ປິດການສັນຈອນຊົ່ວຄາວ ຢູ່ເສັ້ນທາງເຈົ້າຟ້າງຸ່ມ, ແຄມຂອງ ແລະ ເສັ້ນທາງຊຽງຍືນ

ປິດການສັນຈອນຊົ່ວຄາວ ຢູ່ຖະຫນົນເຈົ້າຟ້າງຸ່ມ, ຖະຫນົນແຄມຂອງ ແລະ ຖະຫນົນຊຽງຍືນ. ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານ ຜູ້ນໍາໃຊ້ລົດ ໃຊ້ຖະຫນົນຮັບຊາບ ໃນວັນທີ 4 / 11 / 2023 ລະຫວ່າງເວລາ 5:30 – 7:00 ໂມງເຊົ້າ ຈະໄດ້ປິດເສັ້ນທາງ ການສັນຈອນຊົ່ວຄາວ ຢູ່ຖະຫນົນແຄມຂອງ ແຕ່ສາມແຍກວົງວຽນປາກປ່າສັກ ຫາ ສາມແຍກທາງເຂົ້າໂຮງຫມໍ ມະໂຫສົດ ແລະ ຖະຫນົນເຈົ້າຟ້າງຸ່ມ ແຕ່ສີ່ແຍກໂຮງຫມໍ ມະໂຫສົດ ຫາ ສາມແຍກວົງວຽນປາກປ່າສັກ ແລະ ເວລາ 7:00 ໂມງເຊົ້າ – 11:00 ໂມງສວຍ ຈະໄດ້ປິດເສັ້ນທາງສັນຈອນຢູ່ຖະຫນົນຊຽງຍືນ ແຕ່ຫນ້າສໍານັກງານໃຫຍ່ ທະນາຄານການຄ້າ ຕ່າງປະເທດລາວ ມະຫາຊົນ ຫາ ສາມແຍກນໍ້າພຸ ເພື່ອນໍາໃຊ້ເສັ້ນທາງຈັດງານຍ່າງ ເພື່ອ ສຸຂະພາບ ສະເຫຼີມສະຫຼອງວັນຫັນເປັນທຸລະກິດຂອງ ທະນາຄານການຄ້າຕ່າງປະເທດລາວ […]

ດວງລາຍວັນປະຈໍາວັນສຸກ ທີ 03 ພະຈິກ 2023

ຄົນເກີດວັນອາທິດ:ການ​ງານ  ການ​ເປັນ​ນາຍ​ໜ້າ​ຄ້າ​ທີ່​ດິນ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ມີ​ໂຊ​ກຈະ​ໄດ້ຮັບ​ເງິນ​ກ້ອນ​ໃຫຍ່ເຂົ້າມາເຮັດໃຫ້ລາຍຈ່າຍຂອງທ່ານໄດ້ຄົງທີ່ ຄວາມ​ຮັກ   ພົບ​ສະຖານະການ​ຄວາມ​ຮັກ​ບໍ່​ຊັດເຈນ ອາດເປັນຍ້ອນຄວາມຫ່າງໄກຂອງທ່ານທັງສອງ ເຄື່ອງມຸງຄຸນ ແຫວນຄໍາ ສີມຸງຄຸນ​ ສີເຫຼືອງ ເລກ​ນຳ​ໂຊກ​   7 ຄົນເກີດວັນຈັນ:ການ​ງານ ​  ການ​ເຮັດ​ວຽກງານ​ດ້ວຍ​ຄວາມ​ເລັ່ງ​ດ່ວນຈະເກີດ​ຄວາມ​ຜິດ​ພາດ ການ​ເງິນ ​ຈະ​ໄດ້​ເງິນ​ເຂົ້າ​ມາ​ເພີ່ມ​ຂຶ້ນແບບບໍ່ຄາດຝັນ ອາດໄດ້ມາຈາກການສ່ຽງໂຊກ ຄວາມ​ຮັກ​ ມີ​ໂອ​ກາດ​ພົບ​ຮັກ​ກັບຄົນໃກ້ໂຕ ອາດມາໃນຮູບແບບໝູ່ເພື່ອນຮ່ວມງານ ເຄື່ອງມຸງຄຸນ​ ຄໍາຝຣັ່ງ ສີມຸງຄຸນ  ສີຟ້າ ເລກ​ນຳ​ໂຊກ​   5 ຄົນເກີດວັນອັງຄານ:ການ​ງານ ເຮັດ​ທຸລະ​ກິດຈະການ​ຄ້າໃດກໍຈະ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ​ ຈະ​ໄດ້​ເງິນ​ເຂົ້າ​ມາ​ຢ່າງ​ຕໍ່​ເນື່ອງໃນໄລຍະນີ້ ຄວາມ​ຮັກ ສຸກ​ສົມ​ຫວັງ​ໃນ​ເລື່ອງ​ຮັກ ເປັນໄລຍະປັບຕົວເຂົ້າຫາກັນ ​ເຄື່ອງມຸງຄຸນ​ ​ໄຂ່ມຸກ ສີມຸງຄຸນ ສີນໍ້າຕານ ເລກ​ນຳ​ໂຊກ​  8 ຄົນເກີດວັນພຸດ:ການ​ງານ ເຮັດ​ທຸລະກິດ​ດ້ານ​ການ​ບໍລິການ​ຈະໄດ້​ກຳ​ໄລ​ດີ ການ​ເງິນ  ໃຫ້ລະວັງເລື່ອງລາຍຈ່າຍ ເພາະທ່ານອາດຈ່າຍເກີນລາຍຮັບທີ່ຫາມາໄດ້ ຄວາມ​ຮັກ   ລະ​ວັງ​ເກີດ​ການ​ຂັດ​ແຍ່ງກັບ​ຄົນ​ຮັກ ເຄື່ອງມຸງຄຸນ​​ ເງິນ ສີມຸງຄຸນ ສີແດງ ເລກ​ນຳ​ໂຊກ​   7 ຄົນເກີດວັນພະຫັດ:ການ​ງານ  ເຮັດ​ທຸລະ​ກິດຈະການ​ຄ້າ​ທາງ​ອອນ​ລາຍຈະໄດ້​ຂາຍ​ດີຈະເປັນທີ່ຮູ້ຈັກຂອງຫຼາຍຄົນ ການ​ເງິນ​   ມີ​ໂຊກ​ໄດ້​ຈະ​ເງິນ ແຕ່ຕ້ອງລະງັບລາຍຈ່າຍທີ່ບໍ່ຈໍາເປັນອອກໄປ ຄວາມ​ຮັກ  ຢູ່ໃນ​ສະຖານະການ​ຮັກ​ຊ້ອນ ເພາະທ່ານແລະຄົນຮັກໄລຍະນີ້ມັກມີປັບຫາກັນຕະຫຼອດ ເຄື່ອງມຸງຄຸນ​  ຫິນນໍາໂຊກສີບົວ ສີມຸງຄຸນ   ສີແດງ ເລກ​ນຳ​ໂຊກ​   8 ຄົນເກີດວັນສຸກ:ການ​ງານ   ການ​ຄ້າ​ຂາຍໃນໄລຍະນີ້ຊົງຕົວ ໃຫ້ລະວົງດ້ານການລົງທຶນອາດມີການເຊັນສັນຍາທີ່ບໍ່ໂປ່ງໃສ ການ​ເງິນ ພົບ​ເລື່ອງ​ເສຍ​ເງິນ​ແບບ​ບໍ່​ຄາດ​ຝັນອາດມາໃນການເສຍເງິນທີ່ບໍ່ມີຄ່າຕອບແທນ ຄວາມ​ຮັກ ​​  ເກີດ​ບັນຫາ​ແຕກ​ແຍກ ຫຼື ການຂັດ​ແຍ່ງກັບຄົນຮັກ ເຄື່ອງມຸງຄຸນ​​  ແຫວນຄໍາ ສີມຸງຄຸນ ສີດໍາ ເລກ​ນຳ​ໂຊກ​   9 ຄົນເກີດວັນເສົາ:ການ​ງານ ໄດ້ຮັບ​ໂປຣ​ເຈັກ​​ວຽກ​ງານ​ໃໝ່​ເກີດ​ຄວາມ​ສຳ​ເລັດ ການ​ເງິນ ເກີດ​ຄວາມຫມັ້ນຄົງ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ ພົບ​ຄົນ​ຜິວ​ສອງ​ສີເຂົ້າມາໃຫ້ຮູ້ຈັກແຕ່ລາວກໍອາດຍັງບໍ່ແມ່ເນື້ອຄູ່ຂອງທ່ານ ເຄື່ອງມຸງຄຸນ  […]

ດວງລາຍວັນປະຈໍາວັນພະຫັດ ທີ 02 ພະຈິກ 2023

ຄົນເກີດວັນອາທິດ:ການ​ງານ   ເຮັດ​ທຸລະກິດ​ທາງດ້ານ​ຊັບສິນຈະ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ  ມີ​ໂອ​ກາດ​ໄດ້ຮັບ​ໂຊກຈາກຜູ້ໃຫຍ່ ຄວາມ​ຮັກ  ພົບ​ຮັກ​ແບບບໍ່ທັນຕັ້ງໂຕ​ກັບ​ຄົນ​ຜິວ​ຂາວ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ​ ສີນໍ້າຕານ ເລກ​ນຳ​ໂຊກ​   9 ຄົນເກີດວັນຈັນ:ການ​ງານ  ພົບ​ເລື່ອງ​ກົດ​ດັນ​ໃນ​ສະຖານ​ທີ່​ເຮັດວຽກ ການ​ເງິນ   ຈະພົບ​ເລື່ອງ​​ຄຽດ​ທາງ​ດ້ານ​ການ​ເງິນ ອາດເປັນຍ້ອນລາຍຈ່າຍບໍ່ຄົງຕົວ ຄວາມ​ຮັກ​   ໄລຍະ​ນີ້​ຈະ​ເກີດ​ຄວາມ​ເຫິນ​ຫ່າງກັບຄົນຮັກ​ຫລາຍ​ຂຶ້ນ ເຄື່ອງມຸງຄຸນ​  ຄໍຳ ສີມຸງຄຸນ   ສີສົ້ມ ເລກ​ນຳ​ໂຊກ​   1 ຄົນເກີດວັນອັງຄານ:ການ​ງານ ວາງ​ແຜນ​ແລ້ວທ່ານຄວນ​ເລີ່ມ​ເຮັດ​ທຸລະກິດ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ  ພົບ​ເລື່ອງ​ເສຍ​ເງິນ​ແບບ​ບໍ່​ຄາດ​ຝັນ ຄວາມ​ຮັກ   ພົບ​ຄວາມ​ສຳພັນ​ທີ່​ບໍ່​ຊັດເຈນເຂົ້າມາແບບໃຫ້ໜັກໃຈ ເຄື່ອງມຸງຄຸນ​  ​ເງິນ ສີມຸງຄຸນ ສີ​ດໍາ ເລກ​ນຳ​ໂຊກ​   4 ຄົນເກີດວັນພຸດ:ການ​ງານ​ ທີມ​ງານໃນບ່ອນເຮັດວຽກ​ຄອຍ​ຖ້າ​ຊ່ວຍ​ເຫລືອ​ໃຫ້​ທ່ານເຮັດຽກງານໃຫ້​ສຳ​ເລັດ ການ​ເງິນ  ເສຍ​ເງິນ​ໃນ​ການ​ໃຊ້​ຈ່າຍ​ສ້ອມແປງ​ຂອງ​ທີ່​ເສຍ​ຫາຍ ຄວາມ​ຮັກ   ການເດີນທາງ​ໄກ​ມີ​ໂອ​ກາດ​ພົບ​ຮັກ ແລະ ມີໂຊກ ເຄື່ອງມຸງຄຸນ​​ ຄໍາຝຣັ່ງ ສີມຸງຄຸນ ສີຟ້າ ເລກ​ນຳ​ໂຊກ​   1 ຄົນເກີດວັນພະຫັດ:ການ​ງານ ການ​ເຮັດ​ວຽກງານ​ເລັ່ງ​ຮີບ​ອາດ​ເກີດ​ຄວາມ​ຜິດ​ພາດ ການ​ເງິນ​ ມີ​ໂອ​ກາດ​ເບີກ​ເງິນ​ເກັບ​ອອກ​ມາ​ໃຊ້​ຈ່າຍ ຄວາມ​ຮັກ ພົບ​ຄົນ​ຜິວ​ຂາວ​ເປັນຄົນເກັ່ງມີຄວາມສາມາດ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ  ສີເທົາ ເລກ​ນຳ​ໂຊກ​  5 ຄົນເກີດວັນສຸກ:ການ​ງານ​ ເຮັດ​ທຸລະກິດ​ກັບ​ໝູ່ເພື່ອນທີ່ສະໜິດ​​ຈະ​ເກີດ​ຄວາມ​ສຳ​ເລັດ ການ​ເງິນ  ຄົນ​ຮັກ​ຈະ​ອຸປະຖຳ​ດ້ານ​ການ​ເງິນ ແຕ່ຄວນໃຊ້ຈ່າຍຢ່າງລະມັດລະວັງ ຄວາມ​ຮັກ    ມີ​ຄວາມ​ສຸກ​ໃນ​ເລື່ອງ​ຮັກ ແຕ່ຕ້ອງລະວັງການປາກເວົ້າ ເຄື່ອງມຸງຄຸນ​​  ເງິນ ສີມຸງຄຸນ ສີຂາວ ເລກ​ນຳ​ໂຊກ​  0 ຄົນເກີດວັນເສົາ:ການ​ງານ ເຮັດ​ທຸລະກິດ​ວົງ​ການ​ບັນ​ເທີງຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ​​ ເປັນໄລຍະໄລຍະການຈັບຈ່າຍ ແຕ່ໃຫ້ທ່ານລະວັງລາຍຈ່າຍເພາະອາດເກີນໂຕ ຄວາມ​ຮັກ  ເດິນທາງ​ໄກ​ແລ້ວ​ໄດ້​ພົບ​ຮັກ ອາດເປັນເນື້ອຄູ່ຂອງທ່ານ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ […]

ເກີດເຫດແຜ່ນດິນໄຫວ ແຮງສັ່ນສະເທືອນ 3.1 ຣິກເຕີ້ ທີ່ແຂວງໄຊຍະບູລີ

ກົມອຸຕຸນິຍົມ ແລະ ອຸທົກກະສາດລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 01 ພະຈິກ 2023, ເວລາ 05:16 ໂມງ. ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບ ສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈໍານວນ 01 ຄັ້ງ, ໃນບໍລິເວນ ແຂວງ ໄຊຍະບູລີ ລາຍລະອຽດຂອງ ການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້: 1. ໃນເວລາ 05:16:36, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະຫນານທີ່ 19.540°N ແລະ ເສັ້ນແວງທີ່ 101.449°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.1 ຣິກເຕີ, ເຊິ່ງມີຄວາມເລີກຈາກເທິງຫນ້າດິນ ປະມານ 1 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບໍລິເວນ ບ້ານ ພູແລ້ງໃຕ້ ເມືອງ ຫົງສາ ແຂວງ ໄຊຍະບູລີ, ເຊິ່ງຈຸດ ເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ຫົງສາ ປະມານ Km 2. ຫມາຍເຫດ: […]

ດວງລາຍວັນປະຈໍາວັນພຸດ ທີ 01 ພະຈິກ 2023

ຄົນເກີດວັນອາທິດ:ການ​ງານ ເຮັດວຽກ​ດ້ວຍ​ຄວາມ​ລະອຽດ​ຮອບຄອບ​ສະເໝີ ເຖິງ​ຈະ​ພົບ​ບັນຫາ​ກໍ​ຈະ​ແກ້​ໄຂ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້ ການ​ເງິນ ​ລາຍ​ຈ່າຍ​ຍັງມີ​ຫລາຍ ລາຍ​ຮັບ​ກໍ​ບໍ່​ສົມ​ດຸນ​ກັນ ເຮັດໃຫ້​ພົບ​​ສະພາ​ວະ​ຂາດ​ເຂີນ​ທາງ​ດ້ານ​ການ​ເງິນ​ກໍ​ເປັນ​ໄປ​ໄດ້ ຄວາມ​ຮັກ ສຸກ​ສົມ​ຫວັງ​ລົງ​ຕົວ​ດີ​ຂຶ້ນ​ໃນ​ເລື່ອງ​ຂອງ​ຄວາມ​ສຳພັນ ກໍ່​ໃຫ້​ເກີດ​ຄວາມ​ສຸກ​ໃຈ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ​ ສີສົ້ມ ເລກ​ນຳ​ໂຊກ​   6 ຄົນເກີດວັນຈັນ:ການ​ງານ ວຽກງານ​ທີ່​ເຮັດ​ກໍ​ຮູ້ສຶກ​ວ່າ​ມັກ ແຕ່​ເລື່ອງ​ທີ່​ໜ້າ​ເບື່ອ​ຄື ເພື່ອນ​ຮ່ວມ​ງານ ທີ່​ໄວ້​ໃຈ​ບໍ່​ຄ່ອຍ​ໄດ້ ການ​ເງິນ ພະຍາຍາມ​ໝຸນ​ຫາ​ເງິນ​ເຂົ້າ​ມາ​ເພື່ອ​ໃຫ້​ເກີດ​ສະພາບ​ດີ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ ຈະ​ພົບ​ຄົົນທີ່​ມີ​ອາ​ຍຸຕ່າງ​ກັນ ຢູ່ໃນ​ເກນ​ຜິວ​ສອງ​ສີ ທ່ານ​ມີ​ຄວາມ​ເປັນ​ຜູ້​ນຳ​ສູງ​ ເຄື່ອງມຸງຄຸນ​  ສາຍຄໍຄໍາ ສີມຸງຄຸນ ສີນໍ້າຕານ ເລກ​ນຳ​ໂຊກ​  9 ຄົນເກີດວັນອັງຄານ:ການ​ງານ ຊ່ວງ​ນີ້​ລົງ​ທຶນ​ຫຍັງ​ລະ​ວັງ​ຈະ​ຂາດ​ທຶນ ສູນ​ເສຍ​ເງິນ ເພາະ​ຄວາມ​ຜິດ​ພາດ ການ​ເງິນ​   ຍັງ​ໂຊ​ກດີ​ທີ່​ຜູ້ໃຫຍ່​ຍັງ​ອຸປະຖຳ​ທາງ​ດ້ານ​ການ​ເງິນ ເມື່ອ​ທ່ານ​ພົບ​ເລື່ອງ​ທີ່​ຕ້ອງ​ຈ່າຍ​ອອກ​ໄປ​ແບບ​ບໍ່ທັນຕັ້ງໂຕ ຄວາມ​ຮັກ  ຍັງ​ບໍ່​ລົງ​ຕົວ ​ແລະ ​ບໍ່​ມີ​ເວລາ​ທຸ້ມເທ​ດ້ານ​ຄວາມ​ຮັກ ເຖິງ​ແມ່ນ​ຈະ​ພົບ​ໃຜ​ເຂົ້າ​ມາ​ກໍ​ຕາມ ນິ​ໄສ​ຈະ​ເຂົ້າ​ກັນ​ບໍ່​ຄ່ອຍ​ໄດ້ ເຄື່ອງມຸງຄຸນ​  ຫີນນໍາໂຊກສີຂາວ ສີມຸງຄຸນ ສີ​ດໍາ ເລກ​ນຳ​ໂຊກ​   5 ຄົນເກີດວັນພຸດ:ການ​ງານ​   ແກ້​ໄຂ​ບັນຫາ​ສະເພາະ​ໜ້າ​ໃຫ້​ສຳເລັດ​ໄດ້​ຢ່າງ​ວ່ອງໄວ ການ​ເງິນ  ໃຊ້​ອອກ​ໄປ​ຫລາຍ ແຕ່​ກໍ​ໝຸນ​ຫາ​ເງິນ​ໄດ້​ທັນ​ໃຊ້​ທັນ​ຈ່າຍ​ຢູ່​ສະເໝີ  ຄວາມ​ຮັກ   ສຸກ​ສົມ​ຫວັງ​ລົງ​ຕົວ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ແບບ​ບໍ່ທັນຕັ້ງໂຕ ເຄື່ອງມຸງຄຸນ​​  ໄຂ່ມຸກ ສີມຸງຄຸນ ສີ​ຟ້າ ເລກ​ນຳ​ໂຊກ​   9 ຄົນເກີດວັນພະຫັດ:ການ​ງານ ຕັ້ງ​ເປົ້າ​ໝາຍ​ໃນ​ການ​ສ້າງສັນ​ຜົນ​ງານ ແລະ ​ໃຊ້​ຄວາມ​ພະຍາຍາມ​ໃນ​ການ​ແກ້​ໄຂ​ບັນຫາ​ຕ່າງ​ໆ ໃຫ້​ຜ່ານ​ພົ້ນ​ໄປ​ໃຫ້​ໄດ້ ການ​ເງິນ​  ຈະ​ໄດ້​ເງິນ​ເຂົ້າ​ມາ ທ່ານຈະມີ​ໂຊ​ກໃນ​​ການເດີນທາງ​ໄກ […]

ຣາຊະອານາຈັກໄທໄທ ຈະສືບຕໍ່ໃຫ້ການຮ່ວມມືກັບຝ່າຍລາວ ພ້ອມທັງຊຸກຍູ້ຂະແໜງການກ່ຽວຂ້ອງ

ວັນທີ 30 ຕຸລາ 2023, ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຄະນະ ໄດ້ພົບປະສອງຝ່າຍກັບ ທ່ານ ປານປຣີ ພະຫິດທານຸກອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີ ທີ່ໄດ້ພົບປະກັນອີກຄັ້ງ ພ້ອມທັງໄດ້ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມເຮັດວຽກ ທີ່ ສປປ ລາວ ໃນຄັ້ງນີ້, ເຊິ່ງຈະເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ຈະເລີນຮຸ່ງເຮືອງຍິ່ງໆຂຶ້ນ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງ ແລະ ສະແດງຄວາມໝາຍໝັ້ນ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານ […]

ດວງລາຍວັນປະຈໍາວັນຈັນ ທີ 31 ຕຸລາ 2023

ຄົນເກີດວັນອາທິດ:ການ​ງານ  ການງານໃນໄລຍະນີ້ແມ່ນຂ້ອນຂ້າງດີ ການຕິດຕໍ່ເຈລະຈາກໍຈະປະສົບຜົນສໍາເລັດ ການ​ເງິນ ໝຸນ​ຫາ​ໃຊ້​ຈ່າຍ​ໄດ້​ຄ່ອງ​ຕົວ​ຢ່າງ​ເປັນ​ໂຊ​ກ​ສະເໝີ​ມີ​ໂອ​ກາດ​ໄດ້​ໂຊກ​ໄດ້​ຂອງ​ຖືກ​ໃຈ​ ຄວາມ​ຮັກ   ມີ​ຫຼາຍ​ເລື່ອງ​ທີ່​ຕ້ອງ​ໄປ​ຈັດການ​ເປັນ​ພາລະ​ຫນ້າທີ່​ຕ່າງ​ໆ​ແຕ່​ກໍ​ມີ​ໂອ​ກາດ​ພົບ​ຄົນ​ລັກສະນະ​ຜິວ​ຂາວ​ ເຄື່ອງມຸງຄຸນ  ເງິນ ສີມຸງຄຸນ​ ສີນໍ້າຕານ ເລກ​ນຳ​ໂຊກ​   2 ຄົນເກີດວັນຈັນ:ການ​ງານ​ ການ​ເຮັດ​ວຽກງານ​ໃນ​ສະພາ​ວະ​ແວດ​ລ້ອມ​ທີ່​ເປັນ​ສ່ວນ​ຕົວ​ຂຶ້ນ​ ຈະ​ສາມາດ​ສ້າງ​ຜົນ​ງານ​ໄດ້​ຢ່າງ​ມີປະ​ສິດ​ທິ​ພາບ​ ແລະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ ການ​ເງິນ​  ມີ​ຄວາມ​ກັງ​ວົນ​ໃຈ​ໃນ​ໄລຍະ​ນີ້​ ເພາະ​ຕ້ອງ​ຈ່າຍ​ອອກ​ໄປ​ຢ່າງ​ຫຼາຍ ຈຶ່ງ​ຕ້ອງ​ປະ​ຢັດ​ໃນ​ເລື່ອງ​ອື່ນ​ໆ​ ແທນ​ ຄວາມ​ຮັກ​  ຍັງ​ເບິ່ງ​ໆ​ ຢູ່​ຫລາຍກວ່າ​ ເພາະ​ຍັງມີ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ໃນ​ເລື່ອງ​ຂອງ​ພາລະ​ຫນ້າທີ່​ທີ່​ຕ້ອງ​ໄປ​ຈັດການ​ ເຄື່ອງມຸງຄຸນ​  ຄໍາ ສີມຸງຄຸນ ສີເຫຼືອງ ເລກ​ນຳ​ໂຊກ​   3 ຄົນເກີດວັນອັງຄານ:ການ​ງານ​ ວາງ​ແຜນ​ການ​ເຮັດ​ວຽກງານ​ຕ່າງ​ ໆ​ ດ້ວຍ​ຄວາມ​ຮອບຄອບ​ ແລະ​ທີ່​ຈະ​ຕັດ​ສິນ​ໃຈ​ສິ່ງ​ໃດ​ຕ້ອງ​ມີ​ຂໍ້​ມູ​​ນ​ຄົບ​ຖ້ວນ​ ແລະ​ການ​ເຮັດ​ວຽກງານ​ກໍ​ຕ້ອງ​ຮູ້​ຈັກ​ວາງ​ຕົວ​​ ການ​ເງິນ​  ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ ມີ​ໂອ​ກາດ​ເດີນທາງ​ ແຕ່​ຕ້ອງ​ພົບ​ອຸປະສັກ​ກ່ອນ​ແລ້ວ​ເຖິງ​ຈະ​ໄດ້​ເງິນ​ ໄດ້​ໂຊກ​ເຂົ້າ​ມາ​ເພີ່ມເຕິມ​ເພີ່ມ​ຂຶ້ນ​ ຄວາມ​ຮັກ  ໂດດ​ເດັ່ນ​ຖ້າ​ຈະ​ພົບ​​ໃຜ​ໃນ​ໄລຍະນີ້​ ຈະ​ເປັນ​ຄົນ​ຜິວ​ຂາວ​ ແຕ່​ຕ້ອງ​ໃຊ້​ເວລາ​ເບິ່ງ​ໃຈ​ກັນ​ໃຫ້​ຫລາຍ​ແລ້ວ​ຄ່ອຍ​ຕັດ​ສິນ​ໃຈ​ ເຄື່ອງມຸງຄຸນ​ ເພັດສີເຫຼືຶອງ ສີມຸງຄຸນ ສີ​ນໍ້າຕານ ເລກ​ນຳ​ໂຊກ​   4 ຄົນເກີດວັນພຸດ:ການ​ງານ ຈະ​ຈັບ​ງານ​ຫຍັງ​ໃນ​ໄລຍະ​ນີ້​ຈະ​ເປັນ​ໂຊກ​ ປະ​ສົບ​ຄວາມ​ສຳ​ເລັດ​ໄປ​ທຸກ​ຢ່າງ​ ໂດຍ​ສະເພາະ​ງານ​ດ້ານ​ສິນລະປະ​ຄວາມ​ສວຍ​ງາມ​ ງານ​ດ້ານ​ທຸລະກິດ​ການ​ຄ້າ​ ຊຶ່ງ​ມີ​ຄວາມ​ຈະເລີນ​ຮຸ່ງເຮື່ອງ​ຢ່າງ​ເຫັນ​ໄດ້​ແຈ້ງ​ ການ​ເງິນ  ເປັນ​ລັກສະນະ​ຂອງ​ການ​ໝຸນ​ຫາ​ການ​ໃຊ້​ຈ່າຍ​ໃຫ້​ຜ່ານ​ພົ້ນ​ໄປ​ໄດ້​ໃນ​ຊ່ວງ​ນີ້​ ເມື່ອ​ໄດ້​ເຂົ້າ​ມາ​ກໍ​ຕ້ອງ​ຈ່າຍ​ອອກ​ໄປ​ ແຕ່​ກໍ​ຈະ​ໄດ້​ເຂົ້າ​ມາ​ເພິ່ມເຕິມ​ອີກ​ເທື່ອ​ໜຶ່ງ​  ຄວາມ​ຮັກ ໄລຍະ​ທາງ​ຍັງ​ເປັນ​ອຸປະສັກ​ລະຫວ່າງ​ກັນ​ ຫລື​ມີ​ໂອ​ກາດ​ພົບ​​ໃຜ​ບາງ​ຄົົນທີ່​ຈະ​ເຂົ້າ​ມາ​ໃນ​ໄລຍະນີ້​ໂດດ​ເດັ່ນ​ເປັນ​ຄົນ​ຜິວ​ສອງ​ສີ​ນັ້ນ​ເອງ​ ເຄື່ອງມຸງຄຸນ​​ ໄຂມຸກ ສີມຸງຄຸນ ສີຂາວ ເລກ​ນຳ​ໂຊກ​   6 […]

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໃນຕອນເຊົ້າຂອງວັນທີ 30 ຕຸລາ 2023, ທີ່ສໍານັກງານປະທານປະເທດ, ທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເສດຖາ ທະວີສິນ ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກໄທ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ. ໃນໂອກາດນີ້, ທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍ ທ່ານ ເສດຖາ ທະວີສິນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ຄົນທີ 30 ຂອງ ຣາຊະອານາຈັກໄທ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນການພົບປະສອງຝ່າຍ ຢ່າງເປັນທາງການ ລະ ຫວ່າງ ສອງນາຍົກລັດຖະມົນຕີ ລາວ ແລະ ໄທ, ເຊິ່ງ ຈະເປັນສ່ວນສໍາຄັນໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານຂອງສອງປະເທດ ກໍຄື […]

ດວງລາຍວັນປະຈໍາວັນສຸກ ທີ 27 ຕຸລາ 2023

ຄົນເກີດວັນອາທິດ:ການ​ງານ   ພະຍາຍາມ​ເລັ່ງ​ຄວາມ​ໄວ​ໃນ​ການສ້າງ​ຄວາມ​ສຳ​ເລັດໃນດ້ານການງານ ການ​ເງິນ ມື້​ນີ້​ມີ​ໂຊ​ກດີ​ຈະ​ໄດ້​ເງິນເຂົ້າມາໃນການໃຊ້ຈ່າຍ ຄວາມ​ຮັກ  ມີ​ໂອ​ກາດ​ພົບ​ຄົນ​ຜິວ​ສອງ​ສີ​ອາ​ຍຸ​ຫລາຍກວ່າ ເຄື່ອງມຸງຄຸນ  ຄໍາຝຣັ່ງ ສີມຸງຄຸນ​ ສີດໍາ ເລກ​ນຳ​ໂຊກ​  1 ຄົນເກີດວັນຈັນ:ການ​ງານ​ ​ລົງ​ທຶນ​ເຮັດ​ທຸລະກິດ​ດ້ານ​ການ​ຄ້າ​ຂອງ​ແຟ​ຊັ່ນ​ຈະໄດ້​ຜົນ​ກຳ​ໄລ ການ​ເງິນ​  ມີ​ທັງ​ຮັບ​ທັງ​ຈ່າຍ​ສະ​ຫຼັບ​ກັນ​ໄປໃນໄລຍະນີ້ ຄວາມ​ຮັກ ເກີດ​ການ​ຂັດ​ແຍ້ງ​ກັບ​ຄົນ​ຮັກ ຕ້ອງລະວັງການໃຊ້ຈ່າຍ ເຄື່ອງມຸງຄຸນ​  ໄຂ່ມຸກ ສີມຸງຄຸນ ສີ​ຟ້າ ເລກ​ນຳ​ໂຊກ​  9 ຄົນເກີດວັນອັງຄານ:ການ​ງານ​  ​ເຮັດ​ທຸລະ​ກິດການ​ຄ້າ​ຂາຍຈະເຮັດໃຫ້ທ່ານໄດ້ຜົນກໍາໄລທີ່ດີ ການ​ເງິນ​  ລາຍ​ຈ່າຍ​ມີ​ຫລາຍ​ເປັນ​ພິເສດ ແຕ່ຕ້ອງບໍລິຫານການໃຊ້ຈ່າຍໃຫ້ດີ ຄວາມ​ຮັກ  ​ເຮັດວຽກ​ໜັກ​ຈົນ​ບໍ່​ມີ​ເວລາ​ໃຫ້​ຄົນ​ຮັກອາດເຮັດໃຫ້ຄົນຮັກນ້ອຍໃຈ ເຄື່ອງມຸງຄຸນ​ ເງິນ ສີມຸງຄຸນ ສີບົວ ເລກ​ນຳ​ໂຊກ​  1 ຄົນເກີດວັນພຸດ:ການ​ງານ ການເຮັດ​ທຸລະກິດ​ແບບ​ສາຍ​ດ່ຽວຈະ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ພົບ​ຜູ້​ອຸປະຖຳ​ທາງ​ດ້ານ​ການ​ເງິນ ແຕ່ຕ້ອງໃຫ້ລະວັງອາດຈ່າຍເກີນໂຕ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ຜິວ​ຂາວຈະເຂົ້າຫາໃນແບບໝູ່ເພື່ອນ ເຄື່ອງມຸງຄຸນ​​ ແຫວນຄໍາ ສີມຸງຄຸນ ສີ​ເຫຼືອງ ເລກ​ນຳ​ໂຊກ​  3 ຄົນເກີດວັນພະຫັດ:ການ​ງານ​ ເຮັດ​ທຸລະກິດ​ດ້ານອາຫານ​ຈະເກີດຄວາມ​ສຳ​ເລັດ ການ​ເງິນ​  ຈະ​ໄດ້​ໂຊກ​ຈາກຜູ້ໃຫຍ່ ເພາະທ່ານຈະຊ່ວຍໃນເລື່ອງການເງິນ ​ຄວາມ​ຮັກ    ເກີດ​ການ​ຂັດ​ແຍ້ງ​ໃນ​ຄວາມ​ສຳພັນ ເຄື່ອງມຸງຄຸນ​ ຫິນນໍາໂຊກສີແດງ ສີມຸງຄຸນ  ສີ​ນໍ້າຕານ ເລກ​ນຳ​ໂຊກ​   7 ຄົນເກີດວັນສຸກ:ການ​ງານ​ ເຮັດ​ທຸລະກິດການ​ຄ້າ​ຜ່ານ​ສື່​ອອນ​ລາຍປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ມີ​ໂອ​ກາດ​ໄດ້​ເງິນ​ກ້ອນ​ໃຫຍ່ ຄວາມ​ຮັກ ພົບ​ຮັກ​ກັບ​ຄົົນທີ່​ມີ​ສະເໜ່ ແຕ່ຕ້ອງລະວັງການເຈລະຈາ ເຄື່ອງມຸງຄຸນ​​  ເງິນ ສີມຸງຄຸນ ສີດໍາ ເລກ​ນຳ​ໂຊກ​   6 ຄົນເກີດວັນເສົາ:ການ​ງານ​ ໃຊ້​ເຕັກ​ນິກ​ພິເສດ​ໃນ​ການສ້າງ​ຜົນ​ງານຈະເຮັດໃຫ້ທ່ານເປັນທີ່ຍອມຮັບຂອງເພື່ອຮ່ວມງານ ການ​ເງິນ ມື້​ນີ້​ມີ​ໂຊກ​ຈະ​ໄດ້​ເງິນເຂົ້າມາໂດຍມາຈາກຜູ້ໃຫຍ່ອຸປະຖໍາ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຮັກ​ກັບ​ຄົນ​ໄກ ແຕ່ຈະເປັນຫ່ວງເລື່ອງຂອງໄລຍະທາງ ເຄື່ອງມຸງຄຸນ​ ຫິນນໍາໂຊກສີແດງ ສີມຸງຄຸນ ສີຂຽວ ເລກ​ນຳ​ໂຊກ​   7

ກຽມແຜນສ້າງຂົວຄົນຍ່າງຂ້າມທາງອີກ 3 ແຫ່ງ ຄາດວ່າສຳເລັດໃນປີ 2025

ບໍລິສັດ ບລູກຣາດສ໌ ດີຊາຍກຣຸບ ຈຳກັດຜູ້ດຽວ ຮ່ວມກັບ ບໍລິສັດກູຣູ ກຽມແຜນຈະສ້າງຂົວຄົນຍ່າງຂ້າມທາງອີກ 3 ແຫ່ງ ຄື: ຈຸດເຂດໜ້າມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ໃກ້ສີ່ແຍກໄຟອຳນາດ, ຈຸດເຂດຕະຫຼາດເຊົ້າ ຫາ ຕະຫຼາດຂົວດິນຄິວລົດເມ ແລະ ຈຸດຕໍ່ໜ້າ ພະແນກການເງິນ ນະຄອນຫຼວງວຽງຈັນ ໂດຍຈະເລີ່ມການກໍ່ສ້າງພາຍໃນປີນີ້ ຄາດວ່າຈະໃຫ້ສຳເລັດໃນປີ 2025 ມູນຄ່າການກໍ່ສ້າງປະມານ 1 ລ້ານ 5 ແສນໂດລາສະຫະລັດ. ທ່ານ ກິຣິຍາ ບັນຈົງພັກດີ ຮອງປະທານບໍລິສັດບລູກາດດີຊາຍກລຸບ ຈໍາກັດ ຜູ້ດຽວ ໃຫ້ສຳພາດວ່າ: ເພື່ອປະກອບສ່ວນໃນການພັດທະນາພື້ນຖານໂຄງລ່າງ ແລະ ເຫັນໄດ້ຄວາມສຳຄັນໃນວຽກງານຄວາມ ປອດໄພຂອງປະຊາຊົນ. ປັດຈຸບັນ, ບໍລິສັດບລູກຣາດສ໌ ດີຊາຍກຣຸບ ຈຳກັດຜຸ້ດຽວ ໄດ້ມີການປຶກສາຫາລືກັບຜູ້ຮ່ວມພັດທະນາເພື່ອເລີ່ມການກໍ່ສ້າງຂົວຄົນຍ່າງຂ້າມທາງວ່າ ຈະເລີ່ມການກໍ່ສ້າງຢູ່ຈຸດໃດກ່ອນ, ຈຸດປະສົງການກໍ່ສ້າງຂົວຄົນຍ່າງຂ້າມທາງແຕ່ລະແຫ່ງແມ່ນເພື່ອອຳນວຍຄວາມສະດວກໃຫ້ແກ່ປະຊາຊົນກໍຄື: ນັກຮຽນ, ນັກສຶກສາ ໃນການຮັບປະກັນຄວາມປອດໄພຫຼຸດຜ່ອນອຸບັດເຫດ ແລະ ບໍ່ໃຫ້ການສັນຈອນມີຄວາມແອອັດຕາມທ້ອງຖະໜົນໃນໄລຍະເວລາຊົ່ວໂມງຮີບດ່ວນກໍຄືໃນໂມງລັດຖະການ. ທ່ານ ກິຣິຍາ ບັນຈົງພັກດີ ໃຫ້ສຳພາດຕື່ມວ່າ: […]