2.-Online-services-through-the-generations-1-2
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈເນີເຣຊັນມີຄວາມແຕກຕ່າງແນວໃດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 4 March, 2025

Generation ຫຼື ທີ່ເອີ້ນສັ້ນໆວ່າ Gen ຄື ການແບ່ງກຸ່ມປະຊາກອນຕາມຫຼັກປະຊາກອນສາດ (Demography) ໂດຍມີການແບ່ງ Gen ຕາມຊ່ວງປີເກີດ ໂດຍຈະແບ່ງເປັນ 5 Gen ຄື Gen B, Gen X, Gen Y, Gen Z ແລະ Gen Alpha ຊຶ່ງແຕ່ລະກຸ່ມມີຂໍ້ດີ ແລະ ລັກສະນະພິເສດທີ່ແຕກຕ່າງກັນ. ສະນັ້ນ, ພວກເຮົາມາເບິ່ງຂໍ້ມູນຂອງຄົນແຕ່ລະ Gen ກັນວ່າມີຈຸດເດັ່ນແນວໃດແດ່ ແຕ່ລະ Gen ຢູ່ໃນກຸ່ມອາຍຸເທົ່າໃດ ແລ້ວທ່ານລະເປັນ Gen ໃດ.

Gen B (Baby Boom Generation)

Gen B ຄື ກຸ່ມຄົນທີ່ເກີດລະຫວ່າງປີ ພ.ສ.2489-2507 (1946-1964)

ບັນດາຄົນພວກນີ້ເກີດມາພາຍຫຼັງສົງຄາມໂລກຄັ້ງທີສອງສະຫງົບລົງ, ທີ່ເອີ້ນຄົນພວກນີ້ວ່າ: ເຈນບີ ເພາະວ່າໃນລະຫວ່າງສົງຄາມບັນດາຜູ້ຊາຍຕ້ອງຖືກເກນໄປເປັນທະຫານ, ເມື່ອສົງຄາມສະຫງົບລົງກໍເລີຍກັບມາແຕ່ງງານແລ້ວຮີບພາກັນມີລູກ ແບບວ່າອົດກັ້ນໄວ້ດົນ ຄົນທີ່ເປັນເຈນບີນີ້ມີຈຳນວນຫຼາຍເອີ້ນວ່າ: ບູມ! ຄືເດັກນ້ອຍເກີດກັນສະນັ່ນຫວັ່ນໄຫວແບບລະເບີດເລີຍລະ ພໍ່ແມ່ຂອງຄົນກຸ່ມນີ້ປະສົບຄວາມລຳບາກມາຕະຫຼອດຊີວິດ ຈາກວິກິດເສດຖະກິດຕົກຕໍ່າຄັ້ງໃຫຍ່ທົ່ວໂລກເມື່ອ ພ.ສ.2472 ທີ່ສົ່ງຜົນໃຫ້ເກີດສົງຄາມໂລກຄັ້ງທີສອງໃນທີ່ສຸດ.

 

   ຄົນເຈນບີ ເຕີບໃຫຍ່ຂຶ້ນມາດ້ວຍການຮັບຮູ້ຄວາມຍາກລຳບາກຂອງພໍ່ແມ່, ຈຶ່ງເປັນຄົນທີ່ມີຊີວິດເພື່ອການເຮັດວຽກ, ເຄົາລົບກົດເກນ, ກະຕິກາ, ອົດທົນໃຫ້ຄວາມສຳຄັນກັບຜົນງານ ແມ່ນວ່າຈະຕ້ອງໃຊ້ເວລາດົນກວ່າຈະປະສົບຄວາມສຳເລັດ. ອີກທັງຍັງມີແນວຄິດທີ່ຈະເຮັດວຽກໜັກ ເພື່ອສ້າງເນື້ອສ້າງຕົວ, ມີຄວາມທຸ້ມເທກັບການເຮັດວຽກ ແລະ ອົງກອນຫຼາຍ ໃຫ້ຄວາມສຳຄັນຂອງຄອບຄົວຮອງລົງມາຈາກວຽກ.

 

ຂໍ້ດີ Gen B ເປັນຍຸກສິ້ນສຸດສົງຄາມ ຄົນເຈນນີ້ຈະມີຊີວິດເພື່ອການເຮັດວຽກ ສຸຂຸມ, ຮອບຄອບ, ປະຢັດອົດອອມ, ສູ້ວຽກສູ້ງານ, ເຄົາລົບກົດເກນ, ອົດທົນສູງ, ມີປະສົບການສູງ, ມີຄວາມສາມາດທາງດ້ານການເຂົ້າສັງຄົມ, ຈົງຮັກພັກດີຕໍ່ນາຍຈ້າງ,  ໃຫ້ຄວາມສຳຄັນກັບຜົນງານ ຍິນດີເຮັດວຽກໜັກເພື່ອສ້າງເນື້ອສ້າງຕົວ ບໍ່ຄ່ອຍປ່ຽນວຽກ ເຄັ່ງຄັດໃນຈາລີດປະເພນີ.

 

Gen X

Gen X ຄື ກຸ່ມຄົນທີ່ເກີດລະຫວ່າງປີ ພ.ສ. 2508-2522 (1965-1979)

   ຄົນກຸ່ມນີ້ກໍຄືລູກຫຼານຂອງພວກເຈນບີນັ້ນເອງ. ຊຶ່ງຊ່ວງ ພ.ສ.2508-2522 ນີ້ເປັນຊ່ວງຂອງສັນຕິພາບ, ຄວາມມັ່ງຄັ່ງຂະຫຍາຍໄປທົ່ວໂລກ ແລະ ແນວຄວາມຄິດຄຸມກຳເນີດພ້ອມທັງຢາຄຸມກຳເນີດເກີດມີຂຶ້ນຫຼາກຫຼາຍ, ຈຳນວນການເກີດຂອງເດັກຊ່ວງນີ້ຈຶ່ງຫຼຸດລົງຫຼາຍ ບາງທີກໍເອີ້ນພວກນີ້ວ່າ: Baby Bust Generation (Bust ນີ້ກົງກັນຂ້າມກັບບູມ).

   ບັນດາເດັກທີ່ເກີດໃນຊ່ວງນີ້ ເຕີບໃຫຍ່ຂຶ້ນມາໄດ້ເຫັນການດຳເນີນຊີວິດຂອງພໍ່ແມ່,  ຊຶ່ງເດັກພວກນີ້ບໍ່ເຫັນດີ ເຮັດໃຫ້ຄົນທີ່ເຕີບໃຫຍ່ມາໃນຊ່ວງນີ້ມີລັກສະນະພຶດຕິກຳມັກອັນໃດງ່າຍໆ, ບໍ່ຕ້ອງເປັນທາງການ ໃຫ້ຄວາມສຳຄັນກັບເລື່ອງຄວາມສົມດຸນລະຫວ່າງວຽກກັບຄອບຄົວ (Work-life Balance)

 

ຂໍ້ດີ Gen X ເປັນລຸ້ນທີ່ມີຄວາມເຂັ້ມແຂງ ແລະ ປັບຕົວໄດ້ງ່າຍ ພວກເຂົາມີຄວາມຄິດເປັນລະບົບ ແລະ ມີຄວາມຮັບຜິດຊອບສູງໃນການເຮັດວຽກ ພວກເຂົາມີປະສົບການ ແລະ ຄວາມຮູ້ໃນອົງກອນຫຼາຍກວ່າລຸ້ນອື່ນ: ຈຶ່ງເໝາະທີ່ຈະເປັນຜູ້ນຳ ແລະ ສາມາດໃຫ້ຄຳປຶກສາແກ່ລຸ້ນອື່ນໄດ້.

 

Gen Y

Gen Y ຫຼື Millennials ຄື ກຸ່ມຄົນທີ່ເກີດລະຫວ່າງປີ ພ.ສ.2523-2540 (1980-1997)

ເປັນກຸ່ມຄົນທີ່ໃຫຍ່ມາພ້ອມກັບຄອມພິວເຕີ-ອິນເທີເນັດ ແລະ ເທັກໂນໂລຢີໄອທີ. ກຸ່ມນີ້ເປັນລູກຂອງພວກເຈນເອັກຊ໌, ທີ່ໄດ້ຊື່ວ່າເຈນວາຍ ກໍເນື່ອງຈາກເຫັນພໍ່ແມ່ກັບ ປູ່, ຍ່າ, ຕາ, ຍາຍຜິດຖຽງກັນໃນຄ່ານິຍົມທີ່ແຕກຕ່າງກັນ ແລະ ເມື່ອຜິດຖຽງກັນຫຼາຍເຂົ້າ ເລື່ອງກໍມາລົງທີ່ເດັກທີ່ບໍ່ຮູ້ເລື່ອງຫຍັງ.

 

ເຈເນວາຍເປັນໄວທີ່ຈັດວ່າພວມເລີ່ມເຂົ້າສູ່ໄວເຮັດວຽກ ມີລັກສະນະນິໄສມັກສະແດງອອກF, ມີຄວາມເປັນຕົວຂອງຕົວເອງສູງ, ບໍ່ມັກຢູ່ໃນກອບ ແລະ ບໍ່ມັກເງື່ອນໄຂ. ຄົນກຸ່ມນີ້ຕ້ອງການຄວາມຊັດເຈນໃນການເຮັດວຽກວ່າ ສິ່ງທີ່ເຮັດມີຜົນຕໍ່ຕົນເອງ ແລະ ຕໍ່ໜ່ວຍງານແນວໃດ, ອີກທັງຍັງມີຄວາມສາມາດໃນການເຮັດວຽກທີ່ກ່ຽວກັບການຕິດຕໍ່ສື່ສານ ແລະ ຍັງສາມາດເຮັດວຽກຫຼາຍໆ ຢ່າງໄດ້ໃນເວລາດຽວກັນ.

 

ຂໍ້ດີ Gen Y ເປັນລຸ້ນທີ່ເກັ່ງໃນເທັກໂນໂລຢີ ແລະ ການໃຊ້ສື່ສັງຄົມອອນລາຍ, ພວກເຂົາມີຄວາມຄິດສ້າງສັນ ແລະ ເປັນທີມງານທີ່ສາມາດເຮັດວຽກຮ່ວມກັບຜູ້ອື່ນໄດ້ດີ,  ມັກມີຄວາມສາມາດໃນການເຮັດວຽກແບບແຟລັກຊິເບິ້ລ ແລະ ຕ້ອງການການຕອບຮັບ ແລະ ການພັດທະນາຢູ່ເລື້ອຍໆ.

Gen Z

Gen Z ໝາຍເຖິງ ຄົນທີ່ເກີດຫຼັງ ພ.ສ. 2541-2565 (1998-2024)

   ກຸ່ມ Gen Z ນີ້ ຈະເຕີບໃຫຍ່ມາພ້ອມກັບສິ່ງອຳນວຍຄວາມສະດວກຫຼາຍຢ່າງທີ່ຢູ່ອ້ອມຮອບ ມີຄວາມສາມາດໃນການໃຊ້ງານເທັກໂນໂລຢີຕ່າງໆ ແລະ ຮຽນຮູ້ໄດ້ໄວ ເພາະພໍ່ແມ່ໃຊ້ສິ່ງເຫຼົ່ານີ້ຢູ່ໃນຊີວິດປະຈຳວັນ.

   ສິ່ງໜຶ່ງທີ່ເດັກລຸ້ນ Gen Z ແຕກຕ່າງຈາກລຸ້ນອື່ນໆ ສະໄໝທີ່ຍັງເປັນເດັກຢູ່ກໍຄື ເດັກລຸ້ນນີ້ຈະໄດ້ເຫັນພາບທີ່ພໍ່ ແລະ ແມ່ຕ້ອງອອກໄປເຮັດວຽກທັງຄູ່ ຕ່າງຈາກລຸ້ນກ່ອນໆ ທີ່ອາດຈະມີພໍ່ອອກໄປເຮັດວຽກຄົນດຽວ, ດ້ວຍເຫດຜົນນີ້ ເດັກ Gen Z ຫຼາຍໆ ຄົນຈຶ່ງໄດ້ຮັບການລ້ຽງດູຈາກຄົນອື່ນຫຼາຍກວ່າພໍ່ແມ່ຂອງຕົວເອງ

 

ຂໍ້ດີ Gen Z ເປັນລຸ້ນທີ່ເຕີບໃຫຍ່ມາພ້ອມກັບເທັກໂນໂລຢີ ແລະ ມີຄວາມຄຸ້ນເຄີຍກັບການໃຊ້ງານອຸປະກອນດິຈິຕອນຕ່າງໆ ພວກເຂົາມີຄວາມຄິດສ້າງສັນ ແລະ ມີຄວາມຮັບຜິດຊອບໃນການຮຽນຮູ້ ແລະ ພັດທະນາຕົນເອງ, ພວກເຂົາມີມຸມມອງທີ່ຫຼາກຫຼາຍແລະ ຮຽນຮູ້ໄດ້ຢ່າງວ່ອງໄວ.

Gen Alpha

Gen A ຫຼື Gen Alpha ໝາຍເຖິງ ກຸ່ມຄົນນີ້ຈະເກີດໃນຊ່ວງປີ ພ.ສ. 2566 ເປັນຕົ້ນໄປ ຫຼືເວົ້າງ່າຍໆ ຄືຄົນ ເຈນອັລຟ່ານັ້ນຈະເກີດໃນຊ່ວງ ສະຕະວັດທີ 21 ນັ້ນເອງ ຈຶ່ງເອີ້ນວ່າເປັນກຸ່ມຄົນລຸ້ນໃໝ່.

ເຈນອັລຟ່າເອີ້ນວ່າ: ເກີດໃນສະພາບແວດລ້ອມໃໝ່ ການຕິດຕໍ່ສື່ສານທີ່ປ່ຽນແປງຢ່າງກ້າວກະໂດດ ຈາກຜົນການສຳຫຼວດປະຊາກອນໂລກ ໃນປີ 2558 ນັ້ນ ມີຈຳນວນຄົນກວ່າ 2.5 ລ້ານຄົນເກີດໃນທຸກອາທິດທົ່ວໂລກ. ດັ່ງນັ້ນ, ເຈນອັລຟ່າ ຈຶ່ງມີແນວໂນ້ມວ່າ ຈະມີປະຊາກອນກວ່າ 2 ພັນລ້ານ ຄົນພາຍໃນປີ 2568.

 

    ການແບ່ງກຸ່ມຄົນຕາມ generation ນັ້ນ ມັກໃຊ້ເພື່ອອະທິບາຍລັກສະນະນິໄສ ແລະ ພຶດຕິກຳຂອງຄົນໃນແຕ່ລະກຸ່ມ ໂດຍກຸ່ມ Baby Boomer ມັກຖືກມອງວ່າເປັນຄົນທີ່ເຮັດວຽກໜັກ, ຍຶດໝັ້ນໃນກົດເກນ, ໃຫ້ຄວາມສຳຄັນກັບຄອບຄົວ. ກຸ່ມ Generation X ມັກຖືກມອງວ່າເປັນຄົນທີ່ມີຄວາມຍືດຫຍຸ່ນ, ປັບຕົວໄດ້ດີ, ໃຫ້ຄວາມສຳຄັນກັບອິດສະຫຼະເສລີ. ກຸ່ມ Generation Y ມັກຖືກມອງວ່າເປັນຄົນທີ່ມີຄວາມເປັນໃຫ້ຄວາມສຳຄັນກັບເປົ້າໝາຍຂອງໂຕເອງສູງ ແລະ ມັກຄວາມສັນໂດດ, ໃຫ້ຄວາມສຳຄັນກັບປະສົບການ. ກຸ່ມ Generation Z ມັກຖືກມອງວ່າເປັນຄົນທີ່ມີຄວາມຄ່ອງແຄ້ວດ້ານເທັກໂນໂລຢີ ໃຫ້ຄວາມສຳຄັນກັບການສື່ສານ ແລະ ການມີສ່ວນຮ່ວມ.

 

    ເຖິງຢ່າງໃດກໍຕາມ ການແບ່ງກຸ່ມຄົນຕາມ generation ນັ້ນ ເປັນພຽງການແບ່ງກຸ່ມຄ່າວໆ ເທົ່ານັ້ນ. ແຕ່ລະຄົນອາດມີຄວາມແຕກຕ່າງກັນໃນແຕ່ລະ generation ຂຶ້ນຢູ່ກັບປັດໄຈອື່ນໆ ເຊັ່ນ: ສະພາບແວດລ້ອມ, ການລ້ຽງດູ,ການສຶກສາ ເປັນຕົ້ນ.

 

 

 

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
VP LANDSCAPE COVER (51)
ຮັບມືແນວໃດໃນສັງຄົມ Bully
site cov (87)
ປິດນ້ຳປະປາຊົ່ວຄາວວັນທີ 23 ເມສາ 2025 ເຂດເມືອງ ຫາດຊາຍຟອງ ນວ.
site cov (86)
ກິນອາຫານແບບລະອຽດຫຍ້ຳຊ້າໆ ມີປະໂຫຍດຕໍ່ສຸຂະພາບແນວໃດ?
VP LANDSCAPE COVER (50)
ແກັງອາຊະຍາກຳໃນອາຊີກຳລັງຂະຫຍາຍຕົວທົ່ວໂລກ
VP LANDSCAPE COVER (47)
ຜູ້ລົງແຂ່ງຂັນຊັ້ນນຳຂອງການາດາ ສົນທະນາກ່ຽວກັບເຊື້ອໄຟຟອສຊິວ ໃນຂະນະທີ່ບັນຫາດິນຟ້າອາກາດຕົກຢູ່ໃນລຳດັບທ້າຍຂອງວາລະ
site cov (85)
ຈັບອະດີດເຈົ້າໜ້າທີ່ຈີນລະດັບສູງ ເພາະເປັນຜູ້ຕ້ອງສົງໄສຮັບສິນບົນ
VP LANDSCAPE COVER (46)
ມະຫາວິທະຍາໄລຮາວາດໄດ້ຍື່ນຄຳຟ້ອງຕໍ່ສານ ເພື່ອຢຸດການຕັດເງິນຊ່ວຍເຫຼືອຫຼາຍຕື້ໂດລາທີ່ຖືກສະເໜີ
VP LANDSCAPE COVER (45)
ເຮືອບິນໂບອິງທີ່ມຸ່ງໜ້າໄປປະເທດຈີນ ຖືກສົ່ງກັບຄືນສະຫະລັດໃນທ່າມກາງຄວາມຕຶງຄຽດທາງພາສີ
site cov (83)
ນັກວິໄຈຈາກສະຫະລັດອາເມລິກາ ຄິດຄົ້ນໃຊ້ຄື້ນ Wi-Fi ຈັບພາບຄົນອອກມາເປັນພາບ 3 ມິຕິ
ອາຍຸ 14 ແຕ່ປອດເສຍຫາຍ! ຈາກຢາສູບໄຟຟ້າ ຈຸດເລີ່ມຕົ້ນຂອງພະຍາດ EVALI ອັນຮ້າຍແຮງ
ຢ່າລື່ມກົດຕິດຕາມ