ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງອັດຕະປືອະນຸຍາດໃຫ້ບໍລິສັດຜູ້ປະກອບການທົດລອງນໍາໃຊ້ລົດເມນ້ອຍ 13 ບ່ອນນັ່ງຂອງລັດ ບໍລິການໂດຍສານສາທາລະນະພາຍໃນແຂວງ ແລ້ວ ໂດຍການຊ່ວຍເຫຼືອຈາກບໍລິສັດບູຢອງລາວຈຳກັດ ແລະ ແຂວງໄດ້ມອບຕໍ່ໃຫ້ພະແນກ ຍທຂ ຄຸ້ມຄອງຈຳນວນ 10 ຄັນ, ໃນນີ້ໄດ້ເຮັດສັນຍາກັບບໍລິສັດຄຳກ່າຍບໍລິການຂົນສົ່ງໂດຍສານ ທົດລອງບໍລິການພາຍໃນແຂວງຈຳນວນ 6 ຄັນ.
ສ່ວນຕາຕະລາງແລ່ນລົດປະຈຳສາຍທາງພາຍໃນແຂວງ ຈຸດຄິວໂດຍສານ ເມືອງສາມັກຄີໄຊ ຫາຊາຍແດນດ່ານສາກົນຖ້ຽວທີ 1 ເວລາອອກ 8:30 ໂມງ ແລະ ເວລາກັບ 9:30 ໂມງ, ຖ້ຽວທີ 2 ເວລາອອກ 13:00 ໂມງ ແລະ ເວລາກັບ 13:00 ໂມງ; ຈຸດຄິວລົດໂດຍສານເມືອງສາມັກຄີໄຊ ແລ່ນເສັ້ນທາງບ້ານສີວິໄລ-ວັດພູສະຟອງ-ວັດສະແຄະ-ບ້ານຫຼາດສະຕີ-ບ້ານຕາດແສງ-ຕົວເມືອງຊານໄຊຖ້ຽວທີ 1 ເວລາອອກ 8:30 ໂມງ ແລະ ເວລາກັບ 9:30 ໂມງ, ຖ້ຽວທີ 2 ເວລາອອກ 13:00 ໂມງ ແລະ ກັບເວລາ 13:00 ໂມງ; ຈຸດຄິວລົດໂດຍສານເມືອງສາມັກຄີໄຊ ຫາສະໜາມໄຊຖ້ຽວທີ 1 ເວລາອອກ 9:00 ໂມງ ແລະ ເວລາກັບ 9:00 ໂມງ, ຖ້ຽວທີ 2 ເວລາອອກ 13:00 ໂມງ ແລະ ກັບເວລາ 13:00 ໂມງ.
ຂ່າວ: ວັດທະນາ
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,417 | 21,692 |
![]() THB | 659.53 | 669.69 |
![]() EUR | 23,934 | 24,413 |
![]() CNY | 2,909 | 2,967 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,990,000 | 35,520,000 |
![]() | 34,640,000 | 35,629,000 |