ດວງ-Tou-Vientianepost (35)
ລາວ ຮ່ວມກອງປະຊຸມ ອົງການໃຈກາງປະສານ ງານອາຊຽນ ກ່ຽວກັບການຮ່ວມມືທາງອາຍາ ຄັ້ງທີ 1
ຮຽບຮຽງໂດຍ:Staff
ເຜີຍແຜ່: 27 November, 2023
ໝວດ: ຂ່າວ

ຄະນະຜູ້ແທນ ອົງການໄອຍະການປະຊາຊົນສູງສຸດ ນຳໂດຍ ທ່ານ ຄຳເພັດ ສົມວໍລະຈິດ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ເຂົ້າຮ່ວມກອງປະຊຸມອາຊຽນຂັ້ນ ລັດຖະມົນຕີ, ຫົວໜ້າອົງການໄອຍະການສູງສຸດອົງການໃຈກາງປະສານງານອາຊຽນ ກ່ຽວກັບການຮ່ວມມືທາງອາຍາ ຄັ້ງທີ 1 ທີ່ປະເທດ ບຣູໄນ ດາລູຊາລາມ ໃນວັນທີ 22 ພະຈິກ 2023 ຜ່ານມາ ໂດຍມີລັດຖະມົນຕີ, ຫົວໜ້າອົງການໄອຍະການສູງສຸດ, ພະນັກງານວິຊາການ ອົງການໄອຍະການປະເທດສະມາຊິກອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຮັບຟັງການລາຍງານ ການຈັດຕັ້ງປະຕິບັດສົນທິສັນຍາອາຊຽນ ວ່າດ້ວຍການຮ່ວມມືທາງອາຍາ ໂດຍບັນດາປະເທດສະມາຊິກອາຊຽນ ເຫັນໄດ້ຄວາມສຳຄັນຂອງການຮ່ວມມື, ຄວາມໝາຍໝັ້ນ, ສິ່ງທ້າທາຍ, ຄວາມຮັບຜິດຊອບຂອງບັນດາປະເທດສະມາຊິກໃນການຈັດຕັ້ງປະຕິບັດພັນທະຂອງຕົນ ຕາມສົນທິສັນຍາ ມີຜົນສຳ ເລັດ, ຮັບຮອງເອົາບົດລາຍງານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ກ່ຽວກັບການຮ່ວມມືທາງອາຍາປີ 2021, 2022 ຜ່ານມາ; ເຫັນດີໃຫ້ປະເທດກຳປູເຈຍ ຕາມລຳດັບຕົວອັກສອນ ເປັນເຈົ້າພາບກອງປະຊຸມອົງການໃຈກາງປະສານງານອາຊຽນ ກ່ຽວກັບການ

ຮ່ວມມືທາງອາຍາ ຄັ້ງທີ 2 ໃນປີ 2026; ເຫັນດີໃຫ້ ປະເທດອິນໂດເນເຊຍ ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ກ່ຽວກັບການຮ່ວມມືທາງອາຍາ ໃນປີ 2024 ແລະ ສປປ ລາວ ໃນປີ 2025; ຮັບຮອງເອົາຖະແຫລງການກອງປະຊຸມ ຊຶ່ງບັນດາປະເທດສະມາຊິກອາຊຽນ ໄດ້ໃຫ້ຄຳໝັ້ນສັນຍາໃນການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວ ບົນພື້ນຖານລັດຖະທຳມະນູນ, ກົດໝາຍຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ປະກອບສ່ວນສຳຄັນ ເຂົ້າໃນການຕ້ານອາຊະຍາກຳຂ້າມຊາດ, ນຳເອົາຜູ້ກະທຳຜິດມາລົງໂທດຕາມກົດໝາຍຢ່າງສັກສິດ, ເຮັດໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດມີການພັດທະ ນາຂະຫຍາຍຕົວຕໍ່ເນື່ອງຢ່າງບໍ່ຢຸດຢັ້ງ.ໃນວາລະເຂົ້າຮ່ວມກອງປະຊຸມດັ່ງກ່າວ ຄະນະຜູ້ແທນ ຍັງໄດ້ພົບປະກັບຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຈຳນວນໜຶ່ງ.

ທີ່ມາ:ຂ່າວສານປະເທດລາວ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 23 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,465
21,676
thailand (1)
THB
645.78
658.05
european-union
EUR
23,022
23,483
china
CNY
2,893
2,951
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Monday, 19 May, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,080,000
34,610,000
33,730,000
34,719,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site_cover (46)
ເຄື່ອງບິນລຳນ້ອຍຕົກໃນຊານດິເອໂກ ໄຟໄໝ້ບ້ານ-ລົດເສຍຫາຍ ເສຍຊີວິດແລ້ວ 2 ສົບ ປ​ະຊາຊົນນັບຮ້ອຍຕ້ອງອົບພະຍົບ
site_cover (44)
ແມ່ຍິງ ດື່ມນ້ຳອັດລົມມື້ລະ 1 ກະປ໋ອງ ສ່ຽງເປັນມະເຮັງ ໃນຊ່ອງປາກເພີ່ມຂຶ້ນ 5 ເທົ່າ
site_cover (43)
ຍີ່ປຸ່ນສະເໜີຕັ້ງໜ່ວຍສືບສວນ UAP/UFO ແຫຼ່ງທຳອິດຂອງໂລກ ຫຼັງເຊື່ອວ່າວັດຖຸລຶກລັບອ້ອມປະເທດອາດມາຈາກຈີນ
site_cover (41)
ສະຕາບັກສ໌ເກົາຫຼີໃຕ້ຫ້າມໃຊ້ຊື່ຜູ້ຊິງປະທານາທິບໍດີສັ່ງກາແຟ ເພື່ອຮັກສາຄວາມເປັນກາງ
site_cover (39)
ແຈ້ງການມອດໄຟ ວັນທີ 23-25 ພຶດສະພາ 2025
site_cover (38)
ທຣຳສັ່ງມະຫາວິທະຍາໄລຮາວາດ ຫ້າມຮັບນັກສຶກສາຕ່າງປະເທດເພີ່ມ
site_cover (37)
ຢັບຢັ້ງຄ່າໄຟພຸ່ງສູງ 5 ອຸປະກອນທີ່ຄວນ "ຖອດປັ່ກ" ເມື່ອບໍ່ໃຊ້ງານ
site_cover (36)
ຈີນເພີ່ມຄວາມເຂັ້ມງວດການກວດສອບຖົ່ວລຽນແລະໝາກມີ້ທີ່ນຳເຂົ້າມາຈາກຫວຽດນາມ ເນື່ອງຈາກກວດພົບສານປົນເປື້ອນ ກໍ່ໃຫ້ເກີດມະເຮັງ
VP LANDSCAPE COVER - 2025-05-23T094323.908
ນວ ຈະທົດລອງສ້າງຕັ້ງຕາແສງທໍາອິດຢູ່ເມືອງໄຊທານີ
Copy of site cover (30)
ປົດລັອກ 17 ປີ "ຊົນ ຮຶງ ມິນ" ເປີດໃຈ "ສະເປີສ" ຄວ້າແຊມຢູໂຣປາລີກ ຫຼັງຊະນະແມນຢູ
ຢ່າລື່ມກົດຕິດຕາມ