ດວງ-Tou-Vientianepost - 2023-07-10T193707.743
ຫວຽດນາມ ກຽມລົງທຶນ 2 ພັນກວ່າ​ລ້ານໂດລາ ພັດທະນາໂຄງການໂຮງໄຟຟ້າພະລັງງານລົມ ຢູ່ແຂວງສະຫວັນນະເຂດ
ຮຽບຮຽງໂດຍ:Staff
ເຜີຍແຜ່: 10 July, 2023
ໝວດ: ຂ່າວ

ລັດຖະບານລາວ ແລະ ບໍລິສັດ AMI Renewables Quảng Bình Investment ຈາກຫວຽດນາມ ເຊັນສັນຍາຮ່ວມກັນພັດທະນາໂຄງການໂຮງງານໄຟຟ້າພະລັງງານລົມ ທີ່ແຂວງສະຫວັນນະເຂດໃນພື້ນທີ່ ກວ່າ 2 ພັນເຮັກຕາ ແລະ ມູນຄ່າການລົງທຶນກວ່າ 2 ພັນລ້ານໂດລາ.

ໂດຍພິທີເຊັນສັນຍາດັ່ງກ່າວຈັດຂື້ນເມື່ອບໍ່ດົນມານີ້,  ຕາງໜ້າລັດຖະບານລາວລົງນາມໂດຍ ທ່ານ ປອ ສະຖາບັນດິດ ອິນຊີຊຽງໃໝ່  ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ Nguyễn Nam Thắng ປະທານບໍສັດAMI Renewables Quảng Bình Investment .

ໂຄງການພະລັງງານລົມໃນແຂວງສະຫວັນນະເຂດນີ້ ຈະສາມາດບັນຈຸໄຟຟ້າໄດ້ເຖິງ 1,220MW ເຊິ່ງເປັນອີກສ່ວນໜຶ່ງໃນໂຄງການຂອງລັດຖະບານລາວ ທີ່ຈະສົ່ງອອກພະລັງງານໄຟຟ້າໃຫ້ກັບຫວຽດນາມໃນປີ 2025. ເຊິ່ງໂຄງການດັ່ງກ່າວຍັງຖືເປັນໂຄງການທີ່ໃຫຍ່ທີ່ສຸດຂອງ ຫວຽດນາມທີ່ມາລົງທຶນຢູ່ລາວ.

ໃນພິທີເຊັນສັນຍາ ທ່ານ ປອ ສະຖາບັນດິດ ອິນຊີຊຽງໃໝ່  ໄດ້ເນັ້ນຢໍ້າໃຫ້ ບໍລິສັດ ທີ່ມາລົງທຶນ ສືບຕໍ່ເຮັດວຽກຮ່ວມກັບອົງການຈັດຕັ້ງທ້ອງຖິ່ນຢ່າງໜັກແໜ້ນ ເພື່ອຮັບປະກັນໃຫ້ໂຄງການດັ່ງກ່າວສຳເລັດຕາມເວລາທີ່ກຳນົດໄວ້ ແລະ ຕ້ອງປະຕິບັດຕາມສິດ ແລະ ພັນທະທັງໝົດທີ່ໄດ້ກຳນົດໄວ້.

ທ່ານ Nguyễn Nam Thắng ກໍໄດ້ເຫັນດີເປັນເອກະພາບ ແລະ ຈະປະຕິບັດຕາມບັນດາເງື່ອນໄຂ ແລະ ຂໍ້ກຳນົດ ພ້ອມຈະສົ່ງເສີມຊຸກຍູ້ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.

ໃນເດືອນທັນວາ 2022, ບໍລິສັດ AMI Renewables Quang Binh ແລະ ລັດຖະບານລາວ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອດໍາເນີນການສຶກສາຄວາມເປັນໄປໄດ້ໂຄງການພັດທະນາຟາມລົມຢູ່ແຂວງສະຫວັນນະເຂດຂອງລາວ. ​ໄລຍະ​ທຳ​ອິດ​ຂອງ​ໂຮງງານ, ຄາດ​ວ່າ​ຈະ​ຜະລິດ​ໄດ້​ປະມານ 252 MW, ​ໃນ​ເນື້ອ​ທີ່ 2,687 ​ເຮັກຕາ.

ໂຄງການດັ່ງກ່າວໄດ້ຖືກບັນຈຸເຂົ້າໃນບົດບັນທຶກກອງປະຊຸມຂອງຄະນະກຳມາທິການລະຫວ່າງລັດຖະບານ ລາວ-ຫວຽດນາມ ໃນຕົ້ນປີ 2023 ທີ່ຜ່ານມາ ແລະ ໄດ້ມີການຈັດຕັ້ງປະຕິບັດຮ່ວມກັນໂດຍລັດຖະບານສອງປະເທດ. ໂຄງການດັ່ງກ່າວໄດ້ຮັບການອະນຸມັດຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງພະລັງງານ ແລະ ບໍ່ແຮ່ຂອງລາວ ໃນການປະເມີນຜົນກະທົບດ້ານສິ່ງແວດລ້ອມ ແລະ ​ໄດ້​ເພີ່ມ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ໂຄງການ​ສົ່ງ​ອອກ​ໄຟຟ້າ​ຈາກ​ລາວ​ໄປ​ຫວຽດນາມ​ໃນ​ປີ 2025. ໂດຍໂຄງການດັ່ງກ່າວ ຄາດວ່າຈະເລີ່ມລົງມືກໍ່ສ້າງ ແລະ ປະຕິບັດໃນໄຕມາດ ທີ 2 ຂອງປີ 2024 ແລະ ຄາດວ່າຈະສາມາດຜະລິດໄຟຟ້າສົ່ງອອກໄປໃຫ້ຫວຽດນາມໄດ້ໃນໄຕມາດທີ 4 ຂອງປີ 2025.

​ໂຄງການ​ໂຮງງານ​ໄຟຟ້າ​ພະລັງ​ງານ​ລົມ ຢູ່ສະຫວັນນະເຂດ ໄດ້​ກາຍ​ເປັນ​ສັນຍາ​ລັກ​ແຫ່ງ​ຄວາມ​ສາມັກຄີ​ອັນ​ແໜ້ນ​ແຟ້ນ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ນອກຈາກນີ້ ​ໂຄງການ​ດັ່ງກ່າວຈະ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ, ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ, ຊຸກຍູ້​ການ​ປ້ອງ​ກັນ​ປະ​ເທດ, ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ເຂດ​ກວາງ​ບິ່ງ ລຽບ​ຕາມ​ຊາຍ​ແດນ​ຫວຽດນາມ – ລາວ.

ທີ່ມາ ໜັງສືພິມວຽງຈັນທາຍ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 9 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,479
21,690
thailand (1)
THB
645.44
657.70
european-union
EUR
23,823
24,300
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site-cover (65)
ຖອດລະຫັດຄວາມສ່ຽງ 'ນວດຜິດວິທີ' ໂດຍສະເພາະໃນຜູ້ປ່ວຍພະຍາດປະຈຳຕົວ
Copy of site cover (18)
Grand Theft Auto 6 ເປີດເຜີຍຕົວຢ່າງ Vice City ພ້ອມດ້ວຍລາຍລະອຽດບາງສ່ວນຂອງເນື້ອເລື່ອງ
site-cover (64)
ຜູ້ບໍລິຫານເອໄອຢ້ຳສະຫະລັດຕ້ອງເພີ່ມສົ່ງອອກຊິບຈຶ່ງຈະນຳໜ້າຈີນ
site-cover (63)
ຈີນ-ລັດເຊຍຮ່ວມປົກປ້ອງອຳນາດຢູເອັນ-ຜົນປະໂຫຍດປະເທດກຳລັງພັດທະນາ
Copy of site cover (52)
ຕ້ອງແຊມປ໌ເທົ່ານັ້ນ! ອາໂມຣິມ ອອກມາກ່າວວ່າ ແມນຢູ ເຂົ້າຊິງບໍ່ມີຄວາມໝາຍຫາກບໍ່ໄດ້ແຊມປ໌
site-cover (62)
ຝຸ່ນດວງຈັນ "ຫາຍາກກວ່າຄຳ" ເດີນທາງຈາກຈີນມາເຖິງອັງກິດແລ້ວ
site-cover (61)
ສະຫະລັດ-ອັງກິດຍົກຍ່ອງຂໍ້ຕົກລົງການຄ້າທີ່ບັນລຸເປັນຊາດທຳອິດ
Copy of site cover (51)
Alibaba ເປີດເຜີຍວິທີ ZeroSearch ໃຫ້ AI ຮຽນຮູ້ການຄົ້ນຫາດ້ວຍຕົນເອງ ຫຼຸດຄ່າໃຊ້ຈ່າຍໃນການສອນໂມເດລໄດ້ຢ່າງມະຫາສານ
site-cover (60)
ສະໝອງກັບລຳໄສ້ຮ່ວມກັນເຮັດວຽກ ຄວບຄຸມອາລົມຂອງຄົນເຮົາໄດ້ແນວໃດ?
site-cover (59)
ຄຳເຕືອນຈາກໝໍຍີ່ປຸ່ນ: ເຄື່ອງດື່ມ 5 ຊະນິດ ທີ່ເບິ່ງຄືວ່າດີຕໍ່ສຸຂະພາບ ແຕ່ທຳລາຍຕັບບໍ່ໜ້ອຍກວ່າເຫລົ້າເບຍ
ຢ່າລື່ມກົດຕິດຕາມ