Aod-Vientianepost (1)
ສປປ ລາວ ມີເຂດເສດຖະກິດພິເສດທັງໝົດ 21 ເຂດ ມີຜູ້ເຂົ້າລົງທຶນ 1.377 ບໍລິສັດ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 5 ເດືອນທັນວາ, 2023

ການພັດທະນາເຂດເສດຖະກິດພິເສດ ຢູ່ ສປປ ລາວ ມາຮອດປັດຈຸບັນທົ່ວປະເທດມີເຂດເສດຖະກິດພິເສດທັງໝົດ 21 ແຫ່ງ ຕັ້ງຢູ່ 7 ແຂວງ ໃນເນື້ອທີ່ດິນຕາມສັນຍາພັດທະນາໂຄງການທັງໝົດ 33.088 ເຮັກຕາ, ມີບໍລິສັດເຂົ້າມາຈົດທະບຽນ ແລະ ລົງທຶນທັງໝົດ 1.377 ບໍລິສັດ ໂດຍມີທຶນທັງໝົດ 63,8 ຕື້ກວ່າໂດລາ, ສາມາດສ້າງວຽກເຮັດງານທຳໄດ້ 67.579 ຄົນ.

ທ່ານ ສອນປະເສີດ ດາລາວົງ ຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ: ສປປ ລາວ ມີເຂດເສດຖະກິດພິເສດທີ່ໄດ້ຮັບການອະນຸມັດສ້າງຕັ້ງ ຈຳນວນ 21 ເຂດ ທີ່ຕັ້ງຢູ່ 7 ແຂວງ ຄື:

1). ແຂວງບໍ່ແກ້ວ
ສາມຫຼ່ຽມຄຳ ປັດຈຸບັນສາມາດດຶງດູດການລົງທຶນໄດ້ທັງໝົດ 374 ບໍລິສັດ, ມີທຶນທັງໝົດ 6,8 ຕື້ກວ່າໂດລາ ແລະ ທຶນຈົດທະບຽນ 5,5 ຕື້ກວ່າໂດລາ, ມອບພັນທະໃຫ້ລັດເຂົ້າງົບປະມານຂອງລັດໄດ້ທັງໝົດ 432 ຕື້ກວ່າກີບ, ສ້າງວຽກເຮັດງານທຳໄດ້ 44 ພັນກວ່າຄົນ. ໃນປີ 2023 ນີ້ ກໍໄດ້ສຳເລັດການສ້າງສະໜາມບິນສາກົນຢູ່ເຂດດັ່ງກ່າວ.

2). ແຂວງອຸດົມໄຊ
ມີເຂດເມືອງອຸດສາຫະກຳ ແລະ ເປັນມິດຕໍ່ສິ່ງແວດລ້ອມຢູ່ຈຸດນາໝໍ້ ( ບໍລິສັດອຳມະຕະ ຄໍເປີເລຊັ່ນ ) ໂຄງການດັ່ງກ່າວໄດ້ສຳເລັດການເຊັນສັນຍາພັດທະນາໂຄງການຢູ່ຈຸດນາໝໍ້ ໃນເນື້ອທີ່ 3.150 ເຮັກຕາ ໂດຍແມ່ນບໍລິສັດ AMATA SMART & ECO CITY ເປັນຜູ້ພັດທະນາ, ປັດຈຸບັນຢູ່ໃນຂັ້ນຕອນກະກຽມຊົດເຊີຍທີ່ດິນ.

3). ແຂວງຫຼວງນໍ້າທາ
ມີເຂດບໍ່ເຕັນແດນງາມ ປັດຈຸບັນສາມາດດຶງດູດການລົງທຶນໄດ້ 253 ບໍລິສັດ ມີທຶນທັງໝົດ 787,2ລ້ານກວ່າໂດລາ, ທຶນຈົດທະບຽນ 449,7 ລ້ານກວ່າໂດລາ ມອບພັນທະເຂົ້າງົບປະມານ 39 ຕື້ກວ່າກີບ. ສ່ວນເຂດເມືອງອຸດສາຫະກຳ ແລະ ເປັນມິດຕໍ່ສິ່ງແວດລ້ອມ ຈຸດນາເຕີຍ ( ບໍລິສັດ ອຳມະຕະ ຄໍເປີເລຊັ່ນ ) ຢູ່ຈຸດນາເຕີຍ ແມ່ນໄດ້ສຳເລັດການເຊັນສັນຍາພັດທະນາໂຄງການ ໃນເນື້ອທີ່ 410 ເຮັກຕາ ກຳລັງກະກຽມການຊົດເຊີຍທີ່ດິນໂຄງການ.

4). ນະຄອນຫຼວງວຽງຈັນ
ເຂດເສດຖະກິດພິເສດຢູ່ນະຄອນຫຼວງວຽງຈັນ ມີ 5 ເຂດ ມີບໍລິສັດເຂົ້າມາລົງທຶນ 176 ບໍລິສັດ ມີທຶນຈົດທະບຽນ 889 ລ້ານໂດລາ ແລະ ແຜນການລົງທຶນທັງໝົດ 5,7 ຕື້ໂດລາ ສາມາດປະຕິບັດພັນທະໄດ້ທັງໝົດ 228,3 ຕື້ກວ່າກີບ, ສົ່ງອອກສິນຄ້າມູນຄ່າ 336,5 ລ້ານໂດລາ.

ເຂດພັດທະນາກວມລວມໄຊເສດຖາ ສາມາດດຶງດູດການລົງທຶນໄດ້ 12 ບໍລິສັດ ມູນຄ່າທຶນ 19.350.000 ໂດລາ ແລະ ທຶນຈົດທະບຽນ 17.950.000 ໂດລາ. ສາມາດເກັບລາຍຮັບເຂົ້າງົບປະມານ 92 ຕື້ກວ່າກີບ; ເຂດເສດຖະກິດບຶງທາດຫຼວງ ສາມາດດຶງດູດການລົງທຶນໄດ້ 15 ບໍລິສັດ ໃນປີ 2022 ມີທຶນທັງໝົດ 55.454.084 ໂດລາ ແລະ ທຶນຈົດທະບຽນ 29.371.303 ໂດລາ; ເຂດເສດຖະກິດພິເສດລ່ອງແທ່ງ – ວຽງຈັນ ແມ່ນສືບຕໍ່ດຳເນີນກິດຈະການຢ່າງເປັນປົກກະຕິ ໂດຍສະເພາະແມ່ນໄດ້ເປີດບໍລິການສະໜາມກ໊ອຟ ແລະ ຍັງສືບຕໍ່ດຳເນີນສຶກສາຄວາມເປັນໄປໄດ້ເຊັນສັນຍາໂຄງການລ່ອງແທ່ງ – ວຽງຈັນ ໄຮເທັກປາກ ທີ່ເປັນໂຄງການໜຶ່ງທີ່ນອນຢູ່ວຽກຈຸດສຸມການພັດທະນາເຂດ; ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ແມ່ນກຳລັງພັດທະນາໂຄງການ ເຊິ່ງໃກ້ຈະສຳເລັດໝົດແລ້ວ; ເຂດດົງໂພສີ ເປັນເຂດທີ່ບໍ່ມີຄວາມກ້າວໜ້າ ປັດຈຸບັນຢູ່ຂັ້ນຕອນການປັບປຸງຮູບແບບການລົງທຶນຄືນໃໝ່ ເພື່ອຊຸກຍູ້ໃຫ້ມີການພັດທະນາ; ເຂດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ ມີແຮງງານທັງໝົດ 5 ພັນກວ່າຄົນ, ພ້ອມສືບຕໍ່ພັດທະນາພື້ນຖານໂຄງລ່າງໄລຍະທີ 2 ຮອງຮັບການລົງທຶນໃນຕໍ່ໜ້າ.

5). ແຂວງຄຳມ່ວນ
ເຂດພິເສດທ່າແຂກ ໄດ້ສຳເລັດການປະເມີນການຈັດຕັ້ງປະຕິບັດສັນຍາຂອງບັນດາບໍລິສັດທີ່ມາລົງທຶນໃນເຂດໄດ້ທັງໝົດ 6 ບໍລິສັດ ແລະ ສືບຕໍ່ຊຸກຍູ້ ແລະ ຕິດຕາມໂຄງການໂຮງງານຫຼອມເຫຼັກກ້າ, ພ້ອມນີ້ກໍໄດ້ພັດທະນາດ້ານພື້ນຖານໂຄງລ່າງຄືບໜ້າຫຼາຍດ້ານ. ສ່ວນເຂດພິເສດ ພູຂຽວ ດ້ານການສ້າງວຽກເຮັດງານທຳໃຫ້ແຮງງານລາວ ແມ່ນຍັງບໍ່ທັນມີເທື່ອ ເນື່ອງຈາກບັນດາຫົວໜ່ວຍທຸລະກິດຍັງບໍ່ທັນໄດ້ຈັດຕັ້ງປະຕິບັດເທື່ອ. ແຕ່ເຖິງຢ່າງໃດກໍຕາມຜູ້ພັດທະນາໄດ້ສືບຕໍ່ສະເໜີຂໍອອກບັດແຮງງານ, ບັດພັກເຊົາ ແລະ ວີຊ່າເຂົ້າ – ອອກຫຼາຍເທື່ອໃຫ້ແຮງງານຕ່າງປະເທດ ທີ່ເຂົ້າມາເຮັດວຽກພາຍໃນເຂດ ພ້ອມເອົາໃຈໃສ່ຂົນ ຂວາຍດຶງດູດການລົງທຶນ ແລະ ຊົດເຊີຍທີ່ດິນທີ່ຖືກຜົນກະທົບຕໍ່ເນື່ອງ.

6). ແຂວງສະຫວັນນະເຂດ
ປະກອບມີ 5 ເຂດ ປັດຈຸບັນມີບໍລິສັດເຂົ້າມາລົງທຶນທັງໝົດ 167 ບໍລິສັດ ມີທຶນທັງໝົດ 580.447.000 ໂດລາ ແລະ ທຶນຈົດທະບຽນ 264.284.000 ໂດລາ. ໃນນັ້ນ ເຂດ ຫຼື ຈຸດ A ມີເນື້ອທີ່ຕາມສັນຍາສຳປະທານ 297 ເຮັກຕາ ເປົ້າໝາຍຈະພັດທະນາເປັນເຂດທ່ອງທ່ຽວການຄ້າ ແລະ ບໍລິການ; ເຂດ B ເນື້ອທີ່ສັນຍາສຳປະທານ 372 ເຮັກຕາ ເປົ້າໝາຍຈະພັດທະນາ ແລະ ສົ່ງເສີມເປັນເຂດອຸດສາຫະກຳໜັກ; ເຂດ C ເນື້ອທີ່ຕາມສັນຍາສຳປະທານ 234 ເຮັກຕາ ເປົ້າໝາຍຈະພັດທະນາເປັນເຂດອຸດສາຫະກຳເບົາ ແລະ ເຂດການຄ້າ; ສ່ວນເຂດ D ເນື້ອທີ່ສຳປະທານ 88 ເຮັກຕາ ເປົ້າໝາຍຈະພັດທະນາເປັນເຂດອຸດສາຫະກຳ, ການຄ້າ ແລະ ການບໍລິການ.

7). ແຂວງຈຳປາສັກ
ມີ 4 ເຂດ ມາຮອດປັດຈຸບັນສາມາດດຶງດູດການລົງທຶນໄດ້ທັງໝົດ 56 ບໍລິສັດ ມີທຶນທັງໝົດ 2ຕື້ກວ່າໂດລາ ແລະ ທຶນຈົດທະບຽນ 675 ລ້ານກວ່າໂດລາ. ໃນນັ້ນ, ເຂດນິຄົມອຸດສາຫະກຳປາກເຊ – ຍີ່ປຸ່ນ ( ເອັດເອັມອີ ) ເນື້ອທີ່ 195 ເຮັກຕາ ເປົ້າໝາຍຈະພັດທະນາເປັນເຂດອຸດສາຫະກຳປຸງແຕ່ງຂະໜາດນ້ອຍ ແລະ ກາງ; ເຂດພັດທະນາວັງເຕົ່າ – ໂພນທອງ ເນື້ອທີ່ສຳປະທານ 253 ເຮັກຕາ ເປົ້າໝາຍຈະພັດທະນາເປັນເຂດການຄ້າ ບໍລິການຂົນສົ່ງໂລຊິດສະຕິກ ( ທ່າບົກ – ວັງເຕົ່າໂພນທອງ ); ເຂດພັດທະນາເສດຖະກິດໃໝ່ ສີທັນດອນ ເນື້ອທີ່ສຳປະທານ 9.846 ເຮັກຕາ ເປົ້າໝາຍຈະພັດທະນາເປັນແຫຼ່ງທ່ອງທ່ຽວອະນຸຮັກທຳມະຊາດ. ສ່ວນເຂດນິຄົມອຸດສາຫະກຳຈຳປາສັກ ລາວ – ບໍລິການ ເນື້ອທີ່ສຳປະທານ 800 ເຮັກຕາ ເນື້ອທີ່ໄດ້ຮັບຕົວຈິງເຂົ້າໃນການພັດທະນາ 463 ເຮັກຕາ ເປົ້າໝາຍຈະພັດທະນາເປັນເຂດການຄ້າ – ການບໍລິການ ເຊິ່ງປັດຈຸບັນເຂດດັ່ງກ່າວແມ່ນຍັງບໍ່ທັນມີຄວາມຄືບໜ້າຕາມສັນຍາທີ່ກຳນົດ ປັດຈຸບັນຢູ່ໃນຂັ້ນຕອນການສະເໜີຂັ້ນເທິງເພື່ອປັບປຸງສັນຍາ.

ນັບແຕ່ສ້າງຕັ້ງເຂດເສດຖະກິດພິເສດແຫ່ງທຳອິດໃນປີ 2003 ຮອດປັດຈຸບັນສາມາດເກັບພັນທະໄດ້ທັງໝົດ 860 ຕື້ ກວ່າກີບ ລາຍຮັບຫຼາຍກວ່າໝູ່ແມ່ນມາຈາກອາກອນມອບເໝົາກິດຈະການກາຊິໂນ, ຄ່າທຳນຽມ ແລະ ບໍລິການ, ອາກອນມູນຄ່າເພີ່ມ, ອາກອນເງິນເດືອນ, ອາກອນຊົມໃຊ້, ຄ່າສຳປະທານທີ່ດິນ ແລະ ອື່ນໆ. ການສົ່ງອອກສິນຄ້າໃນປີ 2022 ບັນລຸໄດ້ 457 ລ້ານໂດລາສະຫະລັດ.

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
2
ການລ່າສັດປ່າບໍ່ຖືກຕ້ອງຕາມກົດ ໝາຍຈະຖືກລົງໂທດຕັດອິດສະລະພາບ 2 ຫາ 5 ປີ ແລະ ຈະຖືກປັບໃໝ
2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
2
ຫາລືຄວາມປອດໄພຂອງເຂື່ອນ ໃນການບໍລິຫານຈັດການນໍ້າ ແລະ ການຮັບມືສຸກເສີນ
2
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບ ທູດເວເນຊູເອລາ ຄົນໃໝ່
2
ສປປ ລາວຈະເປັນປະທານອາຊຽນໃນປີ 2024 ພາຍໃຕ້ຄໍາຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”
2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
2
ບໍລິສັດ ເທີນ-ຫີນບູນ ມອບເງິນ 1 ຕື້ກີບ ສະໜັບສະໜູນການເປັນປະທານອາຊຽນ ຂອງ ສປປ ລາວ
2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
2
ອັດຕະປືມີບໍລິການລົດໂດຍສານສີຂຽວພາຍໃນແຂວງແລ້ວ
ຢ່າລື່ມກົດຕິດຕາມ