2
ສປປ ລາວ ເລີ່ມປະຕິບັດນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ດຶງດູດນັກທ່ອງທ່ຽວ
ຮຽບຮຽງໂດຍ:ວຽງຈັນໂພສຕ໌
ເຜີຍແຜ່: 5 ເດືອນກໍລະກົດ, 2024
ໝວດ: ຂ່າວ

ກະຊວງປ້ອງກັນຄວາມສະຫງົບ ແຈ້ງການເລີ່ມຈັດຕັ້ງປະຕິບັດ ນະໂຍບາຍ ຍົກເວັ້ນ-ຂະຫຍາຍເວລາ VISA ໃຫ້ກັບຫຼາຍປະເທດ ຈົນຮອດ ວັນທີ 31 ທັນວາ 2024 ດຶງດູດນັກທ່ອງທ່ຽວ ຊຸກຍູ້ປີທ່ອງທ່ຽວລາວ 2024.

ແຈ້ງການສະບັບດັ່ງກ່າວຂອງກະຊວງປ້ອງກັນຄວາມສະຫງົບ ມີຂຶ້ນ ຕາມ ຄໍາແນະນໍາ ຂອງກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 29/ຖວທ, ລົງວັນທີ 26 ມິຖຸນາ 2024 ກ່ຽວກັບນະໂຍບາຍຍົກເວັ້ນວີຊາ ແລະ ການກໍານົດໄລຍະເວລາພັກເຊົາ ຢູ່ ສປປ ລາວ ສໍາລັບນັກທ່ອງທ່ຽວກຸ່ມເປົ້າໝາຍ ໃນໄລຍະປີທ່ອງທ່ຽວລາວ 2024.

ອີງຕາມແຈ້ງການດັ່ງກ່າວ ຂອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2520/ຕມ ລົງວັນທີ 1 ກໍລະກົດ 2024, ໄດ້ກໍານົດໃຫ້ນັກທ່ອງທ່ຽວ ສັນຊາດ ຈີນ (CHN) ທີ່ມາທ່ອງທ່ຽວເປັນກຸ່ມ ຜ່ານການບໍລິການຂອງບໍລິສັດນໍາທ່ຽວ ທີ່ຢູ່ ສປປ ລາວ ແລະ ໄດ້ລົງທະບຽນຮັບຮອງ ຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຈະໄດ້ຮັບ ການຍົກເວັ້ນວີຊາ ແບບບໍ່ຕິດວິຊາສະຕິກເກີ້ ໃສ່ໜັງສືຜ່ານແດນ ແລະ ກຳນົດ ໄລຍະພັກເຊົາຢູ່ ສປປ ລາວ 15 ວັນ.

ນອກຈາກນີ້, ນັກທ່ອງທ່ຽວຈາກ 8 ປະເທດ ເຊັ່ນ: ເດັນມາກ (DNK), ນໍເວ (NOR), ຟິນແລນ (FIN), ສະວີເດັນ (SWE), ອອດສະເຕຣຍ (AUT), ເບວຢ້ຽມ (BEL), ສະເປນ (ESP) ແລະ ກຣິສ (GRC) ແມ່ນ ຍົກເວັ້ນວີຊາເຂົ້າ ສປປ ລາວ ແບບບໍ່ຕິດວິຊາສະຕິກເກີວິຊາ ໃນໜັງສືຜ່ານແດນ ແລະ ກຳນົດເວລາພັກເຊົາ 15 ວັນ ໂດຍບໍ່ຈໍາເປັນຜ່ານການບໍລິການ ຂອງບໍລິສັດນໍາທ່ຽວ. ໃນກໍລະນີ ມີຈຸດປະສົງພັກເຊົາ ຢູ່ ສປປ ລາວ ເກີນກວ່າ 15 ວັນ ຕ້ອງເອົາວິຊາທ່ອງທ່ຽວ (T-B3)

ສ່ວນການຂະຫຍາຍກໍານົດເວລາພັກເຊົາ ຢູ່ ສປປ ລາວ ແມ່ນສໍາລັບວິຊາ ທ່ອງທ່ຽວ (T-B3) ຈາກກໍານົດ 30 ວັນ ເປັນ ກຳນົດ 60 ວັນ ໃຫ້ນັກທ່ອງທ່ຽວ ສັນຊາດ ອອດສະເຕເລຍ (AUS), ນິວຊີແລນ (NZL), ອາເມລິກາ (USA), ແຄນນາດາ (CAN), ອອດສະເຕຣຍ (AUT), ເບວຢ້ຽມ (BEL), ເດັນມາກ (DNK), ຟິນແລນ (FIN), ຝຣັ່ງ (FRA), ເຢຍລະມັນ (D), ກຣີສ (GRC), ໄອແລນ (IRL), ອີຕາລີ (ITA), ເນເທີແລນ (NLD), ນໍເວ (NOR), ໂປແລນ (POL), ໂປຕຸເກດ (PRT), ຣັດເຊຍ (RUS), ສະເປນ (ESP), ສະວີເດັນ (SWE), ສະວິດເຊີແລນ (CHE) ແລະ ສະຫະຣາຊະອານາຈັກ ຫຼື ອັງກິດ (GBR). ເຊິ່ງນັກທ່ອງທ່ຽວ ຂອງບັນດາປະເທດ ດັ່ງກ່າວ ບໍ່ຈໍາເປັນຕ້ອງຜ່ານການບໍລິການ ຂອງບໍລິສັດນໍາທ່ຽວ ແລະ ສາມາດສະເໜີ ຂໍວີຊາທ່ອງທ່ຽວ (T-B3) ເຂົ້າ-ອອກ ຫຼາຍຄັ້ງ (Multiple Visa) ຢູ່ ສະຖານທູດ ຫຼື ສະຖານກົງສຸນ ແຫ່ງ ສປປ ລາວ ປະຈຳ ຢູ່ຕ່າງປະເທດ ໂດຍ ການເຫັນດີອະນຸມັດຈາກກົມກົງສູນ ກະຊວງການຕ່າງປະເທດ. ກໍລະນີ ຂໍວິຊາກັບດ່ານ ຫຼື ວິຊາອອນລາຍ (E-VISA) ແມ່ນຈະໄດ້ຮັບວິຊາເຂົ້າ ສປປ ລາວ ແບບຄັ້ງດຽວ (Single Visa).

ນອກຈາກນີ້, ກຸ່ມນັກທ່ອງທ່ຽວ ສັນຊາດ ໄທ ທີ່ນໍາໃຊ້ປື້ມຜ່ານແດນ (Border Pass) ແລະ ໃບຜ່ານແດນຊົ່ວຄາວ (Temporary Border pass) ທີ່ມາທ່ອງທ່ຽວເປັນກຸ່ມ ຜ່ານການບໍລິການຂອງບໍລິສັດນໍາທ່ຽວ ທີ່ຢູ່ ສປປ ລາວ ແມ່ນໄດ້ເພີ່ມໄລຍະເວລາ ພັກເຊົາ ຢູ່ ສປປ ລາວ ຈາກ 03 ວັນເປັນ 10 ວັນ ແລະ ສາມາດເດີນທາງໄປຕໍ່ໄດ້ອີກ 3 ແຂວງຕິດຈອດກັນ.

4 ​ເດືອນ​ຕົ້ນ​ປີ​ນີ້, ລາວ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ 1,5 ລ້ານ​ເທື່ອ​ຄົນ, ​ເພີ່ມ​ຂຶ້ນ​ປະມານ 35% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນັກທ່ອງທ່ຽວຈີນມີຈຳນວນຢ່າງໜ້ອຍ 351,000 ຄົນ, ເຮັດໃຫ້ຈີນເປັນແຫຼ່ງນັກທ່ອງທ່ຽວຕ່າງປະເທດໃຫຍ່ອັນດັບ 3 ຂອງລາວຮອງຈາກໄທ ແລະ ຫວຽດນາມ ຕາມລໍາດັບ. ຈຳນວນ​ນັກ​ທ່ອງ​ທ່ຽວ​ຈາກ​ທຸກ​ປະ​ເທດ​ອາ​ຊຽນ​ເພີ່ມ​ຂຶ້ນ​ເປັນ 862.000 ກວ່າ​ຄົນ, ​ເພີ່ມ​ຂຶ້ນ 18% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2023.

ທີ່ມາ VientianeTimes

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ ວັນຈັນ, 24 ເດືອນມີນາ, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,504
21,714
thailand (1)
THB
633.72
645.76
european-union
EUR
22,934
23,391
china
CNY
2,900
2,956
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ຊະນິດນ້ຳມັນ
ລາຄາ
27,680
22,130
18,440
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ ວັນພະຫັດ, 20 ເດືອນມີນາ, 2025
ປະເພດ
ລາຄາຊື້
ລາຄາຂາຍ
31,170,000
31,700,000
30,900,000
31,809,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
site cover (60)
ມາຮູ້ຈັກກັບເທັກນິກປົດໜີ້ແບບ "ຫິມະຖະຫຼົ່ມ" ຈົບໜີ້ໄວ-ຈ່າຍດອກເບ້ຍໜ້ອຍ
site cover (59)
ແກ໊ງຄໍເຊັນເຕີ ສາມາດຕວົະຕົ້ມເງິນຈາກຄົນທົ່ວໂລກໄປໄດ້ປະມານ 64,000 ລ້ານໂດລາ; ເງິນຫຼາຍກວ່າເຄິ່ງ ມາຢູ່ທີ່ 3 ປະເທດໃນອາຊຽນ
site cover (58)
ລັດຖະບານສະຫະລັດ ໄດ້ເປີດເຜີຍແຜນການເຂົ້າໂຈມຕີກຸ່ມກະບົດຮູຕີ ໃນແຊັດກຸ່ມທີ່ມີນັກຂ່າວຢູ່ນຳໂດຍບໍ່ໄດ້ຕັ້ງໃຈ !
site cover (57)
ເປີດເຜີຍຄຳທຳນາຍປີໃໝ່ລາວ ຄສ.2025 ພສ 2568
site cover (56)
ຍຶດຢາບ້າ 4 ແສນເມັດ ຈາກ 2ໜຸ່ມລາວ ຂັບເຮືອຂ້າມແມ່ນໍ້າຂອງໄປສົ່ງຢູ່ຝັ່ງໄທ
site cover (55)
ສະເຫຼີມສະຫຼອງວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ
site cover (53)
ໂດນັລ ທຣໍາ ປະກາດຍົກເລີກສະຖານະຂອງຜູ້ອົບພະຍົບກວ່າ 530,000 ຄົນ
site cover (52)
ດູດວງ 12ລາສີ ປະຈໍາອາທິດ 24-30 ມີນາ 2025
site cover (51)
ທາງອອກໃນການປັບໂຕຂອງທຸລະກິດເພື່ອບໍລິຫານພະນັກງານຢ່າງມີປະສິດທິພາບກັບ Bezz Solution
Copy of Copy of VP-Square (1200 x 628 px) (1)
ວິທີກຳຈັດຍຸງແບບເປັນມິດກັບສິ່ງແວດລ້ອມ: ປະສິດທິຜົນສູງ, ບໍ່ເປັນອັນຕະລາຍ
ຢ່າລື່ມກົດຕິດຕາມ