ດວງ-Tou-Vientianepost (11)
ອົງການກາແດງສະວິດ ມອບລົດຕູ້ 3 ຄັນ ໃຫ້ອົງການກາແດງແຫ່ງຊາດລາວ
ຮຽບຮຽງໂດຍ:Staff
ເຜີຍແຜ່: 7 ເດືອນກັນຍາ, 2023
ໝວດ: ຂ່າວ

ວັນທີ 5 ກັນຍາ 2023, ອົງການກາແດງສະວິດ ມອບລົດຕູ້ 3 ຄັນ ໃຫ້ອົງການກາແດງແຫ່ງຊາດລາວ ກ່າວມອບໂດຍທ່ານນາງ ບີນີຕ່າ ໂປ່ເດ໋ວ ຜູ້ຕາງໜ້າອົງການກາແດງສະວິດ ປະຈໍາ ສປປ ລາວ ແລະ ກ່າວຮັບໂດຍ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ.

ເຊິ່ງລົດຕູ້ຈໍານວນ 3 ຄັນນີ້ ລວມເປັນມູນຄ່າທັງໝົດ  95.100 ໂດລາ ເພື່ອມອບໃຫ້ແກ່ສະຖາບັນເລືອດແຫ່ງຊາດ, ສູນເລືອດແຂວງສາລະວັນ ແລະ ສູນເລືອດແຂວງຫລວງພະບາງ ເພື່ອນໍາໃຊ້ເຂົ້າໃນວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ພາຍໃຕ້ໂຄງການສະໜັບສະໜູນການພັດທະນາວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ, ສະໜັບສະໜູນທຶນຈາກອົງການກາແດງສະວິດ.

ໂອກາດດັ່ງກ່າວ, ທ່ານປະທານອົງການກາແດງແຫ່ງຊາດລາວ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງສູງຕໍ່ທ່ານ ນາງ ບີນີຕ່າ ໂປ່ເດ໋ວ ກໍຄືອົງການກາແດງສະວິດ ທີ່ໃຫ້ການຮ່ວມມືສະໜັບສະໜູນທຶນຊ່ວຍເຫລືອວຽກງານເລືອດ ຊຶ່ງຈະເຮັດໃຫ້ວຽກງານເລືອດມີຄວາມສະດວກ, ມີປະສິດທິພາບຂຶ້ນ ແລະ ຈັດຕັ້ງປະຕິບັດຕົວຊີ້ວັດໂຄງການໃຫ້ສໍາເລັດຕາມແຜນທີ່ວາງໄວ້.

ສະແດງຄຳຄິດເຫັນ

ຂ່າວມາໃໝ່ 
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນຈັນ ທີ 02 ຕຸລາ 2023
ດວງ-Tou-Vientianepost (34)
ຈຳປາສັກ ແຈ້ງຫ້າມເກັບກູ້ ແລະ ຊື້ຂາຍ ປະເພດ ຂີ້ກະເດືອນ ແລະ ນົກ ທຳມະຊາດ
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອາທິດ ທີ 01 ຕຸລາ 2023
ek
ດວງລາຍວັນປະຈໍາວັນສຸກ ທີ 29 ກັນຍາ 2023
ດວງ-Tou-Vientianepost (30)
ມອບຊີ້ນໝູສົດທີ່ຍຶດໄດ້ໃຫ້ໂຮງຮຽນ ມ.ສ ສາມັນກີນນອນຊົນເຜົ່າແຂວງບໍ່ແກ້ວ
ດວງ-Tou-Vientianepost (28)
ທີມຊາດລາວ ຊຸດໃຫຍ່ ກະກຽມຄວາມພ້ອມເຂົ້າຮ່ວມ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ທະວີບອາຊີ
ດວງ-Tou-Vientianepost (26)
ແຈ້ງການປິດການສັນຈອນຊົ່ວຄາວ ຂົວຫຼັກນ້ຳຄານ 1 ວັນ
ek
ດວງລາຍວັນປະຈໍາວັນພຸດ ທີ 27 ກັນຍາ 2023
ດວງ-Tou-Vientianepost - 2023-07-31T112850.794
ດວງລາຍວັນປະຈໍາວັນອັງຄານ ທີ 26 ກັນຍາ 2023
ດວງ-Tou-Vientianepost (22)
ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸດີເປຊັ່ນ ໄລຍະວັນທີ 25-27 ກັນຍາ 2023
ຢ່າລື່ມກົດຕິດຕາມ