2
ປະເທດລາວມີແຫຼ່ງຜະລິດໄຟຟ້າ 97 ແຫ່ງທີ່ຂາຍເຂົ້າລະບົບລັດວິສາຫະກິດໄຟຟ້າລາວ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 19 April, 2024

ທົ່ວປະເທດລາວມີແຫຼ່ງຜະລິດພະລັງງານໄຟຟ້າສະໜອງໄຟຂາຍເຂົ້າລະບົບຂອງ ລັດວິສາຫະກິດໄຟຟ້າລາວຈໍານວນ 97 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 4.499,46 ເມກາວັດ, ໃນນັ້ນ, ເປັນແຫຼ່ງຜະລິດພະລັງງານນໍ້າ ກວມເອົາປະມານ 95%, ພະລັງງານຄວາມຮ້ອນຖ່ານຫີນ ປະມານ 2,24%, 2,22% ແມ່ນມາຈາກພະລັງງານໄຟຟ້າແສງຕາເວັນ ແລະ ພະລັງງານຊີວະມວນຈໍານວນໜຶ່ງ.

ປັດຈຸບັນ, ເມືອງມີໄຟຟ້າຊົມໃຊ້ແລ້ວກວມເອົາ 100%, ບ້ານທີ່ມີໄຟຟ້າຊົມໃຊ້ແລ້ວກວມເອົາ 94,35% ແລະ ຄອບຄົວທີ່ມີໄຟຟ້າຊົມໃຊ້ແລ້ວກວມເອົາ 95,78%.

ຄຽງຄູ່ກັນນັ້ນ, ລັດວິສາຫະກິດໄຟຟ້າລາວຍັງມີລະບົບສາຍສົ່ງໄຟຟ້າແຮງສູງລະດັບແຮງດັນ 230 ກວ ລວງຍາວທັງໝົດ 1.859 ກມ/ວົງຈອນ ແລະ ລະບົບສາຍສົ່ງໄຟຟ້າ 115 ກວ ລວງຍາວທັງໝົດ 6.985 ກມ/ວົງຈອນ. ລະບົບຕາຂ່າຍແຮງດັນກາງ 22 ກວ/35 ກວ ລວງຍາວທັງໝົດ 37.478ກມ/ວົງຈອນ. ລະບົບຕາຂ່າຍແຮງດັນຕໍ່າ 0.4ກວ ລວງຍາວທັງໝົດ 22.378ກມ/ວົງຈອນ ແລະ ມີສະຖານີໄຟຟ້າແຮງສູງທັງໝົດ 80 ແຫ່ງ. ສໍາລັບການສົ່ງພະລັງງານໄຟຟ້າ ອອກໄປຈໍາໜ່າຍຕ່າງປະເທດໃນ 5 ປີຜ່ານ ມາ, ສາມາດບັນລຸໄດ້ 1,270 MW. ໃນນີ້, ສົ່ງອອກໄປປະເທດໄທໃນຮູບແບບແລກປ່ຽນພະລັງງານປະມານ 650 MW, ໄປປະເທດຈີນໃນຮູບແບບແລກປ່ຽນພະລັງງານປະມານ 45 MW, ກໍາປູເຈຍ 445 MW, ມຽນມາ 30 MW ແລະ ສົ່ງຜ່ານໂຄງການ LTMS 100 MW.

ແຫຼ່ງຂ່າວ: ປະຊາຊົນ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 5 November, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,545
21,822
thailand (1)
THB
661.91
673.16
european-union
EUR
23,908
24,387
china
CNY
2,945
3,004
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 30 October, 2025
ຊະນິດນ້ຳມັນ
ລາຄາ
28,780
23,700
19,620
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 5 November, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,390,000
43,920,000
41,910,000
43,029,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-11-05T164759.625
ກິລາຕີຄີ ທີມປະຊາຊົນຊະນະທີມພະນັກງານ ໃນບຸນນະມັດສະການພະທາດຫຼວງວຽງຈັນ ປີ 2025
jane - 2025-11-05T154625.432
ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນຕຸລາ 2025 ໄດ້ອັດລົງໃນວັນທີ 4 ພະຈິກ 2025
pele - 2025-11-05T151944.123
ແຈ້ງເຕືອນໄພ ພາຍຸໝູນໄຕ້ຝຸ່ນໄຄແມກິ(KALMAEGI) ໃນລະຫວ່າງ ວັັນທີ 07–09 ພະຈິກ 2025 (ສະບັບທີ 1)
jane - 2025-11-05T145547.299
ສໍານັກຂ່າວຣອຍເຕີລາຍງານ ວັນທີ 4 ພະຈິກ 2025 ເຮືອບິນຂົນສົ່ງສິນຄ້າ ຕົກໃກ້ສະໜາມບິນ Louisville ສະຫະລັດມີຜູ້ເສຍຊີວິດຢ່າງນ້ອຍ 7 ຄົນ ແລະ ໄດ້ຮັບບາດເຈັບ 11 ຄົນ
pele - 2025-11-05T140755.198
ກໍາລັງ ປກຊ-ປກສ ສະແດງທົດລອງການສວນສະໜາມ ສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ
pele - 2025-11-05T111726.527
ລັດຖະມົນຕີກະຊວງ ຍທຂ ລົງຊຸກຍູ້ຕິດຕາມ ການກໍ່ສ້າງເສັ້ນທາງເລກ 12 ທ່າແຂກ-ຊາຍແດນນາເພົ້າ
jane - 2025-11-05T110504.152
ເບິ່ງດວງປະຈຳວັນທີ 05 ພະຈິກ 2025
pele - 2025-11-05T102252.252
ການນຳພັກ-ລັດ ແລະ ມວນຊົນຊາວລາວ ຮ່ວມໃສ່ບາດ ໃນບຸນນະມັດສະການພະທາດຫລວງວຽງຈັນ
pele - 2025-11-05T092911.288
ກັງຫັນລົມແຄມຝັ່ງ ຂະໜາດໃຫຍ່ທີ່ສຸດໃນໂລກ ເຊື່ອມຕໍ່ເຄືອຂ່າຍໄຟຟ້າຊານຕົງ
jane - 2025-11-05T090849.558
ລາຍງານສະພາບອາກາດປະຈໍາວັນທີ  05 ພະຈິກ 2025
ຢ່າລື່ມກົດຕິດຕາມ