ວ່າທີ່ຜູ້ນຳແຄນາດາປະກາດຈະຄວ້າໄຊຊະນະສົງຄາມການຄ້າກັບ “ທຣຳ”

ອົດຕາວາ 10 ມີນາ – ວ່າທີ່ນາຍົກລັດຖະມົນຕີຄົນໃໝ່ ຂອງແຄນາດາປະກາດວ່າຈະນຳປະເທດໄປສູ່ໄຊຊະນະປະທານາທິບໍດີໂດນັລ ທຣຳ ຂອງສະຫະລັດໃນສົງຄາມການຄ້າ ທ່ານມາກ ຄານີ ໄດ້ຮັບໄຊຊະນະການເລືອກຕັ້ງຫົວໜ້າພັກເສລີນິຍົມຫຼືລິເບີຣັລ ຢ່າງຖະຫລົ່ມທະລາຍ, ເຮັດໃຫ້ລາວກຳລັງຈະກ້າວຂຶ້ນຄອງຕຳແໜ່ງນາຍົກລັດຖະມົນຕີຂອງແຄນາດາຕໍ່ຈາກນາຍົກລັດຖະມົນຕີຈັສຕິນ ທຣູໂດ ທີ່ກຳລັງຈະພົ້ນຕຳແໜ່ງທີ່ຄອງມາເກືອບ 10 ປີ. ທ່ານຄານີ ອາຍຸ 59 ປີ ເປັນອະດີດຜູ້ວ່າການທະນາຄານກາງຂອງແຄນາດາ, ເອົາຊະນະຄູ່ແຂ່ງ 3 ຄົນໄດ້ຢ່າງລາບຄາບ ແລະ ຄາດວ່າຈະສາບານຕົນເປັນນາຍົກລັດຖະມົນຕີໃນອີກບໍ່ເທົ່າໃດມື້ນີ້. ເມື່ອຊາບຜົນເລືອກຕັ້ງແລ້ວທ່ານຄານີໄດ້ກ່າວສຸນທອນພົດ, ເນັ້ນໜັກໄປທີ່ການເຜີຊິນໜ້າກັບທ່ານທຣຳທີ່ໄດ້ໃຊ້ມາດຕະການເກັບພາສີນຳເຂົ້າກັບສິນຄ້າສ່ວນໃຫຍ່ຂອງແຄນາດາ 25 ເປີເຊັນ ແລ້ວຍັງກ່າວວ່າຈະລວມເອົາແຄນາດາເຂົ້າເປັນລັດທີ 51 ຂອງສະຫະລັດ. ໂດຍທ່ານຄານີໄດ້ຕຳນິທ່ານທຣຳວ່າ ໂຈມຕີຄົນງານ, ຄອບຄົວ ແລະ ທຸລະກິດຂອງແຄນາດາດ້ວຍພາສີ, ແຕ່ແຄນາດາຈະຕໍ່ສູ້ຈົນກວ່າລັດຖະບານທ່ານທຣຳຈະສະແດງຄວາມເຄົາລົບແຄນາດາ. ເຖິງຢ່າງໃດກໍຕາມລາວຍອມຮັບແຄນາດາຊຶ່ງເພິ່ງພາການຄ້າກັບສະຫະລັດສູງກຳລັງຢູ່ໃນພາວະລຳບາກ, ສາເຫດຄືສະຫະລັດທີ່ບໍ່ອາດໄວ້ວາງໃຈໄດ້ອີກ ແຕ່ແຄນາດາຈະຝ່າຟັນເພື່ອໄປສູ່ໄຊຊະນະແນ່ນອນ. ນາຍົກລັດຖະມົນຕີຈັສຕິນ ທຣູໂດ ພັກເສລີນິຍົມຕ້ອງຈັດເລືອກຕັ້ງຫົວໜ້າພັກຄົນໃໝ່ ເນື່ອງຈາກທ່ານທຣູໂດ ປະເຊິີນແຮງກົດດັນຈາກບັນຫາເສດຖະກິດຮຸມເລົ້າ ລວມໄປເຖິງພາບລັກສ່ວນຕົວທີ່ຍ່ຳແຍ່ລົງ ຈົນໄດ້ປະກາດລາອອກເມື່ອເດືອນມັງກອນ. ແຕ່ໃນຊ່ວງທີ່ຜ່ານມາທີ່ເພິ່ນຕ້ອງປະເຊີນໜ້າກັບທ່ານທຣຳ ປະກົດວ່າ […]
ລາວ-ໄທ ປຶກສາຫາລືກ່ຽວກັບ ການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ (CMM) ຄັ້ງທີ 4

ໃນລະຫວ່າງວັນທີ 11-12 ມີນາ 2025 ທີ່ໂຮງແຮມລາວພຣາຊາ, ນະຄອນຫຼວງວຽງຈັນ ກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການບໍລິຫານກໍລະນີຄຸ້ມຄອງ ແລະ ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ (CMM) ຄັ້ງທີ 4 ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ຣາຊະອານາຈັກໄທ. ຝ່າຍລາວນໍາໂດຍ ທ່ານ ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ຝ່າຍໄທ ນໍາໂດຍ ທ່ານ ນາງ ຈະຕຸພອນ ໂຣດຈະນະພານິດ ຮອງປະຫຼັດ ກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ. ເພື່ອເປັນການແລກປ່ຽນຂໍ້ມູນຂ່າວສານ ວຽກງານຕ້ານການຄ້າມະນຸດ ໃນການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ, ການຮັບ-ສົ່ງ, ການຕິດຕາມຫຼັງການສົ່ງຜູ້ຖືກເຄາະຮ້າຍກັບຄືນສູ່ຄອບຄົວ ແລະ ສັງຄົມ ລວມທັງການຕິດຕາມການດຳເນີນຄະດີຄ້າມະນຸດ ຂອງທັງສອງປະເທດ, ທັງເປັນການປົກປ້ອງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ […]
ເກົາຫຼີເໜືອທົດສອບຂີປະນາວຸດຫຼັງຈາກກ່າວໂຈມຕີການຝຶກຊ້ອມຮົບເກົາຫຼີໃຕ້-ສະຫະລັດ

ໂຊລ 10 ມີນາ – ເກົາຫຼີເໜືອທົດສອບຍິງຂີປະນາວຸດຫຼາຍລູກໃນມື້ນີ້ ຫຼັງຈາກທີ່ກ່ອນໜ້ານີ້ບໍ່ເທົ່າໃດຊົ່ວໂມງ ອອກຖະແຫຼງການປະນາມກອງທັບເກົາຫຼີໃຕ້ ແລະ ສະຫະລັດທີ່ເປີດສາກການຊ້ອມຮົບຮ່ວມທີ່ລັດຖະບານປຽງຢາງເອີ້ນວ່າເປັນ “ການກະທຳຍົວະຍຸທີ່ເປັນອັນຕະລາຍ” ຊຶ່ງ ສ່ຽງທີ່ຈະຈຸດຊະນວນໃຫ້ເກີດການປະເຊີນໜ້າໂດຍບໍ່ໄດ້ຕັ້ງໃຈ ກອງທັບເກົາຫຼີໃຕ້ກ່າວວ່າ ຂີປະນາວຸດຖືກຍິງອອກມາຈາກພູມິພາກທາງຕາເວັນຕົກຂອງເກົາຫຼີເໜືອໄປຍັງທະເລເຫຼືອງ. ການທົດສອບຍິງຂີປະນາວຸດຄັ້ງນີ້ຖືເປັນຄັ້ງທຳອິດທີ່ມີລາຍງານອອກມານັບຕັ້ງແຕ່ປະທານາທິບໍດີໂດນັລ ທຣຳ ຮັບຕຳແໜ່ງຜູ້ນຳສະຫະລັດເມື່ອເດືອນມັງກອນທີ່ຜ່ານມາ. ການຊ້ອມຮົບຮ່ວມປະຈຳປີລະຫວ່າງເກົາຫຼີໃຕ້ກັບສະຫະລັດໃນຊື່ລະຫັດ “ຟຣີດອມ ຊີລດ໌” (Freedom Shield) ຈະດຳເນີນໄປຮອດວັນທີ 20 ມີນາຄົມ. ການຝຶກຍິງດ້ວຍການໃຊ້ກະສຸນຈິງຖືກລະງັບໄປຫຼັງຈາກທີ່ເຄື່ອງບິນຂັບໄລ່ຂອງເກົາຫຼີໃຕ້ຖິ້ມລະເບີດຜິດເປົ້າໝາຍໄປຕົກໃນເມືອງທີ່ມີພົນລະເຮືອນອາໄສຢູ່ໃກ້ກັບບໍລິເວນຊາຍແດນຕິດກັບເກົາຫຼີເໜືອເມື່ອອາທິດທີ່ແລ້ວ ເຮັດໃຫ້ມີຜູ້ໄດ້ຮັບບາດເຈັບ 29 ຄົນ. ເກົາຫຼີເໜືອມັກຈະຮຽກຮ້ອງໃຫ້ຍົກເລີກການຊ້ອມຮົບຮ່ວມລະຫວ່າງເກົາຫຼີໃຕ້ກັບສະຫະລັດ ໂດຍລະບຸວ່າເປັນການກຽມການສຳລັບການບຸກລຸກເກົາຫຼີເໜືອ. ໃນຂະນະທີ່ກອງທັບເກົາຫຼີໃຕ້ກ່າວວ່າ ການຊ້ອມຮົບມີເປົ້າໝາຍໃນການກຽມຄວາມພ້ອມຮ່ວມກັບພັນທະມິດເພື່ອຮັບມືໄພຂົ່ມຂູ່ ເຊັ່ນເກົາຫຼີເໜືອ.
ຍີ່ປຸ່ນຂາດແຄນພະນັກງານປະຈຳຄັ້ງໃຫຍ່

ໂຕກຽວ 9 ມີ.ຄ.- ຜົນສຳຫຼວດພາກເອກະຊົນພົບວ່າ ບໍລິສັດຍີ່ປຸ່ນກຳລັງຂາດແຄນພະນັກງານປະຈຳຄັ້ງຮ້າຍແຮງທີ່ສຸດໃນຮອບເກືອບ 5 ປີ ເວັບໄຊສຳນັກຂ່າວເກຍໂດຂອງຍີ່ປຸ່ນລາຍງານຜົນການສຳຫຼວດຂອງບໍລິສັດເທໂກກຸ ດາຕ້າແບັງວ່າ ໃນບັນດາ 11,000 ບໍລິສັດທີ່ຕອບແບບສອບຖາມເມື່ອເດືອນມັງກອນ 2568 ມີບໍລິສັດຮ້ອຍລະ 53.4 ຕອບວ່າກຳລັງຕ້ອງການພະນັກງານປະຈຳເພີ່ມຂຶ້ນ ຖືເປັນຕົວເລກທີ່ສູງສຸດນັບຈາກເດືອນເມສາ 2563 ແລະ ໃກ້ແຕະສະຖິຕິສູງສຸດທີ່ຮ້ອຍລະ 53.9 ໃນການສຳຫຼວດເມື່ອເດືອນພະຈິກ 2561 ທຸລະກິດທີ່ຕ້ອງການພະນັກງານປະຈຳຫຼາຍທີ່ສຸດ ຄື ທຸລະກິດບໍລິການຂ່າວສານທີ່ຂາດແຄນວິສະວະກອນລະບົບ ຕາມດ້ວຍທຸລະກິດກໍ່ສ້າງ ຂະນະທີ່ບໍລິສັດຮ້ອຍລະ 30.6 ເປີດເຜີຍວ່າ ຂາດແຄນພະນັກງານພາທໄທມ໌ ໂດຍພົບວ່າທຸລະກິດຈັດຫາຄົນເຮັດວຽກຂາດແຄນພະນັກງານພາທໄທມ໌ຫຼາຍທີ່ສຸດ ແລະ ຫຼາຍກວ່າທຸລະກິດຮ້ານອາຫານ ບໍລິສັດຮ້ອຍລະ 68.1 ທີ່ປະສົບບັນຫາຂາດແຄນຄົນເຮັດວຽກເປີດເຜີຍວ່າ ມີແຜນຈະຂຶ້ນເງິນເດືອນພະນັກງານປະຈຳໃນປີການເງິນ 2568 ທີ່ຈະເລີ່ມຕັ້ງແຕ່ເດືອນເມສາ ຫວັງຈູງໃຈພະນັກງານທີ່ມີຢູ່ໃຫ້ເຮັດວຽກກັບບໍລິສັດຕໍ່ໄປ.
ອົດສະຕຣາລີປະສົບກັບນ້ຳຖ້ວມໃນຂະນະທີ່ພາຍຸກຳລັງຈະຂຶ້ນຝັ່ງ

ບຣິສເບນ 8 ມີ.ຄ. – ພື້ນທີ່ທາງຕາເວັນອອກສຽງໃຕ້ຂອງອົດສະຕຣາລີປະເຊີນກັບສະຖານະການນ້ຳຖ້ວມຈາກອິດທິພົນຂອງພາຍຸໄຊໂຄລນອັລເຟຣດ (Alfred) ເຊິ່ງຫຼ້າສຸດອ່ອນກຳລັງລົງເປັນພາຍຸໂຊນຮ້ອນ ແລະ ກຳລັງຈະພັດຂຶ້ນຝັ່ງໃນມື້ນີ້ ພາບດາວທຽມເຫັນພາຍຸອ່ອນກຳລັງລົງ ເຄຣດິດຮູບ: CSU/CIRA & JMA/JAXA ເດີມຄາດກັນວ່າ ອັລເຟຣດຈະເປັນພາຍຸໄຊໂຄລນລູກທຳອິດນັບຕັ້ງແຕ່ປີ 2517 ທີ່ພັດເຂົ້າມາຊາຍຝັ່ງຕາເວັນອອກຂອງອົດສະຕຣາລີໃກ້ເມືອງບຣິສເບນ ເມືອງເອກຂອງລັດຄວີນສ໌ແລນດ໌ ແຕ່ພາຍຸໄດ້ອ່ອນກຳລັງລົງໃນເຊົ້າມື້ນີ້ ກາຍເປັນພາຍຸໂຊນຮ້ອນທີ່ມີຄວາມໄວລົມສູງສຸດໃກ້ສູນກາງບໍ່ເຖິງ 63 ກິໂລແມັດຕໍ່ຊົ່ວໂມງ ແລະ ໄດ້ເຮັດໃຫ້ນ້ຳຖ້ວມເມືອງລິສມອຣ໌ ໃນລັດນິວເຊົາເວລສ໌ ຂະນະທີ່ພັດຜ່ານບໍລິເວນໝູ່ເກາະນອກຊາຍຝັ່ງລັດຄວີນສ໌ແລນດ໌ເມື່ອຊ່ວງຂ້າມຄືນທີ່ຜ່ານມາ ຄາດວ່າພາຍຸຈະພັດຂຶ້ນຝັ່ງແຜ່ນດິນໃຫຍ່ໃນອີກບໍ່ເທົ່າໃດຊົ່ວໂມງຂ້າງໜ້າ ເຖິງຢ່າງໃດກໍຕາມ ກະແສລົມແຮງໄດ້ເຮັດໃຫ້ຕົ້ນໄມ້ຫັກໂຄ່ນ ແລະ ເສົາໄຟຟ້າໂຄ່ນຈຳນວນຫຼາຍ ສົ່ງຜົນໃຫ້ປະຊາຊົນປະມານ 250,000 ຄົນບໍ່ມີໄຟຟ້າໃຊ້ ຂະນະທີ່ຫຼາຍພັນຄົນຕ້ອງອົບພະຍົບ ທາງການມີຄຳເຕືອນໃຫ້ປະຊາຊົນຢູ່ກັບບ້ານໃນຊ່ວງນີ້ ຄາດວ່າສະຖານະການຈະຮ້າຍແຮງລົງອີກເມື່ອພາຍຸພັດຂຶ້ນຝັ່ງເຊິ່ງຈະສົ່ງຜົນກະທົບຮຸນແຮງຕະຫຼອດຊ່ວງທ້າຍສັບປະດານີ້ ຫຼື ອາດຈະຫຼາຍມື້ຫຼັງຈາກນີ້ທັງໃນລັດຄວີນສ໌ແລນດ໌ ແລະ ລັດນິວເຊົາເວລສ໌ ຂະນະທີ່ສະໜາມບິນບຣິສເບນຍັງຄົງປິດການ ໂຮງຮຽນເກືອບ 1,300 ແຫ່ງ ໃນລັດຄວີນສ໌ແລນດ໌ ແລະ ນິວເຊົາເວລສ໌ຕ້ອງປິດຮຽນ ເຖິງຢ່າງໃດກໍຕາມ ຂະນະນີ້ຍັງບໍ່ມີລາຍງານຜູ້ເສຍຊີວິດ
ສານເກົາຫຼີໃຕ້ສັ່ງປ່ອຍຕົວປະທານາທິບໍດີ

ທີ່ໂຊ, 7 ມີນາ – ສານເກົາຫຼີໃຕ້ໄດ້ສັ່ງໃຫ້ປ່ອຍຕົວປະທານາທິບໍດີຢຸນ ຊອກ ຍອນ ຜູ້ທີ່ຖືກສະພາລົງມະຕິຖອດຖອນຈາກຕຳແໜ່ງ ຈາກສະຖານທີ່ຄວບຄຸມຕົວໃນມື້ນີ້ ຫຼັງຈາກສານຍອມຮັບຄຳຂໍຂອງເພິ່ນໃຫ້ຍົກເລີກການຈັບກຸມຈາກການທີ່ເພິ່ນປະກາດກົດໄອຍະການເປັນໄລຍະເວລາສັ້ນໆ ທ່ານຢຸນ ຖືກຄຸມຕົວໄວ້ທີ່ສູນກັກກັນຕົວໃນເມືອງອຶຍວັງ (Uiwang) ທາງໃຕ້ຂອງນະຄອນຫຼວງໂຊ ຕັ້ງແຕ່ເຈົ້າໜ້າທີ່ສືບສວນນຳເພິ່ນໄປກັກຂັງໄວ້ທີ່ສູນແຫ່ງນີ້ເມື່ອວັນທີ 15 ມັງກອນ ໃນຂໍ້ຫາຍຸຍົງໃຫ້ເກີດການກະບົດຈາກການທີ່ເພິ່ນປະກາດກົດໄອຍະການເມື່ອວັນທີ 3 ທັນວາປີທີ່ແລ້ວ ສານແຂວງກາງນະຄອນຫຼວງໂຊ ກ່າວວ່າ ໄດ້ອະນຸມັດຕາມຄຳຂໍຂອງທ່ານຢຸນ ເມື່ອເດືອນກຸມພາ ທີ່ໃຫ້ຍົກເລີກການຈັບກຸມແລະໃຫ້ປ່ອຍຕົວເພິ່ນເປັນອິດສະຫຼະ ຫຼັງຈາກວິນິດໄສແລ້ວເຫັນວ່າການຕັ້ງຂໍ້ຫາກໍ່ກະບົດ ເມື່ອວັນທີ 26 ມັງກອນ ທີ່ອະນຸຍາດໃຫ້ຂະຫຍາຍການຄວບຄຸມຕົວເພິ່ນ ເກີດຂຶ້ນຫຼັງຈາກທີ່ຊ່ວງເວລາໃນການຄວບຄຸມຕົວເພິ່ນໝົດອາຍຸໄປຮຽບຮ້ອຍແລ້ວຫຼາຍຊົ່ວໂມງ ສານຍັງເຫັນພ້ອງຕາມທ່ານຢຸນ ທີ່ຕັ້ງຄຳຖາມກ່ຽວກັບຄວາມຂອບດ້ວຍກົດໝາຍໃນການສືບສວນເພິ່ນໂດຍສຳນັກງານກວດສອບການທຸຈະລິດຂອງເຈົ້າໜ້າທີ່ລະດັບສູງ ໃນຂໍ້ກ່າວຫາເລື່ອງກໍ່ກະບົດ ຊຶ່ງຢູ່ນອກເໜືອຂອບເຂດການສືບສວນຂອງໜ່ວຍງານແຫ່ງນີ້ ຫາກໄດ້ຮັບການປ່ອຍຕົວ ທ່ານຢຸນຈະມາຂຶ້ນສານໄດ້ໂດຍບໍ່ຕ້ອງມີການຄວບຄຸມຕົວເພິ່ນ ທະນາຍຄວາມຂອງທ່ານຢຸນກ່າວວ່າ ທ່ານຢຸນອາດຈະຍັງບໍ່ໄດ້ປ່ອຍຕົວໃນທັນທີ ເນື່ອງຈາກໄອຍະການສາມາດອຸທອນຄຳສັ່ງຂອງສານໄດ້ ສານລັດຖະທຳມະນູນຄາດວ່າຈະຕັດສິນວ່າຈະຖອດຖອນເພິ່ນຈາກຕຳແໜ່ງຫຼືບໍ່ໃນໄວໆນີ້
ພົບລູກລະເບີດສະໄໝສົງຄາມໂລກຄັ້ງທີ 2 ໃກ້ສະຖານີລົດໄຟໃນກຸງປາຣີ

ປາຣີ 7 ມີນາ – ບໍລິສັດລົດໄຟແຫ່ງຊາດຝຣັ່ງໄດ້ກ່າວໃນມື້ນີ້ວ່າ ໄດ້ພົບລະເບີດສະໄໝສົງຄາມໂລກຄັ້ງທີ 2 ຈຳນວນ 1 ໜ່ວຍ ເຮັດໃຫ້ການບໍລິການລົດໄຟໃນຊ່ວງເຊົ້າໄປຫາກຸງປາຣີ ແລະ ອອກຈາກນະຄອນຫລວງຂອງຝຣັ່ງທີ່ສະຖານີ “ກາຣ໌ ດູ ນອຣ໌” (Gare du Nord) ຕ້ອງໄດ້ຢຸດຊະງັກ ເຫດການນີ້ສົ່ງຜົນກະທົບທັງການບໍລິການລົດໄຟໃຕ້ດິນ, ລົດໄຟຊານເມືອງ, ລົດໄຟພາຍໃນປະເທດ ແລະ ລະຫວ່າງປະເທດ, ລວມທັງການບໍລິການຢູໂຣສະຕາຣ໌ ນຳອີກ. ການບໍລິການລົດໄຟສາຍເອຊໄລນ໌ ໄດ້ແຈ້ງເປັນຂໍ້ຄວາມຜ່ານແອັບພລິເຄຊັນເອັກຊ໌ວ່າ, ຄືນທີ່ຜ່ານມາ ໄດ້ມີການຄົ້ນພົບລູກລະເບີດສະໄໝສົງຄາມໂລກຄັ້ງທີ 2 ທີ່ຍັງບໍ່ແຕກ 1 ໜ່ວຍ ໃນລະຫວ່າງການກໍ່ສ້າງໃກ້ກັບສະຖານີລົດໄຟ ກາຣ໌ ດູ ນອຣ໌ ເຮັດໃຫ້ການຈະລາຈອນເຂົ້າ ແລະ ອອກຈາກສະຖານີຕ້ອງໄດ້ຢຸດຊົ່ວຄາວ, ເຊິ່ງການຢຸດໃຫ້ບໍລິການນີ້ແມ່ນເປັນໄປຕາມຄຳຂໍຂອງຕຳຫລວດກຸງປາຣີ. ລາຍງານຂ່າວລະບຸວ່າ ລູກລະເບີດຖືກພົບໃນຈຸດທີ່ຫ່າງຈາກສະຖານີລົດໄຟປະມານ 2.5 ກິໂລແມັດ, ຢູ່ຕົງກາງທາງລົດໄຟ. ການສັນຈອນທາງລົດໄຟຈະຢຸດໄປຈົນກວ່າການເກັບກູ້ລະເບີດຈະສຳເລັດ. ສະຖານີລົດໄຟກາຣ໌ ດູ ນອຣ໌ ເປັນສະຖານີລົດໄຟທີ່ມີຜູ້ໃຊ້ບໍລິການຫຼາຍທີ່ສຸດເປັນອັນດັບ 3 ຂອງໂລກ, […]
ພາຍຸໄຊໂຄລນຖະລົ່ມຕາຝັ່ງທາງຕາເວັນອອກຂອງອົດສະຕາລີ, ເຈົ້າໜ້າທີ່ແນະນຳປະຊາຊົນໃຫ້ຟ້າວອົບພະຍົບ

ວັນທີ 5 ມີນາ 2025 ອົດສະຕາລີກຽມປະເຊີນກັບພາຍຸໄຊໂຄລນອັລເຟຣດ (Alfred) ເຊິ່ງກຳລັງເຄື່ອນຕົວມາຍັງເມືອງບຣິສເບນທີ່ມີປະຊາກອນຫຼາຍເປັນອັນດັບ 3 ຂອງປະເທດ. ເຈົ້າໜ້າທີ່ລັດຖະບານອົດສະຕາລີໄດ້ຂໍຄວາມຮ່ວມມືຈາກປະຊາຊົນໃນເຂດຊານເມືອງທີ່ສ່ຽງຕໍ່ນ້ຳຖ້ວມໃຫ້ອົບພະຍົບໂດຍໄວທີ່ສຸດ. ສຳນັກງານອຸຕຸນິຍົມວິທະຍາອົດສະຕາລີໄດ້ອອກປະກາດເຕືອນໄພພາຍຸຄອບຄຸມພື້ນທີ່ກວ່າ 500 ກິໂລແມັດ ຕາມແນວຝັ່ງໃນລັດຄວີນສແລນດ໌ ແລະ ນິວເຊົາເວວ, ເຊິ່ງສົ່ງຜົນກະທົບຕໍ່ປະຊາກອນຫຼາຍລ້ານຊີວິດ. ສຳນັກງານອຸຕຸນິຍົມວິທະຍາລະບຸວ່າ ກະແສລົມແຮງທີ່ມີຄວາມໄວລົມສູງເຖິງ 155 ກິໂລແມັດຕໍ່ຊົ່ວໂມງ ອາດທະວີກຳລັງແຮງຂຶ້ນຕັ້ງແຕ່ຊ່ວງບ່າຍວັນພະຫັດ (6 ມີນາ) ແລະ ຄາດວ່າພາຍຸລູກນີ້ຈະທະວີຄວາມຮຸນແຮງຈົນກາຍເປັນພາຍຸໝູນທີ່ມີຄວາມຮຸນແຮງລະດັບທີ 2 ໃນຊ່ວງເຊົ້າວັນສຸກ (7 ມີນາ) ເມື່ອເຄື່ອນຕົວເຂົ້າໃກ້ເມືອງບຣິສເບນ, ເມືອງຫຼວງຂອງລັດຄວີນສແລນດ໌. ສຳນັກອຸຕຸນິຍົມວິທະຍາຍັງລະບຸອີກວ່າ ປະລິມານນ້ຳຝົນໂດຍລວມຈາກພາຍຸອັລເຟຣດອາດສູງເຖິງ 800 ມິລິແມັດໃນບາງພູມີພາກ, ເຊິ່ງສູງກວ່າຄ່າສະເລ່ຍສຳລັບເດືອນມີນາ ແລະ ອາດກໍ່ໃຫ້ເກີດນ້ຳຖ້ວມຢ່າງກະທັນຫັນທີ່ອັນຕະລາຍເຖິງຊີວິດ. ເດວິດ ຄຣິຊາຟຸລລີ ນາຍົກເທດສະມົນຕີລັດຖະມົນຕີຄວີນສແລນດ໌ກ່າວກັບນັກຂ່າວວ່າ “ນີ້ເປັນໄພພິບັດທີ່ບໍ່ຄ່ອຍເກີດຂຶ້ນ ສຳລັບດິນແດນທາງຕາເວັນອອກ-ໃຕ້ຂອງຄວີນສແລນດ໌, ເປັນເວລາຫຼາຍສິບປີແລ້ວທີ່ພື້ນທີ່ແຖບນີ້ເຄີຍປະສົບກັບພາຍຸໄຊໂຄລນ.” ຂະນະນີ້ບັນດາຜູ້ອາໄສກຳລັງອົບພະຍົບອອກຈາກບ້ານເຮືອນຂອງຕົນເອງ ແລະ ເຈົ້າໜ້າທີ່ເລັ່ງເປີດສູນອົບພະຍົບ. ນອກຈາກນີ້, ຖົງຊາຍຍັງຂາດແຄນ […]
“ທຣຳ” ຖືກຂັດຂວາງໃນລະຫວ່າງການກ່າວຄຳຖະແຫຼງຕໍ່ກອງປະຊຸມຮ່ວມລັດຖະສະພາຄັ້ງທຳອິດ

ວໍຊິງຕັນ, 5 ມີນາ – ປະທານາທິບໍດີໂດນັລ ທຣຳ ຂອງສະຫະລັດຖືກຂັດຂວາງໂດຍສະມາຊິກພັກເດໂມແຄຣັດໃນລະຫວ່າງການກ່າວຄຳຖະແຫຼງຕໍ່ກອງປະຊຸມຮ່ວມລັດຖະສະພາ (joint address to Congress) ເປັນຄັ້ງທຳອິດຫຼັງຈາກກັບຄືນສູ່ທຳນຽບຂາວ ດຳລົງຕຳແໜ່ງປະທານາທິບໍດີສະໄໝທີ 2. ການກ່າວຄຳຖະແຫຼງໄດ້ເລີ່ມຂຶ້ນເວລາ 21:19 ໂມງ ຂອງວັນອັງຄານຕາມເຂດເວລາຕາເວັນອອກ, ເຊິ່ງກົງກັບເວລາ 09:19 ໂມງຂອງມື້ນີ້ຕາມເວລາລາວ. ກ່ອນການກ່າວຄຳຖະແຫຼງ, ສະມາຊິກລັດຖະສະພາຈາກພັກລີພັບລິກັນໃນທີ່ປະຊຸມໄດ້ຕົບມືແລະສົ່ງສຽງເຊຍໃຫ້ເພິ່ນ. ທ່ານທຣຳເລີ່ມຕົ້ນດ້ວຍການເວົ້າວ່າ ອາເມລິກາກັບຄືນມາແລ້ວ, ລັດຖະບານຂອງເພິ່ນໄດ້ສຳເລັດຫຼາຍສິ່ງພາຍໃນໄລຍະເວລາ 43 ວັນ, ຫຼາຍກວ່າທີ່ລັດຖະບານສ່ວນໃຫຍ່ສຳເລັດໃນ 4 ປີ ຫຼື 8 ປີ, ແລະ ອ້າງວ່າເປັນຄັ້ງທຳອິດໃນປະຫວັດສາດສະໄໝໃໝ່ທີ່ຊາວອາເມລິກັນສ່ວນໃຫຍ່ເຊື່ອວ່າປະເທດກຳລັງເດີນໄປໃນທິດທາງທີ່ຖືກຕ້ອງ. ສະມາຊິກສະພາອັລ ກຣີນ ເຖິງຢ່າງໃດກໍຕາມ, ໃນໄລຍະທີ່ທ່ານທຣຳເວົ້າໄດ້ບໍ່ເຖິງ 10 ນາທີ, ສະມາຊິກສະພາຈາກພັກເດໂມແຄຣັດໄດ້ຂັດຂວາງດ້ວຍສຽງໂຫ່, ເຮັດໃຫ້ທ່ານໄມຄ໌ ຈອນສັນ ປະທານສະພາຜູ້ແທນລາສະດອນຈາກພັກລີພັບລິກັນຕ້ອງກ່າວເຕືອນ ແລະ ສັ່ງໃຫ້ຕຳຫຼວດສານນຳພາທ່ານອັລ ຫຼື ອະເລັກແຊນເດີ ກຣີນ, ສະມາຊິກສະພາຈາກລັດເທັກຊັສ, ພັກເດໂມແຄຣັດອອກຈາກທີ່ປະຊຸມຫຼັງຈາກທ່ານກຣີນລຸກຂຶ້ນຢືນແລະຍົກໄມ້ເທົ້າຂຶ້ນ, ພ້ອມທັງຮ້ອງວ່າ […]
ໄຟໄໝ້ ຮ້ານຂາຍເຄື່ອງ ຢູ່ດ້ານຂ້າງຕະຫຼາດໃໝ່ປາກເຊ ຕະຫຼາດດາວເຮືອງ

ເວລາ 1:10 ໂມງ ຂອງວັນທີ 4 ມີນາ 2025, ເກີດເຫດໄຟໄໝ້ ຮ້ານຂາຍເຄື່ອງຢູ່ດ້ານຂ້າງຕະຫຼາດໃໝ່ປາກເຊ (ຕະຫຼາດດາວເຮືອງ) ນະຄອນປາກເຊ, ແຂວງຈໍາປາ ສັກ. ທ່ານ ກໍລະນີ ເທບໄກສອນ ຫົວໜ້າຫ້ອງການບໍລິຫານ ບໍລິສັດ ບໍລິການ ການຄ້າປາກເຊ ຜູ້ຊີ້ນໍາວຽກງານຮັກສາ ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕະຫຼາດໃໝ່ປາກເຊ ໃຫ້ຂໍ້ມູນວ່າ: ເວລາປະມານ 1:10 ໂມງ ໄດ້ເກີດເຫດການໄຟໄໝ້ ເຮືອນຫ້ອງແຖວ ສອງຊັ້ນ ຢູ່ຂ້າງຕະຫຼາດ ດ້ານໜ້າ ແປະກັບເສັ້ນທາງໃຫຍ່ ຈາກສະ ໜາມກິລາ ໄປຫາວົງວຽນປາຄ່າດ້ານຂ້າງຕິດກັບທາງເຂົ້າຕະຫຼາດ (ບໍ່ແມ່ນຂອບ ເຂດຕະຫຼາດ ແຕ່ມີພື້ນທີ່ເຊື່ອມຕໍ່ກັບຕະຫຼາດ). ເມື່ອເກີດເຫດ, ເວລາ 1:20 ໂມງ, ຄະນະຮັບຜິດຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຕະຫຼາດ ພ້ອມຄະນະບໍລິຫານ ແລະ ພະນັກງານປ້ອງກັນ, ພະນັກງານຈັດສັນຕະຫຼາດ ລວມ 38 ສະຫາຍ ໄດ້ຮ່ວມກັນເຮັດໜ້າທີ່ […]