ດວງລາຍວັນປະຈໍາວັນຈັນ ທີ 02 ຕຸລາ 2023

ຄົນເກີດວັນອາທິດ:ການ​ງານ ຄວາມ​ສະຫລຽວ​ສະຫລາດ​ຈະ​ນຳ​ພາ​ໂອ​ກາດ​ ແລະ​ ຄວາມ​ສຳ​ເລັດ​ມາສູ່​ຕົນເອງ​ ຈະ​ຈັບ​ງານ​ຫຍັງ​ໃນ​ຊ່ວງ​ນີ້​ເປັນ​ເງິນ​ເປັນ​ທອງ​ໝົດ​ ການ​ເງິນ  ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ ເປັນ​ມື້​ໂຊກດີ​ຂອງ​ທ່ານ​ມື້​ໜຶ່ງ​ເລີຍ​​ ແຕ່​ມີ​ເລື່ອງ​ຈຸກ​ຈິກ​ໃຈ​ກ່ອນ​ແລ້ວ​ຈຶ່ງ​ຈະ​ໄດ້​ເຂົ້າ​ມາ​ເພີ່ມເຕີມ​  ຄວາມ​ຮັກ ຍັງ​ພິຈາລະນາ​ໃນ​ເລື່ອງ​ເຫຼົ່າ​ນີ້​ ແລະ​ຍັງ​ບໍ່​ຕັດ​ສິນ​ໃຈ​ເລື່ອງ​ຂອງ​ຄວາມ​ຮັກ​ ເພາະຍັງ​ບໍ່​ໃຫ້​ຄວາມ​ສຳຄັນ​ນັ້ນ​ເອງ​ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ​ ສີເຫຼືອງ ເລກ​ນຳ​ໂຊກ​  9 ຄົນເກີດວັນຈັນ:ການ​ງານ ອຸປະສັກ​ທາງ​ດ້ານ​ການ​ງານ​ຍັງມີ​ ຈຶ່ງ​ຕ້ອງ​ໃຊ້​ຄວາມ​ເຂົ້າໃຈ​ ແລະ​ຄວາມ​ສາມາດ​ສະເພາະ​ຕົວ​ໃນ​ການ​ແກ້​ໄຂ​ບັນຫາ​ທາງ​ດ້ານ​ການ​ງານ​ ການ​ເງິນ  ມີ​ທັງ​ຮັບ​ທັງ​ຈ່າຍ​ ມີ​ໂຊກ​ເຂົ້າ​ມາ​ ແຕ່​ກໍ​ມີ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ສະ​ລັບ​ປັບ​ປ່ຽນ​ກັນ​ໄປ​ໃນ​ຊ່ວງ​ນີ້​ ໂດຍ​ສະເພາະ​ໃນ​ເລື່ອງ​ຂອງ​ການ​ໃຊ້​ຈ່າຍ​ອອກ​ໄປ​ກ່ຽວກັບ​ການ​ເຂົ້າ​ສັງຄົມ​ ຄວາມ​ຮັກ​  ໂດດ​ເດັ່ນ​ຈະ​ໄດ້​ພົບ​​ຄົນ​ຜິວ​ຂາວ​ ເນື່ອງ​ຈາກ​ຕ້ອງ​ຕິດ​ຕໍ່​ກັນ​ໃນ​ເລື່ອງ​ຂອງ​ງານ​ ເຄື່ອງມຸງຄຸນ​  ເພັດສີຂຽວ ສີມຸງຄຸນ ສີແດງ ເລກ​ນຳ​ໂຊກ​    6 ຄົນເກີດວັນອັງຄານ:ການ​ງານ  ໃນ​ຊ່ວງ​ນີ້​ການເດີນທາງ​ປ່ຽນ​ແປງ​ຍົກ​ຍ້າຍ​ກໍ່​ໃຫ້​ເກີດ​ໂຊກ​ ແຕ່​ຕ້ອງ​ລະ​ວັງ​ເລື່ອງ​ຄວາມ​ໃຈ​ຮ້ອນ​ ເພາະ​ຈະ​ເຮັດໃຫ້​ເກີດ​ຄວາມ​ຜິດ​ພາດ​ ການ​ເງິນ  ມີ​ໂຊກ​ຈະ​ໄດ້​ເງິນ​ ມີ​ຄວາມ​ກັງ​ວົນ​ໃຈ​ກ່ອນ​ແລ້ວ​ຈຶ່ງ​ຈະ​ໄດ້​ເຂົ້າ​ມາ​ເພີ່ມເຕີມ​ເພີ່ມ​ຂຶ້ນ​ຢ່າງ​ເປັນ​ໂຊກ​ ຄວາມ​ຮັກ​  ຍັງ​ບໍ່​ລົງ​ຕົວ​ໃນ​ເລື່ອງ​ຄວາມ​ຮັກ​ໃນ​ຊ່ວງ​ນີ້​ ແມ່ນ​ສະຖານນະການ​ຈະ​ເບິ່ງ​ຄືຈະ​ດີ​ ແຕ່​ກໍ​ຍັງ​ບໍ່​ເປັນ​ເຊັ່ນ​ນັ້ນ​ ເຄື່ອງມຸງຄຸນ​ ໄຊ່ມຸກ ສີມຸງຄຸນ ສີຟ້າອ່ອນ ເລກ​ນຳ​ໂຊກ​   2 ຄົນເກີດວັນພຸດ:ການ​ງານ ສະຫລຽວ​ສະຫລາດ​ໃນ​ເລື່ອງ​ຂອງ​ການ​ເຈລະ​ຈາ​ ເຮັດໃຫ້​ມີ​ໂອ​ກາດ​ໄດ້ຮັບ​ຕຳແໜ່ງ​ໃໝ່​ ຫລື​ມີ​ຄວາມ​ສຳ​ເລັດ​ ຊື່​ສຽງ​ຢູ່ໃນ​ເກນ​ທີ່​ດີ​ຂຶ້ນ​ ການ​ເງິນ  ບໍລິຫານ​ການ​ໃຊ້​ຈ່າຍ​ ການ​ໃຊ້​ເງິນ​ໄດ້​ຢ່າງ​ເປັນ​ໂຊກ​ ຈະ​ໄດ້​ເງິນ​ເຂົ້າ​ມາ​ ຫລື​ຜູ້ໃຫຍ່​ຈະໃຫ້​ການ​ຊ່ວຍ​ເຫລືອ​ດ້ານ​ການ​ເງິນ​ກໍ​ເປັນ​ໄປ​ໄດ້​ ຄວາມ​ຮັກ​   ໂດດ​ເດັ່ນ​ໄດ້​ພົບ​​ຄົົນທີ່​ມີ​ຄວາມ​ສ້າງສັນ​ ສະຫລຽວ​ສະຫລາດ​ ທ່ານ​ເປັນ​ຄົນ​ເກັ່ງ​ ມີ​ຄວາມ​ສາມາດ​ ແລະ​ສາມາດ​ແນະ​ນຳ​ທ່ານ​ໄປ​ໃນ​ທາງ​ທີ່​ຖືກ​ຕ້ອງ​ໄດ້​ດີ​ສະເໝີ​​ ເຄື່ອງມຸງຄຸນ​​  ຄໍາ ສີມຸງຄຸນ ສີ​ຂຽວ ເລກ​ນຳ​ໂຊກ​   5 ຄົນເກີດວັນພະຫັດ:ການ​ງານ​  ຄວາມ​ສ້າງສັນ​ […]

ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ

ວັນທີ 28 ກັນຍາ 2023, ພະແນກກະສິກໍາ ແລະ ປ່າໄມ້ ແຂວງຈຳປາສັກ ໄດ້ອອກແຈ້ງການສະບັບເລກທີ 1374/ກປຂ.ຈສ ກ່ຽວກັບການຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ ວ່າ: ຫ້າມບຸກຄົນ, ນິຕິບຸກຄົນ, ພະນັກງານ, ທະຫານ, ຕໍາຫລວດ, ພໍ່ ແມ່ປະຊາຊົນ, ນັກທຸລະກິດ, ທາງພາຍໃນ ແລະ ຕ່າງປະເທດ ເກັບກູ້ ແລະ ຊື້ – ຂາຍ ຂີ້ກະເດືອນ ແລະ ດັກຈັບນົກທຸກຊະນິດ ຢູ່ຕາມທໍາມະຊາດ ເພື່ອລ້ຽງ ເປັນທຸລະກິດຢ່າງເດັດຂາດ, ໂດຍບໍ່ໃຫ້ໃຊ້ເຄື່ອງມືລັກສະນະດັບສູນ. 2.ຖ້າຫາກບຸກຄົນ ຫລື ບໍລິສັດໃດຢາກເກັບກູ້, ຊື້- ຂາຍ ຂີ້ກະເດືອນ ແລະ ດັກຈັບ ນົກ ທຸກຊະນິດ ຢູ່ຕາມທໍາມະຊາດ ເພື່ອເປັນທຸລະກິດ ແມ່ນຕ້ອງໄດ້ເຮັດຫນັງສືສະເໜີ […]

ດວງລາຍວັນປະຈໍາວັນອາທິດ ທີ 01 ຕຸລາ 2023

ຄົນເກີດວັນອາທິດ:ການ​ງານ ​ເຮັດ​ທຸລະກິດ​ເປັນ​ນາຍ​ໜ້າ​ຄ້າ​ທີ່​ດິນ​ຈະເຮັດໃຫ້ທ່ານປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ  ຈະພົບ​ເລື່ອງ​ຕຶງ​ຄຽດ​ທາງ​ການ​ເງິນເຂົ້າມາເຮັດໃຫ້ທ່ານຄິດຫຼາຍ ຄວາມ​ຮັກ    ສຸກ​ສົມ​ຫວັງ​ໃນ​ຊີວິດ​ຮັກ ແຕ່ຕ້ອງລະວັງການຄິດຫາຄົນອື່ນທີ່ບໍ່ແມ່ນຕົວເອງ ເຄື່ອງມຸງຄຸນ​ ເງິນ ສີມຸງຄຸນ​   ສີນໍ້າຕານ ເລກ​ນຳ​ໂຊກ​   7 ຄົນເກີດວັນຈັນ:ການ​ງານ​ ສາມາດ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ໄດ້​ດີໃນເລື່ອງຂອງການງານ ການ​ເງິນ ເສຍ​ເງິນ​ທີ່ຈະຕ້ອງເບິ່ງ​ແຍງ​ສຸຂະພາບ​ຂອງ​ບໍລິວານ ຄວາມ​ຮັກ​  ​ພົບ​ຮັກ​ກັບ​ຄົນທີ່​ມີ​ສະເໜ່ ມີຊື່​ສຽງ​ດີເຂົ້າມາໃຫ້ຮູ້ຈັກ ເຄື່ອງມຸງຄຸນ​ ເງິນ ສີມຸງຄຸນ ສີ​ບົວ ເລກ​ນຳ​ໂຊກ​   9 ຄົນເກີດວັນອັງຄານ:ການ​ງານ  ​ ເຮັດ​ອາ​ຊີບ​ເປັນ​ນັກ​ຂຽນຈະ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ມື້​ນີ້​ໂຊກດີ​ຈະ​ໄດ້​ເງິນເຂົ້າມາແບບບໍ່ຄາດຝັນ ຄວາມ​ຮັກ ຢູ່ໃນ​ເກນ​ທີ່​ມີ​ຄວາມ​ສຸກ​ສົມ​ຫວັງ ເຄື່ອງມຸງຄຸນ​  ​ໄຂ່ມຸກ ສີມຸງຄຸນ ສີ​ນໍ້າຕານ ເລກ​ນຳ​ໂຊກ​   5 ຄົນເກີດວັນພຸດ:ການ​ງານ  ເຮັດ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ຜົນ​ກຳ​ໄລ​ທີ່ດີ ການ​ເງິນ  ​ຈະ​ໄດ້​ເງິນເຂົ້າມາໃຫ້ໃຊ້ຈ່າຍ ແຕ່ຕ້ອງລະວັງເລື່ອງຂອງການໃຊ້ເງິນ ຄວາມ​ຮັກ​  ຄວາມ​ສຳພັນ​ຍັງບໍ່​ລົງ​ຕົວ ເພາະຢູ່ໃນໄລຍະປັບຕົວເຂົ້າຫາກັນ ເຄື່ອງມຸງຄຸນ​​   ຄໍາຝຣັ່ງ ສີມຸງຄຸນ ສີແດງ ເລກ​ນຳ​ໂຊກ​   9 ຄົນເກີດວັນພະຫັດ:ການ​ງານ​ ​​​ ລະ​ວັງ​ການ​ລົງ​ນາມ​ເອກະສານ​ທາງ​ທຸລະກິດ​ເປັນ​ໂມ​ຄະ ການ​ເງິນ​ ສາມາດ​ໝຸນ​ຫາ​ເງິນ​ໄດ້​ເຂົ້າ​ມາ​ເພີ່ມ ອາດເປັນການໃຊ້ຈ່າຍໜີ້ສິນ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ຜິວ​ຂາວ ແຕ່ຕ້ອງລະວັງເລື່ອງຂອງການເຈລະຈາກັນ ເຄື່ອງມຸງຄຸນ​ ຫິນນໍາໂຊກສີຂຽວ ສີມຸງຄຸນ  ສີ​ດໍາ ເລກ​ນຳ​ໂຊກ​  3 ຄົນເກີດວັນສຸກ:ການ​ງານ​ ມີ​ບໍລິວານ​ທີ່​ດີ​ລໍຖ້າ​ຊ່ວຍ​ເຫລືອ​ຮ່ວມ​ກັນ​ສ້າງ​ທຸລະກິດ ການ​ເງິນ ໄລຍະ​ນີ້​ຈະ​ໃຊ້​ເງິນ​ໃນ​ການ​ຊື້​ຊັບ​ສິນສິ່ງ​ໃໝ່​ເຂົ້າມາ  ຄວາມ​ຮັກ   ຍັງ​ຕ້ອງ​ໃຊ້​ເວລາ​ເບິ່ງ​ໃຈ​ກັນ​ຕໍ່ໄປເປັນໄລຍະທີ່ມີບັນຫາກັນເຂົ້າມາໃຫ້ຄົ້ນຫາໃຈກັນຫຼາຍຂື້ນ ເຄື່ອງມຸງຄຸນ​​ ເພັດສີແດງ ສີມຸງຄຸນ ສີສົ້ມ ເລກ​ນຳ​ໂຊກ​   6 ຄົນເກີດວັນເສົາ:ການ​ງານ​  ເຮັດ​ທຸລະກິດ​ປະ​ສົບ​ຄວາມ​ສຳ​ເລັດ ຖ້າທ່ານມີທີ່ປຶກສາມີເພື່ອນຮ່ວມງານທີ່ດີ ການ​ເງິນ ມີ​ການປ່ຽນ​ແປງ​ດ້ານ​ຖານະ​ເກີດ​ຄວາມ​ລ້ຳລວຍ ຄວາມ​ຮັກ​    ສຸກ​ສົມ​ຫວັງ​ໃນ​ຊີວິດ​ຮັກ ແຕ່ທ່ານກັບຄົນຮັກມີເວລາໃຫ້ກັນໜ້ອຍລົງ ເຄື່ອງມຸງຄຸນ​  ເງິນ ສີມຸງຄຸນ ສີຂຽວ ເລກ​ນຳ​ໂຊກ​    8

ດວງລາຍວັນປະຈໍາວັນສຸກ ທີ 29 ກັນຍາ 2023

ຄົນເກີດວັນອາທິດ:ການ​ງານ ຕັດ​ສິນ​ໃຈ​ເລີ່ມ​ເຮັດທຸລະກິດ​ໃໝ່​ໂດຍ​ບໍ່ທັນຕັ້ງໂຕ​ ການ​ເງິນ ຈະ​ພົບ​ຜູ້​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ ຄວາມ​ສຳພັນ​ລົງ​ຕົວ​ມີ​ຄວາມ​ສຸກໃນທຸກໆຢ່າງ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນ​ ສີນໍ້າຕານ ເລກ​ນຳ​ໂຊກ​   4 ຄົນເກີດວັນຈັນ :ການ​ງານ ​  ເຮັດ​ທຸລະກິດຈະການ​ຄ້າ​ເຄື່ອງ​ມື​ສື່​ສານ​ ຫລື​ ເຮັດ​ທຸລະກິດ​ດ້ານ​ການ​ຄ້າ​ອາຫານຈະໄດ້ຮັບ​ຜົນ​ກຳ​ໄລ​ດີ ການ​ເງິນ ຈະ​ພົບ​ເລື່ອງ​ຄຽດ​ກ່ອນ​ແລ້ວ​ຈະ​ໄດ້​ເງິນ​ເຂົ້າ​ມາ ຄວາມ​ຮັກ ຈະ​ພົບ​ຮັກ​ຈາກ​ການ​ຕິດ​ຕໍ່​ງານ ອາດເປັນຄົນທີ່ຮ່ວມໜ້າວຽກດຽວກັນ ເຄື່ອງມຸງຄຸນ  ໄຂ່ມຸກ ມຸງຄຸນ ສີ​ດໍາ ເລກ​ນຳ​ໂຊກ​  2 ຄົນເກີດວັນອັງຄານ :ການ​ງານ ເກີດ​ຄວາມ​ຜິດ​ພາດ​ແຕ່​ສາມາດ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ໄດ້ ການ​ເງິນ ຜູ້ໃຫຍ່​ຈະ​ຄອຍ​ຖ້າ​ອຸປະຖຳ​ດ້ານ​ການ​ເງິນ ໃຫ້ທ່ານໄດ້ດີ ຄວາມ​ຮັກ ຈະ​ຕົກ​ຢູ່ໃນ​ສະຖານນະການ​ຮັກ​ຊ້ອນ ເຄື່ອງມຸງຄຸນ​  ແຫວນຄໍາ ສີມຸງຄຸນ ສີ​ນໍ້າຕານ ເລກ​ນຳ​ໂຊກ​  6 ຄົນເກີດວັນພຸດ:ການ​ງານ ຈະ​ເຮັດ​ທຸລະກິດ​ງານ​ໃດ​ປະ​ສົບ​ຄວາມ​ກ້າວ​ໜ້າ ​ແລະ ​ສຳ​ເລັດ ການ​ເງິນ  ຊ່ວງ​ນີ້​ຈະ​ມີ​ເງິນ​ເຫຼືອ​ເກັບ​ເພາະ​ຜູ້ໃຫຍ່​ອຸປະຖຳໃນທຸກໆດ້ານ ຄວາມ​ຮັກ​ ຈະ​ພົບ​ຄູ່​ແທ້​ຫລື​ຄູ່​ຄອງ​ທີ່​ດີເຂົ້າມາໃຫ້ຮູ້ຈັກກັນ ເຄື່ອງມຸງຄຸນ​​  ຄໍາ ສີມຸງຄຸນ ສີເຫຼືອງ ເລກ​ນຳ​ໂຊກ​  2 ຄົນເກີດວັນພະຫັດ :ການ​ງານ ​ມີ​ໂອ​ກາດ​ໄດ້​ເລີ່ມເຮັດ​ໂປຣ​ເຈັກ​໌​ໃໝ່​ຈະປະ​ສົບ​ຜົນ​ສຳ​ເລັດ ການ​ເງິນ   ຄອບຄົວ​ຈະ​ຄອຍ​ຖ້າ​ອຸປະຖຳ​ດ້ານ​ການ​ເງິນໃຫ້ແກ່ທ່ານ ຄວາມ​ຮັກ ​ ​ ຕົນເອງ​ມີ​ສະເໜ່​ຫລາຍ​ຈຶ່ງ​ມີ​ຄົນ​ເຂົ້າ​ມາ​ທັກ​ທາຍ​ຫລາຍ​ຂຶ້ນ ເຄື່ອງມຸງຄຸນ​  ຫີນນໍາໂຊກສີແດງ ສີມຸງຄຸນ  ສີຟ້າ ເລກ​ນຳ​ໂຊກ​   2 ຄົນເກີດວັນສຸກ:ການ​ງານ​  ສາມາດ​ເຈລະ​ຈາ​ທາງ​ທຸລະກິດ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ມີ​ໂຊກ ມີ​ໂອ​ກາດ​ໄດ້ຮັບ​ເງິນເຂົ້າມາໃນການແກ້ໄຂບັນຫາ ​ຄວາມ​ຮັກ ມີ​ໂອ​ກາດ​ຕົກ​ຢູ່ໃນ​ສະຖານນະການ​ຮັກ​ຊ້ອນ ເຄື່ອງມຸງຄຸນ​​ ເງິນ ສີມຸງຄຸນ ສີຂຽວ ເລກ​ນຳ​ໂຊກ​  0 ຄົນເກີດວັນເສົາ:ການ​ງານ ​ເລີ່ມ​ເຮັດໂປຣ​ເຈັກ​໌​ໃໝ່ ຈະ​ເກີດ​ຄວາມ​ສຳ​ເລັດ ການ​ເງິນ ຈະ​ມີໂຊກໃນດ້ານການສ່ຽງໂຊກ ເພາະເປັນມື້ທີ່ດວງດີຫຼາຍ ຄວາມ​ຮັກ​ ມີ​ໂອ​ກາດ​ພົບ​ຄົົນທີ່​ໝັ່ນໃຈ​ຕົນເອງ […]

ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ

ພະເເນກອຸດສາຫະກຳ ແລະ ການຄ້າ ມອບຊີ້ນໝູສົດ ທີ່ຖືກຍຶດໄດ້ ໃຫ້ແກ່ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າ ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ວັນທີ 26 ກັນຍາ 2023 ເຈົ້າໜ້າທີ່ກວດກາການຄ້າ ໄດ້ເຄື່ອນໄຫວລາດຕະເວນຕາມຈຸດແຫຼ່ງຂ່າວ ຢູ່ພາຍໃນເມືອງຫ້ວຍຊາຍ ສາມາດກວດກາພົບເຫັນມີການນໍາເຂົ້າສິນຄ້າປະເພດຊີ້ນໝູສົດ ຈໍານວນ 40 ກິໂລ, ເຊິ່ງເຫັນວ່າເປັນການລັກລອບນໍາເຂົ້າສິນຄ້າບໍ່ຖືກດ່ານ ແລະ ເປັນການລົບຫຼີກການເສຍພັນທະ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ສະນັ້ນ ຈຶ່ງໄດ້ຍຶດສິນຄ້າດັ່ງກ່າວໄວ້. ໂດຍປະຕິບັດຕາມທິດຊີ້ນໍາຂອງຄະນະພະແນກອຸດສາຫະກໍາ ແລະ ການຄ້າ, ໃນຕອນບ່າຍ ຂອງວັນທີ 27ກັນຍາ 2023 ພາຍໃຕ້ການນໍາພາຂອງທ່ານ ນາງ ພວງພັນ ພູມສະຫວັນ ກໍາມະການພັກແຂວງ, ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍພະນັກງານພາຍໃນພະແນກ ໄດ້ມອບຊີ້ນໝູສົດ ຈໍານວນ 40 ກິໂລ, ເປັນມູນຄ່າ 3,200,000 ກີບ ທີ່ຍຶດໄດ້ນັ້ນ ໃຫ້ແກ່ ໂຮງຮຽນ ມ.ສ […]

ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ

ທີມຊາດລາວ ຊຸດໃຫຍ່ ໄດ້ເລີ້ມເກັບຕົວຝຶກຊ້ອມນັບຕັ້ງແຕ່ ວັນທີ 15 ກັນຍາ 2023 ເພື່ອກະກຽມເຂົ້າຮວ່ມແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ໂດຍແມ່ນ ທ່ານ ກັນລະຍາ ສີສົມຫວັງ ຫົວຫນ້າຄູຝຶກ ທີມ​ຊາດ​ລາວ ຊຸດ​ໃຫຍ່ ໄດ້ນຳພານັກກິລາຝຶກຊ້ອມ ແລະມີ ທ່ານ ວຽງສະຫວັນ ໄຊຍະບູນພ້ອມ ທ່ານ ພຸດປະສົງ ແສງດາລາວົງ ເປັນຜູ້ຊ່ວຍຄູຝຶກ ຂະນະ ທີ່ຄູຝຶກ ຜູ້ຮັກສາປະຕູ ແມ່ນ ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ໃນເບື້ອງຕົ້ນໄດ້ຄັດເລືອກນັກກິລາ 33 ຄົນ ປັດຈຸບັນ ສາມາດຄັດເລືອກນັກກິລາ ໄດ້ 31 ຄົນ ແລະ ຈະຄັດອອກໃຫ້ເຫລືອ 23 […]

ແຈ້ງການປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ

ພະແນກ ໂຍທາທິການ ແລະ ຂົນສົ່ງແຂວງ ຫ້ອງການ ໂຍທາທິການ ແລະ ຂົນສົ່ງ ນະຄອນອອກແຈ້ງການເຖິງ: ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫຼວດ, ຜູ້ປະກອບການ ທີ່ສັນຈອນຜ່ານຂົວນໍ້າຄານເກົ່າ ( ຂົວເບເລ ) ຢູ່ບ້ານ ຫມື່ນນາ-ບ້ານ ເມືອງງາ ນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ. ເລື່ອງ: ການປິດການສັນຈອນເທິງຫນ້າຂົວຊົ່ວຄາວໄລຍະ 1 ວັນ ສ້ອມແປງ ຂົວນໍ້າຄານເກົ່າ ( ຂົວເບເລ ) ຢູ່ ບ້ານ ຫມື່ນນາ-ບ້ານ ເມືອງງາ ນະຄອນ ຫຼວງພະບາງ ແຂວງ ຫຼວງພະບາງ. ອີງຕາມ ກົດຫມາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ( ສະບັບປັບປຸງ ), ສະບັບເລກທີ 68/ສພຊ, ລົງວັນທີ 14 ທັນວາ2015; – ອີງຕາມ […]

ດວງລາຍວັນປະຈໍາວັນພຸດ ທີ 27 ກັນຍາ 2023

ຄົນເກີດວັນອາທິດ:ການ​ງານ ເຮັດ​ທຸລະກິດ​ທີ່​ກ່ຽວ​ຂ້ອງ​ກັບ​ແຟ​ຊັ່ນ ອາຫານ ທຸລະກິດ​ງານ​ບັນ​ຊີ ຫຼື ​ຊັບສິນ ຊ່ວງ​ນີ້​ຈະ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ​ ມັກ​ຈະ​ພົບ​ເລື່ອງ​ລາຍ​ຈ່າຍ​ທີ່​ບໍ່​ຄາດ​ຝັນ​ສະເໝີ ແຕ່​ກໍ​ຍັ​ງສາມາດ​ບໍລິຫານ​ຈັດການ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້ ຄວາມ​ຮັກ ມີ​ໂອ​ກາດ​ທີ່​ຄົນ​ຮັກ​ເກົ່າ​ຈະ​ຕິດ​ຕໍ່​ກັບ​ມາ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ​ ສີບົວ ເລກ​ນຳ​ໂຊກ​ 0 ຄົນເກີດວັນຈັນ:ການ​ງານ ສາມາດ​ສ້າງ​ອາ​ຊີບ ສ້າງ​ຄວາມ​ສຳ​ເລັດ ແລະ ​ຊື່​ສຽງ​ທີ່​ດີ​ໃຫ້​ກັບ​ຕົນເອງ​ໄດ້ ການ​ເງິນ ເກີດ​ຄວາມ​ຮູ້ສຶກ​ກັງ​ວົນ​ແຕ່​ກໍ​ສາມາດ​ທີ່​ຈະ​ຜັກ​ດັນ​ຕົນເອງ​ໄປ​ຫາ​ເງິນ​ເຂົ້າ​ມາ​ໄດ້​ເພີ່ມເຕີມ ຄວາມ​ຮັກ​ ມີ​ໂຊກ​ທາງ​ດ້ານ​ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຄົົນທີ່​ມີ​ສະເໜ່ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນ ສີແດງ ເລກ​ນຳ​ໂຊກ​ 9 ຄົນເກີດວັນອັງຄານ:ການ​ງານ ຈະ​ພົບ​​ອຸປະສັກ​ ແຕ່​ກໍ​ສາມາດ​ທີ່​ຈະ​ພິຈາລະນາ​ຕັດ​ສິນ​ໃຈ​ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ໄດ້​ດີ ການ​ເງິນ​ ມີ​ທັງ​ຮັບ​ທັງ​ຈ່າຍ​ສ​ະລັບ​ກັນ​ໄປ​ໃນ​ຊ່ວງ​ນີ້ ຄວາມ​ຮັກ ລະ​ວັງ​ການ​ຂັດ​ແຍ້ງ​ໃນເລື່ອງນ້ອຍ​ໆ ເພາະ​ຄວາມ​ຫຶງ​ຫວງ ເຄື່ອງມຸງຄຸນ​ ແຫວນຄໍາ ສີມຸງຄຸນ ສີ​ເຫຼືອງ ເລກ​ນຳ​ໂຊກ​ 4 ຄົນເກີດວັນພຸດ:ການ​ງານ​ ຈະ​ພົບ​ໂອ​ກາດ​ໃໝ່ ທາງ​ທຸລະກິດ​ທີ່​ສົ່ງ​ຜົນ​ຕໍ່​ຜົນ​ປະໂຫຍດ​ທີ່​ດີ​ຕໍ່​ຕົນເອງ ການ​ເງິນ ​ໂຊ​ກດີ​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່​ຈາກ​ຊັບສິນ ຄວາມ​ຮັກ […]

ດວງລາຍວັນປະຈໍາວັນອັງຄານ ທີ 26 ກັນຍາ 2023

ຄົນເກີດວັນອາທິດ:ການ​ງານ ເດິນທາງ​ຕິດ​ຕໍ່​ງານ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ໄດ້​ພົບ​ຜູ້​ອຸປະຖຳ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ ມີ​ໂອ​ກາດ​ໄດ້​ພົບ​ຮັກກັບຄົນໃກ້ຕົວ ອາດມາໃນສະຖານະໝູ່ເພື່ອນ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ​ ສີບົວ ເລກ​ນຳ​ໂຊກ​ 8 ຄົນເກີດວັນຈັນ:ການ​ງານ ການ​ກໍ່ການ​ຄ້າ​ຈະ​ໄດ້​ກຳ​ໄລ​ດີ ແຕ່ຕ້ອງລະວັງເລື່ອງຂອງການລົງລາຍເຊັນ ການ​ເງິ​ິນ ອາດ​ເສຍ​ເງິນ​ຊ້ອມເຄື່ອງລົດ ຫຼື ອຸປະກອນທີ່ສໍາຄັນໃນການໃຊ້ງານ ​ຄວາມ​ຮັກ ຕົກ​ຢູ່ໃນ​ສະຖານະການ​ຮັກ​ຊ້ອນ ຕ້ອງລະວັງເລື່ອງຂອງອາລົມ ເຄື່ອງມຸງຄຸນ​ ໄຂ່ມຸກ ສີມຸງຄຸນ ສີດໍາ ເລກ​ນຳ​ໂຊກ​ 1 ຄົນເກີດວັນອັງຄານ:ການ​ງານ ເຮັດວຽກ​ໜັກ ​ແລະ ​ເມື່ອຍ​ຫຼາຍ​ເກີນ​ໄປ​ສົ່ງ​ຜົນ​ຕໍ່​ສຸຂະພາບທ່ານ ການ​ເງິນ ພົບ​ເລື່ອງ​ເສຍ​ເງິນ​ແບບ​ບໍ່​ຄາດ​ຝັນ ເພາະລາຍຈ່າຍບໍ່ຄົງທີ່ ຄວາມ​ຮັກ ບໍ່​ລົງ​ຕົວ​ເລື່ອງ​ຄວາມ​ສຳພັນເພາະອາດຍັງບໍ່ແມ່ນສໍາລັບທ່ານ ເຄື່ອງມຸງຄຸນ​ ຄໍາ ສີມຸງຄຸນ ສີນໍ້າຕານ ເລກ​ນຳ​ໂຊກ​ 7 ຄົນເກີດວັນພຸດ:ການ​ງານ ວາງ​ແຜນ​ການ​ເຮັດ​ວຽກງານ​ໃນ​ຮູບ​ແບບ​ມື​ອາ​ຊີບ​ຈຶ່ງ​ສາມາດ​ແກ້​ອຸປະສັກ​ບັນຫາ​ຕ່າງ​ໆ ໃຫ້​ຜ່ານ​ພົ້ນ​ໄປ​ໄດ້ ການ​ເງິນ ມີໂຊກໃນໄລຍະນີ້ຜູ້ໃຫຍ່ໄລຍະອຸປະຖໍາທາງດ້ານການເງິນ ຄວາມ​ຮັກ ສຸກ​ສົມ​ຫວັງ​ໃນ​ເລື່ອງ​ຮັກເປັນໄລຍະທີ່ລົງຕົວຂອງທ່ານທັງສອງ ເຄື່ອງມຸງຄຸນ​​ ຄໍາຝຣັ່ງ ສີມຸງຄຸນ ສີສົ້ມ […]

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023

ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນ ໄດ້ພາດຜ່ານຢູ່ພາກໃຕ້ຂອງ ປະເທດລາວ ປ່ອງໃສ່ລົມພາຍຸດີເປ່ຊັນ ທີ່ກໍາລັງເຄື່ອນທີ່ຢູ່ໃກ້ແຄມຝັ່ງປະເທດ ຫວຽດນາມ, ໃນເວລາ 10:00 ໂມງ ຂອງວັນທີ 25 ກັນຍາ 2023. ມີຈຸດສູນ ກາງຢູ່ເສັ້ນຂະໜານທີ 15.3 ອົງສາເໜືອ ແລະ ເສັ້ນແວງທີ 110.4 ອົງສາຕາເວັນອອກ ແລະ ກໍາລັງເຄື່ອນທີ່ໄປຕາມທິດຕາເວັນຕົກ-ຕາເວັນຕົກສ່ຽງເຫນືອ ດ້ວຍຄວາມໄວ 10 ຫາ 15 ກິໂລແມັດຕໍ່ຊົ່ວໂມງ. ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກ ສຸກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ພາກກາງ ລົງຫາ ພາກໃຕ້ ໃນ ໄລຍະວັນທີ 15 ຫາ 27 ກັນຍາ 2023. ຄາດວ່າລົມພາຍຸຫົວນີ້ ຈະເຄື່ອນ ທີ່ເຂົ້າ, ພາກກາງ ປະເທດຫວຽດນາມ ໃນຕອນເຊົ້າຂອງວັນທີ […]