ຍັງຈະມີຝົນຕົກໜັກ ຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອ ແລະ ພາກກາງ

ກົມອຸຕຸນິຍົມ ແລະ ອຸທົກກະສາດໄດ້ພະຍາກອນອາກາດໃນຕອນເຊົ້າວັນທີ 18 ສິງຫາ 2024ນີ້ໃຫ້ຮູ້ວ່າ: ຢູ່ບາງທ້ອງຖິ່ນຢູ່ແຂວງພາກເໜືອ ແລະ ພາກກາງຈະມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍ ຫາ ປານກາງຢູ່ໃນແຕ່ລະພາກ ແລະ ຈະຕົກໜັກ ຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງ ເປັນບາງໂອກາດ ຍ້ອນຮ່ອງຄວາມກົດດັນອາກາດຕໍ່າ ຍັງພັດຜ່ານຢູ່ພາກເໜືອຂອງ ປະເທດລາວ, ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມ. ທີ່ມາ VientianeTimes
ລັດຖະບານ ຮ່ວມທຶນ ພີທີແອວ ໂຮນດິ້ງສ້າງຕັ້ງທະນາຄານຄຳ

ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງການເງິນ ເຊັນສັນຍາຮ່ວມຮຸ້ນ ກັບ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ສ້າງຕັ້ງທະນາຄານຄຳລາວ ຈໍາກັດ ເພື່ອເປັນຄັງສຳຮອງໃຫ້ແກ່ລະບົບເສດຖະກິດການເງິນຂອງຊາດ. ໃນວັນທີ 7 ເດືອນສິງຫາ 2024 ໄດ້ມີພິທີເຊັນສັນຍາຮ່ວມຮຸ້ນ ເພື່ອສ້າງຕັ້ງທະນາຄານຄຳລາວ ຈໍາກັດ ລະ ຫວ່າງ ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງການເງິນ ແລະ ບໍລິສັດ ພີທີແອວ ໂຮນດິ້ງ ຈຳກັດ ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ. ການເຊັນສັນຍາຮ່ວມຮຸ້ນ ເພື່ອສ້າງຕັ້ງທະນາຄານຄຳ ລາວ ຈໍາກັດ ໃນຄັ້ງນີ້ແມ່ນເພື່ອສະແດງໃຫ້ເຫັນເຖິງການຮ່ວມມືກັນລະຫວ່າງ ລັດຖະບານ ແລະ ເອກະຊົນ ເພື່ອຢັ້ງຢືນເຖິງວັດຖຸປະສົງດຽວກັນຈັດຕັ້ງຜັນຂະຫຍາຍແນວຄິດວິໄສທັດຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ວ່າດ້ວຍການສຳຮອງ ຄວາມໝັ້ນຄົງ ແລະ ສ້າງສະຖຽນລະພາບດ້ານເສດຖະກິດຂອງປະເທດຊາດ […]
ສຸພານິມິດສາກົນ ມອບຢາຂ້າແມ່ທ້ອງ ຈຳນວນ 800,000 ເມັດ ໃຫ້ສູນໂພຊະນາການ

ອົງການສຸພານິມິດສາກົນ (World Vision US) ປະຈໍາ ສປປ ລາວ ມອບຢາຂ້າແມ່ທ້ອງ (Albendazone) ຈຳນວນ 800,000 ເມັດ ລວມມູນຄ່າ 2,000 ໂດລາສະຫະລັດ ໃຫ້ສູນໂພຊະນາການ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ, ຊຶ່ງຢາຈຳນວນດັ່ງກ່າວ ຈະໄດ້ນໍາໄປແຈກຢາຍ-ສົ່ງເຖີງພະແນກສາທາລະນະສຸກແຂວງ, ສາທາເມືອງ ແລະ ສຸກສາລາ ໃນ 3 ພາກຂອງປະເທດລາວ ເພື່ອການປັບປຸງວຽກງານດ້ານໂພຊະນາການຂອງເດັກຕໍ່າກວ່າ 5 ປີ ແລະ ແມ່ຍິງຖືພາໃຫ້ມີສຸຂະພາບດີ. ພິທີມອບ-ຮັບ ຢາຂ້າແມ່ທ້ອງ ໃນຄັ້ງນີ້ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ຊຶ່ງຕາງໜ້າເຊັນມອບໂດຍ ທ່ານ ນາງ ເອເດວ ໄວສ ຜູ້ອຳນວຍການອົງການສຸພານິມິດສາກົນ ປະຈໍາ ສປປ ລາວ ແລະ ຕາງໜ້າເຊັນຮັບໂດຍ ທ່ານ ດຣ ນາງ ພອນສະຫວັນ ແກ້ວນະຄອນ ຫົວໜ້າສູນໂພຊະນາການ […]
ຮອງນາຍົກ ເຂົ້າຮ່ວມພິທີເປີດງານວາງສະແດງອຸປະກອນເຕັກນິກການທະຫານສາກົນ 2024 ທີ່ຣັດເຊຍ

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມພິທີເປີດງານວາງສະແດງອຸປະກອນເຕັກນິກການທະຫານສາກົນ 2024 ຈັດຂຶ້ນໃນວັນທີ 12 ສິງຫາ 2024 ທີ່ສູນປະຊຸມ ແລະ ວາງສະແດງສາກົນປາຕຣີອົດ, ກູບິນກາ, ນະຄອນຫຼວງມົດສະກູ ສະຫະພັນຣັດເຊຍ ໂດຍມີບັນດາຄະນະນຳຈາກກະຊວງປ້ອງກັນປະເທດ ແລະ ຕົວແທນອຸດສາຫະກຳຈາກປະເທດຕ່າງໆ, ບັນດາບໍລິສັດຂອງສະຫະພັນຣັດເຊຍ ແລະ ຈາກຕ່າງປະເທດ ເຂົ້າຮ່ວມ. ງານວາງສະແດງຄັ້ງນີ້ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 12-14 ສິງຫາ 2024 ຊຶ່ງພາຍໃນງານ ໄດ້ວາງສະແດງບັນດາເຕັກໂນໂລຊີຕ່າງໆຫຼາກຫຼາຍຮູບແບບ, ມີທັງອາວຸດຍຸດໂທປະກອນເຕັກນິກການທະຫານທີ່ມີຄວາມທັນສະໄໝທີ່ສຸດ, ມີເອກະລັກສະເພາະຕົວ ຈາກປະເທດຣັດເຊຍ ຊຶ່ງມີບໍລິສັດຊັ້ນນຳທີ່ໄດ້ຮັບການຍ້ອງຍໍໃນລະດັບສາກົນ. ນອກຈາກນັ້ນ ຍັງມີ 4 ປະເທດເຂົ້າຮ່ວມ ຄື: ສປ ຈີນ, ເບຣາລຸດ, ອີຣານ, ອິນເດຍ ແລະ ຕົວແທນບໍລິສັດຈາກຕ່າງປະເທດທີ່ລົງທະບຽນເຂົ້າຮ່ວມຫຼາຍກວ່າ 120 ແຫ່ງ. ໃນປີນີ້ […]
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025

ສປປ ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ. ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 18 ກໍລະກົດ 2024 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ເຊິ່ງທ່ານ ໄດ້ກ່າວວ່າ: ປີ 2025 ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ເຊິ່ງພວກເຮົາ […]
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ

ວັນທີ 13 ກໍລະກົດ ຂອງທຸກປີລັດຖະບານໄດ້ກໍານົດເປັນວັນປ່ອຍປາ, ວັນອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ ເພື່ອເພີ່ມຄວາມອຸດົມສົມບູນດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງທີ່ມີຊີວິດນາໆພັນ. ອີງຕາມປະມວນກົດໝາຍອາຍາມາດ ຕາ 331 ຂອງປະເທດລາວໄດ້ລະບຸໄວ້ວ່າ: ການລ່າສັດໂດຍບໍ່ຖືກຕ້ອງຕາມກົດໝາຍລະບຸແຈ້ງ “ບຸກຄົນໃດ ຫາກໄດ້ລ່າສັດໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບລ່າສັດ ເຊັ່ນ: ລ່າສັດປະເພດຫວງຫ້າມ, ລ່າສັດຖືພາມານ, ລ່າສັດໃນລະດູ ຫຼື ໃນເຂດທີ່ຫວງຫ້າມ ຫຼື ດ້ວຍເຄື່ອງມືທີ່ເກືອດຫ້າມ ແລະ ອື່ນໆ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ. ໃນກໍລະນີການກະທໍາຜິດເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍທີ່ມີມູນຄ່າແຕ່ 50.000.000 ກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບ ແຕ່ 2 ປີ ຫາ 5 ປີ ແລະ ຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ”. ສະເພາະ ມາດຕາ […]
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ

ສໍານັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້ ການໄຟຟ້າ ແຫ່ງກໍາປູເຈຍ (EAC) ເປີດເຜີຍວ່າ ຜູ້ຕິດຕັ້ງ ລະບົບ ຜະລິດ ພະລັງງານ ແສງຕາເວັນ ເທິງຫລັງຄາ ທີ່ມີ ກຳລັງ ການຜະລິດ ຫລາຍກວ່າ 10 ກິໂລວັດ ຈະຕ້ອງຊໍາລະ ຄ່າພະລັງງານ ໄຟຟ້າ. ເຈົ້າໜ້າທີ່ ການໄຟຟ້າ ລະບຸວ່າ: ຜູ້ໃຊ້ລະບົບ ພະລັງງານ ແສງຕາເວັນ ດັ່ງກ່າວ ທີ່ ໃຊ້ໄຟຟ້າ ຈາກ ເຄືອຂ່າຍ ການໄຟຟ້າ ຕ້ອງຂຶ້ນ ທະບຽນ ການຕິດຕັ້ງ ລະບົບ ພະລັງງານ ແສງຕາເວັນ ກັບ ທາງການ, ບໍ່ດັ່ງນັ້ນ ຈະຖືກ ປັບ ໃໝ. ນັບແຕ່ ເດືອນທັນວາ ປີ 2023 ຈົນເຖິງ ປັດຈຸບັນ ມີຜູ້ໃຊ້ […]
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ອົງການປົກຄອງເມືອງເລົ່າງາມ ແຂວງສາລະວັນ ຮ່ວມກັບລັດວິສະຫາກິດເຂື່ອນໄຟຟ້າ 5 ແຫ່ງຄື: ເຂື່ອນໄຟຟ້າເຊເສັດ 1, 2, 3, ເຂື່ອນໄຟຟ້າຫ້ວຍເປາະ ແລະ ເຂື່ອນໄຟຟ້າຫ້ວຍກະເພີ ຄົ້ນຄວ້າປຶກສາຫາລືຄວາມປອດໄພ ຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ແຜນກຽມຄວາມພ້ອມຮັບມືສຸກເສີນ ໃນໄລຍະລະດູຝົນ ໂດຍການເປັນປະທານ ຂອງທ່ານ ວຽງວິໄລຄໍາ ອຸດຕະສັກ ຮອງເຈົ້າເມືອງໆເລົ່າງາມ ພ້ອມດ້ວຍ ຫ້ອງການກ່ຽວຂ້ອງ ແລະ ຜູ້ຕາງໜ້າຈາກລັດວິສະຫາກິດເຂື່ອນໄຟຟ້າເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານ ສະພາບລວມການຈັດຕັ້ງປະຕິບັດຂອງລັດວິສະຫາກິດເຂື່ອນໄຟຟ້າ ໃນແຕ່ລະແຫ່ງ ໃນການຄຸ້ມຄອງການບໍລິຫານຈັດການນໍ້າ ໃນແຕ່ລະເຂື່ອນໃຫ້ຖືກຕ້ອງສອດຄອງກັບຄວາມເປັນຈິງ ພ້ອມທັງວາງແຜນຕິດຕາມກວດກາເຂື່ອນ ໄດ້ມາດຕະຖານບໍລິຫານນໍ້າໃຫ້ພຽງພໍ, ກວດສອບສະມັດຕະພາບຂອງເຂື່ອນໄຟຟ້າຢູ່ຕະຫລອດເວລາ ວ່າມີສຽງເປ່ເພ ຫລື ເຂື່ອນມີນໍ້າຮົ່ວເຊື່ອມ ເພື່ອວາງແຜນ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດການປະຕິບັດກຽມຄວາມພ້ອມຮັບມືສຸກເສີນ ທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ ໃຫ້ມີຄວາມເຂັ້ມງວດ ເພື່ອຄວາມປອດໄຟ ທາງດ້ານຊັບສິນ ແລະ ຊີວິດຂອງປະຊາຊົນທີ່ຢູ່ອາໄສ ທໍາການຜະລິດ ຢູ່ເຂດລຸ່ມເຂື່ອນໄຟຟ້າ ໃນເວລາມີເຫດສຸກເສີນຝົນຕົກແຮງ […]
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່

ຂປລ. ໃນວັນທີ 3 ກໍລະກົດ 2024 ທີ່ນຄອນຫລວງວຽງຈັນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປະຊາຊົນປະຕິວັດລາວ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ສະຫາຍ ຮວງ ກາຣໂລດສ ເຟຣນັງເດັດສ ຮົວເຣັດສ໌ (Juan Carlos Fernandes Juárez) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໂບລິວາຣຽນ ເວເນຊູເອລາ ຄົນໃໝ່ ປະຈຳ ສປປ ລາວ ທີ່ມີສໍານັກງານ ສະຖານທູດ ຕັ້ງຢູ່ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ. ໃນໂອກາດດັ່ງກ່າວ, ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ຕໍ່ສະຫາຍ ຮວງ ກາຣໂລດສ ທີ່ໄດ້ຮັບມອບໝາຍໜ້າທີ່ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ເວເນຊູເອລາ ຄົນໃໝ່ ປະຈຳ ສປປ […]
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”

ສປປ ລາວ ຈະເປັນປະທານອາຊຽນໃນປີ 2024 ຫຼື ຈະເປັນປະທານຈັດກອງປະຊຸມ ອາຊຽນໃນປີ 2024 ໂດຍໄດ້ກໍານົດເອົາຄໍາຂວັນ“ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ບັນດາບູລິມະສິດ ພາຍໃຕ້ຄຳຂວັນດັ່ງກ່າວ ສາມາດສັງລວມໄດ້ດັ່ງນີ້: I. ເພີ່ມທະວີການເຊື່ອມຈອດ ການເຊື່ອມຈອດມີບົດບາດສຳຄັນຢ່າງຍິ່ງໃນການສະໜັບສະໜູນຂະບວນການສ້າງປະຊາຄົມອາຊຽນທີ່ມີການເຊື່ອມໂຍງ, ຊຶ່ງປະກອບດ້ວຍເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສົາຄ້ຳເສດຖະກິດ ແລະ ເສົາຄ້ຳວັດທະນະທຳ-ສັງຄົມ, ໂດຍສະເພາະແມ່ນການສົ່ງເສີມ ການເຊື່ອມໂຍງເສດຖະກິດພາກພື້ນ, ຄວາມສາມາດໃນການແຂ່ງຂັນຂອງອາຊຽນ ແລະ ການຟື້ນຟູຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ກໍຄືການສ້າງຄວາມເຂັ້ມແຂງເພື່ອຮັບມືກັບສິ່ງທ້າທາຍທີ່ເພີ່ມຂຶ້ນ. ພາຍໃຕ້ “ການເພີ່ມທະວີການເຊື່ອມຈອດ”, ສປປ ລາວ ຈະສຸມໃສ່ການຮ່ວມມືໃນຂົງເຂດບູລິມະສິດດັ່ງລຸ່ມນີ້: 1.ການເຊື່ອມໂຍງ ແລະ ການເຊື່ອມຈອດດ້ານເສດຖະກິດ: ຂົງເຂດບູລິມະສິດນີ້ຈະສຸມໃສ່ລົງເລິກການເຊື່ອມຈອດໃນຂົງເຂດຕ່າງໆ ເຊັ່ນ: ການກໍານົດລະບຽບຫຼັກການໃຫ້ສອດຄ່ອງກັນ, ການຍົກເລີກສິ່ງກີດຂວາງທາງດ້ານການຄ້າ ແລະ ການລົງທຶນ ແລະ ເພີ່ມທະວີການເຊື່ອມຈອດທາງດ້ານຕ່ອງໂສ້ການສະໜອງພາຍໃນອາຊຽນຊຶ່ງຈະເປັນການເຮັດໃຫ້ອາຊຽນ ມີກໍາລັງແຮງ ແລະ ເຂັ້ມແຂງຍິ່ງຂຶ້ນເມື່ອເສດຖະກິດພາກພື້ນມີການເຊື່ອມຈອດກັນຫຼາຍຂຶ້ນ.ບັນດາໜ້າວຽກບູລິມະສິດທາງດ້ານເສດຖະກິດພາຍໃຕ້ບູລິມະສິດນີ້ ແມ່ນປິ່ນອ້ອມການເຊື່ອມໂຍງທາງດ້ານເສດຖະກິດ.ນີ້ຈະເປັນການສົ່ງເສີມການເຊື່ອມຈອດດ້ານເສດຖະກິດລະຫວ່າງອາຊຽນ ແລະ ກັບບັນດາຄູ່ຮ່ວມມືຂອງອາຊຽນໃຫ້ເຂັ້ມແຂງຂຶ້ນ. ການເຊື່ອມຈອດທີ່ເຂັ້ມແຂງ, ໂດຍສະເພາະ […]