ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025

ສປປ ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ. ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 18 ກໍລະກົດ 2024 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ເຊິ່ງທ່ານ ໄດ້ກ່າວວ່າ: ປີ 2025 ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ເຊິ່ງພວກເຮົາ […]

ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ

ວັນທີ 13 ກໍລະກົດ ຂອງທຸກປີລັດຖະບານໄດ້ກໍານົດເປັນວັນປ່ອຍປາ, ວັນອະນຸລັກສັດນໍ້າ ແລະ ສັດປ່າແຫ່ງຊາດ ເພື່ອເພີ່ມຄວາມອຸດົມສົມບູນດ້ານຊັບພະຍາກອນທໍາມະຊາດ ແລະ ສິ່ງທີ່ມີຊີວິດນາໆພັນ.  ອີງຕາມປະມວນກົດໝາຍອາຍາມາດ ຕາ 331 ຂອງປະເທດລາວໄດ້ລະບຸໄວ້ວ່າ: ການລ່າສັດໂດຍບໍ່ຖືກຕ້ອງຕາມກົດໝາຍລະບຸແຈ້ງ “ບຸກຄົນໃດ ຫາກໄດ້ລ່າສັດໂດຍບໍ່ຖືກຕ້ອງຕາມລະບຽບການກ່ຽວກັບລ່າສັດ ເຊັ່ນ: ລ່າສັດປະເພດຫວງຫ້າມ, ລ່າສັດຖືພາມານ, ລ່າສັດໃນລະດູ ຫຼື ໃນເຂດທີ່ຫວງຫ້າມ ຫຼື ດ້ວຍເຄື່ອງມືທີ່ເກືອດຫ້າມ  ແລະ ອື່ນໆ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ສອງປີ ແລະ ຈະຖືກປັບໃໝ ແຕ່ 3.000.000 ກີບ ຫາ 10.000.000 ກີບ. ໃນກໍລະນີການກະທໍາຜິດເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫຼື ກໍ່ຄວາມເສຍຫາຍທີ່ມີມູນຄ່າແຕ່ 50.000.000 ກີບຂຶ້ນໄປຈະຖືກລົງໂທດຕັດອິດສະລະພາບ ແຕ່ 2 ປີ ຫາ 5 ປີ ແລະ ຈະຖືກປັບໃໝສອງເທົ່າຂອງມູນຄ່າຄວາມເສຍຫາຍ”. ສະເພາະ ມາດຕາ […]

ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ

ສໍານັກຂ່າວ ຊິນຮວາ ຂອງ ສປຈີນ,  ເມື່ອບໍ່ດົນມານີ້ ການໄຟຟ້າ ແຫ່ງກໍາປູເຈຍ (EAC) ເປີດເຜີຍວ່າ ຜູ້ຕິດຕັ້ງ ລະບົບ ຜະລິດ ພະລັງງານ ແສງຕາເວັນ ເທິງຫລັງຄາ ທີ່ມີ ກຳລັງ ການຜະລິດ ຫລາຍກວ່າ 10 ກິໂລວັດ ຈະຕ້ອງຊໍາລະ ຄ່າພະລັງງານ ໄຟຟ້າ. ເຈົ້າໜ້າທີ່ ການໄຟຟ້າ ລະບຸວ່າ: ຜູ້ໃຊ້ລະບົບ ພະລັງງານ ແສງຕາເວັນ ດັ່ງກ່າວ ທີ່ ໃຊ້ໄຟຟ້າ ຈາກ ເຄືອຂ່າຍ ການໄຟຟ້າ ຕ້ອງຂຶ້ນ ທະບຽນ ການຕິດຕັ້ງ ລະບົບ ພະລັງງານ ແສງຕາເວັນ ກັບ ທາງການ,  ບໍ່ດັ່ງນັ້ນ ຈະຖືກ ປັບ  ໃໝ. ນັບແຕ່ ເດືອນທັນວາ ປີ 2023 ຈົນເຖິງ ປັດຈຸບັນ ມີຜູ້ໃຊ້ […]

ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ອົງການປົກຄອງເມືອງເລົ່າງາມ ແຂວງສາລະວັນ ຮ່ວມກັບລັດວິສະຫາກິດເຂື່ອນໄຟຟ້າ 5 ແຫ່ງຄື: ເຂື່ອນໄຟຟ້າເຊເສັດ 1, 2, 3, ເຂື່ອນໄຟຟ້າຫ້ວຍເປາະ ແລະ ເຂື່ອນໄຟຟ້າຫ້ວຍກະເພີ ຄົ້ນຄວ້າປຶກສາຫາລືຄວາມປອດໄພ ຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ແຜນກຽມຄວາມພ້ອມຮັບມືສຸກເສີນ ໃນໄລຍະລະດູຝົນ ໂດຍການເປັນປະທານ ຂອງທ່ານ ວຽງວິໄລຄໍາ ອຸດຕະສັກ ຮອງເຈົ້າເມືອງໆເລົ່າງາມ ພ້ອມ​ດ້ວຍ ຫ້ອງການກ່ຽວຂ້ອງ ແລະ ຜູ້ຕາງໜ້າ​ຈາກລັດວິສະຫາກິດເຂື່ອນໄຟຟ້າເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງການລາຍງານ ສະພາບລວມການຈັດຕັ້ງປະຕິບັດຂອງລັດວິສະຫາກິດເຂື່ອນໄຟຟ້າ ໃນແຕ່ລະແຫ່ງ ໃນການຄຸ້ມຄອງການບໍລິຫານຈັດການນໍ້າ ໃນແຕ່ລະເຂື່ອນໃຫ້ຖືກຕ້ອງສອດຄອງກັບຄວາມເປັນຈິງ ພ້ອມທັງວາງແຜນຕິດຕາມກວດກາເຂື່ອນ ໄດ້ມາດຕະຖານບໍລິຫານນໍ້າໃຫ້ພຽງພໍ, ກວດສອບສະມັດຕະພາບຂອງເຂື່ອນໄຟຟ້າຢູ່ຕະຫລອດເວລາ ວ່າມີສຽງເປ່ເພ ຫລື ເຂື່ອນມີນໍ້າຮົ່ວເຊື່ອມ ເພື່ອວາງແຜນ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງ ໃນການຈັດການປະຕິບັດກຽມຄວາມພ້ອມຮັບມືສຸກເສີນ ທີ່ອາດຈະເກີດຂຶ້ນໃນໄລຍະລະດູຝົນ ໃຫ້ມີຄວາມເຂັ້ມງວດ ເພື່ອຄວາມປອດໄຟ ທາງດ້ານຊັບສິນ ແລະ ຊີວິດຂອງປະຊາຊົນທີ່ຢູ່ອາ​ໄສ ທໍາການຜະລິດ ຢູ່ເຂດລຸ່ມເຂື່ອນໄຟຟ້າ ໃນເວລາມີເຫດສຸກເສີນຝົນຕົກແຮງ […]

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່

ຂປລ. ໃນວັນ​ທີ 3 ​ກໍລະກົດ 2024 ທີ່ນຄອນຫລວງວຽງຈັນ, ສະ​ຫາຍ ທອງ​ສະຫວັນ ພົມວິຫານ ກຳ​ມ​ະ​ກາ​ນ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ​ປະ​ຊາ​ຊົນປະ​ຕິ​ວັດ​ລາວ ​ຕ້ອນ​ຮັບການ​ເຂົ້າ​ຢ້ຽມ​ຂ່ຳ​ນັບ ​ຂອງ ສະ​ຫາຍ ຮວງ ກາຣໂລດສ ເຟຣນັງເດັດສ ຮົວເຣັດສ໌ (Juan Carlos Fernandes Juárez) ເອກ​ອັກ​ຄະ​ລັດ​ຖະ​ທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ໂບລິວາຣຽນ ເວເນຊູເອລາ ຄົນໃໝ່ ປະຈຳ ສປປ ລາວ ທີ່ມີສໍານັກງານ ສະຖານທູດ ຕັ້ງຢູ່ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ​. ໃນໂອກາດດັ່ງກ່າວ, ສະ​ຫາຍ ທອງ​ສະຫວັນ ພົມວິຫານ ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່ສະ​ຫາຍ ຮວງ ກາຣໂລດສ ທີ່​ໄດ້​ຮັບ​ມອບ​ໝາຍໜ້າ​ທີ່ ​ເປັນເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ ​ຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ເວເນຊູເອລາ ຄົນໃໝ່ ປະ​ຈຳ​ ສ​ປ​ປ […]

ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”

ສປປ ລາວ ຈະເປັນປະທານອາຊຽນໃນປີ 2024 ຫຼື ຈະເປັນປະທານຈັດກອງປະຊຸມ ອາຊຽນໃນປີ 2024 ໂດຍໄດ້ກໍານົດເອົາຄໍາຂວັນ“ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”ສໍາລັບການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024. ບັນດາບູລິມະສິດ ພາຍໃຕ້ຄຳຂວັນດັ່ງກ່າວ ສາມາດສັງລວມໄດ້ດັ່ງນີ້: I. ເພີ່ມທະວີການເຊື່ອມຈອດ ການເຊື່ອມຈອດມີບົດບາດສຳຄັນຢ່າງຍິ່ງໃນການສະໜັບສະໜູນຂະບວນການສ້າງປະຊາຄົມອາຊຽນທີ່ມີການເຊື່ອມໂຍງ, ຊຶ່ງປະກອບດ້ວຍເສົາຄ້ຳການເມືອງ-ຄວາມໝັ້ນຄົງ, ເສົາຄ້ຳເສດຖະກິດ ແລະ ເສົາຄ້ຳວັດທະນະທຳ-ສັງຄົມ, ໂດຍສະເພາະແມ່ນການສົ່ງເສີມ ການເຊື່ອມໂຍງເສດຖະກິດພາກພື້ນ, ຄວາມສາມາດໃນການແຂ່ງຂັນຂອງອາຊຽນ ແລະ ການ​ຟື້ນ​ຟູ​ຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດ​ໂຄ​ວິດ-19 ​ກໍຄືການສ້າງຄວາມເຂັ້ມແຂງເພື່ອຮັບມືກັບສິ່ງທ້າທາຍທີ່ເພີ່ມຂຶ້ນ. ພາຍ​ໃຕ້​ “ການເພີ່ມທະວີການ​ເຊື່ອມ​ຈອດ”, ສປປ ລາວ ຈະສຸມໃສ່ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ບູ​ລິ​ມະ​ສິດ​ດັ່ງລຸ່ມ​ນີ້: 1.ການເຊື່ອມໂຍງ ແລະ ການເຊື່ອມຈອດດ້ານເສດຖະກິດ: ຂົງ​ເຂດ​ບູ​ລິ​ມະ​ສິດນີ້ຈະສຸມໃສ່ລົງເລິກການເຊື່ອມຈອດໃນຂົງເຂດຕ່າງໆ ເຊັ່ນ: ການກໍານົດລະບຽບຫຼັກການໃຫ້ສອດຄ່ອງກັນ, ການຍົກເລີກສິ່ງກີດຂວາງທາງດ້ານການຄ້າ ແລະ ການລົງທຶນ ແລະ ເພີ່ມທະວີການເຊື່ອມຈອດທາງດ້ານຕ່ອງໂສ້ການສະໜອງພາຍໃນອາຊຽນຊຶ່ງຈະເປັນການເຮັດໃຫ້ອາຊຽນ ມີກໍາລັງແຮງ ແລະ ເຂັ້ມແຂງຍິ່ງຂຶ້ນເມື່ອເສດຖະກິດພາກພື້ນມີການເຊື່ອມຈອດກັນຫຼາຍຂຶ້ນ.ບັນດາໜ້າວຽກບູລິມະສິດທາງດ້ານເສດຖະກິດພາຍໃຕ້ບູລິມະສິດນີ້ ແມ່ນປິ່ນອ້ອມການເຊື່ອມໂຍງທາງດ້ານເສດຖະກິດ.ນີ້ຈະເປັນການສົ່ງເສີມການເຊື່ອມຈອດດ້ານເສດຖະກິດລະຫວ່າງອາຊຽນ ແລະ ກັບບັນດາຄູ່ຮ່ວມມືຂອງອາຊຽນໃຫ້ເຂັ້ມແຂງຂຶ້ນ. ການເຊື່ອມຈອດທີ່ເຂັ້ມແຂງ, ໂດຍສະເພາະ […]

ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ

ກະຊວງປ້ອງກັນຄວາມສະຫງົບ ແຈ້ງການເລີ່ມຈັດຕັ້ງປະຕິບັດ ນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ຈົນຮອດ ວັນທີ 31 ທັນວາ 2024 ດຶງດູດນັກທ່ອງທ່ຽວ ຊຸກຍູ້ປີທ່ອງທ່ຽວລາວ 2024. ແຈ້ງການສະບັບດັ່ງກ່າວຂອງກະຊວງປ້ອງກັນຄວາມສະຫງົບ ມີຂຶ້ນ ຕາມ ຄໍາແນະນໍາ ຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 29/ຖວທ, ລົງວັນທີ 26 ມິຖຸນາ 2024 ກ່ຽວກັບນະໂຍບາຍຍົກເວັ້ນວີຊາ ແລະ ການກໍານົດໄລຍະເວລາພັກເຊົາ ຢູ່ ສປປ ລາວ ສໍາລັບນັກທ່ອງທ່ຽວກຸ່ມເປົ້າໝາຍ ໃນໄລຍະປີທ່ອງທ່ຽວລາວ 2024. ອີງຕາມແຈ້ງການດັ່ງກ່າວ ຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2520/ຕມ ລົງວັນທີ 1 ກໍລະກົດ 2024, ໄດ້ກໍານົດໃຫ້ນັກທ່ອງທ່ຽວ ສັນຊາດ ຈີນ (CHN) ທີ່ມາທ່ອງທ່ຽວເປັນກຸ່ມ ຜ່ານການບໍລິການຂອງບໍລິສັດນໍາທ່ຽວ ທີ່ຢູ່ ສປປ ລາວ […]

ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ

ພິທີມອບ-ຮັບເງິນສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຈໍານວນ 1 ຕື້ກີບ ຈາກ ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ໄດ້ມີຂຶ້ນໃນວັນທີ 28 ມິຖຸນາ 2024 ນີ້ ທີ່ກະຊວງການຕ່າງປະເທດ, ຕາງໜ້າໃຫ້ລັດຖະບານ ສປປ ລາວຮັບໂດຍ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຮອງຫົວໜ້າອະນຸກໍາມະການຂົນຂວາຍການຊ່ວຍເຫຼືອ ສໍາລັບປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ເປັນຜູ້ຮັບ ແລະ ມອບໂດຍທ່ານ ຈີ່ຊົ່ງ ຈືຫວ່າໄຊກິ ຜູ້ອໍານວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ. ການຊ່ວຍເຫຼືອດັ່ງກ່າວ ແມ່ນຈະນໍາໃຊ້ເຂົ້າໃນວຽກງານການດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ຂ່າວ-ພາບ: ກະຊວງການຕ່າງປະເທດ

ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່

ອຸທິຍານແຫ່ງຊາດຫີນໜາມໜໍ່ຕັ້ງຢູ່ເມືອງບົວລະພາ ແຂວງຄໍາມ່ວນ ມີເນື້ອທີ່ 94.121 ເຮັກຕາ, ອຸທິຍານແຫ່ງນີ້ ມີເນື່ອທີ່ຕິດກັບ ອຸທິຍານແຫ່ງຊາດຟອງຍາ-ແກບາງ ສສ ຫວຽດນາມ. ໂດຍຖ້າລວມພື້ນທີ່ອຸທິຍານແຫ່ງຊາດທັງສອງແຫ່ງນີ້ເຂົ້າກັນຈະເປັນພື້ນທີ່ພູຫີນປູນທີ່ມີເນື້ອທີ່ປະມານ 217.447 ເຮັກຕາ ແລະ ອາດກາຍເປັນເຂດພື້ນທີ່ພູຫີນປູນຂະໜາດໃຫຍ່ຍຸກດຶກດໍາບັນທີ່ມີອາຍຸປະມານ 400 ລ້ານປີ ທີ່ກວ້າງໃຫຍ່ໄພສານທີ່ເກົ່າແກ່ທີ່ສຸດແຫ່ງໜຶ່ງໃນອາຊີ ກໍຄືໃນໂລກ. ຫີນໜາມໜໍ່ ແປວ່າ “ຫີນທີ່ມີຍອດອັນແຫຼມຄົມ” ຊຶ່ງມັນສື່ໃຫ້ເຫັນເຖິງອົງປະກອບທີ່ສໍາຄັນຂອງສະຖານທີ່ພິເສດແຫ່ງນີ້ໄດ້ຢ່າງສົມບູນແບບ ແລະ ຮູບຮ່າງລັກສະນະຂອງຫີນທີ່ມີຍອດອັນແຫຼມຄົມຂອງມັນ ນອນຢູ່ໃນເຂດພື້ນທີ່ປິດ ອ້ອມຮອບຂອງຮ່ອມພູຫີນປູນ (ຫຼື ກວານ) ເຮັດໃຫ້ມັນກາຍເປັນພູມີທັດພູຫີນປູນທີ່ມີຄວາມໂດດເດັ່ນເປັນພິເສດທີ່ແຕກຕ່າງກັບສະຖານທີ່ອື່ນໆຢູ່ໃນພາກພື້ນ. ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ໜຶ່ງໃນຄະນະຊ່ຽວຊານຄົ້ນຄວ້າຄວາມເປັນໄປໄດ້ ເພື່ອສະເໜີເອົາອຸທິຍານຫີນໜາມໜໍ່ ຢູ່ເມືອງບົວລະພາ ແຂວງຄໍາມ່ວນ ແລະ ອຸທິຍານແຫ່ງຊາດຟອງຍາ-ແກບາງ ສສ ຫວຽດນາມ ເຂົ້າເປັນມໍລະດົກໂລກໃຫ້ຮູ້ວ່າ: ເອກະລັກທີ່ໂດດເດັ່ນພິເສດແຫ່ງນີ້ປະກອບດວ້ຍຖ້ໍານ້ໍາລອດເຊບັ້ງໄຟຢູ່ ຖືວ່າເປັນສິ່ງມະຫັດສະຈັນທາງທໍາມະຊາດທີ່ລີ້ຊ້ອນຢູ່ໃນໃຈກາງຂອງແຂວງຄໍາມ່ວນ ແລະ ເປັນຖ້ໍາທີ່ມີຄວາມສວຍງາມງົດງາມເປັນພິເສດທີ່ມີປະລິມານນ້ໍາໄຫຼ ມີການປ່ຽນແປງຂອງປະລິມານນ້ໍາໄຫຼອອກຈາກຖ້ໍາຢ່າງມະຫາສານ ຊຶ່ງໄດ້ຮັບຊື່ວ່າເປັນອ່າງນ້ໍາ ຫຼື ຂະໜາດໃຫຍ່ທີ່ສຸດກວ່າໝູ່ໃນໂລກ. ສໍາລັບລະບົບນິເວດຂອງພູຫີນປູນແຫ່ງນີ້ແມ່ນເປັນບ່ອນຢູ່ອາໄສຂອງສັດນາໆຊະນິດທີ່ໃກ້ສູນພັນ, ສັດສະເພາະຖິ່ນ, ມີໂຕແກ້ຜາ […]

ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ

ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງອັດຕະປືອະນຸຍາດໃຫ້ບໍລິສັດຜູ້ປະກອບການທົດລອງນໍາໃຊ້ລົດເມນ້ອຍ 13 ບ່ອນນັ່ງຂອງລັດ ບໍລິການໂດຍສານສາທາລະນະພາຍໃນແຂວງ ແລ້ວ ໂດຍການຊ່ວຍເຫຼືອຈາກບໍລິສັດບູຢອງລາວຈຳກັດ ແລະ ແຂວງໄດ້ມອບຕໍ່ໃຫ້ພະແນກ ຍທຂ ຄຸ້ມຄອງຈຳນວນ 10 ຄັນ, ໃນນີ້ໄດ້ເຮັດສັນຍາກັບບໍລິສັດຄຳກ່າຍບໍລິການຂົນສົ່ງໂດຍສານ ທົດລອງບໍລິການພາຍໃນແຂວງຈຳນວນ 6 ຄັນ. ສ່ວນຕາຕະລາງແລ່ນລົດປະຈຳສາຍທາງພາຍໃນແຂວງ ຈຸດຄິວໂດຍສານ ເມືອງສາມັກຄີໄຊ ຫາຊາຍແດນດ່ານສາກົນຖ້ຽວທີ 1 ເວລາອອກ 8:30 ໂມງ ແລະ ເວລາກັບ 9:30 ໂມງ, ຖ້ຽວທີ 2 ເວລາອອກ 13:00 ໂມງ ແລະ ເວລາກັບ 13:00 ໂມງ; ຈຸດຄິວລົດໂດຍສານເມືອງສາມັກຄີໄຊ ແລ່ນເສັ້ນທາງບ້ານສີວິໄລ-ວັດພູສະຟອງ-ວັດສະແຄະ-ບ້ານຫຼາດສະຕີ-ບ້ານຕາດແສງ-ຕົວເມືອງຊານໄຊຖ້ຽວທີ 1 ເວລາອອກ 8:30 ໂມງ ແລະ ເວລາກັບ 9:30 ໂມງ, ຖ້ຽວທີ 2 ເວລາອອກ 13:00 […]