ລົດເມວຽງຈັນ-ປາກເຊ ເສຍຫຼັກຕຳຕົ້ນໄມ້

ເວລາປະມານ 5 ໂມງເຊົ້າ ວັນທີ 26 ມັງກອນ 2025 ເກີດເຫດ ລົດເມວຽງຈັນ- ປາກເຊ ເສຍຫລັກລົງຂ້າງທາງ ໄປຕໍາໃສ່ຕົ້ນໄມ້ ຢູ່ບ້ານພູດາວແຈ້ງໃຫຍ່ ເມືອງລະຄອນເພັງ ແຂວງສາລະວັນ. ລົດຄັນດັ່ງກ່າວມີຜູ້ໂດຍສານທັງໝົດ 43 ຄົນ (ແຕ່ຍັງບໍ່ມີຂໍ້ມູນລະອຽດຜູ້ບາດເຈັບ) ປັດຈຸບັນ, ເຈົ້າໜ້າທີ່ກໍາລັງເກັບກໍາຂໍ້ມູນຫາສາເຫດທີ່ເກີດຂຶ້ນໃນຄັ້ງນີ້ ຂໍໃຫ້ທຸກຄົນປອດໄພ.

ຄວາມໝາຍຂອງຄໍາວ່າ “ຕາແສງ”

ຕາແສງ ເປັນຄຳສັບລາວເດີມ ໝາຍເຖິງເຂດການປົກຄອງຂັ້ນທ້ອງຖິ່ນຂອງລັດໃດໜຶ່ງ ປະກອບດ້ວຍຫຼາຍໆບ້ານ ຫຼື ກຸ່ມບ້ານ ແຕ່ນ້ອຍກວ່າເມືອງ ຕາມລຳດັບຄື: ຫຼາຍ­ຫຼັງຄາເຮືອນ ໂຮມເຂົ້າ­ກັນ ເປັນ­ບ້ານ ຫຼາຍບ້ານ ໂຮມເຂົ້າ­ກັນ ເປັນ­ຕາ­ແສງ ຫຼາຍຕາ­ແສງ ໂຮມເຂົ້າ­ກັນ ເປັນເມືອງ ຫຼາຍເມືອງ ໂຮມເຂົ້າ­ກັນ ເປັນ­ແຂວງ ຫຼາຍ ແຂວງ ໂຮມເຂົ້າ­ກັນ ເປັນ­ປະ­ເທດ ຕາແສງ ຢູ່ປະເທດລາວເຮົາ ແມ່ນເລີ່ມໃຊ້ມາແຕ່ສະໄໝຝຣັ່ງເຂົ້າມາປົກຄອງລາວ ເພື່ອງ່າຍຕໍ່ການປົກຄອງ ແລະ ຕັ້ງຢ່າງເປັນທາງການໃນປີ 1920 ຈົນເຖິງປີ 1990 ຖືກຍົກເລີກ (ວັດຈະນານຸກົມພາສາລາວ 2012). ປີ 2025 ລັດຖະບານ ກະກຽມຈະຄົ້ນຄວ້າໃຫ້ມີການສ້າງຕັ້ງຕາແສງຄືນໃໝ່ ຢູ່ລຳດັບເກົ່າ ເຊິ່ງຄາດວ່າເບື້ອງຕົ້ນຈະມີ 950 ຕາແສງ ໜ້ອຍກວ່າ 24 ບ້ານລົງມາ ຫຼື ພົນລະເມືອງໜ້ອຍກວ່າ 20,000 ຄົນ ເປັນໜຶ່ງຕາແສງ. ທີ່ມາ: ປ່ອງຢ້ຽມພາສາລາວ ພາບປະກອບຈາກ: […]

ຄະນະຜູ້ແທນ ສພຊ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານ APF ທີ່ເກິນເທີ

ໃນລະຫວ່າງວັນທີ 20-25 ມັງກອນ 2025 ຄະນະຜູ້ແທນສະພາແຫ່ງຊາດ (ສພຊ) ແຫ່ງ ສປປລາວ ນໍາໂດຍທ່ານ ສັນຍາ ປຣະເສີດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກໍາມາທິການການຕ່າງປະເທດ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມຄະນະບໍລິຫານງານສະ ມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ (APF) ທີ່ນະຄອນເກິນເທີ, ສສ.ຫວຽດນາມ; ເຂົ້າຮ່ວມມີຄະນະຜູ້ແທນຈາກປະເທດທີ່ໃຊ້ພາສາຝຣັ່ງ 26 ປະເທດ ພ້ອມດ້ວຍຕົວແທນຈາກອົງ ການຝຣັ່ງໂກໂຟນີສາກົນ (OIF) ແລະ ຄະນະເລຂາ ທິການໃຫຍ່ສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ, ສະມາຊິກສະພາແຫ່ງຊາດຫວຽດ ນາມ ປະເທດເຈົ້າພາບ ລວມທັງໝົດ 70 ທ່ານ. ກອງປະຊຸມໄດ້ພິຈາລະນາຮັບຮອງເອົາໂຄງປະກອບຄະນະບໍລິຫານງານຊຸດໃໝ່ຂອງສະມັດຊາລັດຖະສະພາປະເທດທີ່ໃຊ້ພາສາຝຣັ່ງ ນັບແຕ່ເດືອນມັງກອນ 2025, ຮັບຮອງເອົາສະມາຄົມລັດຖະສະພາຂອງລັດສະມາຊິກຄະນະກໍາມາທິການມະຫາສະ ໝຸດອິນເດຍ (AP COI) ເຂົ້າເປັນຜູ້ສັງເກດການຂອງ APF, ຮ່າງນິຕິກຳກ່ຽວກັບການຈັດສັນງົບປະມານທີ່ໃຫ້ຄວາມສໍາຄັນຕໍ່ບົດ ບາດຍິງ- ຊາຍ, ໂຄງການການຮ່ວມ ມືລະຫວ່າງລັດ ຖະສະພາ ປະຈໍາປີ 2025, ແຜນປະຕິບັດງານໃນຂອບຍຸດທະສາດ 2023-2030, ແຜນການເຄື່ອນໄຫວຂອງກອງປະຊຸມຕ່າງໆໃນຂອບ ແລະ ກົນໄກຂອງ […]

ສະກັດກັ້ນນາຍໜ້າຄ້າມະນຸດ ຢູ່ສະໜາມບິນສາກົນວັດໄຕ

ໃນວັນທີ 13 ມັງກອນ 2025 ຜ່ານມາ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຮັບແຈ້ງຈາກກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ທີ່ປະຈຳຢູ່ດ່ານ ຕມ ສະໜາມບິນສາກົນວັດໄຕ ໄດ້ສະກັດກັ້ນ ແລະ ຊ່ວຍເຫຼືອ ຍິງສາວລາວ ຈຳນວນ 05 ຄົນ ຖືກສົງໄສຈະຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ທີ່ພວມຈະເດີນທາງໄປຕ່າງປະເທດ. ດັ່ງນັ້ນ, ທາງເຈົ້າໜ້າທີ່ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ຈຶ່ງໄດ້ປະສານສົມທົບ ແລະ ນຳຕົວພວກກ່ຽວທັງ 05 ຄົນ ມາດຳເນີນການສືບສວນ-ສອບສວນ. ຜ່ານການສືບສວນ-ສອບສວນ ແລະ ສຳພາດເບື້ອງຕົ້ນ ສາມາດກຳນົດຕົວໄດ້ວ່າ ເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຈຳນວນ 03 ຄົນ ແລະ ຜູ້ຖືກຫາທີ່ເປັນນາຍໜ້າ ຈຳນວນ 02 ຄົນ, ປະຈຸບັນກຳລັງສືບຕໍ່ຂະຫຍາຍຜົນນຳເອົາກຸ່ມແກ້ງທີ່ຮ່ວມກັນກະທຳຜິດດັ່ງກ່າວມາດຳເນີນຄະດີຕາມກົດໝາຍ. ກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຮຽກຮ້ອງມາຍັງທຸກຄົນໃນສັງຄົມ ຖ້າຫາກພົບເຫັນກໍລະນີທີ່ສົງໄສວ່າເປັນການຄ້າມະນຸດ ໃຫ້ແຈ້ງຂໍ້ມູນມາຫາເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ […]

ສະເໜີ 12 ມາດຕະການ ອໍານວຍຄວາມສະດວກທາງການຄ້າ

ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ (ຄອຄຂ.ສ) ໄດ້ຈັດກອງປະຊຸມວິສາມັນ ທົ່ວປະເທດ ວັນທີ 21 ມັງກອນ 2025 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອຜ່ານ (ຮ່າງ) ຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030 ໂດຍໄດ້ຮັບກຽດເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຫົວໜ້າ ຄອຄຂ.ສ, ມີບັນດາຮອງລັດຖະມົນຕີ, ຮອງເຈົ້າແຂວງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງ ເຂົ້າຮ່ວມ ທັງແບບເຊິ່ງໜ້າ ແລະ ທາງໄກ. ໃນວາລະດໍາເນີນກອງປະຊຸມ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ, ຫົວໜ້າກອງເລຂາຄະນະອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ (ກຄອຄຂ.ສ) ນໍາສະເໜີຮ່າງຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 2025-2030, ເຊິ່ງປະກອບມີ 12 ມາດຕະການ ແລະ […]

ຈັບຕົວແກ້ງຄໍເຊັນເຕີຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ເພື່ອເປັນການສືບຕໍ່ໃນການລົບລ້າງ ກຸ່ມແກ້ງສໍ້ໂກງສັບທາງໂທລະຄົມ (call center) ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ. ດັງນັ້ນ, ວັນທີ 12 ມັງກອນ 2025 ເຈົ້າໜ້າທີ່ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສົມທົບກັບ ຄະນະຮັບຜິດຊອບຈາກ ກົມໃຫຍ່ຕຳ ຫຼວດ, ເຈົ້າໜ້າທີ່ ສປ ຈີນ ແລະ ໜ່ວຍງານຮັກສາຄວາມປອດໄພ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ໄດ້ນໍາກຳລັງເຂົ້າຈັບກຸມເປົ້າໝາຍ ກຸ່ມແກ້ງສໍ້ໂກງສັບທາງໂທລະຄົມ ສາມາດຈັບກຸ້ມເປົາໝາຍໄດ້ທັງໝົດ 41 ຄົນ, ທັງໝົດເປັນຄົນສັນຊາດຈີນ ພ້ອມເຄື່ອງຂອງກາງ ຄອມພີມເຕີໂນດບຸກ 16 ໜ່ວຍ, ໂທລະ ສັບມືຖື 93 ໜ່ວຍ, ໄອແພັດ 1 ໜ່ວຍ ແລະ ເງີນສົດ 306.650 ຢວນ ພ້ອມເຄື່ອງຂອງກາງອີກຈຳນວນໜຶງ. ມາໃນວັນທີ 16 ມັງກອນ 2025 ເຈົ້າໜ້າທີ່ກອງບັນຊາການ ປກສ ເຂດເສດຖະກິດພິເສດສາມຫຼ່ຽມຄຳ ແລະ […]

ປະກາດແຕ່ງຕັ້ງຫຼາຍຕຳແໜ່ງສຳຄັນ ໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ

ໃນອາທິດແລ້ວນີ້ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີປະກາດການຈັດ ຕັ້ງ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ໂອ້ລົມໃຫ້ທິດຊີ້ນຳ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ປອ. ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າ ຫສນຍ; ບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າ ຫສນຍ; ຜູ້ຕາງໜ້າຄະນະຈັດຕັ້ງສູນກາງພັກ; ບັນດາທ່ານຄະນະກົມ, ຫົວໜ້າຫໍ ປະຊຸມແຫ່ງຊາດ ແລະ ພະນັກງານ-ລັດຖະກອນ ພາຍໃນ ຫສນຍ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ດອນ ໄພວົງ, ຫົວໜ້າກົມຄຸ້ມຄອງພະ ນັກງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານດຳລັດ ວ່າດ້ວຍການອະນຸມັດໃຫ້ພະນັກງານການນຳຂັ້ນສູງ ອອກພັກການຮັບອຸດໜູນບຳນານ ຈຳນວນ 01 ສະບັບ ຄື: ອະນຸມັດໃຫ້ທ່ານ ຮສ.ປອ ສົມກຽດ ພະສີ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ອອກພັກການ-ຮັບອຸດ ໜູນບຳນານ; ຜ່ານດຳລັດ […]

ປະທານປະເທດ ພອ້ມດວ້ຍຄະນະ ຢ້ຽມຢາມ ຖານການຜະລິດຝຸ່ນໂປຕາສຂອງ ອາຊີ-ໂປຕາສ

ວັນທີ 16 ມັງກອນ ປີ 2025, ໃນໂອກາດທີ່ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພອ້ມດວ້ຍຄະນະ ໄປຢ້ຽມຢາມ ບໍລິສັດ ອາຊີ-ໂປຕາສ ສາກົນ ໄດ້ຮັບຟັງການລາຍງານ ຈາກຄະນະອໍານວຍການ ໃຫ້ຮູ້ວ່າ ບໍລິສັດດັ່ງກ່າວເປັນວິສາຫະກິດຜະລິດຝຸ່ນໂປຕາສທີ່ມີຂະໜາດໃຫຍ່ທີ່ສຸດໃນລາວ ແລະພາກພື້ນອາຊີຕາເວັນອອກສ່ຽງໃຕ້. ມາຮອດປະຈຸບັນໄດ້ ສ້າງວຽກເຮັດງານທໍາໃຫ້ທ້ອງຖິ່ນເກືອບ 20.000 ຄົນ. ໃນນັ້ນ, ມີພະນັກງານລາວ 5.000 ຄົນເຮັດວຽກຢູ່ຖານການຜະລິດ; 6.000 ຄົນ ທີ່ໃຫ້ການບໍລິການດ້ານການກໍ່ສ້າງ ແລະການຜະລິດ; ນອກຈາກນັ້ນ, ບັນດາ ຮ້ານຄ້າທີ່ໃຫ້ບໍລິການໃນເມືອງນ້ອຍ ອາຊີ-ໂປຕາສ ມີຫຼາຍເຖິງ 300 ຮ້ານ ແລະ ພະນັກງານທີ່ໃຫ້ການບໍລິການໃນເມືອງນ້ອຍມີ 3.600 ຄົນ, ມູນຄ່າການຊື້ຂາຍປະຈຳເດືອນບັນລຸ 26,2 ຕື້ກີບ. ບໍລິສັດ ຊີໂນ-ອາກຣີ ໂປຕາສ ໄດ້ເຂົ້າມາລາວຄັ້ງທໍາອິດໃນປີ 2009, ຮອດປີ 2020 ປະລິມານການຜະລິດຝຸ່ນໂປຕາສມີພຽງແຕ່ 220.000 ໂຕນ. […]

ການລ້ຽງກຸ້ງກ້າມກາມ ໃນນໍ້າຈືດ

ກຸ້ງນ້ຳຈືດ ທີ່ມີຂະໜາດ   ໃຫຍ່ ມີລົດຊາດທີ່ດີ ແລະ ລາຄາແພງ ຈັດເປັນສັດນ້ຳທີ່ມີ ຄວາມສຳຄັນທາງດ້ານເສດຖະກິດຊະນິດໜຶ່ງ ສາມາດນຳປຸງແຕ່ງເປັນອາຫານໄດ້ຫຼາກຫຼາຍເຊັ່ນ: ປີ້ງ, ຕົ້ມຍໍາ, ຕຳ, ທອດ, ອົບ ແລະ ອື່ນໆ, ຊຶ່ງໃນປັດຈຸບັນກຸ້ງກ້າມກາມເປັນທີ່ຕ້ອງການຂອງຕະຫຼາດໂດຍສະເພາະໃນ ສປປ ລາວ ແມ່ນຍັງບໍ່ທັນມີການລ້ຽງເປັນຈຳນວນ ຫຼາຍຈຶ່ງເຮັດໃຫ້ມີການນຳເຂົ້າຈາກປະເທດໃກ້ຄຽງ. ດັ່ງນັ້ນ, ຈຶ່ງໄດ້ມີການສ້າງຄູ່ມືແນະນໍາວິທີການລ້ຽງກຸ້ງສະບັບນີ້ເພື່ອເປັນບົດຮຽນ, ປະສົບການ, ການຮຽນຮູ້, ທັກສະ ແລະ ສ້າງຄວາມເຂົ້າໃຈວິທີການລ້ຽງກຸ້ງກ້າມກາມໃຫ້ແກ່ຜູ້ທີ່ມີຄວາມສົນໃຈເພື່ອເປັນແນວທາງ,ໃນການປະກອບອາຊີບ ແລະ ສ້າງລາຍຮັບ. ກຸ້ງກ້າມກາມເປັນກຸ້ງນ້ຳຈືດຊະນິດໜຶ່ງ ທີ່ອາໄສ ຢູ່ຕາມແມ່ນ້ຳ, ລຳຄອງທົ່ວໆໄປ ແຕ່ຖ້າຮອດລະດູປະສົມພັນ ພໍ່ພັນ-ແມ່ພັນ ກຸ້ງຈະໄດ້ປະສົມພັນແຫຼ່ງນ້ຳທຳມະຊາດປະສົມລະຫວ່າງນ້ຳຈືດ+ນ້ຳເຄັມ ເພື່ອວາງໄຂ່ ແລະ ລ້ຽງຕົວອ່ອນ. ■ການເລືອກສະຖານທີ່: ຄວນເປັນສະຖານທີ່ຢູ່ໃກ້ເສັ້ນທາງ, ມີໄຟຟ້າ, ແຫ່ງນ້ຳທີ່ມີຄຸນນະພາບດີ, ສະອາດ ແລະ ມີນ້ຳໄຫຼຕະຫຼອດປີ ບໍ່ຄວນຢູ່ໃກ້ໂຮງງານອຸດສາຫະກຳ ແລະ ໃກ້ຊຸມຊົນຫຼາຍເກີນໄປຖ້າຈະຂຸດໜອງ ຄວນເລືອກບ່ອນທີ່ເປັນດິນໜຽວເພື່ອເກັບຮັກສານ້ຳໄດ້ດີ ເນື້ອດິນ ບໍ່ຄວນເປັນດິນສົ້ມຈະເຮັດໃຫ້ນໍ້າເປັນກົດບໍ່ເໝາະສຳລັບການຈະເລີນເຕີບໂຕຂອງກຸ້ງ. ■ຮູບແບບໜອງ: ສ່ວນຫຼາຍແມ່ນເປັນຮູບສີຫຼ່ຽມ […]

ປະຊາຊົນທີ່ອາໄສລຽບຕາມແຄມສາຍນໍ້າມະ-ນໍ້າລອງ ຢູ່ເມືອງລອງລະວັງນໍ້າຖ້ວມ

ປະຊາຊົນທີ່ອາໄສລຽບຕາມແຄມສາຍນໍ້າມະ-ນໍ້າລອງ ຢູ່ເມືອງລອງ ແຂວງຫຼວງນໍ້າທາໃຫ້ມີສະຕິເຝົ້າລະວັງຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ຫຼື ນໍ້າຖ້ວມ, ໃຫ້ ຕິດຕາມລະດັບນໍ້າມະ, ນໍ້າລອງ ແລະ ນໍ້າຫ້ວຍຕ່າງໆ ທີ່ອາດຈະສູງຂຶ້ນ ເຖິງຂີດອັນຕະລາຍ ແລະ ຍຶ່ງຂຶ້ນຖ້ວມເຮືອນ, ວັນຖຸສິ່ງຂອງ ສັດລຽ້ງ ແລະ ອື່ນໆເພື່ອປ້ອງກັນຄວາມເສຍຫາຍ ແລະ ຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃຫ້ທັນເວລາ. ຕາມການລາຍງານຂອງ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງລອງໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນເປັນເວລາຫຼາຍວັນໃນລະຫວ່າງວັນທີ 20-22 ສິງຫາ 2024 ຢູ່ເມືອງລອງ ແຂວງຫຼວງນໍ້າທາ ເຮັດໃຫ້ນໍ້າມະ-ນໍ້າລອງ ແລະ ສາຍຫ້ວຍນໍ້າຕ່າງໆຕາມທາງເລກທີ 17ເບ ມີລະດັບນໍ້າສູງຂຶ້ນຢ່າງຕໍ່ເນື່ອງ ໂດຍມີເສັ້ນທາງ ລະຫວ່າງ ເມືອງລອງ-ເມືອງສິງ ແລະ ເມືອງລອງ-ຊຽງກົກ ມີບວກຂຸມນ້ອຍ-ໃຫຍ່ຫຼາຍຈຸດ ແລະ ຂາດເປັນບາງຊ່ວງ ເຊັ່ນ: ຈຸດເທິງຮ້ານອາຫານຊິງໆ ບ້ານຫົວຂົວໄດ້ມີດິນເຈື່ອນນໍ້າໄຫຼຖ້ວມທາງ, ຈຸດລະຫວ່າງກາງ ບ້ານສີວິໄລ-ບ້ານຫ້ວຍໝໍ້ ສາຍນໍ້າມະ ໄຫຼເຊາະ ເຮັດໃຫ້ເສັ້ນທາງເຈື່ອນຂາດ ລົດບັນທຸກບໍ່ສາມາດໄປມາໄດ້, ມີດິນເຈື່ອນທັບຖົມເສັ້ນທາງຫຼາຍຈຸດ ເປັນຕົ້ນແມ່ນ ລະຫວ່າງ […]