ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ

ກະຊວງປ້ອງກັນຄວາມສະຫງົບ ແຈ້ງການເລີ່ມຈັດຕັ້ງປະຕິບັດ ນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ຈົນຮອດ ວັນທີ 31 ທັນວາ 2024 ດຶງດູດນັກທ່ອງທ່ຽວ ຊຸກຍູ້ປີທ່ອງທ່ຽວລາວ 2024. ແຈ້ງການສະບັບດັ່ງກ່າວຂອງກະຊວງປ້ອງກັນຄວາມສະຫງົບ ມີຂຶ້ນ ຕາມ ຄໍາແນະນໍາ ຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 29/ຖວທ, ລົງວັນທີ 26 ມິຖຸນາ 2024 ກ່ຽວກັບນະໂຍບາຍຍົກເວັ້ນວີຊາ ແລະ ການກໍານົດໄລຍະເວລາພັກເຊົາ ຢູ່ ສປປ ລາວ ສໍາລັບນັກທ່ອງທ່ຽວກຸ່ມເປົ້າໝາຍ ໃນໄລຍະປີທ່ອງທ່ຽວລາວ 2024. ອີງຕາມແຈ້ງການດັ່ງກ່າວ ຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2520/ຕມ ລົງວັນທີ 1 ກໍລະກົດ 2024, ໄດ້ກໍານົດໃຫ້ນັກທ່ອງທ່ຽວ ສັນຊາດ ຈີນ (CHN) ທີ່ມາທ່ອງທ່ຽວເປັນກຸ່ມ ຜ່ານການບໍລິການຂອງບໍລິສັດນໍາທ່ຽວ ທີ່ຢູ່ ສປປ ລາວ […]
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ

ພິທີມອບ-ຮັບເງິນສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ຈໍານວນ 1 ຕື້ກີບ ຈາກ ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ໄດ້ມີຂຶ້ນໃນວັນທີ 28 ມິຖຸນາ 2024 ນີ້ ທີ່ກະຊວງການຕ່າງປະເທດ, ຕາງໜ້າໃຫ້ລັດຖະບານ ສປປ ລາວຮັບໂດຍ ທ່ານ ບຸນເຫຼືອ ພັນດານຸວົງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຮອງຫົວໜ້າອະນຸກໍາມະການຂົນຂວາຍການຊ່ວຍເຫຼືອ ສໍາລັບປະທານອາຊຽນ ຂອງ ສປປ ລາວ ໃນປີ 2024 ເປັນຜູ້ຮັບ ແລະ ມອບໂດຍທ່ານ ຈີ່ຊົ່ງ ຈືຫວ່າໄຊກິ ຜູ້ອໍານວຍການໃຫຍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ. ການຊ່ວຍເຫຼືອດັ່ງກ່າວ ແມ່ນຈະນໍາໃຊ້ເຂົ້າໃນວຽກງານການດໍາເນີນການເປັນປະທານອາຊຽນ ຂອງ ສປປ ລາວ ໃນປີ 2024. ຂ່າວ-ພາບ: ກະຊວງການຕ່າງປະເທດ
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່

ອຸທິຍານແຫ່ງຊາດຫີນໜາມໜໍ່ຕັ້ງຢູ່ເມືອງບົວລະພາ ແຂວງຄໍາມ່ວນ ມີເນື້ອທີ່ 94.121 ເຮັກຕາ, ອຸທິຍານແຫ່ງນີ້ ມີເນື່ອທີ່ຕິດກັບ ອຸທິຍານແຫ່ງຊາດຟອງຍາ-ແກບາງ ສສ ຫວຽດນາມ. ໂດຍຖ້າລວມພື້ນທີ່ອຸທິຍານແຫ່ງຊາດທັງສອງແຫ່ງນີ້ເຂົ້າກັນຈະເປັນພື້ນທີ່ພູຫີນປູນທີ່ມີເນື້ອທີ່ປະມານ 217.447 ເຮັກຕາ ແລະ ອາດກາຍເປັນເຂດພື້ນທີ່ພູຫີນປູນຂະໜາດໃຫຍ່ຍຸກດຶກດໍາບັນທີ່ມີອາຍຸປະມານ 400 ລ້ານປີ ທີ່ກວ້າງໃຫຍ່ໄພສານທີ່ເກົ່າແກ່ທີ່ສຸດແຫ່ງໜຶ່ງໃນອາຊີ ກໍຄືໃນໂລກ. ຫີນໜາມໜໍ່ ແປວ່າ “ຫີນທີ່ມີຍອດອັນແຫຼມຄົມ” ຊຶ່ງມັນສື່ໃຫ້ເຫັນເຖິງອົງປະກອບທີ່ສໍາຄັນຂອງສະຖານທີ່ພິເສດແຫ່ງນີ້ໄດ້ຢ່າງສົມບູນແບບ ແລະ ຮູບຮ່າງລັກສະນະຂອງຫີນທີ່ມີຍອດອັນແຫຼມຄົມຂອງມັນ ນອນຢູ່ໃນເຂດພື້ນທີ່ປິດ ອ້ອມຮອບຂອງຮ່ອມພູຫີນປູນ (ຫຼື ກວານ) ເຮັດໃຫ້ມັນກາຍເປັນພູມີທັດພູຫີນປູນທີ່ມີຄວາມໂດດເດັ່ນເປັນພິເສດທີ່ແຕກຕ່າງກັບສະຖານທີ່ອື່ນໆຢູ່ໃນພາກພື້ນ. ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ໜຶ່ງໃນຄະນະຊ່ຽວຊານຄົ້ນຄວ້າຄວາມເປັນໄປໄດ້ ເພື່ອສະເໜີເອົາອຸທິຍານຫີນໜາມໜໍ່ ຢູ່ເມືອງບົວລະພາ ແຂວງຄໍາມ່ວນ ແລະ ອຸທິຍານແຫ່ງຊາດຟອງຍາ-ແກບາງ ສສ ຫວຽດນາມ ເຂົ້າເປັນມໍລະດົກໂລກໃຫ້ຮູ້ວ່າ: ເອກະລັກທີ່ໂດດເດັ່ນພິເສດແຫ່ງນີ້ປະກອບດວ້ຍຖ້ໍານ້ໍາລອດເຊບັ້ງໄຟຢູ່ ຖືວ່າເປັນສິ່ງມະຫັດສະຈັນທາງທໍາມະຊາດທີ່ລີ້ຊ້ອນຢູ່ໃນໃຈກາງຂອງແຂວງຄໍາມ່ວນ ແລະ ເປັນຖ້ໍາທີ່ມີຄວາມສວຍງາມງົດງາມເປັນພິເສດທີ່ມີປະລິມານນ້ໍາໄຫຼ ມີການປ່ຽນແປງຂອງປະລິມານນ້ໍາໄຫຼອອກຈາກຖ້ໍາຢ່າງມະຫາສານ ຊຶ່ງໄດ້ຮັບຊື່ວ່າເປັນອ່າງນ້ໍາ ຫຼື ຂະໜາດໃຫຍ່ທີ່ສຸດກວ່າໝູ່ໃນໂລກ. ສໍາລັບລະບົບນິເວດຂອງພູຫີນປູນແຫ່ງນີ້ແມ່ນເປັນບ່ອນຢູ່ອາໄສຂອງສັດນາໆຊະນິດທີ່ໃກ້ສູນພັນ, ສັດສະເພາະຖິ່ນ, ມີໂຕແກ້ຜາ […]
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ

ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງອັດຕະປືອະນຸຍາດໃຫ້ບໍລິສັດຜູ້ປະກອບການທົດລອງນໍາໃຊ້ລົດເມນ້ອຍ 13 ບ່ອນນັ່ງຂອງລັດ ບໍລິການໂດຍສານສາທາລະນະພາຍໃນແຂວງ ແລ້ວ ໂດຍການຊ່ວຍເຫຼືອຈາກບໍລິສັດບູຢອງລາວຈຳກັດ ແລະ ແຂວງໄດ້ມອບຕໍ່ໃຫ້ພະແນກ ຍທຂ ຄຸ້ມຄອງຈຳນວນ 10 ຄັນ, ໃນນີ້ໄດ້ເຮັດສັນຍາກັບບໍລິສັດຄຳກ່າຍບໍລິການຂົນສົ່ງໂດຍສານ ທົດລອງບໍລິການພາຍໃນແຂວງຈຳນວນ 6 ຄັນ. ສ່ວນຕາຕະລາງແລ່ນລົດປະຈຳສາຍທາງພາຍໃນແຂວງ ຈຸດຄິວໂດຍສານ ເມືອງສາມັກຄີໄຊ ຫາຊາຍແດນດ່ານສາກົນຖ້ຽວທີ 1 ເວລາອອກ 8:30 ໂມງ ແລະ ເວລາກັບ 9:30 ໂມງ, ຖ້ຽວທີ 2 ເວລາອອກ 13:00 ໂມງ ແລະ ເວລາກັບ 13:00 ໂມງ; ຈຸດຄິວລົດໂດຍສານເມືອງສາມັກຄີໄຊ ແລ່ນເສັ້ນທາງບ້ານສີວິໄລ-ວັດພູສະຟອງ-ວັດສະແຄະ-ບ້ານຫຼາດສະຕີ-ບ້ານຕາດແສງ-ຕົວເມືອງຊານໄຊຖ້ຽວທີ 1 ເວລາອອກ 8:30 ໂມງ ແລະ ເວລາກັບ 9:30 ໂມງ, ຖ້ຽວທີ 2 ເວລາອອກ 13:00 […]
ປະກາດປ່າອາຮັກປາກຫ້ວຍເກາະ ເຂດ ບ້ານນາຢອງເປັນປ່າສະຫງວນຂອງເມືອງລະມາມ

ອຳນາດການປົກຄອງເມືອງລະມາມ ແຂວງເຊກອງ ໄດ້ຈັດພິທີປະກາດສ້າງຕັ້ງປ່າອາຮັກປາກຫ້ວຍເກາະເຂດບ້ານນາຢອງເປັນປ່າສະຫງວນຂອງເມືອງລະມາມ, ຊຶ່ງພິທີ ໄດ້ຈັດຂຶ້ນໃນວັນທີ 28 ມິຖຸນາ 2024 ຜ່ານມານີ້ ທີ່ບ້ານນາຢອງ ໂດຍມີທ່ານ ໄຊຍະຫວັດ ກ້ອນຄໍາໝັ້ນ ປະທານກວດກາພັກ-ລັດເມືອງລະມາມ ເຂົ້າຮ່ວມ. ທ່ານ ສະໜອງ ສິມມາວັດ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງລະມາມ ລາຍງານວ່າ: ປ່າສະຫງວນປ່າອາຮັກປາກຫ້ວຍເກາະ ມີເນື້ອທີ່ທັງໝົດ 17,4 ເຮັກຕາ ເພື່ອອະນຸລັກທຳມະຊາດ, ປົກປັກຮັກສາ ແລະ ຂະຫຍາຍພັນພືດ, ພັນສັດນ້ຳ, ສັດປ່ານາໆຊະນິດ, ລະບົບນິເວດປ່າໄມ້ ແລະ ສິ່ງຕ່າງໆທີ່ມີຄຸນຄ່າທາງດ້ານທຳມະຊາດ, ປະຫວັດສາດ, ວັດທະນະທຳ, ການທ່ອງທ່ຽວ, ສິ່ງແວດລ້ອມ, ການສຶກສາ ແລະ ຄົ້ນຄວ້າວິທະຍາສາດ. ເພື່ອເຮັດໃຫ້ປ່າສະຫງວນແຫ່ງນີ້ ໄດ້ຮັບການອະນຸລັກຮັກສາຢ່າງຖືກຕ້ອງ ແລະ ເຂັ້ມງວດ ຂໍໃຫ້ທຸກພາກສ່ວນຈົ່ງພ້ອມກັນເປັນເຈົ້າການຮ່ວມມືກັນປົກປັກຮັກສາເຂດປ່າສະຫງວນປ່າອາຮັກປາກຫ້ວຍເກາະຢ່າງແຂງແຮງ ໃຫ້ກາຍເປັນເຂດທຳມະຊາດທີ່ມີຄວາມອຸດົມສົມບູນຂອງເມືອງລະມາມກໍຄືແຂວງເຊກອງ. ຂ່າວຈາກ: ວສລ
ອີຢູ ສືບຕໍ່ກຳນົດສິດຊາວລີ້ໄພ ອູແກຣນ ໄປຈົນຮອດປີ 2026

ວິທະຍຸ ກະຈາຍ ສຽງແຫ່ງຊາດ ຫວຽດນາມ,ເມື່ອບໍ່ດົນມານີ້, ສະຫະພາບ ເອີຣົບ (ອີຢູ) ໄດ້ຕໍ່ກຳນົດສິດ ຂອງຊາວລີ້ໄພ ອູແກຣນ ໃຫ້ໄດ້ອາໄສໃນກຸ່ມນີ້ ຕື່ມອີກ 1 ປີ ໄປຈົນຮອດ ເດືອນ ມີນາ 2026.ປະຈຸບັນ, ມີຊາວລີ້ໄພ ອູແກຣນ ປະມານ 4,2 ລ້ານຄົນ ຈົດທະບຽນ ຂໍລີ້ໄພ ຢູ່ທົ່ວ ອີຢູ.ໃນນັ້ນ ລວມມີ: ເຢຍລະມັນ, ໂປໂລຍ ແລະ ສ.ເຊັກໂກ ແມ່ນບັນດາ ປະເທດ ມີຈຳນວນ ຊາວລີ້ໄພ ຫລາຍທີ່ສຸດ. ທ່ານ Nicole de Moor, ລັດຖະມົນຕີ ຜູ້ຮັບຜິດຊອບ ການລີ້ໄພ ແລະ ອົບພະຍົບຂອງ ແບນຊິກ, ປະເທດ ພວມດຳລົງຕຳແໜ່ງ ປະທານ ໝູນວຽນ ສະພາ ເອຣົບ (ຮອດເດືອນ ມິຖຸນາ), […]
ຄຄອຊ ເລັ່ງປັບປຸງນິຕິກຳເພື່ອຄວບຄຸມ ຫຼຸດຜ່ອນປາກົດການຫຍໍ້ທໍ້ ທີ່ເກີດຈາກການໃຊ້ອິນເຕີເນັດ

ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ກຽມເລັ່ງປັບປຸງບັນດານິຕິກຳ ສ້າງເງື່ອນໄຂໃນການຄຸ້ມຄອງ ເພື່ອຫຼຸດຜ່ອນ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ ທີ່ເກີດຂຶ້ນຜ່ານທາງລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ. ຄຳເຫັນດັ່ງກ່າວ ມີຂຶ້ນໃນກກອງປະຊຸມ ສະຫຼຸບວຽກງານຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ປະຈຳ 06 ເດືອນຕົ້ນປີ 2024 ແລະ ວາງທິດທາງແຜນການໃນຕໍ່ໜ້າຂຶ້ນໃນວັນທີ 25 ມິຖຸນາ 2024 ນີ້, ທີ່ຫ້ອງປະຊຸມ ກະຊວງປ້ອງກັນຄວາມສະຫງົບ. ໂດຍການເປັນປະທານຂອງ ທ່ານ ພົອ ວິໄລ ຫຼ້າຄຳຟອງ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ, ພ້ອມມີລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮອງປະທານ-ຜູ້ປະຈຳການ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ຜ່ານການຈັດຕັ້ງປະຕິບັດວຽກງານ ຄຄອຊ ປະຈໍາ 06 ເດືອນຕົ້ນປີ 2024 ແລະ ວາງທິດທາງແຜນການໃນຕໍ່ໜ້າ ທ່ານ ມີນາໄຊ ພິລາວົງ, ຫົວໜ້າສູນອິນເຕີເນັດແຫ່ງຊາດ, […]
ອັດຕາເງິນເຟີ້ໃນສິງກະໂປ ຮັກສາຢູ່ລະດັບ 3,1%

ສຳນັກຂ່າວStraits Times,ລາຍງານວ່າ: ອັດຕາ ເງິນເຟີ້ ພື້ນຖານ(Core inflation)ຂອງສິງກະໂປ ໃນເດືອນພຶດສະພາ ຍັງຮັກສາ ຢູ່ລະດັບ 3,1% ຕໍ່ເນື່ອງເປັນເດືອນ ທີ3 ແລ້ວ ເນື່ອງຈາກ ລາຄາ ສິນຄ້າ ອຸປະໂພກ ບໍລິໂພກ ໃນປະເທດ ຍັງຄົງປັບຕົວ ເພີ່ມຂຶ້ນ ເຮັດໃຫ້ ຊາວສິງກະໂປ ຕ້ອງຈ່າຍເງິນ ເພີ່ມຫລາຍຂຶ້ນ ສຳລັບ ການເດີນທາງ ທ່ອງທ່ຽວ.ຂະນະທີ່, ອັດຕາເງິນເຟີ້ ພາກບໍລິການ ໃນເດືອນພຶດສະພາ ຢູ່ໃນລະດັບ 3.6% ເນື່ອງຈາກ ປະຊາຊົນ ໃຊ້ຈ່າຍ ໃນການທ່ອງທ່ຽວ ຫລາຍຂຶ້ນ. ລາຄາປີ້ຍົນ ໄດ້ຫລຸດລົງ ໜ້ອຍໜຶ່ງ.ຂະນະດຽວກັນການເພີ່ມຂຶ້ນ ຂອງ ອັດຕາ ເງິນເຟີ້ ພາກບໍລິການ ຖືກຊົດເຊີຍ ດ້ວຍອັດຕາເງິນເຟີ້ ທີ່ຫລຸດລົງ ໃນສ່ວນ ຄ່າໄຟຟ້າ ແລະ ອາຍແກັສ ລວມໄປເຖິງ ສິນຄ້າ […]
ກອງປະຊຸມບັນດາຜູ້ນຳໜ້າຄັ້ງທີ 15 ເວທີປາໄສເສດຖະກິດໂລກ

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ກອງປະຊຸມ ບັນດາ ຜູ້ນຳໜ້າ ຄັ້ງທີ 15 ຂອງເວທີປາໄສ ເສດຖະກິດໂລກ (WEF 15), ຫລື ເອີ້ນວ່າ Davos ລະດູແລ້ງ, ດຳເນີນ ແຕ່ວັນທີ 25–27 ມິຖຸນາ ຢູ່ນະຄອນ ຕະຫລຽນ, ແຂວງ ຫລຽວໜິງ ຂອງ ສປ ຈີນ ພາຍໃຕ້ຫົວຂໍ້ “ບັນດາຂົງເຂດ ເຕີບໂຕໃໝ່” ເພື່ອປຶກສາ ຫາລື ກ່ຽວກັບ ຫລາຍຫົວຂໍ້ທີ່ກ່ຽວຂ້ອງເຖິງ ການສ້າງ ຮູບແບບ ເຕີບໂຕສີຂຽວ ແລະ ຍືນຍົງ ໃຫ້ອະນາຄົດ. ນັບແຕ່ປີ 2007, ເມື່ອ WEF ຈັດກອງປະຊຸມ ຄັ້ງທຳອິດຢູ່ ສປ ຈີນ, ທຽນຈີນ ແລະ ຕະຫລຽນ ເຊິ່ງເປັນສອງ ນະຄອນ ຜັດປ່ຽນກັນ […]
ອາຟຣິກາ ໄດ້ຮັບທຶນພັດທະນາຕະຫລາດວັກຊິນ ຫລາຍກວ່າ 1 ຕື້ໂດລາສະຫະລັດ

ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ບັນດາ ການນຳໂລກ, ບັນດາ ກຸ່ມການແພດ ແລະ ບໍລິສັດ ການຢາ ເຂົ້າຮ່ວມ ກອງປະຊຸມ ສຸດຍອດ ອົງການ ພັນທະມິດ ວັດເຊິນ ແລະ ການສັກວັກຊິນ ໃນທົ່ວໂລກ (Gavi) ຈັດຂຶ້ນ ໃນວັນທີ 20 ມິຖຸນານີ້ ໄດ້ປະກາດ ບ້ວງເງິນ ໜູນຊ່ວຍ ທີ່ມີມູນຄ່າ 1,2 ຕື້ໂດລາ ສະຫະລັດ ເພື່ອຜະລິດ ວັກຊິນ ຢູ່ ອາຟຣິກາ ເຊິ່ງແມ່ນສະຖານທີ່ ພວມຜະເຊີນໜ້າກັບ ວິກິດການ ດ້ານການແພດ ລວມທັງ ໂລກອະຫິວາ ທີ່ພວມເພີ່ມຂຶ້ນ.ໃນໂອກາດນີ້ ທ່ານ ເອັມມານູເອລ ມາໂຄຣນ (Emmanuel Macron) ປະທານາທາບໍດີ ຝຣັ່ງ ໃຫ້ຮູ້ວ່າ: ລາຍການ ເພີ່ມຄວາມໄວ ໃນການຜະລິດ ວັກຊິນຢູ່ […]