ຄົນເກີດວັນອາທິດ:ການງານ ເຮັດທຸລະກິດທາງດ້ານຊັບສິນຈະປະສົບຄວາມສຳເລັດ ການເງິນ ມີໂອກາດໄດ້ຮັບໂຊກຈາກຜູ້ໃຫຍ່ ຄວາມຮັກ ພົບຮັກແບບບໍ່ທັນຕັ້ງໂຕກັບຄົນຜິວຂາວ ເຄື່ອງມຸງຄຸນ ໄຂ່ມຸກ ສີມຸງຄຸນ ສີນໍ້າຕານ ເລກນຳໂຊກ 9
ຄົນເກີດວັນຈັນ:ການງານ ພົບເລື່ອງກົດດັນໃນສະຖານທີ່ເຮັດວຽກ ການເງິນ ຈະພົບເລື່ອງຄຽດທາງດ້ານການເງິນ ອາດເປັນຍ້ອນລາຍຈ່າຍບໍ່ຄົງຕົວ ຄວາມຮັກ ໄລຍະນີ້ຈະເກີດຄວາມເຫິນຫ່າງກັບຄົນຮັກຫລາຍຂຶ້ນ ເຄື່ອງມຸງຄຸນ ຄໍຳ ສີມຸງຄຸນ ສີສົ້ມ ເລກນຳໂຊກ 1
ຄົນເກີດວັນອັງຄານ:ການງານ ວາງແຜນແລ້ວທ່ານຄວນເລີ່ມເຮັດທຸລະກິດຈະປະສົບຄວາມສຳເລັດ ການເງິນ ພົບເລື່ອງເສຍເງິນແບບບໍ່ຄາດຝັນ ຄວາມຮັກ ພົບຄວາມສຳພັນທີ່ບໍ່ຊັດເຈນເຂົ້າມາແບບໃຫ້ໜັກໃຈ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີດໍາ ເລກນຳໂຊກ 4
ຄົນເກີດວັນພຸດ:ການງານ ທີມງານໃນບ່ອນເຮັດວຽກຄອຍຖ້າຊ່ວຍເຫລືອໃຫ້ທ່ານເຮັດຽກງານໃຫ້ສຳເລັດ ການເງິນ ເສຍເງິນໃນການໃຊ້ຈ່າຍສ້ອມແປງຂອງທີ່ເສຍຫາຍ ຄວາມຮັກ ການເດີນທາງໄກມີໂອກາດພົບຮັກ ແລະ ມີໂຊກ ເຄື່ອງມຸງຄຸນ ຄໍາຝຣັ່ງ ສີມຸງຄຸນ ສີຟ້າ ເລກນຳໂຊກ 1
ຄົນເກີດວັນພະຫັດ:ການງານ ການເຮັດວຽກງານເລັ່ງຮີບອາດເກີດຄວາມຜິດພາດ ການເງິນ ມີໂອກາດເບີກເງິນເກັບອອກມາໃຊ້ຈ່າຍ ຄວາມຮັກ ພົບຄົນຜິວຂາວເປັນຄົນເກັ່ງມີຄວາມສາມາດ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີເທົາ ເລກນຳໂຊກ 5
ຄົນເກີດວັນສຸກ:ການງານ ເຮັດທຸລະກິດກັບໝູ່ເພື່ອນທີ່ສະໜິດຈະເກີດຄວາມສຳເລັດ ການເງິນ ຄົນຮັກຈະອຸປະຖຳດ້ານການເງິນ ແຕ່ຄວນໃຊ້ຈ່າຍຢ່າງລະມັດລະວັງ ຄວາມຮັກ ມີຄວາມສຸກໃນເລື່ອງຮັກ ແຕ່ຕ້ອງລະວັງການປາກເວົ້າ ເຄື່ອງມຸງຄຸນ ເງິນ ສີມຸງຄຸນ ສີຂາວ ເລກນຳໂຊກ 0
ຄົນເກີດວັນເສົາ:ການງານ ເຮັດທຸລະກິດວົງການບັນເທີງຈະປະສົບຄວາມສຳເລັດ ການເງິນ ເປັນໄລຍະໄລຍະການຈັບຈ່າຍ ແຕ່ໃຫ້ທ່ານລະວັງລາຍຈ່າຍເພາະອາດເກີນໂຕ ຄວາມຮັກ ເດິນທາງໄກແລ້ວໄດ້ພົບຮັກ ອາດເປັນເນື້ອຄູ່ຂອງທ່ານ ເຄື່ອງມຸງຄຸນ ຫິນນໍາໂຊກສີແດງ ສີມຸງຄຸນ ສີມ່ວງ ເລກນຳໂຊກ 6
ສະກຸນເງິນ | ຊື້ | ຂາຍ |
---|---|---|
![]() USD | 21,465 | 21,676 |
![]() THB | 645.78 | 658.05 |
![]() EUR | 23,022 | 23,483 |
![]() CNY | 2,893 | 2,951 |
ຊະນິດນ້ຳມັນ | ລາຄາ |
---|---|
![]() | 28,230 |
![]() | 22,560 |
![]() | 18,370 |
ປະເພດ | ລາຄາຊື້ | ລາຄາຂາຍ |
---|---|---|
![]() | 34,080,000 | 34,610,000 |
![]() | 33,730,000 | 34,719,000 |