2
ຄຸນຄ່າຄວາມເປັນເອກະລັກ ທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 30 ເດືອນມີນາ, 2024
ໝວດ: ຂ່າວ

ອຸທິຍານແຫ່ງຊາດຫີນໜາມໜໍ່ຕັ້ງຢູ່ເມືອງບົວລະພາ ແຂວງຄໍາມ່ວນ ມີເນື້ອທີ່ 94.121 ເຮັກຕາ, ອຸທິຍານແຫ່ງນີ້ ມີເນື່ອທີ່ຕິດກັບ ອຸທິຍານແຫ່ງຊາດຟອງຍາ-ແກບາງ ສສ ຫວຽດນາມ. ໂດຍຖ້າລວມພື້ນທີ່ອຸທິຍານແຫ່ງຊາດທັງສອງແຫ່ງນີ້ເຂົ້າກັນຈະເປັນພື້ນທີ່ພູຫີນປູນທີ່ມີເນື້ອທີ່ປະມານ 217.447 ເຮັກຕາ ແລະ ອາດກາຍເປັນເຂດພື້ນທີ່ພູຫີນປູນຂະໜາດໃຫຍ່ຍຸກດຶກດໍາບັນທີ່ມີອາຍຸປະມານ 400 ລ້ານປີ ທີ່ກວ້າງໃຫຍ່ໄພສານທີ່ເກົ່າແກ່ທີ່ສຸດແຫ່ງໜຶ່ງໃນອາຊີ ກໍຄືໃນໂລກ.

ຫີນໜາມໜໍ່ ແປວ່າ “ຫີນທີ່ມີຍອດອັນແຫຼມຄົມ” ຊຶ່ງມັນສື່ໃຫ້ເຫັນເຖິງອົງປະກອບທີ່ສໍາຄັນຂອງສະຖານທີ່ພິເສດແຫ່ງນີ້ໄດ້ຢ່າງສົມບູນແບບ ແລະ ຮູບຮ່າງລັກສະນະຂອງຫີນທີ່ມີຍອດອັນແຫຼມຄົມຂອງມັນ ນອນຢູ່ໃນເຂດພື້ນທີ່ປິດ ອ້ອມຮອບຂອງຮ່ອມພູຫີນປູນ (ຫຼື ກວານ) ເຮັດໃຫ້ມັນກາຍເປັນພູມີທັດພູຫີນປູນທີ່ມີຄວາມໂດດເດັ່ນເປັນພິເສດທີ່ແຕກຕ່າງກັບສະຖານທີ່ອື່ນໆຢູ່ໃນພາກພື້ນ.

ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ-ປ່າໄມ້ ໜຶ່ງໃນຄະນະຊ່ຽວຊານຄົ້ນຄວ້າຄວາມເປັນໄປໄດ້ ເພື່ອສະເໜີເອົາອຸທິຍານຫີນໜາມໜໍ່ ຢູ່ເມືອງບົວລະພາ ແຂວງຄໍາມ່ວນ ແລະ ອຸທິຍານແຫ່ງຊາດຟອງຍາ-ແກບາງ ສສ ຫວຽດນາມ ເຂົ້າເປັນມໍລະດົກໂລກໃຫ້ຮູ້ວ່າ: ເອກະລັກທີ່ໂດດເດັ່ນພິເສດແຫ່ງນີ້ປະກອບດວ້ຍຖ້ໍານ້ໍາລອດເຊບັ້ງໄຟຢູ່ ຖືວ່າເປັນສິ່ງມະຫັດສະຈັນທາງທໍາມະຊາດທີ່ລີ້ຊ້ອນຢູ່ໃນໃຈກາງຂອງແຂວງຄໍາມ່ວນ ແລະ ເປັນຖ້ໍາທີ່ມີຄວາມສວຍງາມງົດງາມເປັນພິເສດທີ່ມີປະລິມານນ້ໍາໄຫຼ ມີການປ່ຽນແປງຂອງປະລິມານນ້ໍາໄຫຼອອກຈາກຖ້ໍາຢ່າງມະຫາສານ ຊຶ່ງໄດ້ຮັບຊື່ວ່າເປັນອ່າງນ້ໍາ ຫຼື ຂະໜາດໃຫຍ່ທີ່ສຸດກວ່າໝູ່ໃນໂລກ. ສໍາລັບລະບົບນິເວດຂອງພູຫີນປູນແຫ່ງນີ້ແມ່ນເປັນບ່ອນຢູ່ອາໄສຂອງສັດນາໆຊະນິດທີ່ໃກ້ສູນພັນ, ສັດສະເພາະຖິ່ນ, ມີໂຕແກ້ຜາ ຫຼື ຈີ່ກ້ຽມຜາ ຫຼາຍຊະນິດທີ່ແຕກຕ່າງກັນອາໄສຢູ່ພູແຕ່ລະໜ່ວຍພູ. ເປັນບ່ອນຢູ່ອາໄສຂອງປ່າແຫ້ງແລ້ງ ທີ່ມີຄວາມເປັນເອກະລັກສະເພາະ ແລະ ພວກມັນໄດ້ປັບຕົວເຂົ້າກັບສະພາບຂອງພື້ນທີ່ ທີ່ບໍ່ເອື້ອອໍານວຍ ໃນການຈະເລີນເຕີບໂຕໄດ້ຢ່າງສົມບູນແບບ. ຍັງເປັນລະບົບນິເວດທີ່ມີ ລັກສະນະສະເພາະ ຊຶ່ງເປັນບ່ອນຢູ່ອາໄສຂອງ ພືດພັນ ແລະ ສັດປ່າທີ່ຫາຍາກຂອງໂລກເປັນຕົ້ນ ແມ່ນ: ຂະຍຸ (ໜູຫີນລາວ), ນົກຫົວໂລ້ນ, ສັດລ້ຽງ ລູກດ້ວຍນໍ້ານົມ ແລະ ສັດເລືອຄານທີ່ໃກ້ສູນພັນຂັ້ນວິກິດຂອງໂລກຢ່າງໜ້ອຍຈໍານວນ 10 ຊະນິດພັນ. ມີທະນີແກ້ມຂາວ ຖິ່ນໃຕ້ ແລະ ນົກກົກຄໍຄໍາ, ຕະກູນລີງ ຢ່າງໜ້ອຍ 10 ຊະນິດ, ມີເຂດປ່າສະຫງວນ

ນອກຈາກນັ້ນແລ້ວ ອຸທິຍານແຫ່ງຊາດ ຫີນໜາມໜໍ່ຍັງ ມີຄຸນຄ່າກ່ຽວກັບຄວາມເຊື່ອຖືສິ່ງສັກສິດສໍາລັບຊຸມຊົນ. ບັນດາຖ້ໍາຫຼາຍແຫ່ງໃນອຸທິຍານ ເປັນຕົ້ນແມ່ນ ຖ້ໍານ້ໍາລອດເຊບັ້ງໄຟ ໄດ້ຖືກນໍາໃຊ້ເປັນ ສະຖານທີ່ສັກກະລະບູຊາ ຂອງປະຊາຊົນໃນທ້ອງຖິ່ນ ມາເປັນເວລາຫຼາຍຊົ່ວອາຍຸຄົນແລ້ວ ແລະ ກໍຍັງມີຖ້ໍາ ບາງແຫ່ງນໍາໃຊ້ເປັນສະຖານທີ່ ເກັບມ້ຽນໂຮງສົບຂອງ ບັນພະບູລຸດ ຊຶ່ງເປັນຂໍ້ພິສູດເຖິງຄວາມສໍາພັນທີ່ມີມາ ແຕ່ບູຮານນະການຂອງປະຊາຊົນໃນທ້ອງຖິ່ນໃນເຂດນີ້.

ທ່ານ ສົມຫວັງ ກ່າວຕື່ມວ່າ: ຄວາມສວຍສົດງົດງາມຂອງອຸທິຍານແຫ່ງຊາດຫີນໜາມໜໍ່ ແມ່ນມີທິວທັດທໍາມະຊາດອັນອັດສະຈັນເກີນກວ່າຄໍາບັນຍາຍ. ປະຊາຊົນໄດ້ເອີ້ນອຸທິຍານແຫ່ງນີ້ວ່າ: ເຮືອນເປັນເວລານັບພັນປີ ຍ້ອນວ່າປະຊາຊົນບັນດາເຜົາ ເປັນຕົ້ນເຜົ່າກຣີ ແລະ ເຜົ່າຕຣີ ໄດ້ດໍາລົງຊີວິດ ແລະ ປົກປັກຮັກສາສວນອຸທິຍານແຫ່ງນີ້ມາໄດ້ຫຼາຍຮ້ອຍປີແລ້ວມີຄວາມຮັກ, ຄວາມຜູກພັນທີ່ດີ ລວມທັງຮີດຄອງປະເພນີຂອງພວກເຂົາເຈົ້າເຫຼົ່ານັ້ນໄດ້ຕິດພັນເຊື່ອມໂຍງກັບສິ່ງແວດລ້ອມຂອງອຸທິຍານແຫ່ງນີ້. ເພື່ອເປັນການປົກປັກຮັກສາອຸທິຍານຫີນໝາມໜໍ່ແຫ່ງນີ້ໃຫ້ຍັງຄົງສະພາບເດີມ ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງນັບແຕ່ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ. ນອກຈາກນັ້ນກໍຍັງມີບັນດາຄູ່ຮ່ວມງານທີ່ໄດ້ຮັບການຝຶກອົບຮົມ 100 ທ່ານ ທີ່ປະກອບດ້ວຍບັນດາໜ່ວຍງານລາດຕະເວນຂັ້ນບ້ານ, ກຸ່ມບໍລິການທ່ອງທ່ຽວ… ມີການປຶກສາຫາລື ຮ່ວມ ກິດຈະກໍາການ ຄຸ້ມຄອງຮ່ວມຊາຍແດນກັບອຸທິຍານແຫ່ງຊາດ ຟອງຍາ-ແກບາງ ສສ ຫວຽດນາມ ແລະ ການແກ້ໄຂບັນຫາຕ່າງໆຂອງຊຸມຊົນໃນທ້ອງຖິ່ນໂດຍການປຶກສາຫາລືຜ່ານຂະບວນການເຫັນດີເຫັນພ້ອມຢ່າງເປັນເອກະພາບ ຈຶ່ງສາມາດປົກປັກຮັກສາອຸທິຍານແຫ່ງຊາດຫີນໜາມໜໍ່ ເພື່ອຜົນປະໂຫຍດສໍາລັບລູກຫຼານຂອງພວກເຮົາ, ຊຸມຊົນຂອງພວກເຮົາ ແລະ ປະເທດຊາດຂອງພວກເຮົາ.

ການນໍາສະເໜີຄຸນຄ່າຄວາມເປັນເອກະລັກສະເພາະທີ່ໂດດເດັ່ນລະດັບໂລກ ຂອງອຸທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ແຂວງຄໍາມ່ວນ ເຂົ້າເປັນ ມໍລະດົກໂລກຮ່ວມຊາຍແດນກັບອຸທິຍານ ແຫ່ງຊາດຟອງຍາ ແກບາງ ແຂວງກວາງບິງ ສສ ຫວຽດນາມ ແມ່ນມີຄວາມເໝາະສົມທີ່ສຸດ. ຖ້າວ່າໄດ້ຖືກຮັບຮອງຈາກອົງການອູຍແນັສໂກ (ອົງການການສຶກສາ, ວິທະຍາສາດ ແລະ ວັດທະນະທໍາແຫ່ງສະຫະປະຊາຊາດ) ເປັນແຫຼ່ງທ່ອງທ່ຽວມະຫັດຈະຈັນລະດັບໂລກອີກແຫ່ງໜຶ່ງ ຊຶ່ງຈະເຮັດໃຫ້ທ້ອງຖິ່ນມີການພັດທະນາດີຂຶ້ນເປັນລໍາດັບ ປະຊາຊົນຈະມີລາຍຮັບຊີວິດການເປັນຢູ່ດີຂຶ້ນ ປະເທດຊາດມີລາຍຮັບເປັນເງິນຕາເຂົ້າງົບປະມານແຫ່ງລັດ ປະທດເຮົາມີຊື່ສຽງໄປທົ່ວໂລກ.

ໂດຍ: ວັນໄຊ ຕະວິນຍານ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນສຸກ, 14 ເດືອນກຸມພາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,524
21,761
thailand (1)
THB
632.92
644.95
european-union
EUR
22,057
22,496
china
CNY
2,867
2,922
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນສຸກ, 14 ເດືອນກຸມພາ, 2025
ຊະນິດນ້ຳມັນ
ລາຄາ
29,850
23,450
19,610
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນສຸກ, 14 ເດືອນກຸມພາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
29,750,000
30,280,000
29,480,000
30,389,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
1739680147_736516-tnamcot-e1739680216552
ສະຫະລັດບໍ່ໃຫ້ເອີຣົບເຂົ້າຮ່ວມການເຈລະສັນຕິພາບຢູເຄຣນ
1739673370_557611-tnamcot-e1739673402129
ບຽດກັນຈົນເສຍຊີວິດທີ່ສະຖານີລົດໄຟອິນເດຍ
1739608977_260554-tnamcot-e1739608998899
ສະຫະລັດອ້າງວ່າການເຝິກຊ້ອມຮ່ວມກັບຟີລິບປີນເພື່ອການປ້ອງກັນປະເທດເທົ່ານັ້ນ
1739612537_893096-tnamcot-e1739612554298-1
ຮາມາສປ່ອຍຕົວປະກັນອີສາຣາເອວອີກ 3 ຄົນໃນດິນແດນກາຊ່າ
1739611838_194211-tnamcot-e1739611851242
ຊາວຍີ່ປຸ່ນຜູ້ເປັນເຫຍື່ອຖືກຫລອກລວງຈາກກຸ່ມຄໍເຊັນເຕີໄດ້ຮັບການປ່ອຍຕົວ
2
ຍິງຍີ່ປຸ່ນຖືກຕຳຫຼວດຈັບ ດ້ວຍຂໍ້ຫາບີບຫໍ່ເຂົ້າໜົມໃນຮ້ານສະດວກຊື້
2
ຈັບຜົວເມຍລັກຊັບພົນລະເມືອງ ກໍ່ເຫດມາແລ້ວ 4 ຄັ້ງ ຍ້ອນຕິດຢາເສບຕິດ
2
ທຳລາຍສວນຝິ່ນເນື້ອທີ່ກວ່າ 1 ເຮັກຕ່າ
2
ຜົນເສຍຫາຍຈາກໄຟໄໝ້ເຮືອນປະຊາຊົນຢູ່ ເມືອງໄຊ ແຂວງອຸດົມໄຊ
2
ຊົມເຊີຍເຈົ້າໜ້າທີ່ນຳຈັບຕົວຜູ້ກໍ່ເຫດປາດຄໍຄົນຂັບລົດຈັກຮັບຈ້າງປຸ້ນເອົາລົດຈັກ ຍ້ອນຕິດໜີ້ພະນັນ
ຢ່າລື່ມກົດຕິດຕາມ