ເຕືອນ ໃຜຈະໄປຮຽນຢູ່ຕ່າງປະເທດ ເບື້ອງຕົ້ນໃຫ້ສຶກສາຫາຄວາມຈິງໃຫ້ລະອຽດກ່ອນ

ໄລຍະຜ່ານມານີ້, ມີບັນດາກຸ່ມບໍລິສັດເອກະຊົນ, ບຸກຄົນ, ແລະ ນິຕິບຸກຄົນຈຳນວນໜຶ່ງໄດ້ເຄື່ອນໄຫວໂຄສະນາຜ່ານທາງ ເຟສບຸກ(facebook)ຂອງກຸ່ມບໍລິສັດທີ່ປຶກສາດ້ານການສຶກສາຮຽນຕໍ່ຢູ່ຕ່າງປະເທດດ້ວຍຖ້ອຍທຳນອງຕ່າງໆນານາໃຫ້ຫຼົງເຊື່ອວ່າເປັນທຶນຂອງລັດຖະບານປະເທດນັ້ນໆໂດຍສະເພາະ ລັດຖະບານ ສປ ຈີນ ແລະ ສສ ວຽດນາມ ເຮັດໃຫ້ປະຊາເກີດຄວາມເຂົ້າໃຈຜິດຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍຄືກະຊວງສຶກສາທິການ ແລະ ກິລາ. ເພື່ອຄວາມເຂົ້າໃຈທີ່ຖືກຕ້ອງ, ຫ້ອງການກະຊວງສສຶກສາທິການ ແລະ ກິລາໄດ້ອອກແຈ້ງການສະບັບເລກທີ 2239/ຫກ ລົງວັນທີ 19 ພຶດສະພາ 2023ນີ້ ເຖິງບັນດາຜູ້ປົກຄອງນັກຮຽນ-ນັກສຶກສາແລະປະຊາຊົນທົ່ວປະເທດເລື່ອງ: ການໂຄສະນາທຶນການສຶກສາຂອງບັນດາບໍລິສັດ, ບຸກຄົນ, ນິຕິບຸກຄົນທີ່ບໍ່ເປັນທາງການ. ຊຶ່ງເນື້ອໃນຂອງແຈ້ງການເນັ້ນວ່າ: ຫ້ອງການກະຊວງສຶກສາທິການແລະກິລາແຈ້ງມາຍັງນັກຮຽນ-ນັກສຶກສາ, ພໍ່ແມ່ປະຊາຊົນຊາບວ່າ: ປັດຈຸບັນສັງເກດເຫັນວ່າມີບັນດາກຸ່ມບໍລິສັດເອກະຊົນ, ບຸກຄົນ ແລະ ນິຕິບຸກຄົນ ທີ່ບໍ່ຫວັງດີໄດ້ເຄື່ອນໄຫວໂດຍສະເພາະການໂຄສະນາ ຜ່ານທາງເຟສບຸກ(facebook)ຂອງກຸ່ມບໍລິສັດທີ່ປຶກສາດ້ານການສຶກສາຮຽນຕໍ່ຕ່າງປະເທດ, ເຮັດໃຫ້ພໍ່ແມ່ປະຊາຊົນເກີດຄວາມເຂົ້າໃຈຜິດຕໍ່ແນວທາງນະໂຍບາຍຂອງພັກ-ລັດ ກໍຄືກະຊວງສຶກສາທິການແລະກິລາ ກ່ຽວກັບການໂຄສະນາລະດົມຂົນຂວາຍເອົານັກສຶກສາລາວໄປຮຽນຕໍ່ຢູ່ຕ່າງປະເທດຄື: ປະເທດ ສປ ຈີນ ແລະ ສສ ວຽດນາມ ໂດຍແອບອ້າງວ່າເປັນທຶນຂອງລັດຖະບານຈີນ CSC ແລະລັດຖະບານ ວຽດານາມ ຕໍ່ສະພາບການດັ່ງກ່າວນີ້ ຈຶ່ງແຈ້ງເຕືອນມາຍັງ ນັກຮຽນນັກສຶກສາ ແລະ […]
ສາວຖືກແຟນຕີ ບັງຄັບໃຫ້ກິນຍ່ຽວ ກິນຂີ້ໝາ ພ້ອມບີບຄໍໝາຕາຍ ແລະ ຊື້ມາລ້ຽງໃໝ່ອີກ 6 ໂຕ

ເວລາ 11:00 ໂມງ (ວັນທີ 23 ພຶດສະພາ 2023) ຢູ່ທີ່ ສະຖານີ ຕໍາຫລວດບາງບໍ ແຂວງ ສະມຸດປາການ, ທ້າວ ກັນນະຖັດ ພົງໄພບູນເວດ ຫຼື ກັນ ຈອມພະລັງ ໄດ້ນໍາຕົວ ຍິງສາວລູກເຄິ່ງ ອາຍຸ 25 ປີ ອາຍຸ 25 ປີ ໄປເຂົ້າພົບ ພັທ ສຸພາກອນ ບູຣຸນນະພາລັກ. ກອງບັນຊາການ ເມືອງບາງບໍ ໄດ້ເຂົ້າແຈ້ງຄວາມດຳເນີນຄະດີ ຈັບຊາຍອາຍຸ 24 ປີ, ແຟນໜຸ່ມໃນຂໍ້ຫາ ທຳຮ້າຍຮ່າງກາຍ ທາລຸນນະກຳສັດ ແລະກັກຂັງໜ່ວງໜ່ຽວ ໂດຍ ທ້າວ ກັນນະຖັດ ພົງໄພບູນເວດ ຫຼື ກັນ ຈອມພະລັງ ໃຫ້ຮູ້ຕື່ມວ່າ: ໄດ້ປະສານສົມທົບກັບ ເຈົ້າໜ້າທີ່ ເພື່ອນໍາຕົວສາວລູກເຄິ່ງອັງກິດ ໄວອາຍຸ 24 ປີ ທີ່ຖືກແຟນຂອງລາວຕີ […]
ດວງລາຍວັນປະຈໍາວັນອາທິດ ທີ 28 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການງານດຸໝັ່ນໃນການເຮັດວຽກງານ ທ່ານໃສ່ໃຈໃນວຽກງານທີ່ທ່ານໄດ້ເຮັດຢູ່ສະເໝີ ການເງິນມີລາຍຈ່າຍຕະຫຼອດໃນໄລຍະນີ້ ລະວັງເຂົ້າສູ່ພາວະຕິດລົບທາງດ້ານການເງິນ ຄວາມຮັກຖ້າຈະພົບໃຜໃນໄລຍະນີ້ ອາດຈະມີເຂົ້າມາຫຼາຍກວ່າ 1 ຄົນໃຫ້ທ່ານໄດ້ເລືອກ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີມ່ວງ ເລກນຳໂຊກ2 ຄົນເກີດວັນຈັນ:ການງານຂະຫຍັນ ແລະ ເຮັດວຽກຢ່າງລະອຽດຮອບຄອບຫຼາຍໆ ໃນໄລຍະນີ້ ມີໂອກາດທີ່ຈະຫາງານພິເສດ ເພື່ອທີ່ຈະເຮັດໃຫ້ມີລາຍໄດ້ເພີ່ມຂຶ້ນ ການເງິນ ມີໂຊກດີ ຫາເງິນເຂົ້າມາໄດ້ຢ່າງຕໍ່ເນື່ອງໃນໄລຍະນີ້ກໍເປັນໄປໄດ້ ຄວາມຮັກຍັງພິຈາລະນາເລືອກຫົນທາງທີ່ຈະນຳພາຕົນເອງໄປສູ່ຄວາມກ້າວໜ້າ ຫຼາຍກວ່າທີ່ຈະມຸ່ງເນັ້ນດ້ານຄວາມຮັກໂດຍກົງໃນໄລຍະນີ້ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຂຽວ ເລກນຳໂຊກ6 ຄົນເກີດວັນອັງຄານ:ການງານ ຈະເຮັດທຸລະກິດການງານໃດໆ ຈະເລີນຮຸ່ງເຮືອງດີຂຶ້ນໄປທຸກຢ່າງ ການເງິນມີໂຊກທີ່ຈະໄດ້ເງິນເຂົ້າມາເລື້ອຍໆ ໃນໄລຍະນີ້ ເປັນໂຊກນ້ອຍໆ ທີ່ເຮັດໃຫ້ທ່ານຮູ້ສຶກດີໃຈ ຄວາມຮັກມີໂອກາດລອງເວົ້າ ສຶກສາເບິ່ງໃຈກັບຄົນຜິວຂາວທີ່ໄດ້ພົບໃນໄລຍະນີ້ ເຄື່ອງມຸງຄຸນ ເງິນ ສີມຸງຄຸນສີບົວ ເລກນຳໂຊກ2 ຄົນເກີດວັນພຸດ:ການງານຕ້ອງແກ້ໄຂບັນຫາຕ່າງໆ ຄ່ອນຂ້າງເມື່ອຍໃນໄລຍະນີ້ ອາດຕ້ອງໃຊ້ຄວາມສະຫຼາດໃນເລື່ອງການຕໍ່ລອງເຈລະຈາເພື່ອແກ້ບັນຫາທີ່ເກີດຂຶ້ນ ການເງິນມີໂຊກຈະໄດ້ເງິນເຂົ້າມາເລື້ອຍໆ ໃນໄລຍະນີ້ ບໍລິວານຫຼືໃຜບາງຄົນທີ່ຄອຍຖ້າອຸປະຖຳ ຊ່ວຍເຫຼືອທ່ານຢູ່ ຄວາມຮັກມີໂອກາດພົບຮັກແບບບໍ່ທັນຕັ້ງຕົວ ທ່ານເປັນຄົນເກັ່ງ ມີຄວາມສາມາດຫຼາຍໆ ມີຊື່ສຽງ ແລະ ເປັນຄົນຖືຮັກສາຄຳໝັ້ນສັນຍາ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີນໍ້າຕານ ເລກນຳໂຊກ8 ຄົນເກີດວັນພະຫັດ:ການງານຈະເຮັດທຸລະກິດການງານໃດໆ ຈະໂຊກດີ […]
ດວງລາຍວັນປະຈໍາວັນເສົາ ທີ 27 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການງານ: ພົບການປ່ຽນແປງຍົກຍ້າຍແບບກະທັນຫັນ ການເງິນ: ບໍລິວານຈະອຸປະຖໍາ ຄວາມຮັກ: ໄດ້ພົບຮັກກັບຄົນຜິວສອງສີ ເຄື່ອງມຸງຄຸນ: ຢົກ ສີນຳໂຊກ: ຂຽວ ເລກນຳໂຊກ: 1, 2 ຄົນເກີດວັນຈັນ:ການງານ: ໃຊ້ຄວາມຂະຫຍັນສ້າງຄວາມສຳເລັດໄດ້ດີ ການເງິນ: ມີຂ່າວດີທາງການເງິນ ຄວາມຮັກ: ເດີນທາງໄປສະຖານທີ່ສວນງາມແລ້ວໄດ້ພົບຮັກ ເຄື່ອງມຸງຄຸນ: ເງິນ ສີນຳໂຊກ: ຟ້າ ເລກນຳໂຊກ: 2, 3 ຄົນເກີດວັນອັງຄານ:ການງານ: ເຮັດອາຊີບວຽກບໍລິການປະສົບຄວາມສຳເລັດ ການເງິນ: ໄດ້ຮັບຂ່າວດີທາງການເງິນ ຄວາມຮັກ: ຢູ່ໃນເກນທີ່ໝັ້ນຄົງ ມີຄວາມສຸກ ເຄື່ອງມຸງຄຸນ: ຄຳ ສີນຳໂຊກ: ບົວ ເລກນຳໂຊກ: 7, 9 ຄົນເກີດວັນພຸດ:ການງານ: ສ້າງຄວາມສຳເລັດດ້ວຍຄວາມສາມາດຂອງຕົນເອງ ການເງິນ: ມີໂອກາດສ້າງເງິນໄດ້ຫຼາຍຂຶ້ນ ຄວາມຮັກ: ໄດ້ພົບກັບຄົນທີ່ດີ ເຄື່ອງມຸງຄຸນ: ເພັດ ສີນຳໂຊກ: ເຫຼືອງ ເລກນຳໂຊກ: 3, 6 ຄົນເກີດວັນພະຫັດ:ການງານ: ສ້າງສັນຜົນງານໃໝ່ໄດ້ສຳເລັດ […]
ຂະບວນນັກຮຽນລາວຫຼາຍກວ່າ 100 ຄົນ ເດີນທາງເຖິງ ສປ ຈີນແລ້ວເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງວັນເດັກນ້ອຍສາກົນແລະ ທັດສະນະສຶກສາ

ຂະບວນນັກຮຽນລາວ ພ້ອມດ້ວຍຄະນະຮັບຜິດຊອບ ທັງໝົດ 125 ຄົນ ນໍາໂດຍທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ແລະ ທ່ານ ນາງ ໂຈ່ວຈື້ເຟິ່ນ ເລຂາທິການສະຫະພັນເພື່ອການກຸສົນຂອງຈີນ ພ້ອມດ້ວຍບັນດາຄະນະກົມ, ຫົວໜ້າພະແນກ, ຄູນໍາພາ ແລະ ວິຊາການທີ່ກ່ຽວຂ້ອງ, ໄດ້ເດີນທາງໄປເຖິງເມືອງຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢູນນານ ຈີນ ໃນວັນທີ 23 ພຶດສະພາ 2023 ດ້ວຍຂະບວນລົດໄຟຄວາມໄວສູງ ຖ້ຽວ D 888 ເພື່ອເຂົ້າຮ່ວມງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ ແລະ ທັດສະນະສຶກສາ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ຮອງປະທານສະພາປະຊາຊົນກິ່ງແຂວງສິບສອງພັ່ນນາ, ພ້ອມດ້ວຍນ້ອງຄູອາຈານ, ນັກຮຽນ ແລະ ຄະນະຮັບຜິດຊອບຝ່າຍຈີນ. ຕະຫຼອດໄລຍະການເດີນທາງ, ບັນດານັກຮຽນລາວໄດ້ເຮັດກິດຈະກໍາຫຼາຍເທິງລົດໄຟຢ່າງຟົດຟື້ນມ່ວນຊື່ນ ເປັນຕົ້ນແມ່ນຮ້ອງເພງ, ແຕ້ມຮູບ, ຂຽນຄວາມຝັນຂອງຕົນເອງ ແລະ ກິດຈະກໍາອື່ນໆ. ນອກຈາກນີ້, ຄະນະຮັບຜິດຊອບລົດໄຟຈີນ-ລາວ ຍັງໄດ້ມອບກະເປົາ, ເສື້ອຍືດ ແລະ ອາຫານເບົາ ໃຫ້ແກ່ຂະບວນເດີນທາງໃນຄັ້ງນີ້. ສໍາລັບເຍົາວະຊົນລາວທີ່ເຂົ້າຮ່ວມເດີນທາງໃນຄັ້ງນີ້ແມ່ນນັກຮຽນເກັ່ງຊັ້ນປະຖົມປີທີ […]
ຈັດສົ່ງແຮງງານລາວ ຈາກ 2 ເມືອງ 114 ຄົນ ໄປເຮັດວຽກຕາມລະດູການທີ່ເມືອງຈອງຊອນ ສ.ເກົາຫຼີ

ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສົ່ງແຮງງານຈາກ ສອງ ເມືອງ ຄື: ໄຊທານີ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈຳນວນ 114 ຄົນ ໄປເຮັດວຽກລະດູການຂະແໜງກະສິກຳ ຢູ່ເມືອງຈອງຊອນ ແຂວງ ກັງວອນ ປະເທດ ສ.ເກົາຫຼີ, ໃນວັນທີ 23 ພຶກສະພາ 2023 ນີ້, ນຳພາຄະນະໂດຍວີຊາການຈາກ ພະແນກຈັດຫາງານຕ່າງປະເທດ ກົມການຈັດຫາງານ ກຊ ຮສສ ແລະ ໄດ້ຮັບການຕ້ອນຮັບຈາກເມືອງ ຈອງວອນ ດວ້ຍຄວາມອົບອຸ່ນ ການຈັດສົ່ງແຮງງານໄປເຮັດວຽກລະດູການຂະແໜງກະສິກຳ 5 ເດືອນໃນຄັ້ງນີ້ ແມ່ນການຮ່ວມມື MOU ກັນລະຫວ່າງ ກົມການຈັດຫາງານ ແລະ ເມືອງຈອງຊອນ ສ.ເກົາຫລີ ໃນການຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການທີ່ເມືອງດັ່ງກ່າວນີ້ ໂດຍໄດ້ເນັ້ນໃສ່ສະເພາະປະຊາຊົນ ສອງເມືອງຄື: ເມືອງໄຊທານີ ແລະ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ການຈັດສົ່ງຈະເປັນບາດກ້າວສໍາຄັນ ແລະ […]
ດວງລາຍວັນປະຈໍາວັນພະຫັດ ທີ 25 ພຶດສະພາ 2023 ຕາມແຕ່ລະວັນເກີດ

ຄົນເກີດວັນອາທິດ:ການງານການເຮັດທຸລະກິດໃໝ່ຮ່ວມກັບຮຸ້ນສ່ວນທີ່ໄວ້ໃຈຈະເຮັດໃຫ້ທ່ານປະສົບຜົນສໍາເລັດ ການເງິນມື້ນີ້ໂຊກດີຈະໄດ້ຮັບເງິນຈາກຜູ້ໃຫຍ່ ຄວາມຮັກມີໂອກາດພົບຮັກແບບບໍ່ຕັ້ງໂຕ ອາດມີຄົນເຂົ້າມາໃຫ້ຮູ້ຈັກເພີ່ມ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີແດງ ເລກນຳໂຊກ0 ຄົນເກີດວັນຈັນ:ການງານເຮັດທຸລະກິດປະສົບຄວາມສຳເລັດ ແຕ່ໃຫ້ລະວັງເລື່ອງຂອງການເຊັນສັນຍາ ການເງິນການໃຊ້ຈ່າຍຍັງບໍ່ຄົງທີ່ຕ້ອງລະວັງເລື່ອງການໃຊ້ຈ່າຍໃຫ້ຫຼາຍ ຄວາມຮັກມີໂອກາດໄດ້ພົບຮັກພົບຄູ່ຄອງເຂົ້າມາໃຫ້ຮູ້ຈັກໃນຖານະໝູ່ ເຄື່ອງມຸງຄຸນຫິນນໍາໂຊກສີແດງ ສີມຸງຄຸນສີບົວ ເລກນຳໂຊກ6 ຄົນເກີດວັນອັງຄານ:ການງານການເຈລະຈາຕິດຕໍ່ເຮັດສັນຍາຈະປະສົບຄວາມສຳເລັດ ການເງິນດ້ວຍຄວາມສະຫຼຽວສະຫຼາດຈະເຮັດໃຫ້ໄດ້ເງິນເຂົ້າມາ ຄວາມຮັກມີໂອກາດພົບຮັກກັບຄົນລຸ້ນນ້ອງ ອາຍຸອາດມີຄວາມແຕກຕ່າງແຕ່ການກະທໍາອາດເປັນຄືອ້າຍໄປເລີຍ ເຄື່ອງມຸງຄຸນເງິນ ສີມຸງຄຸນສີຂຽວ ເລກນຳໂຊກ6 ຄົນເກີດວັນພຸດ:ການງານ ປະສົບຄວາມສຳເລັດມີຊື່ສຽງໃນການສ້າງຜົນງານທີ່ດີ ການເງິນມີໂຊກຈະຖືກອຸປະຖຳທາງດ້ານການເງິນ ຄວາມຮັກໄດ້ພົບຮັກກັບຄົນທີ່ທ່ານໝາຍຕາໄວ້ ແຕ່ຕ້ອງລະວັງຄ່ອຍເປັນຄ່ອຍໄປຈະດີກວ່າ ເຄື່ອງມຸງຄຸນ ຫິນນໍາໂຊກສີຟ້າ ສີມຸງຄຸນສີດໍາ ເລກນຳໂຊກ9 ຄົນເກີດວັນພະຫັດ:ການງານເຮັດທຸລະກິດຈະການຄ້າໄດ້ກຳໄລຫຼາຍ ການເງິນມື້ນີ້ໂຊກດີຈະໄດ້ຮັບເງິນຈາກຜູ້ໃຫຍ່ໃຈດີ ຄວາມຮັກໄດ້ພົບຮັກຄູ່ຄອງທີ່ດີ ມີຄວາມເປັນຜູ້ນໍາຊ່ວຍທ່ານໃນທຸກໆເລື່ອງ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຂາວ ເລກນຳໂຊກ4 ຄົນເກີດວັນສຸກ:ການງານເຮັດທຸລະກິດດ້ານຊັບສິນ ການລົງທຶນດ້ານການຄ້າ ໄດ້ຜົນກຳໄລທີ່ດີ ການເງິນລາຍຈ່າຍໃຫ້ລະວັງເລື່ອງຂອງການຊື້ສິນຄ້າທີ່ບໍ່ຈໍາເປັນ ຄວາມຮັກໄດ້ພົບຮັກກັບຄົນຜິວຂາວມີໂອກາດໄດ້ພັດທະນາຄວາມສໍາພັນ ເຄື່ອງມຸງຄຸນແຫວນຄໍາ ສີມຸງຄຸນສີນໍ້າຕານ ເລກນຳໂຊກ1 ຄົນເກີດວັນເສົາ:ການງານຖ້າມັກໃນການຄ້າຂາຍແນະນໍາໃຫ້ລົງມືເຮັດເລີຍ ເພາະຈະກໍໃຫ້ທ່ານປະສົບຄວາມສໍາເລັດ ການເງິນມື້ນີ້ໂຊກດີຫຼາຍຈະໄດ້ເງິນເຂົ້າມາໃຫ້ທ່ານໄດ້ໃຊ້ຈ່າຍ ຄວາມຮັກຢູ່ໃນໄລຍະປັບໂຕເຂົ້າຫາກັນ ເພາະຢູ່ໃນໂໝດທີ່ອາດໄດ້ເລີກລາກັນ ເຄື່ອງມຸງຄຸນຄໍາຝຣັ່ງ ສີມຸງຄຸນສີຂຽວ ເລກນຳໂຊກ5
ປກສ ກຸ່ມບ້ານຈຽງໄຈ ເຂົ້າຈັບຕົວໄວໜຸ່ມມົ້ວສຸມຢາເສບຕິດ 5 ຄົນ ພ້ອມຢາບ້າ

ໜ່ວຍງານສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງສິງ ແຂວງຫຼວງນ້ຳທາ ສົມທົບກັບ ປກສ ກຸ່ມບ້ານຈຽງໄຈ ເຂົ້າຈັບຕົວໄວໜຸ່ມມົ້ວສຸມຢາເສບຕິດ 5 ຄົນ ພ້ອມຢາບ້າ 13 ເມັດ ໃນວັນທີ 5 ເມສາ 2023 ຜ່ານມາ. ໃນນີ້ ຊື່ ນາງ ມຸກດາ ອາຍຸ 18 ປີ ບ້ານປ່າງາ ເມືອງງອຍ ພ້ອມຂອງກາງຢາບ້າ 10 ເມັດ; ນາງ ມຸກ ອາຍຸ 23 ປີ ຢູ່ບ້ານຫາດປາງ ເມືອງປາກອູ ທັງ 2 ຢູ່ແຂວງຫຼວງພະບາງ, ທ້າວ ດົມ ອາຍຸ 29 ປີ ຢູ່ບ້ານຈຽງໄຈ ພ້ອມຂອງກາງ 3 ເມັດ, ທ້າວ ຄຳທິດ ອາຍຸ 30 […]
ເຈົ້າເມືອງ ເມືອງວຽງໄຊ ຊີ້ແຈງ ຈາກສາເຫດປາຕາຍຢູ່ນ້ຳຊຳ

ຈາກບັນຫາປາຕາຍຈໍານວນຫລາຍທີ່ເກີດຂຶ້ນຢູ່ສາຍນໍ້າຊໍາໃນວັນທີ 18 ພຶດສະພາ 2023 ຜ່ານມານີ້, ເຮັດໃຫ້ສັງຄົມມີຄວາມສົນໃຈ ແລະ ຢາກຮູ້ເຖີງສາ ເຫດທີ່ເກີດຂຶ້ນ. ກ່ຽວກັບບັນຫານີ້, ທ່ານ ຄໍາ ໂຮມມີໄຊ, ເຈົ້າເມືອງ ເມືອງວຽງໄຊ, ແຂວງຫົວພັນ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 23 ພຶດສະພານີ້ວ່າ: ໃນວັນທີ 18 ພຶດສະພານີ້, ມີປະຊາຊົນຢູ່ ບ້ານດ່ານເພົ້າ ແຈ້ງວ່າມີປາຕາຍຈໍານວນຫລາຍຢູ່ກ້ອງເຂື່ອນນໍ້າສິງພາວເວີ ຫລື ເຂື່ອນແກ້ງລິດ. ຈາກນັ້ນທາງການນຳເມືອງ ໄດ້ແຕ່ງຕັ້ງຫ້ອງວ່າການ ທຳມະຊາດ ແລະ ສິ່ງແວດລ້ອມ ແລະ ພະນັກງານບໍ່ແຮ່ ເພື່ອກວດກາຕົວຈິງ ເຫັນວ່າເປັນຄວາມຈິງແທ້ ແລະ ສາເຫດການຕາຍຂອງປານັ້ນ ແມ່ນທາງບໍລິສັດໄດ້ອະນາໄມອຸໂມງເຂື່ອນ ເຮັດໃຫ້ມີສານປົ່ນເປຶ້ອນແຕ່ບໍ່ໄດ້ເອົານໍ້າເຂົ້າຫລາຍ ຫລັງຈາກນັ້ນໄດ້ປ່ອຍນໍ້າລົງໄປຈຶ່ງເຮັດໃຫ້ນັບແຕ່ກ້ອງເຂື່ອນລົງໄປຫາເຂດ ບ້ານດ່ານເພົ້າ ມີປາຕາຍເກີດຂຶ້ນ, ຈາກນັ້ນ ທາງເມືອງໄດ້ແຈ້ງເຕືອນບໍ່ໃຫ້ປະຊາຊົນ ນໍາເອົາປາທີ່ຕາຍໄປບໍລິໂພກ ຫລື ນໍາໄປຂາຍ, ແຕ່ບັນຫາປາຕາຍແມ່ນເກີດຂຶ້ນສະເພາະໃນວັນທີ 18 ພຶດສະພາເທົ່ານັ້ນ ເພາະໄດ້ຮັບການແກ້ໄຂເຂົ້າສູ່ສະພາບປົກກະຕິ. ຢ່າງໃດກໍຕາມ ມາຮອດວັນທີ […]
ເຈົ້າໜ້າທີ່ ປກສ ເມືອງວິລະບູລີ ສາມາດກວດຍຶດແຮ່ຫີນຂຽວໄດ້ 41 ໂຕນ ກັກຕົວຜູ້ກະທໍາຜິດໄດ້ 4 ຄົນ

ໃນຄັ້ງວັນທີ 23 ພຶດສະພາ 2023 ທ່ານ ພັທ ສິດທິເດດ ພຸດທະວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ວິລະບູລີ ແຂວງສະຫວັນນະເຂດ ໄດ້ໃຫ້ຮູ້ວ່າ : ໃນຄັ້ງວັນທີ 16 ພຶດສະພາ 2023 ເວລາ ປະມານ 4:20 ນາທີ ທາງເຈົ້າໜ້າທີ່ ປກສ ເມືອງວິລະບູລີ ໄດ້ຮັບຂໍ້ມູນແຫຼ່ງຂ່າວຈາກພົນລະເມືອງດີວ່າ ຢູ່ໃນຂອບເຂດດິນຂອງປະຊາຊົນ ບ້ານໂນນສົມບູນ (ໃກ້ກັບເຂດສຳປະທານພູແທ່ງຄຳ 24) ແມ່ນໄດ້ມີກຸ່ມປະຊາຊົນຂອງເມືອງ ວິລະບູລີ ຈໍານວນໜຶ່ງ, ໄດ້ມີການເຄື່ອນໄຫວລັກລອບເອົາແຮ່ທອງ ມາຊຸກເຊື່ອງ ແລະ ທ້ອນໂຮມໄວ້ຢູ່ສວນດັ່ງກ່າວເປັນຈຳນວນຫຼາຍ. ຈາກນັ້ນພໍຕົກມາເຖິງເວລາປະມານ 5 ໂມງ ຂອງວັນດຽວກັນ ທາງເຈົ້າໜ້າທີ່ເພື່ອສະແດງຕົວເຂົ້າທຳການເລີກຮື້ ແລະ ສະກັດກັ້ນຕໍ່ສະພາບດັ່ງກ່າວ, ເມື່ອຜ່ານການເລີກຮື້ ແລະ ສະກັດກັ້ນ ຈຶ່ງສາມາດກັກຕົວຜູ້ກະທຳຜິດໃນສະຖານທີ່ດັ່ງກ່າວ ໄດ້ຈຳນວນ 4 ຄົນ ຍິງ 1 ຄົນ, […]