ປກສ ແຂວງບໍລິຄຳໄຊ ມ້າງຄະດີຢາເສບຕິດລາຍໃຫຍ່ ຜູ້ຖືກຫາເປັນຄົນໄທ 8 ຄົນລາວ 1 ຢຶດຢາບ້າ ແລະ ໄອສ໌ ໄດ້ຈຳນວນຫຼາຍ

ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊໃຫ້ຮູ້ວ່າ: ວັນທີ 15 ມັງກອນ 2025, ເຈົ້າໜ້າທີ່ ໄດ້ຮັບແຈ້ງຈາກພົນລະເມືອງດີວ່າ ມີກຸ່ມຄົນຕ່າງປະເທດຈຳນວນໜຶ່ງໄດ້ເຊົ່າເຮືອນປະຊາຊົນຢູ່ເຂດເທດສະບານເມືອງປາກຊັນ ແຂວງບໍຄຳໄຊ ເປັນສະຖານທີ່ພັກອາໄສຊົ່ວຄາວ ເພື່ອເປັນບ່ອນກະທຳຜິດ ແລະ ຊຸກເຊື່ອງຢາເສບຕິດ ແລ້ວສົ່ງອອກໄປຕ່າງປະເທດ.   #ຫຼັງຈາກນັ້ນ, ຄະນະກອງບັນຊາການ ໄດ້ຊີ້ນຳໃຫ້ເຈົ້າໜ້າທີ່ວິຊາສະເພາະລົງຕິດຕາມ ເຫັນວ່າມີຄວາມຈິງ, ຈິ່ງໄດ້ຂຶ້ນບັນຊີເປົ້າໝາຍຕິດຕາມ ມາຮອດວັນທີ 21 ມັງກອນ 2025, ເວລາປະມານ 17: 00 ໂມງ ໄດ້ເຫັນເປົ້າໝາຍຂີ່ລົດເກງສີດຳໝາຍເລກທະບຽນໄທ ກສ 1175 ພະນະຄອນສີອະຍຸດທະຍາ ຂັບຂີ່ມຸ່ງໜ້າໄປນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ຈິ່ງໄດ້ຕິດຕາມ ແລະ ປະສານສົມທົບກັບເຈົ້າໜ້າທີ່ປະຈຳຈຸດກວດກາບ້ານທວາຍ ເມືອງທ່າພະບາດ ລັດລົດຄັນດັ່ງກ່າວ ເພື່ອກວດກາ. #ຜ່ານການກວດຄົ້ນພາຍໃນລົດພົບເຫັນຢາບ້າ 97 ມັດ 194.000 ເມັດ, ຢາໄອ ຈຳນວນ 15 ກິໂລກຼາມ ທີ່ຊຸກເຊື່ອງໄວ້ໃນລົດ ພ້ອມທັງໄດ້ກັກຕົວຜູ້ຖືກຫາ ຈຳນວນ 2 ຄົນ […]

ເຫດລົດໃຫຍ່ເສຍຫຼັກປິ້ນ ເສຍຊີວິດຄາທີ່ 1 ຄົນ ໜ້າສານປະຊາຊົນ ເມືອງສີສັດຕະນາກ

ອຸປະຕິເຫດລົດເສຍຫລັກປີ້ນ ຢູ່ບ້ານບຶງຂະຫຍອງ ໜ້າສານປະຊາຊົນ ເມືອງສີສັດຕະນາກ ເສຍຊີວິດຄາທີ່ 1 ຄົນ ໜ່ວຍກູ້ໄພ ມູນລະນິທິຊ່ວຍເຫລືອຜູ້ດ້ອຍໂອກາດ ລາຍງານວ່າ: ເວລາ 2:45 ນາທີ ວັນທີ 29 ມັງກອນ 2025 ມີເຫດລົດເສຍຫລັກປີ້ນ ຢູ່ບ້ານບຶງຂະຫຍອງໜ້າສານປະຊາຊົນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ພົບເຫັນຄົນເຈັບ 2 ຄົນ ແລະ ເສຍຊີວິດ 1 ຄົນ ເປັນເພດຊາຍ. ຜູ້ໄດ້ຮັບບາດເຈັບໄດ້ຮັບປະຖົມພະຍາບານເບື້ອງຕົ້ນ ແລະ ນຳສົ່ງໂຮງໝໍມະໂຫສົດ ສ່ວນຜູ້ເສຍຊີວິດ ແມ່ນໄດ້ນໍາສົບໄປຝາກຢູ່ ໂຮງເຢັນ ໂຮງໝໍມະໂຫສົດ. ຂໍ້ມູນ: LNTV3

ຈົກທຶນ 2 ຕື້ກີບ ປູກຜັກປອດສານຜິດ ສະໜອງພາຍໃນ

ການປູກພືດຜັກປອດສານພິດ ແມ່ນຄວາມຕ້ອງການຂອງຜູ້ບໍລິໂພກກໍ່ຄືຕະຫລາດ. ຂະນະທີ່ການປູກພືດປອດສານພິດຍັງເປັນການຫລຸດຜ່ອນຜົນກະທົບຕໍ່ສຸຂະພາບຜູ້ຜະລິດ, ຜູ້ບໍລິໂພກລວມທັງສິ່ງແວດລ້ອມຕື່ມອີກ. ຄໍລຳ “ພັດທະນາອາຊີບໜັງສືພິມປະເທດລາວ” ສະບັບມື້ນີ້ ຂໍພາທ່ານຜູ້ອ່ານໄປຮູ້ກັບບໍລິສັດໜຶ່ງ   ຢູ່ແຂວງຫລວງນ້ຳທາທີ່ເຫັນໄດ້ຄວາມຕ້ອງການຂອງສັງຄົມໃນການບໍລິໂພກພືດຜັດປອດສານພິດ ທັງເປັນການຜະລິດພືດຮັບໃຊ້ພາຍໃນ ເພື່ອບໍລິໂພກພາຍໃນ ແລະ ຫລຸດຜ່ອນການນຳເຂົ້າຈາກພາຍນອກຕາມແນວທາງທີ່ລັດໄດ້ວາງອອກ. ໜຶ່ງໃນນັ້ນ ບໍລິສັດ ສີມອນພັດທະນາກະສິກໍາ ແລະ ບໍລິການຂາເຂ້ົາ- ຂາອອກ ຈໍາກັດ ທີ່ໄດ້ລົງທຶນປະມານ 2 ຕື້ກີບ ເຂົ້າໃນການປູກພືດປອດສານພິດເພື່ອຕອບສະໜອງແກ່ສັງຄົມ.   ຕາມການໃຫ້ຮູ້ຂອງ ທ່ານ ນາງ ສີມອນ ແກ້ວວົງເພັດ ຫົວໜ້າບໍລິສັດ ສີມອນ ພັດທະນາກະສິກຳ ແລະ ບໍລິການຂາເຂົ້າ-ຂາອອກ ຈຳກັດ ເມື່ອມໍ່ໆນີ້ວ່າ: ການປູກພືດຜັກປອດສານພິດ ແມ່ນອາຊີບທີ່ທາງບໍລິສັດໃຫ້ຄວາມສົນໃຈຢາກທົດລອງ ແລະ ຖືເປັນອາຊີບ ເພື່ອເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນໄດ້ມີລາຍຮັບ, ເຊິ່ງບໍລິສັດໄດ້ລົງທຶນທົດລອງປູກຜັກປອດສານພິດໃນເບື້ອງຕົ້ນແຕ່ເດືອນຕຸລາ 2024 ໃນເນື້ອທີ່ 14 ເຮັກຕາ ຢູ່ສູນບ້ານຫລວງ ແລະ ສູນຄົ້ນຄວ້າກະສິກຳບ້ານໃໝ່ເມືອງຫລວງນໍ້າທາ ໂດຍ ໃຊ້ທຶນ 2 ຕື້ກີບ. […]

ກຽມຈັດງານມະຫະກໍາບຸນຊ້າງ ທີ່ແຂວງໄຊຍະບູລີ ປະຈໍາປີ 2025

ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ ມວນຊົນ ແຂວງໄຊຍະບູລີ ໃນວັນທີ 27 ພະຈິກ 2024 ນີ້ວ່າ: ການຈັດງານມະຫະກໍາບຸນຊ້າງໃນປີນີ້, ແມ່ນໄດ້ເລື່ອນຈາກວັນ ເວລາທີ່ແຂວງໄດ້ກໍານົດໃນເບື້ອງຕົ້ນ ຄືວັນທີ 25-30 ມັງກອນ 2025. ແຕ່ເນື່ອງຈາກວ່າ ໃນຊ່ວງເວລາດັ່ງກ່າວ ແມ່ນກົງກັບເທດສະການືກຸດຈີນ-ເຕດຫວຽດ ແລະ ການຈັດງານເທດສະການດອກງິ້ວບານ ຂອງແຂວງບໍ່ແກ້ວ. ເຊິ່ງອາດຈະເຮັດໃຫ້ແຂກ ແລະ ນັກທ່ອງຶທ່ຽວ ທີ່ຈະເຂົ້າມາຮ່ວມງານຫຼຸດລົງ, ສະນັ້ນ ແຂວງໄຊຍະບູລີຂອງພວກເຮົາຈຶ່ງໄດ້ ກໍານົດເອົາການຈັດງານມະຫະກໍາບຸນຊ້າງ ປະຈໍາປີ 2025 ມາຈັດໃສ່ລະຫວ່າງວັນທີ 18-24 ກຸມພາ 2025. ສຳລັບການຈັດງານມະຫະກໍາບຸນຊ້າງແຂວງໄຊຍະບູລີ ໃນປີ 2025 ນີ້ ຖືວ່າເປັນຄັ້ງທີ 18, ມີຊ້າງເຂົ້າຮ່ວມ 50 ໂຕ ຕາມຈໍານວນປີຄົບຮອບຂອງການສະເຫຼີມສະຫຼອງວັນຊາດຂອງ ສປປ ລາວ.

ປະກາດຮັບພະນັກງານ ເຂົ້າບັນຈຸໃນຕຳແໜ່ງວຽກ 04 ຕຳແໜ່ງ

ຂ່າວດີ! ທະນາຄານແຫ່ງ ສປປ ລາວ ປະກາດຮັບພະນັກງານ ເຂົ້າບັນຈຸໃນຕຳແໜ່ງວຽກ, ເຊີ່ງມີ 04 ຕຳແໜ່ງ ປະຈຳຢູ່ ກົມເຕັກໂນໂລຊີຂໍ້ມູນຂ່າວສານ ທະນາຄານແຫ່ງ ສປປ ລາວ ຄື: 1. ຕຳແໜ່ງວິຊາການພັດທະນາໂປຣແກຣມ ຈຳນວນ 2 ຕຳແໜ່ງ 2. ຕຳແໜ່ງວິຊາການຄຸ້ມຄອງລະບົບຖານຂໍ້ມູນ ຈຳນວນ 1 ຕຳແໜ່ງ 3. ຕຳແໜ່ງວິຊາການ IT Security Operations Officer ຈຳນວນ 1 ຕຳແໜ່ງ   ທ່ານໃຜມີຄຸນວຸດທິເໝາະສົມ ສາມາດໄປຍື່ນຄຳຮ້ອງໄດ້ເລີຍ (ເລີ່ມເປີດໃຫ້ຍື່ນຄຳຮ້ອງຕັ້ງແຕ່ມື້ນີ້ 27/1-14/2/2025 ໃນໂມງລັດຖະການ) ລາຍລະອຽດທ່ານສາມາດອ່ານໃນໜັງສືແຈ້ງ ຕິດຕໍ່ສອບຖາມທີ່ເບີໂທລະສັບ 020 56667447 ຫຼື 020 22407332

ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ຮັບປະກັນຕ້ານອັກຄີ 100%

ທ່ານ ພັນໂທ ບຸນຍົງ ໄຊປັນຍາ ຮອງຫົວໜ້າພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວວຽງຈັນ, ຫ້ອງຕໍາຫຼວດ ປກສ ນະຄອນຫຼວງ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ຫວ່າງບໍ່ດົນມານີ້ ກ່ຽວກັບວຽກງານສະພາບການເກີດອັກຄີໄພໃນນະຄອນຫຼວງວຽງຈັນໃນປີ 2024 ວ່າ: ໃນໄລຍະຜ່ານມາມີອັກຄີໄພເກີດຂຶ້ນທັງໝົດ 40 ຄັ້ງ, ແຕ່ບໍ່ຮ້າຍແຮງພຽງແຕ່ຂະໜາດກາງ ຫາ ຂະໜາດນ້ອຍ ແຕ່ທຽບໃສ່ຕ່າງແຂວງແມ່ນນະຄອນຫຼວງເກີດຫຼາຍກວ່າໝູ່, ສາເຫດທີ່ພາໃຫ້ເກີດອັກຄີໄພໃນນະຄອນຫຼວງວຽງຈັນມີ 7 ສາເຫດ, ແຕ່ສາເຫດຫຼັກມີ 4 ສາເຫດແມ່ນຫຼາຍກວ່າໝູ່, ໜຶ່ງ ເກີດຈາກສາເຫດໄຟຟ້າລັດວົງຈອນຍ້ອນປະຊາຊົນໃຊ້ໄຟຟ້າເກີນຂະໝາດ, ສອງ ໄຟຟ້າຊອດຍ້ອນສາຍໄຟບໍ່ໄດ້ມາດຕະຖານ ແລະ ສາຍເກົ່າບໍ່ໄດ້ມາດຕະຖານ, ສາມ ຍ້ອນອຸປະກອນໄຟຟ້າເວລາໃຊ້ແລ້ວບໍ່ປິດຫຼັງຈາກໃຊ້ງານ ຫຼື ບໍ່ກວດກາອອກຈາກເຮືອນ ແລະ ສີ່ ຍ້ອນການເຊື່ອມ, ການຈອດເຮັດໂຄງຫຼັງຄາ ແລະ ສາເຫດອື່ນໆ ບໍ່ມີການມ້ຽນມັດສິ່ງທີ່ພາໃຫ້ເກີດເຊື້ອເພີງຢູ່ທາງລຸ່ມເຮັດໃຫ້ຂີ້ທູບຕົກລົງໃສ່ເຮັດໃຫ້ເກີດເຊື້ອໄຟ, ນອກຈາກນີ້ແມ່ນເກີດຍ້ອນການຈູດປ່າ, ຈູດຂີ້ເຫຍື້ອ, ໃຕ້ທູບທຽນບູຊາ ແລະ ເກີດຍ້ອນເຄື່ອງຈັກ, ເກີດຍ້ອນສັດ ເຊັ່ນ: ນົກ, ໜູ […]

ມ້ຽນເຮືອນໃນຊ່ວງກຸດຈີນ ຢ່າລືມກວດເບິ່ງ 5 ສິ່ງ “ຄວນທຳລາຍແລະຖິ້ມໄປ”

ການມ້ຽນເຮືອນທຳຄວາມສະອາດບ້ານຊ່ວງກ່ອນງານບຸນກຸດຈີນ ເພື່ອກຽມຕ້ອນຮັບສິ່ງໃໝ່ໆ ເປັນກິດຈະກຳທີ່ຄົນທຸກຄົນປະຕິບັດກັນເປັນຢ່າງດີ. ນອກຈາກຈະເຮັດໃຫ້ບ້ານເຮືອນຊານສະອາດແລະສວຍງາມແລ້ວ, ຍັງເປັນໂອກາດໃນການດູແລສຸຂະພາບຂອງສະມາຊິກໃນຄອບຄົວດ້ວຍ, ຜ່ານທາງການກຳຈັດສິ່ງຂອງເຄື່ອງໃຊ້ເກົ່າໆທີ່ອາດຈະເປັນແຫຼ່ງສະສົມຂອງເຊື້ອພະຍາດ, ແລະນີ້ແມ່ນ 5 ສິ່ງທີ່ຄວນທຳລາຍໄປຖ້າຫາກມັນເກົ່າຫຼືຊຳລະລາຍ. 1. ໝອນແລະຕຸກກະຕາເກົ່າ ໝອນແລະຕຸກກະຕາທີ່ໃຊ້ມາດົນ ອາດຈະສະສົມເຊື້ອພະຍາດຈາກເຫື່ອ, ຝຸ່ນ, ຫຼືເຊວຜິວຫນັງທີ່ຕາຍແລ້ວ, ເຊິ່ງອາດຈະເຮັດໃຫ້ເກີດບັນຫາດ້ານການນອນຫຼືການຫາຍໃຈ. ນອກຈາກນີ້, ໝອນທີ່ໃຊ້ມາດົນອາດຈະເສຍຮູບຊົງ ເຮັດໃຫ້ເກີດອາການປວດເມື່ອຍຕາມຮ່າງກາຍ. 2. ອຸປະກອນເຄື່ອງໃຊ້ໃນຄົວເຮືອນເກົ່າ ເຄື່ອງໃຊ້ໃນຄົວເຮືອນທີ່ໃຊ້ມາດົນ, ເຊັ່ນ: ໝໍ້ທີ່ມີການສະສົມສານຕ່າງໆ, ຊາມທີ່ແຕກ, ຫຼືອຸປະກອນອື່ນໆທີ່ຂຶ້ນລາ, ສາມາດເຮັດໃຫ້ລົດຊາດອາຫານຫລຸດລົງ, ແລະຍັງອາດຈະນຳສານພິດເຂົ້າສູ່ຮ່າງກາຍໄດ້. 3. ເຄື່ອງສຳອາງທີ່ໝົດອາຍຸ ເຄື່ອງສຳອາງມັກຈະມີອາຍຸການໃຊ້ງານຫຼັງຈາກເປີດໃຊ້ແລ້ວ ເຊັ່ນ: ລິບສະຕິກ, ຫຼືຄີມບຳລຸງຜິວ. ຖ້າຫາກໝົດອາຍຸແລ້ວອາດຈະເຮັດໃຫ້ສານເຄມີໃນຜະລິດຕະພັນປ່ຽນແປງ, ແລະເຮັດໃຫ້ເກີດການລະຄາຍເຄືອງຜິວຫນັງ. 4. ຜ້າເຊັດໂຕແລະແປງສີຟັນທີ່ໃຊ້ມາດົນ ຜ້າເຊັດໂຕທີ່ໃຊ້ໄປດົນໆ ອາດຈະເປັນແຫຼ່ງສະສົມຂອງເຊື້ອພະຍາດ, ຄືກັນກັບແປງສີຟັນທີ່ໃຊ້ຈົນຂົນແປງຫຼຸດ ນີ້ແມ່ນເຫດຜົນທີ່ເຮັດໃຫ້ເກີດການຕິດເຊື້ອຫຼືບັນຫາສຸຂະພາບໃນຊ່ອງປາກ. 5. ອາຫານທີ່ເກັບໃນຕູ້ເຢັນດົນເກີນໄປແລະກ່ອງພາດສະຕິກເກົ່າ ອາຫານທີ່ເກັບໄວ້ດົນເກີນໄປໃນຕູ້ເຢັນອາດຈະເຮັດໃຫ້ເກີດການເນົ່າເສຍ, ຫຼືເຮັດໃຫ້ເກີດອາຫານເປັນພິດ. ສ່ວນກ່ອງພາດສະຕິກເກົ່າທີ່ໃຊ້ມາດົນອາດຈະປ່ອຍສານພິດເຊັ່ນ BPA, ເຊິ່ງສາມາດເຮັດໃຫ້ເກີດອັນຕະລາຍຕໍ່ຮ່າງກາຍ. ການໃຊ້ໂອກາດກຳຈັດທຳລາຍສິ່ງເຫຼົ່ານີ້ໃນຊ່ວງເທດສະການກຸດຈີນ ຈະຊ່ວຍໃຫ້ບ້ານສະອາດແລະປອດໄພຫຼາຍຂຶ້ນ, ພ້ອມທັງຊ່ວຍໃຫ້ສຸຂະພາບຂອງທຸກຄົນໃນຄອບຄົວດີຂຶ້ນດ້ວຍ.