2
ກຳປູເຈຍ ຈະເກັບພາສີ ພະລັງງານໄຟຟ້າ ຈາກ ຜູ້ໃຊ້ໂຊລາເຊລ ຢູ່ຫລັງຄາ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 9 July, 2024
ໝວດ: ຂ່າວ

ສໍານັກຂ່າວ ຊິນຮວາ ຂອງ ສປຈີນ,  ເມື່ອບໍ່ດົນມານີ້ ການໄຟຟ້າ ແຫ່ງກໍາປູເຈຍ (EAC) ເປີດເຜີຍວ່າ ຜູ້ຕິດຕັ້ງ ລະບົບ ຜະລິດ ພະລັງງານ ແສງຕາເວັນ ເທິງຫລັງຄາ ທີ່ມີ ກຳລັງ ການຜະລິດ ຫລາຍກວ່າ 10 ກິໂລວັດ ຈະຕ້ອງຊໍາລະ ຄ່າພະລັງງານ ໄຟຟ້າ.

ເຈົ້າໜ້າທີ່ ການໄຟຟ້າ ລະບຸວ່າ: ຜູ້ໃຊ້ລະບົບ ພະລັງງານ ແສງຕາເວັນ ດັ່ງກ່າວ ທີ່ ໃຊ້ໄຟຟ້າ ຈາກ ເຄືອຂ່າຍ ການໄຟຟ້າ ຕ້ອງຂຶ້ນ ທະບຽນ ການຕິດຕັ້ງ ລະບົບ ພະລັງງານ ແສງຕາເວັນ ກັບ ທາງການ,  ບໍ່ດັ່ງນັ້ນ ຈະຖືກ ປັບ  ໃໝ. ນັບແຕ່ ເດືອນທັນວາ ປີ 2023 ຈົນເຖິງ ປັດຈຸບັນ ມີຜູ້ໃຊ້ ລະບົບ ພະລັງງານ ແສງຕາເວັນ ດັ່ງກ່າວ ທີ່ໄປ ຂຶ້ນທະບຽນ ການຕິດຕັ້ງ ມີພຽງແຕ່ 94 ຄົນ.  ໃນຂະນະດຽວກັນ, ເຈົ້າໜ້າທີ່ ການໄຟຟ້າ ຍັງລະບຸວ່າ: ການເກັບຄ່າ ພະລັງງານໄຟຟ້າ ຈະເນັ້ນໃສ່ ຜູ້ໃຊ້ຂະໜາດໃຫຍ່ ເຊັ່ນ: ໂຮງງານ ອຸດສາຫະກຳ, ສະຖານປະກອບ ທຸລະກິດ , ໂຮງແຮມ ຫລື ອາຄານ ຂະໜາດໃຫຍ່ ຊຶ່ງ ຕ້ອງການ ຕິດຕັ້ງ ລະບົບ ພະລັງງານ ແສງຕາເວັນ ຂະໜາດກາງ ແລະ ຂະໜາດໃຫຍ່.  ສ່ວນເຮືອນ ທີ່ ຕິດຕັ້ງ ລະບົບ ພະລັງງານ ແສງຕາເວັນ ເທິງຫລັງຄາ ທີ່ມີ ກຳລັງ ການຜະລິດ ບໍ່ເກີນ 10 ກິໂລວັດ ຫລື ທຽບເທົ່າ ແຜ່ນໂຊລາເຊລ ຂະໜາດກາງ 20 ແຜ່ນ ຫລື ຂະໜາດໃຫຍ່ 16 ແຜ່ນ ຂະ ໜາດ 120-200 ກິໂລຕາແມັດ ບໍ່ຈຳເປັນຕ້ອງ ຊຳລະ ຄ່າໄຟຟ້າ. ດັ່ງນັ້ນ ປະຊາຊົນ ທີ່ໃຊ້ໄຟຟ້າ ໃນເຮືອນ ແລະ ສະຖານ ປະກອບທຸລະກິດ ຫລາຍກວ່າ 95% ຈະບໍ່ໄດ້ຮັບ ຜົນກະທົບ ຈາກ ມາດຕະການ ໃໝ່ນີ້.

KPL

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 30 May, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,455
21,731
thailand (1)
THB
648.35
660.67
european-union
EUR
23,023
23,484
china
CNY
2,898
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
pele (14)
ພົບເຫັນ "ເປັດຄັບແຄ" ຄັ້ງທຳອິດໃນແກ່ງກະຈານ ສະທ້ອນປ່າມໍລະດົກອຸດົມສົມບູນ
Copy of site cover (42)
Microsoft ວາງແຜນສ້າງໃຫ້ Windows ສາມາດອັບເດດທັງລະບົບໄດ້ເອງຢ່າງຄົບຖ້ວນແບບລວມສູນ
_cover (45)
ໄຟໄໝ້ໃຫຍ່ຢູ່ຊົງຊິ່ງ ລົດຈັກໄຟຟ້າຖືກເຜົາຫຼາຍສິບຄັນ
_cover (44)
"ອີລອນ ມັສກ໌" ໂພສຮູ້ສຶກຜິດຕໍ່ "ທຣຳ" ຍອມຮັບຕົວເອງໂພສໂຈມຕີແຮງເກີນໄປ
_cover (43)
ແຈ້ງເຕືອນ ຝົນຕົກໜັກ, ດິນເຈື່ອນ ແລະ ນ້ຳຖ້ວມຊຸ ໃນໄລຍະວັນທີ 12 ຫາ 13 ມິຖຸນາ 2025
_cover (42)
ຈັບໄດ້​ໄລ່​ທັນ​ ໂຈນລັກລົດຈັກ Zoomerx ຢູ່ບ້ານຫົວນາ ເມືອງໄຊທານີ ນະຄອນຫລວງ​ວຽງຈັນ
_cover (41)
ສະຫະລັດ ບຸກຈັບຜູ້ອົບພະຍົບຫຼາຍກວ່າ 70 ຄົນໃນໂຮງງານເມືອງໂອມາຮາ
Copy of site cover (41)
NVIDIA ກຽມສ້າງ AI Cloud ສຳລັບຂະແໜງອຸດສາຫະກຳໃນເຢຍລະມັນ
_cover (40)
ປກສ ແຂວງອຸດົມໄຊ ກວດກາສຶກສາອົບຮົມຮ້ານຄ້າຂາຍປະເວນີ ແລະ ສາວບໍລິການ 39 ຄົນ
_cover (39)
ເກົາຫຼີໃຕ້ປິດເຄື່ອງຂະຫຍາຍສຽງໂຄສະນາຊວນເຊື່ອຮອດເກົາຫຼີເໜືອເພື່ອລົດຄວາມເຄັ່ງຄຽດ
ຢ່າລື່ມກົດຕິດຕາມ