2
ປະຊາຊົນທີ່ອາໄສລຽບຕາມແຄມສາຍນໍ້າມະ-ນໍ້າລອງ ຢູ່ເມືອງລອງລະວັງນໍ້າຖ້ວມ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 24 August, 2024
ໝວດ: ຂ່າວ

ປະຊາຊົນທີ່ອາໄສລຽບຕາມແຄມສາຍນໍ້າມະ-ນໍ້າລອງ ຢູ່ເມືອງລອງ ແຂວງຫຼວງນໍ້າທາໃຫ້ມີສະຕິເຝົ້າລະວັງຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ ຫຼື ນໍ້າຖ້ວມ, ໃຫ້ ຕິດຕາມລະດັບນໍ້າມະ, ນໍ້າລອງ ແລະ ນໍ້າຫ້ວຍຕ່າງໆ ທີ່ອາດຈະສູງຂຶ້ນ ເຖິງຂີດອັນຕະລາຍ ແລະ ຍຶ່ງຂຶ້ນຖ້ວມເຮືອນ, ວັນຖຸສິ່ງຂອງ ສັດລຽ້ງ ແລະ ອື່ນໆເພື່ອປ້ອງກັນຄວາມເສຍຫາຍ ແລະ ຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນໃຫ້ທັນເວລາ.

ຕາມການລາຍງານຂອງ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງລອງໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກຕິດຕໍ່ກັນເປັນເວລາຫຼາຍວັນໃນລະຫວ່າງວັນທີ 20-22 ສິງຫາ 2024 ຢູ່ເມືອງລອງ ແຂວງຫຼວງນໍ້າທາ ເຮັດໃຫ້ນໍ້າມະ-ນໍ້າລອງ ແລະ ສາຍຫ້ວຍນໍ້າຕ່າງໆຕາມທາງເລກທີ 17ເບ ມີລະດັບນໍ້າສູງຂຶ້ນຢ່າງຕໍ່ເນື່ອງ ໂດຍມີເສັ້ນທາງ ລະຫວ່າງ ເມືອງລອງ-ເມືອງສິງ ແລະ ເມືອງລອງ-ຊຽງກົກ ມີບວກຂຸມນ້ອຍ-ໃຫຍ່ຫຼາຍຈຸດ ແລະ ຂາດເປັນບາງຊ່ວງ ເຊັ່ນ: ຈຸດເທິງຮ້ານອາຫານຊິງໆ ບ້ານຫົວຂົວໄດ້ມີດິນເຈື່ອນນໍ້າໄຫຼຖ້ວມທາງ, ຈຸດລະຫວ່າງກາງ ບ້ານສີວິໄລ-ບ້ານຫ້ວຍໝໍ້ ສາຍນໍ້າມະ ໄຫຼເຊາະ ເຮັດໃຫ້ເສັ້ນທາງເຈື່ອນຂາດ ລົດບັນທຸກບໍ່ສາມາດໄປມາໄດ້, ມີດິນເຈື່ອນທັບຖົມເສັ້ນທາງຫຼາຍຈຸດ ເປັນຕົ້ນແມ່ນ ລະຫວ່າງ ເມືອງລອງ-ຊຽງກົກ ດິນເຈື່ອນ, ທາງມື່ນ ບໍ່ສາມາດທຽວໄດ້ເປັນບາງບ່ອນ, ນອກຈາກນັ້ນ, ເສັ້ນທາງ ເຂົ້າຫາແຕ່ລະກຸ່ມບ້ານກໍມີຫຼາຍຈຸດຫຼາຍບ່ອນທີ່ບໍ່ສະດວກໃນການເດີນທາງ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 4 July, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,398
21,673
thailand (1)
THB
659.07
670.93
european-union
EUR
24,168
24,652
china
CNY
2,906
2,964
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele - 2025-07-04T152520.452
ກອງປະຊຸມໃຫຍ່ຜູ້ເເທນສະຫະພັນກຳມະບານສະພາແຫ່ງຊາດຄັ້ງທີ 6
pele - 2025-07-04T134851.944
ແຈ້ງການອັບເດດຕາຕະລາງແລ່ນລົດໄຟຫລ້າສຸດຂອງ ບໍລິສັດ ທາງລົດໄຟລາວ-ຈີນ ຈຳກັດ.
_cover - 2025-07-04T130459.773
ນັກວິໄຈຕົກໃຈ!! ChatGPT "ຂັບຍານອະວະກາດ" ໄດ້ດີກວ່າທີ່ຄາດ!
_cover - 2025-07-04T120352.655
"ປູຕິນ" ກ່າວວ່າ ຣັດເຊຍຈະບໍ່ຍອມຖອຍຈາກເປົ້າໝາຍສົງຄາມໃນຢູເຄຣນ
_cover - 2025-07-04T112828.656
ຄື້ນຄວາມຮ້ອນໃນເອີຣົບ ພາກຊີວິດແລ້ວ 8 ຄົນ ຄື້ນຄວາມຮ້ອນປົກຄຸມສະພາບອາກາດຮ້ອນຈັດຕໍ່ເນື່ອງ
_cover - 2025-07-04T110349.591
"ທຣຳ" ໂປຣໂມດນ້ຳຫອມແບຣນດ໌ຕົວເອງ ຜູ້ຄົນວິຈານວ່າໃຊ້ຕຳແໜ່ງຫາກິນ
_cover - 2025-07-04T102412.934
ໂຮງງານດອກໄມ້ໄຟ ລະເບີດໃນແຄລິຟໍເນຍ ມີຜູ້ສູນຫາຍ 7 ຄົນ ແລະ ໄດ້ຮັບບາດເຈັບ 2 ຄົນ
pele - 2025-07-04T095605.840
ກອງປະຊຸມສາກົນວ່າດ້ວຍການສະໜອງທຶນ ເພື່ອການພັດທະນາ ຄັ້ງທີ 4 ແລະ ກອງປະຊຸມຂັ້ນສູງຕ່າງໆ
_cover - 2025-07-04T093112.147
ສິງກະໂປເຮັດແທ້!! ໃຜຂັບຂີ່ລົດເທິງທາງຍ່າງ ຈະຖືກໂທດປັບໄຫມໜັກ ຈຳຄຸກ 3 ເດືອນ ເລີ່ມມີຜົນບັງຄັບໃຊ້ແລ້ວ
_cover - 2025-07-04T091444.481
ພາກັນແຕກຕື່ນ!! ນາທີສາຍການບິນຍີ່ປຸ່ນລົດລະດັບສຸກເສີນ 8,000 ແມັດ ຜູ້ໂດຍສານຂຽນຈົດໝາຍລາ
ຢ່າລື່ມກົດຕິດຕາມ