twotwo-1 - 2023-04-23T094728.564
ມາເບິ່ງດວງປະຈຳວັນ ປະຈຳວັນອາທິດທີ 23 ເມສາ ຂອງຄົນເກີດແຕ່ລະວັນ
ຮຽບຮຽງໂດຍ:Staff
ເຜີຍແຜ່: 23 ເດືອນເມສາ, 2023

ຄົນເກີດວັນອາທິດ:ການ​ງານເຮັດ​ທຸລະ​ກິດຈະການ​ຄ້າ​ ຫລື​ ການ​ເປັນ​ນາຍ​ໜ້າ​ຈະປະ​ສົບ​ຄວາມ​ສຳ​ເລັດ​ໄດ້ດີ ການ​ເງິນມື້​ນີ້​ໂຊ​ກດີ​ຈະ​ໄດ້​ເງິນເຂົ້າມາໃຫ້ໄດ້ໃຊ້ຈ່າຍ ແຕ່ຕ້ອງລະວັງບຸກຄົນເຂົ້າມາຢືມ ຄວາມ​ຮັກໄດ້​ພົບ​ຮັກ​ກັບ​ຄົນ​ຜິວ​ສອງ​ສີແຕ່ລາວຈະບໍ່ແມ່ນເນື້ອຄູ່ຂອງທ່ານ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນ​ສີບົວ ເລກ​ນຳ​ໂຊກ​1

ຄົນເກີດວັນຈັນ:ການ​ງານການເດີນທາງ​ຈະປະ​ສົບ​ຄວາມ​ສຳ​ເລັດເພາະທ່ານເປັນຄົນທີ່ລະອຽດ ການ​ເງິ​ນໄດ້​ໂຊກ​ແບບໄດ້ໄດ້ຕ້ັງໃຈ ຈະໄດ້ເງິນຈາກຜູ້ໃຫຍ່ຊ່ວຍອຸປະຖໍາ ​ຄວາມ​ຮັກມີ​ໂອ​ກາດ​ພົບ​ຄົົນທີ່​ມີ​ອາ​ຍຸ​ຕ່າງ​ກັນແຕ່ກໍຢູ່ໃນຊ່ວງທີ່ກໍາລັງລົມກໍາລັງພິຈາລະນາ ເຄື່ອງມຸງຄຸນ​ແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກ​ນຳ​ໂຊກ​1

ຄົນເກີດວັນອັງຄານ:ການ​ງານເຮັດ​ທຸລະກິດຈະການ​ຄ້າ​ຈະມີ​ກຳ​ໄລ​ເພີ່ມ​ຂຶ້ນຖ້າກ່ຽວກັບດ້ານຂາຍເຄື່ອງ ການ​ເງິນມີ​ລາຍ​ຈ່າຍ​ໃນ​ເລື່ອງ​ຂອງ​ການ​ຊ່ອມ​ແຊມ​ທີ່​ຢູ່​ອາໄສແຕ່ຕ້ອງລະວັງລາຍຈ່າຍ ຄວາມ​ຮັກບໍ່​ຄ່ອຍ​ມີ​ເວລາ​ໃຫ້​ກັນ​ເທົ່າໃດເພາະຕ່າງຝ່າຍຕ່າງມີເວລາທີ່ຕ້ອງຈັດການເລື່ອງຂອງຕົນເອງ ເຄື່ອງມຸງຄຸນ​ຄໍາຝຣັ່ງ ສີມຸງຄຸນສີຂາວ ເລກ​ນຳ​ໂຊກ​6

ຄົນເກີດວັນພຸດ:ການ​ງານທ່າ​ນສາມາດ​ສ້າງ​ຜົນ​ງານ​ດີ​ເກີດ​ຄວາມ​ສຳ​ເລັດໃນດ້ານການງານ ການ​ເງິນເກີດ​ຄວາມ​ໂຊ​ກດີ​ຈະ​ໄດ້​ເງິນເຂົ້າມາໃຫ້ຈັບຈ່າຍ ຄວາມ​ຮັກພົບ​ຄົົນທີ່​ມີ​ພາ​ວະ​ຄວາມ​ເປັນ​ຜູ້​ນຳ​ໝັ່ນໃຈ​ຕົນເອງ​ສູງ ເຄື່ອງມຸງຄຸນ​​  ເງິນ ສີມຸງຄຸນສີຟ້າ ເລກ​ນຳ​ໂຊກ​8

ຄົນເກີດວັນພະຫັດ:ການ​ງານເຮັດ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້ຮັບ​ຜົນ​ກຳ​ໄລ​ດີ ການ​ເງິນມີ​ໂຊກ​ຈະ​ໄດ້ຮັບ​ຊັບ​ໄດ້​ເງິນ​ກ້ອນ​ໃຫຍ່ອາດມາຈາກຜູ້ໃຫຍ່ ຄວາມ​ຮັກສຸກ​ສົມ​ຫວັງ​ໃນ​ເລື່ອງ​ຮັກ​ໄດ້​ພົບ​ຮັກ​ກັບ​ຄົົນທີ່​ຖືກ​ໃຈ ເຄື່ອງມຸງຄຸນ​ຄໍາ ສີມຸງຄຸນສີບົວອ່ອນ ເລກ​ນຳ​ໂຊກ​3

ຄົນເກີດວັນສຸກ:ການ​ງານລະ​ວັງ​ຈະ​ມີ​ບັນຫາ​ໃນ​ເລື່ອງ​ການເຮັດ​ທຸລະກິດ​ຮ່ວມ​ຫຸ້ນ​ສ່ວນ ການ​ເງິນໄດ້​ເງິນ​ເຂົ້າ​ມາ​ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ແບບ​ວ່ອງໄວ ຄວາມ​ຮັກອາດ​ຕົກ​ຢູ່ໃນ​ສະຖານນະການ​ຮັກ​ຊ້ອນເພາະຢູ່ໃນຊ່ວງປັບຕົວ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີສົ້ມ ເລກ​ນຳ​ໂຊກ​1

ຄົນເກີດວັນເສົາ:ການ​ງານ​ ໄດ້​ເດິນທາງ​ຕິດ​ຕໍ່​ງານ​ເພື່ອ​ຂະຫຍາຍ​ທຸລະກິດ​ໄດ້​ຜົນ​ກຳ​ໄລ​ດີ ການ​ເງິນໃຊ້​ເງິນ​ກ້ອນ​ໃຫຍ່​ໃນ​ການ​ຕໍ່​ລອງເລື່ອງ​ທຸລະ​ກິດ ຄວາມ​ຮັກຍັງ​ບໍ່​ຕັດ​ສິນ​ໃຈ​ທີ່​ຈະ​ເລືອກ​ໃຜເພາະທ່ານຄິດວ່າຍັງບໍ່ມີໃຜທີ່ຖືກໃຈໃນຊ່ວງນີ້ ເຄື່ອງມຸງຄຸນ​ໄຂ່ມຸກ ສີມຸງຄຸນສີເທົາ ເລກ​ນຳ​ໂຊກ​2

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລັດວິສາຫະກິດ ຖືຮຸ້ນລາວ ສ້າງລາຍຮັບກວ່າ 50,51 ລ້ານໂດລາ ຈາກ 4 ໂຄງການ ຜະລິດພະລັງງານໄຟຟ້າ
2
ມອບ-ຮັບສັນຍາເງິນກູ້ ນະໂຍບາຍ ສິນເຊື່ອກະຈາຍແຫຼ່ງທຶນສູ່ທ້ອງຖິ່ນ
2
ແຈ້ງປັບລາຄານ້ຳມັນລົງ 14/03/2024
2
ພົບລະເບີດຈໍານວນຫຼາຍຢູ່ສວນປູກມັນຕົ້ນທີ່ເມືອງສະໜາມໄຊ ແຂວງອັດຕະປື
2
ລາວ-ອົດສະຕຣາລີ ລົງນາມເຊັນສັນຍາ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ
2
ສະຫວັນນະເຂດກໍານົດເອົາທາດອີງຮັງ-ຕິບເຂົ້າ-ປີ້ງໄກ່-ຊີ້ນສະຫວັນເປັນສັນຍາລັກປີທ່ອງທ່ຽວລາວ 2024
2
ຈັບໄວໜຸ່ມ 13 ຄົນ ພ້ອມຂອງກາງໃບກະທ້ອມ ແລະ ນໍ້າຢາດາທິດຊິນ
2
ປກສ ເມືອງຫົງສາ ຢຶດຢາໄອໄດ້ຫຼາຍກວ່າ 1.000 ກິໂລ
2
​ໂອ​ກາດ​ຂອງ​ຈີນ ທີ່​ມີ​ຕໍ່​ການ​ພັດ​ທະ​ນາເສດ​ຖະ​ກິດ​​ໂລກ
2
ເມືອງສຸຂຸມາ ແຈ້ງການໃຫ້ເຝົ້າລະວັງພະຍາດສັດສູ່ຄົນ
ຢ່າລື່ມກົດຕິດຕາມ