ຢູເຄຣນຖະຫລົ່ມຣັດເຊຍກ່ອນມື້ສວນສະໜາມ

ມອສໂກ 6 ພຶດສະພາ – ຢູເຄຣນສົ່ງໂດຣນໂຈມຕີຣັດເຊຍຕໍ່ເນື່ອງເປັນຄືນທີສອງ ໃນຂະນະທີ່ຣັດເຊຍກຳລັງຈະມີງານສວນສະໜາມປະຈຳປີໃນອີກ 3 ວັນຂ້າງໜ້າ ເຊິ່ງຈະມີຜູ້ນຳຈາກຫຼາຍປະເທດມາຮ່ວມງານດ້ວຍ   ທ່ານເຊີເກ ໂຊບຢານິນ ເຈົ້າຕີກຸງມອສໂກ ລະບຸວ່າ ,ມື້ຄືນນີ້ຣັດເຊຍສາມາດທຳລາຍໂດຣນຂອງຢູເຄຣນໄດ້ຢ່າງໜ້ອຍ 19 ລຳ ກ່ອນທີ່ໂດຣນເຫຼົ່ານີ້ຈະໂຈມຕີເຖິງເປົ້າໝາຍ ຫຼັງຈາກເມື່ອຄືນວານນີ້ລະບົບປ້ອງກັນໄພທາງອາກາດຂອງຣັດເຊຍກໍຍິງສະກັດໂດຣນຂອງຢູເຄຣນໄປ 4 ລຳ.   ທ່ານໂຊບຢານິນເປີດເຜີຍດ້ວຍວ່າ ສະໜາມບິນທັງ 4 ແຫ່ງໃນກຸງມອສໂກຕ້ອງປິດທຳການຊົ່ວຄາວນານຫຼາຍຊົ່ວໂມງໃນວັນນີ້ເພື່ອຄວາມປອດໄພ.   ນອກຈາກນີ້ຍັງມີສະໜາມບິນອີກຫຼາຍແຫ່ງໃນເມືອງຕ່າງໆ ທີ່ຕ້ອງປິດທຳການໄປດ້ວຍ. ຂະນະທີ່ກະຊວງກະລາໂຫມລະບຸວ່າ ເມື່ອຄືນນີ້ສາມາດສະກັດໂດຣນຂອງຢູເຄຣນທົ່ວປະເທດໄດ້ເຖິງ 105 ລຳ.   ການໂຈມຕີກຸງມອສໂກຮອບນີ້ມີຂຶ້ນກ່ອນທີ່ຣັດເຊຍຈະຈັດການສວນສະໜາມເຊິ່ງເປັນງານໃຫຍ່ປະຈຳປີໃນວັນທີ 9 ພຶດສະພານີ້ ເພື່ອສະເຫຼີມສະຫຼອງໄຊຊະນະເໜືອກອງທັບນາຊີເຢຍລະມັນເມື່ອສະໄໝສົງຄາມໂລກຄັ້ງທີ 2 ເຊິ່ງງານນີ້ຈະມີຜູ້ນຳຈາກຫຼາຍປະເທດມາຮ່ວມງານດ້ວຍ ລວມທັງປະທານາທິບໍດີສີ ຈິ້ນຜິງ ຂອງຈີນທີ່ມີກຳນົດຢ້ຽມຢາມຣັດເຊຍຢ່າງເປັນທາງການລະຫວ່າງ 7-10 ພຶດສະພານີ້.   ເມື່ອເດືອນທີ່ຜ່ານມາ ປະທານາທິບໍດີປູຕິນໄດ້ປະກາດຢຸດຍິງຝ່າຍດຽວໃນຢູເຄຣນເປັນເວລາ 3 ວັນລະຫວ່າງ 8-10 ພຶດສະພາ ແຕ່ປະທານາທິບໍດີ ໂວໂລດິເມຍ ເຊເລນສະກີ […]

ເຮືອທ່ອງທ່ຽວຫລົ້ມໃນຈີນ 4 ລຳຕິດຕໍ່ກັນ, ເສຍຊີວິດ 10 ຄົນ

ປັກກິ່ງ 5 ພດສະພາ – ເຮືອທ່ອງທ່ຽວຖືກກະແສລົມແຮງພັດຈົນຈົມລົງໃນແມ່ນ້ຳເຖິງ 4 ລຳຕິດຕໍ່ກັນ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 10 ຄົນ     ສຳນັກຂ່າວຊິນຫົວ ແລະ ໂທລະພາບຊີຊີທີວີ ຂອງຈີນ ລາຍງານວ່າ ໃນຊ່ວງບ່າຍຂອງວັນອາທິດທີ່ຜ່ານມາ ມີເຮືອທ່ອງທ່ຽວເຖິງ 4 ລຳຖືກກະແສລົມແຮງແບບກະທັນຫັນພັດຈົນເຮືອຫລົ້ມໃນແມ່ນ້ຳຫລິວກວງ ໃນເມືອງຊຽນຊີ ແຂວງກຸ້ຍໂຈວ ທາງພາກຕາເວັນຕົກສຽງໃຕ້ ເຮັດໃຫ້ມີຜູ້ເສຍຊີວິດ 9 ຄົນ ແລະ ມີຜູ້ສູນຫາຍອີກ 1 ຄົນ.   ຫລ້າສຸດໃນຊ່ວງທ່ຽງທີ່ຜ່ານມາ ເຈົ້າໜ້າທີ່ກູ້ໄພໄດ້ພົບຮ່າງຂອງຜູ້ສູນຫາຍຄົນສຸດທ້າຍແລ້ວ ແຕ່ບໍ່ພົບວ່າມີສັນຍານຊີບ ເຮັດໃຫ້ຈຳນວນຜູ້ເສຍຊີວິດເພີ່ມເປັນ 10 ຄົນ.   ສຳນັກຂ່າວຊິນຫົວລາຍງານວ່າ ມີຜູ້ທີ່ໄດ້ຮັບການຊ່ວຍຊີວິດໄວ້ໄດ້ 74 ຄົນ, ໃນຈຳນວນນີ້ ຖືກສົ່ງຕົວໄປໂຮງໝໍ 70 ຄົນ ເພື່ອຮັກສາອາການບາດເຈັບເລັກໆນ້ອຍໆ, ໃນຂະນະທີ່ໂທລະພາບຊີຊີທີວີລາຍງານວ່າ ມີຜູ້ປະສົບເຫດຕົກລົງໄປໃນນ້ຳກວ່າ 80 ຄົນ, ແຕ່ມີບາງຄົນສາມາດລອຍນ້ຳກັບເຂົ້າຝັ່ງໄດ້ເອງ.   ເຮືອທີ່ປະສົບເຫດເປັນເຮືອເປົ່າ […]

“ທຣຳ” ຈະຫຼຸດຜົນກະທົບພາສີລົດຍົນ

ສ​ະ​ຫະ​ລັດ​ອາ​ເມ​ລິ​ກາ 29 ເມ​ສາ – ລັດ​ຖະ​ບານ​ສະ​ຫະ​ລັດ​ຈະ​ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ຈາກ​ການ​ເພີ່ມ​ພາ​ສີ​ນຳ​ເຂົ້າ​ລົດ​ຍົນ ໂດຍ​ການ​ຜ່ອນ​ຜັນ​ການ​ເກັບ​ພາ​ສີ​ບາງ​ສ່ວນ​ສຳ​ລັບ​ອະ​ໄຫຼ່​ຈາກ​ຕ່າງ​ປະ​ເທດ​ທີ່​ໃຊ້​ໃນ​ການ​ຜະ​ລິດ​ລົດ​ຍົນ​ໃນ​ສະ​ຫະ​ລັດ ແລະ ຈະ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ເກັບ​ພາ​ສີ​ຊໍ້າ​ຊ້ອນ​ກັບ​ພາ​ສີ​ອື່ນໆ ສຳ​ລັບ​ລົດ​ຍົນ​ນຳ​ເຂົ້​າ.   ທຳ​ນຽບ​ຂາວ​ສະ​ຫະ​ລັດ​ໄດ້​ເຜີຍ​ແຜ່​ຖ້ອຍ​ແຖລງ​ຂອງ​ທ່ານ Howard Lutnick ລັດ​ຖະ​ມົນ​ຕີ​ການ​ຄ້າ​ໃນ​ມື້​ນີ້​ວ່າ ປະ​ທາ​ນາ​ທິ​ບໍ​ດີ Donald Trump ກຳ​ລັງ​ສ້າງ​ຄວາມ​ເປັນ​ຫຸ້ນ​ສ່ວນ​ທີ່​ສຳ​ຄັນ​ກັບ​ທັງ​ຜູ້​ຜະ​ລິດ​ລົດ​ຍົນ​ພາຍ​ໃນ​ປະ​ເທດ ແລະ ຄົນ​ເຮັດ​ວຽກ​ຊາວ​ອາ​ເມ​ລິ​ກາ.   ຂໍ້​ຕົກ​ລົງ​ນີ້​ເປັນ​ໄຊ​ຊະ​ນະ​ຄັ້ງ​ໃຫຍ່​ໃນ​ການ​ດຳ​ເນີນ​ນະ​ໂຍ​ບາຍ​ການ​ຄ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ Trump, ເປັນ​ການ​ຕອບ​ແທນ​ບໍ​ລິ​ສັດ​ທີ່​ຜະ​ລິດ​ລົດ​ໃນ​ສະ​ຫະ​ລັດ ແລະ ໃຫ້​ໂອ​ກາດ​ແກ່​ຜູ້​ຜະ​ລິດ​ທີ່​ສະ​ແດງ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ລົງ​ທຶນ ແລະ ຂະ​ຫຍາຍ​ການ​ຜະ​ລິດ​ໃນ​ສະ​ຫະ​ລັດ.   ກ່ອນ​ໜ້າ​ນີ້ ໜັງ​ສື​ພິມ Wall Street Journal ໄດ້​ລາຍ​ງານ​ຂ່າວ​ນີ້​ເປັນ​ແຫ່ງ​ທຳ​ອິດ​ວ່າ ບໍ​ລິ​ສັດ​ລົດ​ຍົນ​ທີ່​ຈ່າຍ​ພາ​ສີ​ແລ້ວ ຈະ​ບໍ່​ຕ້ອງ​ເສຍ​ພາ​ສີ​ຊໍ້າ​ຊ້ອນ​ຈາກ​ການ​ທີ່​ສະ​ຫະ​ລັດ​ເພີ່ມ​ພາ​ສີ​ສິນ​ຄ້າ​ນຳ​ເຂົ້າ​ອື່ນ ເຊັ່ນ: ເຫຼັກ ແລະ ອາ​ລູ​ມິ​ນຽມ ແລະ ຈະ​ມີ​ການ​ຄືນ​ພາ​ສີ​ຊໍ້າ​ຊ້ອນ​ທີ່​ຈ່າຍ​ໄປ​ແລ້ວ.     ກ່ຽວກັບຜູ້ຜະລິດລົດຍົນໄດ້ສະແດງຄວາມຄາດຫວັງເມື່ອວານນີ້ວ່າ ຜູ້ນຳສະຫະລັດຈະປະກາດມາດຕະການຫຼຸດຜ່ອນຜົນກະທົບຂອງພາສີລົດຍົນກ່ອນເດີນທາງໄປລັດມິຊິແກນໃນມື້ນີ້ ເພື່ອສະຫຼອງການດຳລົງຕຳແໜ່ງຄົບ 100 ວັນທຳອິດ. ລັດນີ້ມີຄວາມສຳຄັນໃນແງ່ຂອງການເປັນທີ່ຕັ້ງຂອງບໍລິສັດລົດຍົນຍັກໃຫຍ່ 3 ແຫ່ງຂອງສະຫະລັດ ແລະ ເປັນທີ່ຕັ້ງຂອງບໍລິສັດຊັບພລາຍເອີລາຍໃຫຍ່ທີ່ກ່ຽວຂ້ອງກັບລົດຍົນຫຼາຍກວ່າ […]

ສະເປນ-ໂປຕຸເກສ ໄຟຟ້າດັບຄັ້ງໃຫຍ່

ມາດຣິດ 29 ເມສາ – ຫຼາຍພື້ນທີ່ຂອງສະເປນ ແລະ ໂປຕຸເກສ ປະເຊີນກັບບັນຫາໄຟຟ້າດັບຄັ້ງໃຫຍ່ ກະທົບຕໍ່ຫຼາຍພາກສ່ວນໃນປະເທດ ຈົນລັດຖະບານສະເປນຕ້ອງປະກາດພາວະສຸກເສີນ   ຫຼາຍພື້ນທີ່ຂະໜາດໃຫຍ່ຂອງສະເປນ ແລະ ໂປຕຸເກສ ເຊິ່ງຕັ້ງຢູ່ເທິງຄາບສະໝຸດໄອບີເຣຍ ລວມເຖິງບາງສ່ວນຂອງຝຣັ່ງ ປະເຊີນບັນຫາໄຟຟ້າດັບຄັ້ງໃຫຍ່ຕັ້ງແຕ່ຊ່ວງສວາຍຂອງມື້ວານນີ້ຕາມເວລາທ້ອງຖິ່ນ ກໍ່ໃຫ້ເກີດຄວາມໂກລາຫົນໄປທົ່ວປະເທດ.   ການຂົນສົ່ງສາທາລະນະ ທັງລົດໄຟໂດຍສານ, ລົດໄຟໃຕ້ດິນ ແລະເຄື່ອງບິນໂດຍສານເປັນອຳພາດ, ການຈະລາຈອນຕິດຂັດຢ່າງໜັກ ເນື່ອງຈາກສັນຍານໄຟຈະລາຈອນຕາມແຍກຕ່າງໆ ໃຊ້ການບໍ່ໄດ້, ຖ້ຽວບິນໂດຍສານຊັກຊ້າແລະຍົກເລີກຈຳນວນຫຼາຍ, ໂຮງໝໍແລະໂຮງຮຽນບໍ່ມີໄຟຟ້າໃຊ້, ຜູ້ຄົນຈຳນວນຫຼາຍຕິດຢູ່ໃນລົດໄຟໃຕ້ດິນ, ລົດໄຟໂດຍສານ ແລະໃນລິບ.   ສະເພາະໃນກຸງມາດຣິດ ເມືອງຫຼວງສະເປນ, ປະຊາຊົນນັບພັນຄົນ ອອກມາຢືນຢູ່ຕາມຖະໜົນນອກອາຄານສຳນັກງານ, ມີເຈົ້າໜ້າທີ່ຄອຍຄວບຄຸມການຈະລາຈອນ, ຂະນະທີ່ທະຫານຖືກສົ່ງໄປຊ່ວຍເຫຼືອຜູ້ໂດຍສານທີ່ຕິດຄ້າງຢູ່ໃນລົດໄຟໂດຍສານຫຼາຍຂະບວນ. ຜູ້ໂດຍສານຕົກຄ້າງທີ່ສະຖານີລົດໄຟໃນກຸງມາດຣິດ ສະເປນ ບໍລິສັດໄຟຟ້າສະເປນແລະໂປຕຸເກສພະຍາຍາມແກ້ໄຂບັນຫາກະແສໄຟຟ້າດັບ ບໍລິສັດໄຟຟ້າແລະຜູ້ປະກອບການໄຟຟ້າທັງໃນສະເປນແລະໂປຕຸເກສ ພະຍາຍາມຢ່າງໜັກໃນການແກ້ບັນຫາເພື່ອກັບມາຈ່າຍກະແສໄຟຟ້າອີກຄັ້ງ ຂະນະທີ່ລັດຖະບານສະເປນປະກາດສະຖານະການສຸກເສີນ ແລະ ຮຽກປະຊຸມກັບລັດຖະບານໂປຕຸເກສເພື່ອຫາລືກ່ຽວກັບບັນຫາໄຟຟ້າດັບ.   ບໍລິສັດ Red Eléctrica ເຊິ່ງເປັນຜູ້ປະກອບການສົ່ງໄຟຟ້າຂອງສະເປນແຈ້ງວ່າ ໄຟຟ້າດັບ ເຊິ່ງຍັງບໍ່ຮູ້ສາເຫດໃນທັນທີອາດກິນເວລາດົນ 6 ເຖິງ […]

“ທຣຳ” ຄະແນນນິຍົມຫຼຸດລົງ ຕ່ຳສຸດໃນຮອບ 7 ທົດສະວັດ.

ແອັດແລນຕາ 28 ເມສາ – ສຳນັກຂ່າວຊີເອັນເອັນເປີດເຜີຍວ່າ ທ່ານໂດນັລດ໌ ທຣຳ ມີຄະແນນນິຍົມຫຼັງເຂົ້າຮັບຕຳແໜ່ງປະທານາທິບໍດີສະຫະລັດສະໄໝທີ 2 ຄົບ 100 ວັນ ພຽງ 41% ຖືວ່າຕ່ຳສຸດໃນຮອບ 7 ທົດສະວັດ   ຊີເອັນເອັນເຜີຍແຜ່ຜົນສຳຫຼວດທີ່ດຳເນີນການໂດຍເອັສເອັສອາເອັສ (SSRS) ເປັນການສອບຖາມຜູ້ໃຫຍ່ຊາວອາເມລິກັນທົ່ວປະເທດຈຳນວນ 1,678 ຄົນ ລະຫວ່າງວັນທີ 17-24 ເມສາ 2025   ຜົນສຳຫຼວດລະບຸວ່າ ທ່ານ ທຣຳກັບມາຮັບຕຳແໜ່ງສະໄໝທີ 2 ດ້ວຍຄະແນນສຽງຫຼາຍທີ່ສຸດໃນອາຊີບການເມືອງຂອງເຂົາ ແຕ່ຫຼັງຈາກຮັບຕຳແໜ່ງຄົບ 100 ວັນແລກ ລາວກັບມີຄະແນນນິຍົມພຽງ 41% ຕ່ຳກວ່າເມື່ອຄັ້ງທີ່ດຳລົງຕຳແໜ່ງສະໄໝແລກ ແລະ ຕ່ຳທີ່ສຸດໃນບັນດາຜູ້ນຳສະຫະລັດເມື່ອນັບຍ້ອນໄປເຖິງໄດວຕ໌ ໄອເຊນຮາວເອີ ປະທານາທິບໍດີຄົນທີ 34 ໃນປີ 1953.   ເຖິງຢ່າງໃດກໍຕາມ, ຂໍ້ມູນໃນເວັບໄຊທ໌ດິອະເມລິກັນ ເພຣສຊິເດັນຊີ ໂປຣເຈັກທ໌ (The American Presidency Project) […]

“ທຣຳ” ເປີດເຜີຍວ່າການເຈລະຈາເລື່ອງພາສີຈະສິ້ນສຸດໃນອີກ 3-4 ອາທິດ

ວໍຊິງຕັນ 26 ເມສາ – ປະທານາທິບໍດີໂດນາລດ໌ ທຣຳຂອງສະຫະລັດກ່າວວ່າ ການເຈລະຈາເລື່ອງພາສີອາກອນກັບຫຼາຍປະເທດຈະຈົບລົງພາຍໃນ 3-4 ອາທິດ ພ້ອມກັບອ້າງວ່າໄດ້ເຮັດຂໍ້ຕົກລົງແລ້ວປະມານ 200 ສະບັບ   ເວັບໄຊທ໌ສຳນັກຂ່າວຢອນຮັບ ຂອງທາງການເກົາຫຼີໃຕ້ລາຍງານອ້າງບົດສຳພາດປະທານາທິບໍດີທຣຳທີ່ນິຕະຍະສານໄທມສ໌ເຜີຍແຜ່ໃນເວັບໄຊທ໌ເມື່ອວັນສຸກ ຫນຶ່ງມື້ຫຼັງຈາກເກົາຫຼີໃຕ້ ແລະ ສະຫະລັດເປີດການເຈລະຈາລະດັບສູງເລື່ອງການຄ້າ.   ຜູ້ນຳສະຫະລັດກ່າວວ່າ ທຸກຢ່າງຈະຈົບໃນອີກ 3-4 ອາທິດ.   ໃນໄລຍະນີ້ບາງປະເທດອາດກັບມາຂໍໃຫ້ສະຫະລັດປັບແກ້ໄຂບາງຢ່າງ, ເຂົາພ້ອມພິຈາລະນາແຕ່ໃນພາບລວມໄດ້ຕັດສິນໃຈແລ້ວ ພ້ອມກັບອ້າງວ່າ ໄດ້ເຮັດຂໍ້ຕົກລົງກັບປະເທດຕ່າງໆ ຢ່າງສຳເລັດສົມບູນແລ້ວປະມານ 200 ສະບັບ ແຕ່ບໍ່ເປີດເຜີຍໃນລາຍລະອຽດ.   ຢອນຮັບຕັ້ງຂໍ້ສັງເກດວ່າ ຄຳກ່າວຂອງທ່ານທຣຳສົ່ງສັນຍານວ່າ ສະຫະລັດອາດສະຫຼຸບການເຈລະຈາເລື່ອງພາສີອາກອນກັບປະເທດຄູ່ຄ້າໄດ້ກ່ອນວັນທີ 8 ກໍລະກົດ ຊຶ່ງເປັນວັນທີ່ການຊະລໍການບັງຄັບໃຊ້ພາສີອາກອນກັບປະເທດຕ່າງໆ ໃນອັດຕາແຕກຕ່າງກັນອອກໄປເປັນເວລາ 90 ວັນຈະສິ້ນສຸດລົງ ຫຼັງຈາກບັງຄັບໃຊ້ໄດ້ບໍ່ເຖິງ 24 ຊົ່ວໂມງ ເມື່ອວັນທີ 9 ເມສາ.   ໃນບົດສຳພາດດັ່ງກ່າວ, ທ່ານທຣຳໄດ້ກ່າວເຖິງເລື່ອງທີ່ສະຫະລັດຈ່າຍເງິນຈຳນວນຫຼາຍເພື່ອຊ່ວຍປົກປ້ອງເກົາຫຼີໃຕ້ ແລະ ປະເທດພັນທະມິດອື່ນໆ ວ່າ ລັດຖະບານຂອງເຂົາຈະຈັດການເລື່ອງນີ້ແຍກຈາກການເຈລະຈາເລື່ອງການຄ້າ. […]

ອິນເດຍປິດເມືອງທ່ອງທ່ຽວເປັນມື້ທີ 2 ຫຼັງເຫດການຍິງ 26 ສົບ

ພາຮັລກາມ 24 ເມສາ – ອິນເດຍປິດເມືອງພາຮັລກາມ (Pahalgam) ໃນລັດຈັມມູ ແລະ ແຄຊເມຍ ທາງຕາເວັນຕົກສຽງເໜືອຂອງປະເທດ ເປັນມື້ທີ 2 ຕິດຕໍ່ກັນໃນມື້ນີ້ ຫຼັງເກີດເຫດກຸ່ມຄົນຖືປືນຍິງນັກທ່ອງທ່ຽວເສຍຊີວິດ 26 ຄົນ ບາດເຈັບ 17 ຄົນ ເມື່ອວັນອັງຄານທີ 22 ເມສາ   ຄຳສັ່ງປິດເມືອງມີຂຶ້ນຕັ້ງແຕ່ມື້ວານນີ້ ເຮັດໃຫ້ບັນຍາກາດທັງເມືອງງຽບເຫງົາ ໂຮງຮຽນ ສະຖານສຶກສາ ໂຮງແຮມ ແລະ ຮ້ານຄ້າຕ່າງໆ ປິດບໍລິການ ຖະໜົນຫົນທາງປາສະຈາກພາຫະນະສັນຈອນ ຫຼັງເກີດເຫດການທີ່ອິນເດຍລະບຸວ່າເປັນການກໍ່ການຮ້າຍ ແລະ ເປັນການໂຈມຕີພົນລະເຮືອນຄັ້ງຮ້າຍແຮງທີ່ສຸດໃນອິນເດຍໃນຮອບເກືອບ 2 ທົດສະວັດ ໂດຍໃນຊ່ວງທີ່ເກີດເຫດມີນັກທ່ອງທ່ຽວປະມານ 1,000 ຄົນ ແລະ ຜູ້ໃຫ້ບໍລິການໃນທ້ອງຖິ່ນປະມານ 300 ຄົນ ຢູ່ໃນຮ່ອມພູໄບຊາຣານ (Baisaran Valley) ທີ່ມີທົ່ງຫຍ້າຢູ່ເທິງຍອດພູຂຽວ ລ້ອມຮອບໄປດ້ວຍປ່າສົນ ສວຍງາມຈົນໄດ້ສະຖານະວ່າ ມິນິສະວິດເຊີແລນ   ອິນເດຍປິດດ່ານທາງບົກກັບປາກີສະຖານ   ທາງການອິນເດຍຍັງໄດ້ປະກາດມາດຕະການຫຼາຍຢ່າງເມື່ອວານນີ້ເພື່ອຫຼຸດລະດັບຄວາມສຳພັນກັບປາກີສະຖານ […]

ເກີດເຫດ ຍິງປືນໃສ່ນັກທ່ອງທ່ຽວໃນອິນເດຍ ເຮັດໃຫ້ 24 ຄົນເສຍຊີວິດ

  ແຄັດເມຍ 23 ເມສາ. – ເກີດເຫດການກໍ່ການຮ້າຍໃນອິນເດຍ ເມື່ອກຸ່ມຄົນຖືປືນໄດ້ຍິງໃສ່ນັກທ່ອງທ່ຽວທີ່ກຳລັງຊົມຄວາມງາມຂອງສະຖານທີ່ທ່ອງທ່ຽວສຳຄັນໃນແຂວງແຄັດເມຍທີ່ຢູ່ພາຍໃຕ້ການປົກຄອງຂອງອິນເດຍໃນມື້ວານນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 24 ຄົນ   ລັດຖະມົນຕີໃຫຍ່ຂອງລັດຈັມມູ ແລະ ແຄັດເມຍຂອງອິນເດຍເປີດເຜີຍວ່າ ເຫດການໂຈມຕີໃນມື້ວານນີ້ແມ່ນເຫດການກໍ່ການຮ້າຍທີ່ມີເປົ້າໝາຍໂຈມຕີພົນລະເຮືອນທີ່ຮ້າຍແຮງທີ່ສຸດທີ່ເຄີຍເກີດຂຶ້ນໃນພື້ນທີ່ນີ້ໃນຮອບຫຼາຍປີ.   ຫຼັງຈາກກຸ່ມຄົນຖືປືນເຊິ່ງເຊື່ອວ່າເປັນສະມາຊິກຂອງກຸ່ມກໍ່ການຮ້າຍແບ່ງແຍກດິນແດນ 2-3 ຄົນ ໄດ້ໃຊ້ອາວຸດປືນຍິງໃສ່ນັກທ່ອງທ່ຽວຊາວອິນເດຍກຸ່ມໃຫຍ່ ທີ່ກຳລັງຢືນລວມຕົວກັນຢູ່ທົ່ງຫຍ້າແຄມທາງໃກ້ເມືອງປາຮັລກັມ ສະຖານທີ່ທ່ອງທ່ຽວຍອດນິຍົມທີ່ມີທິວທັດເປັນພູເຂົາອັນສວຍງາມ ຈົນໄດ້ຊື່ວ່າເປັນ ‘ສະວິດເຊີແລນແຫ່ງອິນເດຍ’   ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 25 ຄົນ ບາດເຈັບອີກຈຳນວນຫຼາຍ ໃນນັ້ນຫຼາຍຄົນອາການສາຫັດ ຖືເປັນການໂຈມຕີພົນລະເຮືອນຄັ້ງຮ້າຍແຮງທີ່ສຸດໃນພາກພື້ນເທືອກເຂົາຫິມາໄລແຫ່ງນີ້ໃນຮອບຫຼາຍປີ.     ອາມິດ ຊາຫ໌ ລັດຖະມົນຕີກະຊວງພາຍໃນຂອງອິນເດຍ ກຳລັງຮີບເດີນທາງໄປແຄັດເມຍ ເພື່ອປະຊຸມຮ່ວມກັບຝ່າຍຄວາມໝັ້ນຄົງໃນການວາງແຜນສົ່ງກຳລັງທະຫານເລັ່ງຕິດຕາມຕົວກຸ່ມຄົນຖືປືນທີ່ໜີໄປ.   ໃນຂະນະທີ່ນາຍົກລັດຖະມົນຕີ ນາເຣນດຣາ ໂມດີ ໄດ້ໂພສຂໍ້ຄວາມຜ່ານແອັບພລິເຄຊັ່ນເອັກສ໌ ຫຼື ທວິດເຕີເດີມວ່າ ຜູ້ທີ່ຢູ່ເບື້ອງຫຼັງການກະທຳອັນໂຫດຮ້າຍນີ້ຈະຕ້ອງຖືກນຳຕົວມາລົງໂທດຕາມກົດໝາຍ ແຜນການຊົ່ວຮ້າຍຂອງກຸ່ມແບ່ງແຍກດິນແດນຈະບໍ່ມີວັນປະສົບຜົນສຳເລັດ ຄວາມມຸ່ງໝັ້ນຂອງອິນເດຍໃນການຕໍ່ສູ້ກັບການກໍ່ການຮ້າຍນັ້ນໝັ້ນຄົງ ແລະ ຈະຍິ່ງແຂງແຮງຂຶ້ນ ຂະນະທີ່ຜູ້ນຳສະຫະລັດຯ ຣັດເຊຍ ແລະ ສະຫະພາບເອີຣົບ ຕ່າງກໍອອກມາປະນາມເຫດການກໍ່ການຮ້າຍ […]

ຟິລິບປິນ ແລະ ສະຫະລັດ ເລີ່ມການຝຶກຊ້ອມການສູ້ຮົບຮ່ວມກັນປະຈໍາປີ

ຂ່າວຈາກມະນິລາ, 21 ເມສາ – ທະຫານຟິລິບປິນ ແລະ ອາເມລິກາຫຼາຍກວ່າ 14,000 ຄົນ ໄດ້ເລີ່ມການຝຶກຊ້ອມການສູ້ຮົບປະຈຳປີລະຫວ່າງສອງປະເທດໃນມື້ນີ້,   ທ່າມກາງຄວາມກັງວົນດ້ານຄວາມໝັ້ນຄົງໃນພາກພື້ນ ແລະ ຄວາມຕຶງຄຽດໃນຄາບສະໝຸດເກົາຫຼີ.   ການຝຶກຊ້ອມປະຈຳປີພາຍໃຕ້ລະຫັດຊື່ “ບາລິກາຕັນ” ໃນພາສາຟິລິບປິນ, ເຊິ່ງແປວ່າ “ຄຽງບ່າຄຽງໄຫລ່”, ຈະດຳເນີນເປັນເວລາ 3 ອາທິດ, ຈົນເຖິງວັນທີ 9 ພຶດສະພາ.   ການຝຶກຊ້ອມດັ່ງກ່າວຈະເປັນການສະແດງແສນຍານຸພາບຂອງອຸປະກອນທາງທະຫານຂອງສະຫະລັດ, ລວມເຖິງຂີປະນາວຸດຕ້ານເຮືອຮົບ “ເອັນມີຊິສ” (NMESIS) ແລະ ເຄື່ອງຍິງຈະຫຼວດຫຼາຍລຳກ້ອງ “ໄຮມາສ” (HIMARS).   ໃນຂະນະດຽວກັນ, ຟິລິບປິນຈະທົດສອບຂີປະນາວຸດທີ່ທັນສະໄໝຂອງຕົນເອງໃນການຝຶກຊ້ອມດ້ວຍລູກປືນຈິງຮ່ວມກັບກອງທັບສະຫະລັດ.   ເຈົ້າໜ້າທີ່ກ່າວວ່າ ທະຫານສະຫະລັດປະມານ 9,000 ຄົນ ແລະ ທະຫານຟິລິບປິນ 5,000 ຄົນ ເຂົ້າຮ່ວມໃນການຝຶກຊ້ອມປີນີ້.   ນອກຈາກນັ້ນ, ກຸ່ມທະຫານຂະໜາດນ້ອຍຈາກ ອົສຕຣາລີ, ຍີ່ປຸ່ນ, ອັງກິດ, ຝຣັ່ງ […]

ມຽນມາ ກຽມວາງຜັງເມືອງນະຄອນເນປີດໍໃໝ່

ເນປີດໍ 21 ເມສາ. – ລັດຖະບານທະຫານມຽນມາກຽມວາງຜັງເມືອງນະຄອນເນປີດໍໃໝ່ ຫຼັງຈາກໄດ້ຮັບຄວາມເສຍຫາຍຢ່າງໜັກຈາກແຜ່ນດິນໄຫວ ຈົນຫຼາຍກະຊວງຕ້ອງຍ້າຍສຳນັກງານໄປນະຄອນຢ່າງກຸ້ງຊົ່ວຄາວ   ລັດຖະບານທະຫານມຽນມາກຽມວາງຜັງເມືອງຂອງນະຄອນເນປີດໍໃໝ່ ຫຼັງເກີດແຜ່ນດິນໄຫວຮຸນແຮງຂະໜາດ 7.7 ເມື່ອທ້າຍເດືອນມີນາ.   ສ້າງຄວາມເສຍຫາຍຕໍ່ອາຄານບ້ານເຮືອນໃນຫຼາຍພື້ນທີ່ຂອງປະເທດ ລວມເຖິງໃນເມືອງຫຼວງແຫ່ງນີ້ດ້ວຍ.   ອາຄານສຳນັກງານຕ່າງໆ ຂອງລັດຖະບານໃນນະຄອນເນປີດໍກວ່າ 70% ເສຍຫາຍຈາກແຜ່ນດິນໄຫວຄັ້ງລ່າສຸດ ລວມເຖິງອາຄານກະຊວງແຮງງານ ກະຊວງການວາງແຜນ ແລະ ສານສະຫະພາບ.   ພົນເອກອາວຸໂສມິນ ອ່ອງ ຫຼ່າຍ ຜູ້ນຳລັດຖະບານທະຫານມຽນມາ ກ່າວວ່າ ອາຄານທີ່ພັງຖະຫຼົ່ມລົງມາລະຫວ່າງເກີດແຜ່ນດິນໄຫວນັ້ນ ໄດ້ຮັບຜົນກະທົບໜັກຫຼາຍເນື່ອງຈາກສ້າງເທິງຊັ້ນດິນອ່ອນ (soft soil).   ຂະນະທີ່ອາຄານສຳນັກງານຕ່າງໆ ຈະຖືກສ້າງໃໝ່ ແລະ ຕ້ອງທົນຕໍ່ແຜ່ນດິນໄຫວທີ່ຈະເກີດຂຶ້ນໃນອະນາຄົດ ໂດຍຈະມີການທົດສອບຊັ້ນດິນກ່ອນສ້າງດ້ວຍ.   ນະຄອນເນປີດໍ ເປັນເມືອງທີ່ຖືກສ້າງຂຶ້ນມາໃໝ່ໃນປີ 2005 ຈາກເດີມທີ່ເປັນທີ່ພຽງທຳມະດາ ແລະ ມຽນມາກໍບໍ່ເຄີຍເປີດເຜີຍເຫດຜົນທີ່ຊັດເຈນໃນການຍ້າຍເມືອງຫຼວງຈາກນະຄອນຢ່າງກຸ້ງ ເຊິ່ງເປັນເມືອງໃຫຍ່ທີ່ສຸດຂອງປະເທດ ມາຍັງນະຄອນເນປີດໍແຫ່ງນີ້.   ຄາດວ່າ ການສ້ອມແປງນະຄອນເນປີດໍຈາກຄວາມເສຍຫາຍທີ່ເກີດເພາະແຜ່ນດິນໄຫວອາດໃຊ້ເວລາຫຼາຍປີ ເຮັດໃຫ້ກະຊວງຕ່າງປະເທດ ແລະ ກະຊວງການທ່ອງທ່ຽວ […]