ​ສື່​ສານ​​​​ ການ​ເງິນ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ຕະຫຼອດ​ ບໍ່​ສາມາດ​ຄວບ​ຄຸມ​ລາຍ​ຈ່າຍ​ໄດ້​ ແຕ່​ກໍ​ຍັງ​ສາ​ມາດ​ຫາ​ເຂົ້າ​ມາ​ໝຸນ​ໄດ້​ດີ​ຢູ່​ ຄວາມ​ຮັກ ການ​ງານ​ນຳ​ພາ​ໄປ​ໃຫ້​ໄດ້​ພົບ​​ໃຜ​ບາງ​ຄົົນທີ່​ທ່ານ​ຮູ້ສຶກ​ດີ​ກໍ​ເປັນ​ໄປ​ໄດ້​ ທ່ານ​ເປັນ​ຄົົນທີ່​ມີ​ສະເນ່ໃຫ້​ໜ້າ​ຫຼົງ​ໄຫຼ່​ນັ້ນ​ເອງ​ ເຄື່ອງມຸງຄຸນ​ ຄໍາ ສີມຸງຄຸນ ສີເທົາ ເລກ​ນຳ​ໂຊກ​    7

ຄົນເກີດວັນອັງຄານ:ການ​ງານ ​ເປົ້າ​ໝາຍ​ທີ່​ຕັ້ງ​ເອົາ​ໄວ້​ມີ​ຄວາມ​ສຳ​ເລັດ​ ມີ​ຄວາມ​ກ້າວ​ຫນ້າທີ່​ດີ​ ເພາະ​ການ​ມັກ​ທົດລອງ​ ມັກ​ສຶກ​ສາ​ຫາ​ຄວາມ​ຮູ້​ໃໝ່​ເພື່ອ​ໃຊ້​ກັບ​ງານ​ໃຫ້​ເກີດ​ປະໂຫຍດ​ ການ​ເງິນ ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ ແຕ່​ກໍ​ຈະ​ໄດ້​ເຂົ້າ​ມາສະ​ລັບ​ປັບ​ປ່ຽນ​ກັນ​ໄປ​ ເປັນ​ການ​ໝຸນ​ເງິນ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ຢ່າງ​ເປັນ​ໂຊກ​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​ ທ່ານ​ເປັນ​ຄົົນທີ່​ມີ​ສະເນ່​ ເກັ່ງ​ ມີ​ຄວາມ​ສາມາດ​ ໃຈ​ຮ້ອນ​ ສ້າງສັນ​ ແຕ່​ຈະ​ໃຈ​ຮ້ອນ​ ເຄື່ອງມຸງຄຸນ​  ​ເພັດສີແດງ ສີມຸງຄຸນ ສີຟ້າແກ່ ເລກ​ນຳ​ໂຊກ​   3

ຄົນເກີດວັນພຸດ:ການ​ງານ ມີ​ຄວາມ​​ຊ້າ​ໃນ​ເລື່ອງ​ຂ່າວ​ສານ​ທີ່​ທ່ານ​ສະຫລຸບ​ລາຍ​ງານ​ ຫລື​ເອກະສານ​ສັນຍາ​ທີ່​ຕ້ອງ​ລົງ​ນາມ​ຕ້ອງ​ຖ້າໄປ​ອີກ​ໄລຍະ​ໜຶ່ງ​ ການ​ເງິນ ຈະ​ສັງເກດ​ໄດ້​ວ່າ​ຖານະ​ດີ​ຂຶ້ນ​ກວ່າ​ແຕ່​ກ່ອນ​ ມີ​ໂອ​ກາດ​ໄດ້​ເງິນ​ໄດ້​ໂຊກ​ເຂົ້າ​ມາ​ຕິດ​ໆ​ ກັນ​ຫລາຍກວ່າ​ໜຶ່ງ​ເທື່ອ​ ຄວາມ​ຮັກ ຍັງ​ມຸ້ງ​ເນັ້ນ​ການ​ງານ​ຫລາຍກວ່າ​ຄວາມ​ຮັກ​ນັ້ນ​ເອງ​ແລະ​ຍັງ​ບໍ່​ເປີດ​ໃຈ​ໃຫ້​ໃຜ​ເຄື່ອງມຸງຄຸນ​​ ເງິນ ສີມຸງຄຸນ ສີສົ້ມ ເລກ​ນຳ​ໂຊກ​   9

ຄົນເກີດວັນພະຫັດ:ການ​ງານ ຊ່ວງ​ນີ້​ບໍ່​ຕ້ອງ​ເມື່ອຍ​ຫລາຍ​ ແຕ່​ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ ເພາະ​ທ່ານ​​ພະຍາຍາມ​ມາ​ດົນ​ແລ້ວ​ ການ​ເງິນ ມີ​ໂອ​ກາດ​ໄດ້​ຂອງ​ຝາກ​ ຂອງ​ຖືກ​ໃຈ​ເຂົ້າ​ມາ​ໃນ​ຊ່ວງ​ນີ້​ ແຕ່​ກໍ​ມີ​ເລື່ອງ​ທີ່​ຕ້ອງ​ເສຍ​ຂອງ​ມີ​ຄ່າ​ບາງຢ່າງ​ອອກ​ໄປ​ກ່ອນ​ ແລ້ວ​ຈຶ່ງ​ຈະ​ໄດ້​ທົດ​ແທນ​ເຂົ້າ​ມາ​ຫລາຍກວ່າ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ ຄວາມ​ຮັກ ຖ້າຈະ​ພົບ​​ໃຜ​ໃນ​ຊ່ວງ​ນີ້​ທີ່​ຈະ​ມີ​ເຂົ້າ​ມາ​ ທ່ານ​ເປັນ​ຄົນ​ອາ​ຍຸ​ຫ່າງ​ກັນ​ ເປັນ​ໄປ​ໄດ້​ວ່າ​ອາຍຸ​ນ້ອຍ​ກວ່າ​ ແຕ່​ທ່ານກໍ​ຍັງ​ບໍ່​ພ້ອມ​ຈະ​ມີ​ໃຜ​ ຄວນ​ເບິ່ງ​ໆ​ ກັນ​ໄປ​ກ່ອນ​ຈະ​ດີ​ທີ່ສຸດ​ ເຄື່ອງມຸງຄຸນ​ ເງິນ ສີມຸງຄຸນ  ສີ​ຟ້າອ່ອນ ເລກ​ນຳ​ໂຊກ​  5

ຄົນເກີດວັນສຸກ:ການ​ງານ ງານ​ທີ່​ເໝາະ​ກັບ​ທ່ານ​ຄື​ງານ​ດ້ານ​ຕົວ​ເລກ​ ຄິດໄລ່​ ບັນ​ຊີ​ ດ້ານ​ການ​ທະ​ນາ​ຄານ​ ດ້ານ​ເສດ​ຖະ​ສາດ​ຈະ​ມີ​ຄວາມ​ສຳ​ເລັດ​ທີ່​ດີ​ ແຕ່​ຕ້ອງ​ບໍລິຫານ​ຈັດການ​ຄົນ​ໃຫ້​ໄດ້​ກ່ອນ​ ການ​ເງິນ ເປັນ​ມື້​ໂຊ​ກດີ​ຫລາຍ​ໆ​ ຈະ​ໄດ້​ເງິນ​ກ້ອນ​ໃຫຍ່​ເຂົ້າ​ມາ​ໃນ​ມື້​ນີ້​ ແຕ່​ຈະ​ມີ​ຄວາມ​ກັງ​ວົນ​ໃຈ​ກ່ອນ​ແລ້ວ​ຈຶ່ງ​ຈະ​ໄດ້​ເຂົ້າ​ມາ​ເພິ່ມເຕິມ​ເພີ່ມ​ຂຶ້ນ​ ຄວາມ​ຮັກ ຄິດ​ຮອດ​ໃຜ​ບາງ​ຄົົນທີ່​ຢູ່​ຫ່າງ​ກັນ​ໃນ​ຊ່ວງ​ນີ້​ ແລະ​ຍັງ​ຄິດ​ຮອດບັນຫາ​ທີ່ເກິດຂື້ນ​ໃນ​ອາ​ດີດ​ທີ່​ຜ່ານມາ​ ແຕ່​ກໍ​ຍັງ​ຢາກ​ຈະ​ຟື້ນ​ຟູ​ຄວາມ​ສຳພັນ​ຂຶ້ນ​ມາ​ໃໝ່​ນັ້ນ​ເອງ​ ເຄື່ອງມຸງຄຸນ​​  ຫີນນໍາໂຊກສີບົວ ສີມຸງຄຸນ ສີ​ບົວ ເລກ​ນຳ​ໂຊກ​   9

ຄົນເກີດວັນເສົາ:ການ​ງານ  ຮູ້ສຶກ​ເບື່ອ​ ຢາກ​ຈະ​ປ່ຽນ​ແປງ​ຍົກ​ຍ້າຍ​ທາງ​ດ້ານ​ການ​ງານ​ ແມ່ນ​ຈະ​ສ້າງ​ຜົນ​ງານ​ໄດ້​ດີ​ຂຶ້ນ​ແລ້ວ​ກໍ​ຕາມ​ ການ​ເງິນ ຢູ່ໃນ​ເກນ​ທີ່​ຫມັ້ນຄົງ​ ບໍ່​ມີ​ເລື່ອງ​ເດືອດ​ຮ້ອນ​ ຫລື​ເລື່ອງ​ກັງ​ວົນ​ໃດ​ໆ​ ເຂົ້າ​ມາ​ໃນ​ຊ່ວງ​ນີ້​ນັ້ນ​ເອງ​ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຄູ່​ ພົບ​ຄົົນທີ່​ຖືກ​ໃຈ​ໃນ​ຊ່ວງ​ນີ້​ ເປັນ​ການ​ພົບ​ກັນ​ແບບ​ປຸ໊ບ​ປັ໊ບ​ດ້ວຍ​ບຸນ​ເກົ່າ​ນຳ​ພາ​ມາ​ໃຫ້​ໄດ້​ພົບ​ກັນ​ ເຄື່ອງມຸງຄຸນ​  ເງິນ ສີມຸງຄຸນ     ສີເຫຼືອງອ່ອນ ເລກ​ນຳ​ໂຊກ​   2

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 15 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,531
21,808
thailand (1)
THB
659.81
671.69
european-union
EUR
24,096
24,579
china
CNY
2,936
2,994
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-10-15T143523.452
ກອງປະຊຸມໃຫຍ່ສະມາຊິກພັກອົງຄະນະພັກ ສຊປລ ຄັ້ງທີ VI
jane - 2025-10-15T135935.113
ເຫດລົດໃຫຍ່ຕໍາກັນ ເສຍຫລັກປີ້ນລົງຫ້ວຍ ຄົນເຈັບປະຕິເສດບໍ່ຢາກໄປໂຮງໝໍ ວັນທີ 15 ຕຸລາ 2025 ເວລາ 12:31 ນາທີ
jane - 2025-10-15T112124.775
ປະທານປະເທດ ແລະ ນາຍຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ
pele - 2025-10-15T104912.967
ແຈ້ງການມອດໄຟ ວັນທີ16-17/10/2025
site cover1 - 2025-10-15T105222.121
ຢຸດສະໜັບສະໜູນ Windows 10 ຜູ້ທີ່ຍັງໃຊ້ຢູ່ ມີຄວາມສ່ຽງອາດຈະຖືກແຮັກໄດ້
jane - 2025-10-15T102821.038
ລາຍງານເຫດການແຜ່ນດິນໄຫວໃນຄັັ້ງວັນທີ 14 ຕຸລາ 2025 ເວລາ 7:00 ໂມງເຊົ້າ ຫາ ວັນທີ 15 ຕຸລາ 2025
pele - 2025-10-15T101355.053
ຕາດຄູ່ເປັນແຫຼ່ງທ່ອງທ່ຽວ ໜຶ່ງໃນຫຼາຍແຫຼ່ງທ່ອງທ່ຽວຢູ່ເມືອງປາກຊ່ອງທີ່ໄດ້ຮັບຄວາມນິຍົມຈາກ ນັກທ່ອງທ່ຽວ
jane - 2025-10-15T100207.217
ຜູ້ຊົມໃຊ້ນ້ຳປະປາ ເຂດເມືອງສີໂຄດຕະບອງ ແລະ ເມືອງຈັນທະບູລີ ໃຫ້ກຽມກັກເກັບນ້ຳໄວ້ໃຊ້ ວັນທີ 16 ຕຸລາ 2025ນີ້
site cover1 - 2025-10-15T094500.696
ຄູ່ແຂ່ງທີ່ທຽບເທົ່າ Nvidia ແນະນຳໃຫ້ຜ່ອນຜັນກົດລະບຽບການສົ່ງອອກຊິບ AI ໄປຈີນ
pele - 2025-10-15T093945.879
ອິນໂດເນເຊຍ ຕັ້ງເປົ້າໝາຍປ່ຽນເກາະບາຫລີ ເປັນສູນການເງິນ ລະດັບພາກພື້ນ
ຢ່າລື່ມກົດຕິດຕາມ