ດວງ-Tou-Vientianepost (40)
ສາຍການບິນຫວຽດເຈັດ ເປີດຖ້ຽວບິນກົງ ວຽງຈັນ-ໂຮ່ຈີມິນ​
ຮຽບຮຽງໂດຍ:Staff
ເຜີຍແຜ່: 6 ເດືອນທັນວາ, 2023
ໝວດ: ຂ່າວ

ໃນວັນທີ 4 ທັນວາ 2023​ ສາຍການບິນຫວຽດເຈັດ ແລະ ລັດວິສາຫະກິດການບິນລາວ ໄດ້ລົງນາມໃນສັນຍາຮ່ວມມືຮອບດ້ານ, ເປັນຂີດໝາຍອັນສຳຄັນບໍ່ພຽງແຕ່ໃຫ້ສອງສາຍການບິນເທົ່ານັ້ນ, ແຕ່ຍັງເປັນການສ້າງຄວາມສຳພັນອັນດີລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງຫວຽດນາມ ແລະ ລາວ. ພ້ອມດຽວກັນນັ້ນ, ຫວຽດເຈັດຍັງໄດ້ປະກາດ ເປີດຖ້ຽວບິນໃໝ່ລະຫວ່າງ ນະຄອນຫລວງວຽງຈັນ ແລະ ນະຄອນໂຮ່ຈິມິນ ຂອງຫວຽດນາມ, ເພີ່ມທະວີ ການເຊື່ອມຕໍ່ ແລະ ມອບທາງເລືອກໃນການເດີນທາງ ໃຫ້ແກ່ນັກທ່ອງທ່ຽວຂອງທັງສອງປະເທດ ແລະ ພາກພື້ນອາຊີ.

ໂດຍພິທີດັ່ງກ່າວໄດ້ຮັບກຽດເຂົ້າຮ່ວມ ຂອງ ສະຫາຍ ເວືອງ ດິງ ເຫວະ (VUONG Dinh Hue), ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ. ຕາງໜ້າ ລັດຖະບານ ສ ປ ປ ລາວ ເປັນກຽດເຂົ້າຮ່ວມຂອງ ທ່ານ ນາງ ສູນທອນ ໄຊຍະຈັກ​ ເລຂາທິການ ສູນກາງພັກ ປະຊາຊົນປະຕິວັດລາວ, ຮອງປະທານ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດປະຊາທິປະໄຕປະຊາຊົນລາວແລະ ອຳນາດການປົກຄອງ ລະຫວ່າງສອງປະເທດເຂົ້າຮ່ວມ.

ພາຍໃຕ້ການຮ່ວມມືດັ່ງກ່າວ, ສາຍການບິນຫວຽດເຈັດ ແລະ ລັດວິສາຫະກິດການບິນລາວ​ເຊິ່ງເປັນສາຍການບິນແຫ່ງຊາດ ໄດ້ກາຍເປັນຄູ່ຮ່ວມມືຮອບດ້ານໃນການຂົນສົ່ງຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ. ທັງສອງສາຍການບິນ ຍັງຈະສືບຕໍ່ ເປີດກວ້າງການຮ່ວມມືໃນຂົງເຂດເຕັກນິກ, ການ ບຳລຸງຮັກສາ ແລະ ສ້ອມແປງເຮືອບິນ, ການຝຶກອົບຮົມພະນັກງານ ການບິນ, ແລະ ອື່ນໆ.
ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງການເດີນທາງທີ່ເພີ່ມຂຶ້ນ, ຫວຽດເຈັດ ຈະເປີດໃຫ້ບໍລິການຖ້ຽວບິນກົງ ວຽງຈັນ – ໂຮ່ຈິມິນ ຕັ້ງແຕ່ ເດືອນ ກຸມພາ 2024 ເປັນຕົ້ນໄປ, ເຮັດໃຫ້ເປັນສາຍການບິນກົງເສັ້ນດຽວ ລະຫວ່າງ ສອງທ້ອງຖິ່ນ. ໂດຍເສັ້ນທາງໃໝ່ນີ້ຄາດວ່າຈະດຳເນີນຖ້ຽວບິນໄປກັບ 4 ຖ້ຽວຕໍ່ອາທິດ ແລະ ໃຊ້ເວລາບິນປະມານ 1 ຊົ່ວໂມງ 45 ນາທີຕໍ່ຖ້ຽວ.​ ຖ້ຽວບິນໃໝ່ນີ້ ຄາດວ່າຈະຊ່ວຍຊຸກຍູ້ການຄ້າ, ການທ່ອງທ່ຽວ, ແລກປ່ຽນວັດທະນະທຳລະຫວ່າງສອງປະເທດ, ສ້າງໝາກຜົນໃນການພົວພັນຮ່ວມມືອັນຍາວນານລະຫວ່າງ ຫວຽດນາມ ແລະ ລາວ. ບໍ່ພຽງແຕ່ເຊື່ອມຕໍ່ນະຄອນ ໂຮ່ຈີມິນ ຫາ ນະຄອນຫລວງວຽງຈັນ ແລະ ທ້ອງຖິ່ນຕ່າງໆໃນລາວເທົ່ານັ້ນ ແຕ່ຍັງຂະຫຍາຍຕາໜ່າງການບິນທີ່ກວ້າງຂວາງຂອງ ຫວຽດເຈັດ ທີ່ກວມເອົາຫວຽດນາມ, ອົດສະຕຣາລີ, ຈີນ, ອິນໂດເນເຊຍ, ໄທ, ສິງກະໂປ, ມາເລເຊຍ, ຍີ່ປຸ່ນ, ຮົງກົງ (ຈີນ), ໄຕ້ຫວັນ (ຈີນ), ເກົາຫລີໃຕ້, ອິນເດຍ, ຄາຊັກສະຖານ, ແລະ ອື່ນໆ.

ສາຍການບິນຫວຽດເຈັດຍຸກໃໝ່ ບໍ່ພຽງແຕ່ໄດ້ປະຕິວັດອຸດສາຫະກຳການບິນ ຢູ່ຫວຽດນາມເທົ່ານັ້ນ, ຫາກຍັງເປັນສາຍ ການບິນບຸກເບີກ ໃນທົ່ວພາກພື້ນ ແລະ ໃນທົ່ວໂລກ. ໂດຍເນັ້ນໃສ່ຄວາມສາມາດໃນການຄຸ້ມຄອງຄ່າໃຊ້ຈ່າຍ, ການປະຕິບັດຢ່າງມີປະສິດທິພາບ, ການນຳໃຊ້ເຕັກໂນໂລຊີໃໝ່ລ່າສຸດເຂົ້າໃນທຸກກິດຈະກຳ ແລະ ກ້າວສູ່ຄວາມທັນສະໄໝ.​ ຫວຽດເຈັດ ມອບໂອກາດການບິນດ້ວຍການປະຢັດຕົ້ນທຶນ ແລະ ຄ່າໂດຍສານທີ່ຄ່ອງຕົວ ພ້ອມທັງການບໍລິການທີ່ຫລາກຫລາຍເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ.​ ຫວຽດເຈັດແມ່ນສະມາຊິກສົມບູນຂອງສະມາຄົມການຂົນສົ່ງທາງອາກາດສາກົນ (IATA) ດ້ວຍໃບຢັ້ງຢືນການກວດສອບຄວາມປອດໄພດ້ານການປະຕິບັດງານຂອງ IATA (IOSA). ໃນຖານະ ບໍລິສັດການບິນເອກະຊົນທີ່ໃຫຍ່ທີ່ສຸດ ຂອງ ຫວຽດນາມ, ສາຍການບິນໄດ້ຮັບການຈັດອັນດັບຄວາມປອດໄພສູງສຸດ 7ດາວ ໂດຍເວັບໄຊຄວາມປອດໄພ ແລະ ຜະລິດຕະພັນ airlineratings.com ແລະ ໄດ້ ຈັດ ອັນ ດັບ ໜຶ່ງ ໃນ 50 ສາຍການບິນ ທີ່ດີທີ່ສຸດໃນໂລກ ດ້ານຄວາມປະຢັດ ແລະ ການດຳເນີນງານ ຂອງ Airfinance Journal ໃນຫລາຍປີຕິດຕໍ່ກັນ. ສາຍການບິນດັ່ງກ່າວຍັງເປັນຜູ້ໃຫ້ບໍລິການທີ່ມີລາຄາຖືກທີ່ດີທີ່ສຸດໂດຍອົງການຈັດຕັ້ງ
ທີ່ມີຊື່ສຽງເຊັ່ນ: Skytrax, CAPA, Airline Ratings, ແລະອື່ນໆ.

ທີ່ມາ: ຂ່າວສານປະເທດລາວ Pathedlao

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນສຸກ, 14 ເດືອນກຸມພາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,524
21,761
thailand (1)
THB
632.92
644.95
european-union
EUR
22,057
22,496
china
CNY
2,867
2,922
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນສຸກ, 14 ເດືອນກຸມພາ, 2025
ຊະນິດນ້ຳມັນ
ລາຄາ
29,850
23,450
19,610
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນສຸກ, 14 ເດືອນກຸມພາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
29,750,000
30,280,000
29,480,000
30,389,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
1739680147_736516-tnamcot-e1739680216552
ສະຫະລັດບໍ່ໃຫ້ເອີຣົບເຂົ້າຮ່ວມການເຈລະສັນຕິພາບຢູເຄຣນ
1739673370_557611-tnamcot-e1739673402129
ບຽດກັນຈົນເສຍຊີວິດທີ່ສະຖານີລົດໄຟອິນເດຍ
1739608977_260554-tnamcot-e1739608998899
ສະຫະລັດອ້າງວ່າການເຝິກຊ້ອມຮ່ວມກັບຟີລິບປີນເພື່ອການປ້ອງກັນປະເທດເທົ່ານັ້ນ
1739612537_893096-tnamcot-e1739612554298-1
ຮາມາສປ່ອຍຕົວປະກັນອີສາຣາເອວອີກ 3 ຄົນໃນດິນແດນກາຊ່າ
1739611838_194211-tnamcot-e1739611851242
ຊາວຍີ່ປຸ່ນຜູ້ເປັນເຫຍື່ອຖືກຫລອກລວງຈາກກຸ່ມຄໍເຊັນເຕີໄດ້ຮັບການປ່ອຍຕົວ
2
ຍິງຍີ່ປຸ່ນຖືກຕຳຫຼວດຈັບ ດ້ວຍຂໍ້ຫາບີບຫໍ່ເຂົ້າໜົມໃນຮ້ານສະດວກຊື້
2
ຈັບຜົວເມຍລັກຊັບພົນລະເມືອງ ກໍ່ເຫດມາແລ້ວ 4 ຄັ້ງ ຍ້ອນຕິດຢາເສບຕິດ
2
ທຳລາຍສວນຝິ່ນເນື້ອທີ່ກວ່າ 1 ເຮັກຕ່າ
2
ຜົນເສຍຫາຍຈາກໄຟໄໝ້ເຮືອນປະຊາຊົນຢູ່ ເມືອງໄຊ ແຂວງອຸດົມໄຊ
2
ຊົມເຊີຍເຈົ້າໜ້າທີ່ນຳຈັບຕົວຜູ້ກໍ່ເຫດປາດຄໍຄົນຂັບລົດຈັກຮັບຈ້າງປຸ້ນເອົາລົດຈັກ ຍ້ອນຕິດໜີ້ພະນັນ
ຢ່າລື່ມກົດຕິດຕາມ