2
ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 19 July, 2024
ໝວດ: ຂ່າວ

ສປປ ລາວ ຈະສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ຄື: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ.

ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ຄະນະຮັບຜິດຊອບຊີ້ນໍາລະດັບຊາດ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 18 ກໍລະກົດ 2024 ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ເຊິ່ງທ່ານ ໄດ້ກ່າວວ່າ:

ປີ 2025 ເປັນປີທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ເຊິ່ງພວກເຮົາ ຈະໄດ້ພ້ອມກັນສະເຫຼີມສະຫຼອງ 3 ວັນປະຫວັດສາດ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ພ້ອມກັນນັ້ນ, ປີ 2025 ກໍເປັນປີມ້ວນທ້າຍແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ໃນສະພາບແວດລ້ອມຂອງໂລກ ແລະ ພາກພື້ນ ຍັງສືບຕໍ່ຜັນແປຢ່າງສັບສົນ, ໄວວາ ແລະ ຄາດຄະເນໄດ້ຍາກ ເຊິ່ງໄດ້ສົ່ງຜົນກະທົບຫຼາຍດ້ານ ຕໍ່ປະເທດພວກເຮົາ, ຢູ່ພາຍໃນປະເທດພວກເຮົາ ກໍຜະເຊີນໜ້າກັບສິ່ງທ້າທາຍໃຫຍ່ຫຼວງ ຫຼາຍປະການ. ດັ່ງນັ້ນ, ເພື່ອເຮັດໃຫ້ການກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດດັ່ງກ່າວ ມີເນື້ອໃນເລິກເຊິ່ງ, ມີຮູບການທີ່ເໝາະສົມ ແລະ ທັນກັບກຳນົດເວລາ ຈຶ່ງມີຄວາມຈໍາເປັນຕ້ອງມີການຊີ້ນໍາ-ນໍາພາ ຢ່າງໃກ້ຊິດແທດເຖິງ, ຕ້ອງກະກຽມແຕ່ລະດ້ານໃຫ້ລະອຽດ, ທັງປຸກ ລະດົມຂະບວນການແຂ່ງຂັນ ຮັກຊາດພັດທະນາໃນທົ່ວປະເທດ ໃຫ້ຟົດຟື້ນ, ແຂງແຮງ, ສ້າງທ່ວງທ່າໃໝ່ ກ້າວເຂົ້າສູ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ດ້ວຍຜົນສໍາເລັດອັນໃຫຍ່ຫຼວງ.

ການສະເຫຼີມສະຫຼອງ 3 ວັນປະຫວັດສາດ ດັ່ງກ່າວ, ຕ້ອງຮັບປະກັນບັນລຸໃຫ້ໄດ້ຈຸດປະສົງລະດັບຄາດໝາຍ ດັ່ງນີ້: ຫວນຄືນມູນເຊື້ອແຫ່ງການກໍ່ຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າງາມ ຕະຫຼອດໄລຍະ 70 ປີຜ່ານມາ ກໍຄື ທົບທວນມູນເຊື້ອອັນສະຫງ່າງາມແຫ່ງການຕໍ່ສູ້ປົດປ່ອຍຊາດ, ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນຕະຫຼອດໄລຍະ 50 ປີ ແຫ່ງ ສປປ ລາວ, ທັງເປັນການລະນຶກ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນ, ຈົດຈໍາລໍາລຶກຜົນງານຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ; ສຶກສາອົບຮົມພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ໃຫ້ຮັບຮູ້, ເຂົ້າໃຈ, ເຊື່ອມຊຶມທາດແທ້ມູນເຊື້ອອັນດີງາມຂອງພັກ, ເຫັນແຈ້ງຜົນສໍາເລັດ, ຜົນງານອັນໃຫຍ່ຫຼວງຂອງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສຶກສາຮໍ່າຮຽນ ແລະ ເຮັດຕາມແບບຢ່າງຄຸນສົມບັດສິນທໍາປະຕິວັດ ຂອງປະທານ ໄກສອນ ພົມວິຫານ ແນໃສ່ເພີ່ມທະວີຄວາມເປັນແບບຢ່າງນໍາໜ້າ, ຍົກສູງຄວາມຮັບຜິດຊອບ, ເສີມຂະຫຍາຍມານະຈິດປະຕິວັດ, ບຸກບືນສູ້ຊົນ ເຮັດຫຼ້ອນໜ້າທີ່ວຽກງານທີ່ພັກ ແລະ ລັດ ມອບໝາຍໃຫ້; ເຊີດຊູກຽດ ແລະ ອິດທິພົນບົດບາດຂອງພັກ ໃຫ້ສູງເດັ່ນຂຶ້ນຢ່າງບໍ່ຢຸດຢັ້ງ; ຖືເອົາການສະເຫຼີມສະຫຼອງ 3 ວັນປະຫວັດສາດ ເປັນໂອກາດສໍາຄັນ ເປີດບັ້ນປຸກລະດົມນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສຸມໃສ່ສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ຕາມທິດເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ; ປຸກລະດົມຂະບວນການ ການເຄື່ອນໄຫວໃນທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ບຸກບືນສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໄລຍະທ້າຍສະໄໝ ແລະ ສອງວາລະແຫ່ງຊາດ ຕິດພັນກັບການໂຄສະນາແນວທາງ, ນະໂຍບາຍຂອງພັກ-ລັດ, ຜົນສໍາເລັດຂອງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາຂອງພັກ, ຍູ້ແຮງການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງຜົນງານ ຂໍ່ານັບຮັບຕ້ອນບັນດາວັນບຸນໃຫຍ່ ທີ່ສໍາຄັນ ຂອງພັກ ແລະ ຂອງຊາດ ໃນປີ 2025, ພ້ອມທັງ ຕັ້ງໜ້າກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ຢ່າງເປັນຂະບວນຟົດຟື້ນ.

ທ່ານ ກິແກ້ວ ໄຂຄໍາພິທູນ ໄດ້ກ່າວອີກວ່າ: ການສະເຫຼີມສະຫຼອງບັນດາວັນບຸນສໍາຄັນ ດັ່ງກ່າວ ຕ້ອງດໍາເນີນບົນຈິດໃຈປະຢັດມັດທະຫຍັດ ແລະ ຖືເອົາເນື້ອໃນເປັນຕົ້ນຕໍ ເຊັ່ນ: ໃຫ້ຈັດຕັ້ງໂຮມຊຸມນຸມໃຫຍ່ ລະດັບຊາດ ຢູ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ໃນວັນທີ 22 ມີນາ 2025; ສໍາລັບ ການສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ໃນວັນທີ 2 ທັນວາ 2025 ໃຫ້ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ ຢູ່ນະຄອນຫຼວງວຽງຈັນ ໂດຍມີການສະແດງກ້ອນກໍາລັງເດີນສວນສະໜາມ ຂອງບັນດາກໍາລັງປະກອບອາວຸດ, ອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ, ກໍາມະກອນ-ຊາວຜູ້ອອກແຮງງານ ຕາມຄວາມເໝາະສົມ; ຈັດງານວາງສະແດງຜົນສໍາເລັດແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕິດພັນກັບການວາງສະແດງຮູບພາບກ່ຽວກັບຊີວິດ ແລະ ພາລະກິດປະຕິວັດ ຂອງປະທານ ໄກສອນ ພົມວິຫານ ແລະ ກິດຈະກໍາ ອື່ນໆ; ຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດ ເພື່ອຄົ້ນຄວ້າທິດສະດີ-ສະຫຼຸບພຶດຕິກໍາແຫ່ງການນໍາພາຂອງພັກເຮົາ ສ້າງໃຫ້ກາຍເປັນຄັງສາງທິດສະດີ, ບົດຮຽນພຶດຕິກໍາ ເພື່ອນໍາພາຊີ້ນໍາພາລະກິດປະຕິວັດກ້າວຂຶ້ນ ແລະ ໃຫ້ຄົນຮຸ່ນຫຼັງໄດ້ສືບທອດ, ໄດ້ຄົ້ນຄວ້າຮໍ່າຮຽນ ແລະ ໝູນໃຊ້ເຂົ້າໃນຊີວິດຕົວຈິງ; ຈັດຕັ້ງປາຖະກະຖາເລົ່າມູນເຊື້ອແຫ່ງການກໍ່ຕັ້ງ, ເຕີບໃຫຍ່ຂະຫຍາຍຕົວອັນສະຫງ່າງາມຂອງພັກເຮົາ ໃນ 70 ປີ ຜ່ານມາ, ໂຄສະນາເຜີຍແຜ່ຜ່ານສື່ມວນຊົນ ແລະ ສື່ສັງຄົມອອນລາຍຢ່າງແຂງແຮງ, ກວ້າງຂວາງ ກ່ຽວກັບບົດບາດຕັດສິນຊີ້ຂາດແຫ່ງການນໍາພາຂອງພັກປະຊາຊົນປະຕິວັດລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ຢ່າງມີໄຊ ແລະ ຢືນຢັນຜົນງານ, ຜົນສໍາເລັດອັນໃຫຍ່ຫຼວງສໍາຄັນ, ຫຼາຍດ້ານແຫ່ງໝາກຜົນຕົວຈິງ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫຼອດ 50 ປີ, ຍ້ອງຍໍສັນລະເສີນຜົນງານ ແລະ ຄຸນງາມຄວາມດີ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ; ຄົ້ນຄວ້າ, ຕີລາຄາ, ຄັດເລືອກບຸກຄົນ, ກົມກອງ ທີ່ມີຜົນງານດີເດັ່ນ ໃນຂະບວນການ “ແຂ່ງຂັນຮັກຊາດ ແລະ ພັດທະນາ”.

ພ້ອມກັນນັ້ນ, ກໍໃຫ້ມີການພົບປະພະນັກງານປະຕິວັດອາວຸໂສ, ບໍານານ ແລະ ຄອບຄົວພະນັກງານປະຕິວັດ ທີ່ເສຍຊີວິດແລ້ວ. ສໍາລັບ ການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງຂອງບັນດາຂະແໜງການ ແລະ ອົງການຈັດຕັ້ງພັກ-ລັດ ທີ່ຄົບຮອບປີໃຫຍ່ ແມ່ນໃຫ້ຈັດເຂົ້າເປັນຂະບວນການລວມ ຂອງການສະເຫຼີມສະຫຼອງວັນປະຫວັດສາດ ໂດຍແມ່ນຂະແໜງການ ແລະ ອົງການກ່ຽວຂ້ອງ ເປັນເຈົ້າການ ພາຍໃຕ້ການຊີ້ນໍາໂດຍກົງ ຂອງຄະນະຮັບຜິດຊອບຊີ້ນໍາລະດັບຊາດ; ໃຫ້ຈັດຕັ້ງການດໍາເນີນຊີວິດການເມືອງ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງບັນດາອົງຄະນະພັກ ກະຊວງ, ອົງການ ແລະ ທ້ອງຖິ່ນ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Monday, 7 April, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,502
21,712
thailand (1)
THB
632.26
640.80
european-union
EUR
23.033
23,492
china
CNY
2,902
2,958
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Thursday, 27 March, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,160,000
31,6900,000
30,890,000
31,799,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cov (72)
ມະຫາວິທະຍາໄລຮາຣ໌ວາດ ສຸດຍອດສະຖາບັນຜະລິດຜູ້ນຳໂລກ ແຕ່ທຣຳເບິ່ງວ່າ "ຕະຫຼົກແລະໂງ່"
VP LANDSCAPE COVER (34)
Gen B, Gen X, Gen Y ແລະ Gen Z ຢູ່ໃນກຸ່ມອາຍຸເທົ່າໃດ ແຕ່ລະເຈນມີຄວາມແຕກຕ່າງແນວໃດ
Copy of site cover (7)
ແຮັກເກີສາມາດເຂົ້າຄອມພິວເຕີຂອງທ່ານພາຍໃນ 3 ວິນາທີ
VP LANDSCAPE COVER (33)
ຢູເຄຣນລົງນາມໃນຮ່າງຂໍ້ຕົກລົງດ້ານແຮ່ທາດກັບສະຫະລັດ
Copy of site cover (8)
Claude ເປີດໂຕຄຸນສົມບັດໃໝ່ ອີກກ້າວສູ່ການເປັນ Agentic AI
VP LANDSCAPE COVER (32)
ຂົນສັດຖືກນິຍົມຢ່າງໜັກອີກຄັ້ງໃນແຟຊັ້ນ ມີການຖົກຖຽງກັນຫຼາຍກວ່າເກົ່າ
Copy of site cover (7)
Office 2019 ໃກ້ຈະໝົດອາຍຸແລ້ວ ພາຍໃນປີ 2025 ຄວນໃຊ້ໂປຣແກຣມສຳນັກງານໃດແທນດີ?
VP LANDSCAPE COVER (31)
ລັັດທະບານອັງກິດເພີ່ມເງິນທຶນສຳລັບການດູແລສຸຂະພາບຈິດຂອງໄວໜຸ່ມ
site cov (71)
ແຜ່ນດິນໄຫວ ຄວາມເລິກ 10 ກິໂລແມັດ ທີ່ຍອດອູ ແຂວງຜົ້ງສາລີ
site cov (70)
ໂລກຮ້ອນກະທົບເລືອດທົ່ວໂລກ ສ່ຽງຂາດແຄນໃນຍາມສຸກເສີນ
ຢ່າລື່ມກົດຕິດຕາມ