twotwo-1 - 2023-04-24T115744.237
ການຊໍາລະຄ່າທໍານຽມທາງປະຈຳປີ 2023 ມີ 2 ຮູບແບບແມ່ນສາມາດຢັ້ງຢືນທາງກົດໝາຍໄດ້
ຮຽບຮຽງໂດຍ:Staff
ເຜີຍແຜ່: 24 ເດືອນເມສາ, 2023

ອີງຕາມ ຄໍາແນະນໍາ ວ່າດ້ວຍ ການເສຍຄ່າທໍານຽມທາງ ປະຈໍາປີ 2023, ເລກທີ 2052/ກສອ ນະຄອນຫຼວງວຽງຈັນ, ວັນທີ 1 APR 2023,ໃນຂໍ້ທີ 2. ວິທີການຄຸ້ມຄອງເກັບຄ່າທໍານຽມທາງ

2.1 ຄ ່າທໍານຽມທາງ ປະຈໍາປີ 2023 ແມ່ນໃຫ້ເກັບຜ່ານລະບົບຄ່າທໍານຽມທາງແບບເອເລັກໂຕຣນິກແບບໃຫມ່ (Road Tax Management System/RTMS) ຂອງກະຊວງການເງິນ ຊຶ່ງສາມາດຊໍາລະດ້ວຍ 02 ຮູບແບບ ຄື: ຊໍາລະຜ່ານລະບົບທະນາຄານ ໂດຍນໍາໃຊ້ແອັບພິເຄຊັນ (Application) ຂອງບັນດາທະນາຄານທີ່ເຂົ້າຮ່ວມໃນ ໂຄງການ ແລະ ຊໍາລະດ້ວຍເງິນສົດຜ່ານຄັງເງິນແຫ່ງຊາດ;

2.2 ລະບົບການເກັບຄ່າທໍານຽມທາງແມ່ນ ຕິດຕັ້ງ ແລະ ໃຫ້ບໍລິການຢູ່ບັນດາກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ປະຈໍາແຂວງ ແລະ ນະຄອນຫຼວງ, ສ່ວຍສາອາກອນປະຈໍາ ແຂວງ, ເມືອງ, ເທດສະບານ, ນະຄອນ. ນອກຈາກນັ້ນ ສ່ວຍສາອາກອນປະຈໍາ ເມືອງ, ເທດສະບານ, ນະຄອນ ຈະໄດ້ລົງສົມທົບກັບອໍານາດການປົກຄອງບ້ານເພື່ອດໍາເນີນ ການເກັບຄ່າທໍານຽມດັ່ງກ່າວ ຢູ່ບັນດາບ້ານເປັນແຕ່ລະໄລຍະ;

2.3 ຂັ້ນຕອນໃນການດໍາເນີນການແຈ້ງເສຍຄ່າທໍານຽມທາງ ມີດັ່ງນີ້: 2.3.1 ຊໍາລະຜ່ານລະບົບທະນາຄານ ທີ່ເຂົ້າຮ່ວມໃນໂຄງການເກັບຄ່າທໍານຽມທາງ ຊຶ່ງປະຈຸບັນປະກອບມີ ທະນາ ຄານ ການຄ້າຕ່າງປະເທດລາວ ມະຫາຊົນ (BCEL), ທະນາຄານ ຮ່ວມພັດທະນາ ຈໍາກັດ (JDB), ທະນາຄານ ພັດທະນາລາວ ຈໍາກັດ (LDB), ແລະ ທະນາຄານອື່ນ.

ການຊໍາລະຜ່ານລະບົບທະນາຄານ ຜູ້ຊໍາລະຕ້ອງມີບັນຊີເງິນຝາກຢູ່ໃນທະນາຄານ ໂດຍດາວໂຫຼດ ແອັບພິເຄຊັນຂອງທະນາຄານທີ່ຕົນເອງມີເງິນຝາກ ເພື່ອດໍາເນີນການຊໍາລະດ້ວຍຕົນເອງ ຕາມຂັ້ນຕອນທີ່ໄດ້

ກໍານົດໄວ້.ການຊໍາລະຜ່ານປ່ອງບໍລິການ ຂອງບັນດາທະນາຄານ ຜູ້ຊໍາລະຕ້ອງມີເອກະສານຍານພາຫະນະ ແຈ້ງຕໍ່ ພະນັກງານທະນາຄານ ທີ່ປະຈໍາຢູ່ປ່ອງບໍລິການ ເພື່ອດໍາເນີນການຊໍາລະຜ່ານບັນຊີ ຫຼື ເງິນສົດ.

2.3.2 ຊໍາລະຜ່ານປ່ອງບໍລິການຂອງ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ ປະຈໍາແຂວງ ແລະ ນະຄອນຫຼວງ ທີ ເປັນຕົວແທນໃຫ້ກົມສ່ວຍສາອາກອນ ໃນການເກັບຄ່າທໍານຽມທາງ ຊຶ່ງເກັບໃນເວລາມີການຕໍ່ທະບຽນ, ຂຶ້ນ ທະບຽນໃຫມ່, ກວດເຕັກນິກ ແລະ ອື່ນໆ;

2.3.3 ຊໍາລະຜ່ານສ່ວຍສາອາກອນ ປະຈໍາແຂວງ, ນະຄອນຫຼວງ, ເມືອງ, ເທດສະບານ, ນະຄອນ ຊຶ່ງຜູ້ຊໍາລະຕ້ອງນໍາ ເອກະສານຍານພາຫະນະ ແຈ້ງຕໍ່ເຈົ້າຫນ້າທີ່ສ່ວຍສາອາກອນ ເພື່ອດໍາເນີນການຊໍາລະຜ່ານລະບົບທະນາຄານ ຫຼື ຄັງເງິນແຫ່ງຊາດ;

2.3.4 ຊໍາລະຜ່ານຫ້ອງການປົກຄອງບ້ານ: ເຈົ້າຫນ້າທີ່ສ່ວຍສາອາກອນປະຈໍາ ເມືອງ, ເທດສະບານ,ນະຄອນ ຕ້ອງໄດ້ ປະສານສົມທົບກັບ ບັນດາບ້ານທີ່ຂຶ້ນກັບ ເພື່ອກໍານົດເປົ້າຫມາຍ, ວັນເວລາ ໃນການລົງໄປຈັດຕັ້ງຂະບວນການເກັບຄ່ານຽມທາງ ປະຈໍາປີ, ພ້ອມທັງເກັບກໍາຖານຂໍ້ມູນຍານພາຫະນະ ຢູ່ແຕ່ລະບ້ານ ໃຫ້ໄດ້ຢ່າງຄົບຖ້ວນ ເພື່ອ ເອົາເຂົ້າໃນລະບົບຖານຂໍ້ມູນຂອງ TaxRIS.

3. ໃບເສຍຄ່າທໍານຽມທາງ ປະຈໍາປີ 2023 ມີ 02 ຮູບແບບຄື: ແບບອີເລັກໂຕຣນິກ (E-Sticker) ແລະ ແບບແຜ່ນ ເຈ້ຍ (Sticker) ຊຶ່ງ 02 ຮູບແບບດັ່ງກ່າວແມ່ນສາມາດຢັ້ງຢືນທາງດ້ານກົດຫມາຍຄືກັນ. ໃນກໍລະນີຊໍາລະຄ່າທໍານຽມ

ທາງ ຜ່ານລະບົບແອັບພິເຄຊັນຂອງທະນາຄານ, ລະບົບຈະອອກໃບເສຍຄ່າທໍານຽມທາງ ແບບເອເລັກໂຕຣນິກ (E- Sticker) ໃນທັນທີ ຊຶ່ງຜູ້ເສຍຄ່າທໍານຽມທາງສາມາດນໍາໃຊ້ ເພື່ອຢັ້ງຢືນຕໍ່ເຈົ້າຫນ້າທີ່ກ່ຽວຂ້ອງ, ຖ້າຕ້ອງການໃບ ເສຍຄ່າທໍານຽມທາງແບບແຜ່ນເຈ້ຍ (Sticker) ແມ່ນເຂົ້າໄປພົວພັນ ຮັບເອົາຢູ່ປ່ອງບໍລິການຂອງ ຫ້ອງການສ່ວຍ ສາອາກອນ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ແລະ ທະນາຄານທີ່ເຂົ້າຮ່ວມໂຄງການ.

ໃບເສຍຄ່າທໍານຽມທາງ ທີ່ພິມຄັ້ງທໍາອິດແມ່ນບໍ່ໄດ້ເສຍຄ່າແບບພິມ, ກໍລະນີມີການເສຍຫາຍ ຊຶ່ງຕ້ອງໄດ້ ພິມເພີ່ມເຕີມ ຈະໄດ້ເສຍຄ່າແບບພິມ ໃບລະ 20,000 ກີບ/ຄັ້ງ/ໃບ.

4. ຕົວແທນທີ່ໄດ້ຮັບອະນຸຍາດຈາກກົມສ່ວຍສາອາກອນ ໃນການເກັບຄ່າທໍານຽມທາງ ຈະໄດ້ຮັບເງິນບໍາເນັດຈາກການ ບໍລິການເກັບຄ່າທໍານຽມດັ່ງກ່າວ ຊຶ່ງຈະມີການໄລ່ລຽງເປັນແຕ່ລະໄລຍະ. ສ່ວນອັດຕາຄ່າບໍາເນັດ ແລະ ຂັ້ນຕອນ ການໄລ່ລຽງ ຈະມີລະບຽບການ ຂອງກະຊວງການເງິນ ເປັນອັນສະເພາະ;

5. ບັນດາຍານພາຫະນະ ທີ່ໄດ້ຂຶ້ນທະບຽນແລ້ວ ແລະ ວາງຂາຍຕາມຮ້ານຂາຍລົດມືສອງ ແມ່ນມອບຄວາມຮັບຜິດ ຊອບໃຫ້ເຈົ້າຂອງຮ້ານຂາຍລົດດັ່ງກ່າວ ເປັນຜູ້ຊໍາລະຄ່າທໍານຽມທາງ ຕາມຈໍານວນລົດມືສອງທີ່ໄດ້ວາງຂາຍ. ສໍາລັບລົດທີ່ມີການຊື້-ຂາຍ ດ້ວຍຮູບການຜ່ອນຊໍາລະ ຫຼື ມີການຊື້-ຂາຍ ແຕ່ຍັງບໍ່ມີການໂອນປ່ຽນກໍາມະສິດ ແມ່ນມອບຄວາມຮັບຜິດຊອບໃຫ້ຜູ້ນໍາໃຊ້ຍານພາຫະນະຕົວຈິງ ເປັນຜູ້ຊໍາລະຄ່າທໍານຽມທາງ. 6. ລາຍຮັບຄ່າທໍານຽມທາງ ຈະຖືກແບ່ງ ດັ່ງນີ້:

– ການຊໍາລະດ້ວຍຕົນເອງຜ່ານທະນາຄານ ລາຍຮັບດັ່ງກ່າວຈະເປັນຂອງ ເມືອງ ທີ່ເຈົ້າຂອງພາຫະນະອາໃສຢູ່ ກໍລະນີ ບໍ່ມີຂໍ້ມູນທີ່ຢູ່ອາໃສ ຂອງເຈົ້າຂອງພາຫະນະ ຈະເປັນລາຍຮັບ ຂອງແຂວງ, ນະຄອນຫຼວງ ທີ່ອອກທະບຽນພາຫະນະ;

– ການຊໍາລະຜ່ານ ສ່ວຍສາອາກອນ, ບ້ານ ແມ່ນເປັນລາຍຮັບຂອງເມືອງ, ເທດສະບານ, ນະຄອນນັ້ນ;

– ການຊໍາລະຜ່ານ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ ່ແມ່ນເປັນລາຍຮັບຂອງ ແຂວງ, ນະຄອນຫຼວງ ບ່ອນທີ່ ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ ຂຶ້ນກັບ.

7. ການຊໍາລະຄ່າທໍານຽມທາງ ປະຈໍາປີ 2023 ແມ່ນຈະສິ້ນສຸດໃນວັນທີ 30 ກັນຍາ 2003, ຖ້າກາຍກໍານົດເວລາ ດັ່ງກ່າວຈະຖືກປັບໃຫມ 0,1% (ສູນຈຸດຫນຶ່ງສ່ວນຮ້ອຍ) ຕໍ່ວັນຂອງມູນຄ່າ ຄ່າທໍານຽມດັ່ງກ່າວ;

8. ມອບໃຫ້ ສ່ວຍສາອາກອນປະຈໍາ ແຂວງ ແລະ ນະຄອນຫຼວງ ເປັນເຈົ້າການໃນການ ຊີ້ນໍາ-ນໍາພາ ສ່ວຍສາອາກອນ ປະຈໍາເມືອງ, ເທດສະບານ, ນະຄອນ ແລະ ປະສານສົມທົບກັບອົງການປົກຄອງ ເມືອງ, ເທດສະບານ, ນະຄອນ ແລະ ບ້ານ ຢູ່ພາຍໃນທ້ອງຖິ່ນຂອງຕົນ ເພື່ອໂຄສະນາເຜີຍແຜ່ ແລະ ສ້າງແຜນງານ, ແຜນການໃນການເກັບຄ່າທໍານຽມ ທາງ ຈາກບຸກຄົນ, ນິຕິບຸກຄົນ ທີ່ເປັນເຈົ້າຂອງຍານພາຫະນະຕາມລະບຽບການ;

9. ມອບໃຫ້ ສ່ວຍສາອາກອນປະຈໍາ ເມືອງ, ເທດສະບານ, ນະຄອນ ເປັນເຈົ້າການໃນການລົງສົມທົບກັບອົງການ ປົກຄອງບ້ານ ເກັບລາຍຮັບຄ່າທໍານຽມທາງ ແລະ ເກັບກໍາຂໍ້ມູນຍານພາຫະນະ ເພື່ອບັນທຶກເຂົ້າຖານຂໍ້ມູນຂອງ ລະບົບ TaxRIS ໃຫ້ຖືກຕ້ອງ ແລະຄົບຖ້ວນ ຕາມທີ່ໄດ້ກໍານົດໄວ້,

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ສວນກາເຟໄຮແລນຍັງຂາດແຄນດ້ານແຮງງານເກັບກູ້ກາເຟ
2
996 ເຖິງ 26 ມີນາ 2024 ໄດ້ກວດກູ້ລະເບີດ ບໍ່ທັນແຕກ ອອກຈາກເນື້ອທີ່ດິນ 87.323 ເຮັກຕາ
2
ແຈ້ງປັບລາຄານ້ຳມັນ! ແອັດຊັງປັບຂຶ້ນ ກາຊວນປັບລົງ
2
ສປ ຈີນ ມອບພາຫະນະຮັບໃຊ້ວຽກງານອາຊຽນ ໃຫ້ກະຊວງປ້ອງກັນປະເທດ
2
ທິດທາງແຜນການພັດທະນາອຸດສາຫະກຳປຸງແຕ່ງ ແລະ ການຄ້າ ປີ 2024
2
ພົບຜູ້ເສຍຊີວິດ 2 ຄົນໃນລົດທີ່ເກີດອຸບັດເຫດລົດເສຍຫຼັກຕໍາຂອບທາງແລ້ວໄຟໄໝ້ລົດຢູ່ທາງດ່ວນ
2
3 ເດືອນຕົ້ນປີ 2024 ມີນັກທ່ອງທ່ຽວເຂົ້າມາຜ່ານດ່ານສາກົນສາມຫຼ່ຽມຄຳ ຫຼາຍກວ່າ 80 ພັນຄົນ
2
ADB ຄາດຄະເນວ່າ ເສດຖະກິດ ລາວ ຈະມີການຂະຫຍາຍຕົວລະດັບປານກາງ ຈາກແຮງສະໜັບສະໜູນ ຈາກພາຍນອກ
xr:d:DAFfzfZ3jXU:238,j:4285599991177242615,t:24041512
ເດືອນມີນາ ມີຜູ້ເສຍຊີວິດເຖິງ 85 ຄົນ ຈາກອຸບັດເຫດໃນທົ່ວປະເທດ
xr:d:DAFfzfZ3jXU:236,j:4483758375003161869,t:24041512
ນາຍົກລັດຖະມົນຕີ ສົງພະທີ່ວັດອົງຕື້ ມະຫາວິຫານ
ຢ່າລື່ມກົດຕິດຕາມ