ຍິງຍີ່ປຸ່ນຖືກຕຳຫຼວດຈັບ ດ້ວຍຂໍ້ຫາບີບຫໍ່ເຂົ້າໜົມໃນຮ້ານສະດວກຊື້

ວັນທີ 14 ກຸມພາ 2025, ເວັບໄຊຂ່າວໄມນິຈິ ລາຍງານວ່າ ເຈົ້າໜ້າທີ່ຕຳຫຼວດໃນເມືອງຟູຄູໂອກະ ທາງພາກໃຕ້ຂອງປະເທດ ໄດ້ຮັບແຈ້ງຈາກພະນັກງານຮ້ານສະດວກຊື້ແຫ່ງໜຶ່ງ ນຳໄປສູ່ການຈັບຕົວແມ່ຍິງຍີ່ປຸ່ນອາຍຸ 40 ປີ ໃນຂໍ້ຫາ “ທຳລາຍຊັບສິນ” ຂອງຮ້ານ ຫຼັງຈາກນາງເຂົ້າມາໃນຮ້ານແບບເຮັດທີ່ຈະເລືອກຊື້ເຂົ້າໜົມ ແລ້ວຍົກຖົງເຂົ້າໜົມປຂຶ້ນມາບີບຈົນເຮັດໃຫ້ເຂົ້າໜົມປັງໃນຫໍ່ເສຍຮູບຊົງ. ຕຳຫຼວດເປີດເຜີຍວ່າ ຈາກການສອບສວນເບື້ອງຕົ້ນ ຜູ້ກ່ຽວບໍ່ມີເຈດຕະນາທຳລາຍຊັບສິນ ພຽງແຕ່ຢາກຮູ້ວ່າເຂົ້າໜົມແຂງຫຼືນຸ້ມ ຈຶ່ງໄດ້ໃຊ້ນິ້ວກົດເບົາໆເທົ່ານັ້ນ. ຢ່າງໃດກໍຕາມ, ເຖິງແມ່ນຫໍ່ເຂົ້າໜົມຈະຍັງຢູ່ໃນສະພາບດີ ແຕ່ເຂົ້າໜົມ 1 ຊິ້ນໃນຫໍ່ໄດ້ຮັບຄວາມເສຍຫາຍ ເນື່ອງຈາກໃຊ້ນິ້ວໂປ້ຂວາກົດຖົງເຂົ້າໜົມ ເຮັດໃຫ້ຮ້ານບໍ່ສາມາດຂາຍໄດ້ອີກ. ຕຳຫຼວດຍັງເຊື້ອວ່າ ເຫດການນີ້ເກີດຂຶ້ນທີ່ຮ້ານສະດວກຊື້ລອວສັນ ສາຂາໜຶ່ງ ໂດຍຜູ້ຈັດການຮ້ານຢືນຢັນວ່າ ເຄີຍເຫັນແມ່ຍິງຄົນນີ້ເຂົ້າມາໃນຮ້ານແລ້ວບີບຫໍ່ເຂົ້າໜົມຫຼາຍຄັ້ງ ແລະໃນຄັ້ງນີ້ຕອນທີ່ຜູ້ກ່ຽວບີບເຂົ້າໜົມແລ້ວຍ່າງອອກໄປ ລາວສັງເກດເຫັນວ່າເຂົ້າໜົມໄດ້ຮັບຄວາມເສຍຫາຍ ຈຶ່ງຂໍໃຫ້ຜູ້ກ່ຽວຈ່າຍເງິນຄ່າເຂົ້າໜົມໃນລາຄາ 180 ເຢນ ຫຼືເກືອບ 25,000 ກີບ ແຕ່ຜູ້ກ່ຽວບໍ່ຍອມຈ່າຍແລະຮີບຍ່າງອອກຈາກຮ້ານ. ພະນັກງານຈຶ່ງຕັດສິນໃຈແລ່ນຕາມເປັນໄລຍະທາງ 1 ກິໂລແມັດ ແລ້ວໂທແຈ້ງຕຳຫຼວດໃຫ້ດຳເນີນການຈັບຕົວທັນທີ.
ຈັບຜົວເມຍລັກຊັບພົນລະເມືອງ ກໍ່ເຫດມາແລ້ວ 4 ຄັ້ງ ຍ້ອນຕິດຢາເສບຕິດ

ວັນທີ 14 ກຸມພາ 2025, ພທ ສຸບັນໄຊ ບຸນມະວົງ ຫົວໜ້າພະແນກຕຳຫຼວດ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ສອງຜົວເມຍທີ່ກໍ່ເຫດລັກແອ ຢູ່ກະບະລົດຮຸນໄດທີ່ຈອດໄວ້ແຄມທາງ ບ້ານທາດຫຼວງ ເມືອງໄຊເສດຖາ ໃນວັນທີ 6 ກຸມພາ ຜ່ານມານີ້ ແມ່ນເຄີຍກໍ່ເຫດລັກ ຊັບພົນລະເມືອງມາແລ້ວຫຼາຍຄັ້ງ ກ່ອນເຈົ້າໜ້າທີ່ຈັບໄດ້ໃນວັນທີ 12 ກຸມພາ 2025 ຢູ່ເຮືອນພັກແຫ່ງໜຶ່ງໃນບ້ານດົງປ່າແລບ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. #ຜູ້ກໍ່ເຫດ ຊື່ ທ້າວ ປາລີ ຫຼື ເປັດ ແລະ ນາງ ບຸນວິໄລ ຫຼື ແວວ ອາຊີບ ກຳມະກອນ ພັກເຊົາຢູ່ບ້ານໂພນປ່າເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ; ຜ່ານການສອບສວນ ເບື້ອງຕົ້ນພວກກ່ຽວໄດ້ຮັບສາລະພາບວ່າ: ໄດ້ຂີ່ລົດຈັກເວບຈີນ ສີດໍາ ປ້າຍທະບຽນ ດວ 9642 ເຄື່ອນໄຫວລັກຊັບຂອງພົນລະເມືອງມາແລ້ວ 4 ຄັ້ງຄື: […]
ທຳລາຍສວນຝິ່ນເນື້ອທີ່ກວ່າ 1 ເຮັກຕ່າ

#ເຈົ້າໜ້າທີ່ກອງບັນຊາການ ປກສ ແຂວງໄຊສົມບູນ ສົມທົບພາກສ່ວນກ່ຽວຂ້ອງ ທຳສາຍສວນຝິ່ນເນື້ອທີ່ກວ່າ 1 ເຮັກຕ່າ. ເພື່ອເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2023-2025, ມາໃນວັນທີ 12 ກຸມພາ 2025 ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ ລົງສົມທົບກັບພະແນກ ສະກັດກັ້ນ ແລະ ຄວບຄຸມຢາເສບຕິດ ປກສ ແຂວງ, ປກສ ເມືອງ, ກຳລັງປ້ອງກັນຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈຳນວນ 37 ສະຫາຍ ລົງເຄື່ອນໄຫວກວດກາ ແລະ ທໍາລາຍສວນຝິ່ນທີ່ປະຊາຊົນໄດ້ລັກລອບປູກຢູ່ຂອບເຂດບ້ານນ້ໍ້າຜານ້ອຍ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ເຊິ່ງມີເນື້ອທີ່ 1 ກວ່າເຮັກຕ້າ. ພາຍໃຕ້ການນໍາພາຂອງ ທ່ານ ພັທ ດາລິນ ສຸດາຈັນ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕໍາຫຼວດ, ວິທີການທໍາລາຍສວນຝິ່ນໃນຄັ້ງນີ້ແມ່ນໃຊ້ພ້າຖາງ, ໄມ້ຟາດ ແລະ […]
ຜົນເສຍຫາຍຈາກໄຟໄໝ້ເຮືອນປະຊາຊົນຢູ່ ເມືອງໄຊ ແຂວງອຸດົມໄຊ

ປກສ ແຂວງອຸດົມໄຊ ພະແນກຕໍາຫລວດມອດໄຟ ລາຍງານວ່າ: ເວລາປະມານ 21 ໂມງຂອງ ວັນທີ 11 ກຸມພາ 2025 ເກີດເຫດເຮືອນປະຊາຊົນເຂດບ້ານວັງໄຮ ເມືອງໄຊ ແຂວງອຸດົມໄຊ ເຈົ້າໜ້າທີ່ມອດໄຟໃຊ້ເວລາ 3 ຊົ່ວໂມງ ຈຶ່ງສາມາດສະກັດກັ້ນມອດໄຟໄດ້. ຈາກເຫດການດັ່ງກ່າວ ບໍ່ມີຄົນໄດ້ຮັບບາດເຈັບ ຫລື ເສຍຊີວິດ ສ່ວນເຮືອນ ໄດ້ຮັບຄວາມເສຍຫາຍ 1 ຫລັງ ເປັນເຮືອນ 2 ຊັ້ນເຄິ່ງໄມ້, ເງິນສົດຖືກໄຟໄໝ້ 800 ລ້ານກວ່າກີບ, ເງິນຢວນ 50,000 ຢວນ, ຄຳ 2 ບາດ ແລະ ເຄື່ອງໃຊ້ໃນເຮືອນຕື່ມອີກ, ສ່ວນເຮືອນອ້ອມຂ້າງແມ່ນເສຍຫາຍເລັກໜ້ອຍ. ສ່ວນສາເຫດ ເຈົ້າໜ້າທີ່ ພວມເລັ່ງເກັບກຳຂໍ້ມູນຫຼັກຖານ ຫາກມີຄວາມຄືບໜ້າຈະລາຍງານໃຫ້ຮັບຊາບຕື່ມ.
ຊົມເຊີຍເຈົ້າໜ້າທີ່ນຳຈັບຕົວຜູ້ກໍ່ເຫດປາດຄໍຄົນຂັບລົດຈັກຮັບຈ້າງປຸ້ນເອົາລົດຈັກ ຍ້ອນຕິດໜີ້ພະນັນ

ເຈົ້າໜ້າທີ່ຕຳຫຼວດ ປກສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໃຫ້ຮູ້ໃນວັນທີ 9 ກຸມພາ ນີ້ວ່າ: ໃນວັນທີ 6 ກຸມພາ 2025 ເວລາ 10:06 ໂມງ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງຈັນທະບູລີ ໄດ້ຮັບແຈ້ງຄວາມຈາກ ທ້າວ ຂັນທອງ ອາຍຸ 26 ປີ, ອາຊີບ ພະນັກງານ ປັດຈຸບັນຢູ່ບ້ານທາດຫຼວງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ( ຜູ້ຖືກເສຍຫາຍ ): ວ່າຕົນເອງໄດ້ຂັບລົດຈັກໂດຍສານຮັບຈ້າງ, ໃນວັນທີ 5 ກຸມພາ 2025 ເວລາ 19:30 ໂມງ ໄດ້ມີລູກຄ້າເປັນຜູ້ຊາຍຕິດຕໍ່ຫາໃຫ້ໄປຮັບຢູ່ເຂດບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ, ພໍໄປຮອດກໍໄດ້ຂື້ນລົດແລ້ວບອກໃຫ້ໄປສົ່ງຢຸ່ເຂດບ້ານດອນແດງ ເມືອງຈັນທະບູລີ, ພໍໄປຮອດສົ້ນຂົວດອນແດງ ກໍໄດ້ບອກໄຫ້ລ້ຽວລົງຮ່ອມຄອງເໝືອງ ເຂົ້າໄປປະມານ100 ແມັດກໍໄດ້ບອກໃຫ້ຈອດລົດແລ້ວໃຊ້ມີດຈີ້ປາດຄໍແລ້ວຍາດເອົາລົດຈັກ ຍີ່ຫໍ້ ຄິຼກໄອ ສີດຳ ໝາຍເລກທະບຽນ ຈຍ 3637 ບໍລິຄຳໄຊ […]
ທໍາລາຍອາວຸດລ່າເນື້ອ ແລະ ຈັກສະຕິນຈຳນວນຫຼາຍ

ວັນທີ 06 ກຸມພາ 2025ນີ້, ທີ່ກອງບັນຊາການ ປກສ ແຂວງ ບໍ່ແກ້ວ ໄດ້ຈັດພິທີທຳລາຍອາວຸດລ່າເນື້ອ ແລະ ຈັກສະຕິນ ໂດຍການເປັນປະທານຂອງ ພັອ ຈັນທະລາ ໄຊຍະວົງ ຮອງຫົວ ໜ້າກອງບັນຊາການ ປກສ ແຂວງ ບໍ່ແກ້ວ. ທ່ານ ພັທ ບຸນຊົມ ພັນທະວົງ ຮອງຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ບໍ່ແກ້ວ ໃຫ້ຮູ້ວ່າ: ຜ່ານການເຄື່ອນໄຫວຈັດຕັ້ງປະຕິບັດໃນໄລຍະຜ່ານມາ ສາມາດເກັບກູ້, ທ້ອນໂຮມອາວຸດເສິກ, ອາວຸດລ່າເນື້ອ, ໄດ້ເກັບກຳສະຖິຕິອາວຸດປືນທຸກຊະນິດ ຢູ່ບັນດາພະແນກການ, ອົງການອ້ອມຂ້າງແຂວງ, ບັນດາເມືອງໄດ້ທັງໝົດ 1,727 ກະບອກ, ໃນນີ້ມີປືນຍາວ ຈຳນວນ 602 ກະບອກ, ປືນສັ້ນ 316 ກະບອກ, ປືນດັດ ແປງ 07 ກະບອກ, […]
ແຈ້ງປັບລາຄານ້ຳມັນປະຈຳວັນທີ 06/02/2025

ແຈ້ງປັບລາຄານ້ຳມັນ ເລີ່ມປະຕິບັດ 06:00 ໂມງຂອງວັນທີ 06/02/2025 ຕາມແຈ້ງການຈາກ ກະຊວງ ອຸດສາຫະກຳແລະການຄ້າ ເລກທີ 0121/ກຄພນ, ລົງວັນທີ 05 ກພ. 2025
ທຳລາຍສວນຝິ່ນ 27 ເຮັດຕາ ຢູ່ເມືອງປາກທາ

ເມື່ອບໍ່ດົນມານີ້, ສອງ ກຳລັງ ປກຊ-ປກສ ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ຈຳນວນ 157 ສະຫາຍ ໄດ້ເຂົ້າທໍາລາຍສວນຝິ່ນທີ່ປະຊາຊົນລັກລອບປູກຢູ່ຂອບເຂດບ້ານ ຫ້ວຍໜໍ່ຂົມ ເມືອງປາກທາ ແຂວງບໍ່ແກ້ວ ມີເນື້ອທີທັງໝົດ 27 ເຮັກຕາ. ວິທີການທໍາລາຍສວນຝິ່ນຄັ້ງນີ້ ແມ່ນໄດ້ເອົາໄມ້ຟາດ, ລົກຕົ້ນອ່ອນຖີ້ມ ເພື່ອບໍ່ໃຫ້ສາມາດເກັບກູ້ຜົນຜະລິດ ແລະ ແກ່ນຝິ່່ນໄວ້ເພື່ອເປັນແນວພັນໃນຕໍ່ໜ້າໄດ້. ໄລຍະຜ່ານມາ ທາງເຈົ້າໜ້າທີ່ໄດ້ເຕົ້າໂຮມປະຊາຊົນ ພ້ອມອໍານາດການປົກຄອງບ້ານ ເພື່ອເຜີຍແຜ່ຜົນຮ້າຍຂອງຝິ່ນ ໃຫ້ປະຊາ ຊົນໄດ້ຮັບຮູ້ ແລະ ເຂົ້າໃຈ ເຊິ່ງຝິ່ນແມ່ນເປັນຢາເສບຕິດຊະນິດໜຶ່ງທີ່ເປັນໄພອັນຕະລາຍຄຸກຄາມເຖິງຄວາມໝັ້ນຄົງ, ຄວາມສະ ຫງົບປອດໄພ ແລະ ກົດໜ່ວງທ່ວງດຶງການພັດທະນາເສດຖະກິດຂອງຊາດສະນັ້ນຮຽກຮ້ອງເຖິງບຸກຄົນ, ຄອບຄົວ ແລະ ການຈັດຕັ້ງທຸກຂັ້ນຕ້ອງເປັນເຈົ້າການ ໃນການຄວບຄຸມ ສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍຊ່ວຍເປັນຫູເປັນຕາ ມີພັນທະໃຫ້ຂໍ້ມູນຂ່າວສານ ແລະ ຄວາມຮ່ວມມືແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານດັ່ງກ່າວ. Cr: ພາກ ສຸທິປັນຍາ
ສ.ອາເມລິກາ ປະກາດວັນເວລາຖອນຕົວອອກຈາກ ຂໍ້ຕົກລົງ ປາຣີ

ອ້າງຕາມ ສຳນັກຂ່າວ ວິທະຍຸກະຈາຍສຽງ ແຫ່ງຊາດ ຫວຽດນາມ, ເມື່ອບໍ່ດົນມານີ້, ສະຫະປະຊາຊາດ (ສປຊ) ຢັ້ງຢືນວ່າ ໄດ້ຮັບແຈ້ງການ ຈາກ ສ.ອາເມລິກາ ກ່ຽວກັບ ການຖອນຕົວ ອອກຈາກ ຂໍ້ຕົກລົງ ປາຣີ ດ້ານການປ່ຽນແປງ ຂອງ ດິນຟ້າອາກາດ, ເປັນໜຶ່ງ ໃນບັນດາ ຄຳໝັ້ນ ສັນຍາ ສຳຄັນ ໃນບັ້ນຫາສຽງ ເລືອກຕັ້ງ ຂອງ ທ່ານ ໂດນັນທຣຳ ປະທານາທິບໍດີ ສ.ອາເມລິກາ. ດັ່ງນັ້ນ ການຖອນຕົວ ຂອງ ສ.ອາເມລິກາ ຈະມີຜົນສັກສິດ ໃນວັນທີ 27 ມັງກອນ 2026. ເມື່ອ ທ່ານ ໂດນັນທຣຳ ໄດ້ຮັບດຳລົງ ຕຳແໜ່ງ ປະທານາທິບໍດີ ອາຍຸການທີ 2, ໃນວັນທີ 20 ມັງກອນ, ທຳນຽບຂາວ ໄດ້ແຈ້ງໃຫ້ຮູ້ ອີກຄັ້ງໜຶ່ງວ່າ […]
ພະທາດໂຜ່ນ ຈະໄດ້ຮັບການຍົກລະດັບເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນໃນທ້າຍປີນີ້

ທ່ານ ລໍາຄູນ ວໍລະວົງ, ຫົວໜ້າພະແນກຖະແຫລງຂ່າວ, ວັດ ທະນະທຳ ແລະທ່ອງທ່ຽວແຂວງ ສະຫວັນນະເຂດ ໃຫ້ສໍາພາດຕໍ່ສື່ມວນຊົນ ລາວ-ໄທ ທີ່ໄປຮ່ວມກິດຈະກໍາຢູ່ແຂວງສະຫວັນນະ ເຂດ ເມື່ອບໍ່ດົນມານີ້ວ່າ: ແຂວງສະຫວັນນະເຂດ ກໍາລັງກະກຽມເອກະສານຕາມຂັ້ນຕອນຕ່າງໆ ເພື່ອສະເໜີຕໍ່ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮັບຮອງເອົາພະທາດໂຜ່ນ, ຕັ້ງຢູ່ບ້ານໂພນທາດ, ເມືອງໄຊພູທອງ ເປັນມໍລະດົກແຫ່ງຊາດໃນທ້າຍປີ 2025 ນີ້. ທັ້ງນີ້, ເນື່ອງຈາກພະທາດແຫ່ງນີ້ ມີຄວາມສໍາຄັນ ແລະ ສ້າງຂື້ນພ້ອມໆ ກັບພະທາດອີງຮັງ, ເຊິ່ງນອກຈາກມີຕຳ ນານທີ່ເລົ່າຂານມາແຕ່ບູຮານນະການວ່າເປັນອົງພຣະທາດສັກສິດ ຍັງເປັນແຫຼ່ງທ່ອງທ່ຽວທີ່ສຳຄັນຂອງຊາວເມືອງໄຊພູທອງ ກໍຄືຂອງຊາວແຂວງສະຫວັນນະເຂດ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າມາທ່ຽວເປັນຈໍານວນຫລາຍ ແລະ ສ້າງລາຍຮັບໄດ້ 200 ລ້ານກີບຕໍ່ເດືອນ. ໄລຍະຜ່ານມາ, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ອອກຂໍ້ຕົກລົງສະບັບເລກທີ 2914/ຈຂ, ລົງວັນທີ 9 ສິງຫາ 2024 ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການເກັບກໍາຂໍ້ມູນ ເພື່ອຮັບຮອງເອົາພຣະທາດໂຜ່ນ ແລະ ຜາສາດເຮືອນຫີນ ເປັນມໍລະດົກລະດັບທ້ອງຖິ່ນ […]