
ລອງຈິນຕະນາການ ເຖິງຄວາມຮູ້ສຶກທີ່ທ່ານຖືທຸກສິ່ງທີ່ທ່ານຕ້ອງການຢາກຮູ້ກ່ຽວກັບຊະຕາກຳ, ຊີວິດຄວາມຮັກ ແລະ ບຸກຄະລິກພາບຂອງຕົວເອງໄວ້ໃນຝ່າມື. ການອ່ານລາຍມື ຫຼື ທີ່ຮູ້ຈັກກັນໃນນາມ ໂຫລາສາດລາຍມື ຫຼື ຈິໂຣແມນຊີ, ແມ່ນສິລະປະແຫ່ງຄວາມລຶກລັບ ທີ່ໄດ້ຮັບຄວາມນິຍົມທົ່ວໂລກ. ມັນມີຮາກເຫງົ້າມາຈາກໂຫລາສາດອິນເດຍ ແລະ ການທຳນາຍໂຊກຊະຕາຂອງໂຣມັນ—ແຕ່ທ່ານສາມາດເຂົ້າຮ່ວມປະເພນີອັນເກົ່າແກ່ນີ້ໄດ້ໃນປັດຈຸບັນ. ບໍ່ວ່າທ່ານຈະເປັນຜູ້ອ່ານລາຍມືທີ່ຍັງເປັນມືໃຫມ່ ຫຼື ພຽງອ່ານເພື່ອຄວາມບັນເທິງ ເພື່ອເຮັດໃຫ້ໝູ່ຂອງທ່ານປະທັບໃຈ, ອ່ານຕໍ່ເພື່ອເບິ່ງແຜນພູມການອ່ານລາຍມື ແລະ ຄູ່ມືການຕີລາຍມື.
ການແນະນຳການອ່ານຝ່າມື
1 ເລືອກມືເບື້ອງໜຶ່ງ:
ໃນໂຫລາສາດຝ່າມື, ການເລືອກມືທີ່ຈະອ່ານແມ່ນຂັ້ນຕອນທຳອິດທີ່ສຳຄັນ. ຕາມຄວາມເຊື່ອດັ້ງເດີມ:
- ສຳລັບແມ່ຍິງ, ມືຂວາສະແດງສິ່ງທີ່ທ່ານເກີດມາພ້ອມ, ແລະ ມືຊ້າຍສະແດງສິ່ງທີ່ທ່ານໄດ້ສະສົມຕະຫຼອດຊີວິດ.
- ສຳລັບຜູ້ຊາຍ, ແມ່ນກົງກັນຂ້າມ – ມືຊ້າຍສະແດງສິ່ງທີ່ເກີດມາພ້ອມ, ແລະ ມືຂວາສະແດງສິ່ງທີ່ໄດ້ສະສົມມາ.
- ເຊັ່ນດຽວກັນ, ທ່ານສາມາດເລືອກມືທີ່ຖະໜັດໃຫ້ເປັນມືແຫ່ງປັດຈຸບັນ/ອະດີດ, ແລະ ມືທີ່ບໍ່ແມ່ນມືທີ່ຖະໜັດເປັນມືແຫ່ງອະນາຄົດ.
- ມີຄວາມເຊື່ອບາງຢ່າງເວົ້າວ່າມືຊ້າຍສະແດງທ່າສັກກະຍະພາບຂອງທ່ານ ແລະ ສິ່ງທີ່ອາດເປັນໄປໄດ້, ບໍ່ຈຳເປັນຕ້ອງເປັນສິ່ງທີ່ຈະເກີດຂຶ້ນ ແລະ ຄວາມແຕກຕ່າງລະຫວ່າງມືທັງສອງອາດບົ່ງບອກວ່າທ່ານ ກຳລັງຈະລົງມືປ່ຽນແປງຊີວິດຂອງທ່ານ.
ພວກເຮົາໄດ້ສ້າງຄູ່ມືທີ່ຄົບຖ້ວນກ່ຽວກັບຂັ້ນຕອນນີ້, ລວມທັງເຄັດລັບໃນການເລືອກມື ແລະ ການອະທິບາຍກ່ຽວກັບຄວາມແຕກຕ່າງລະຫວ່າງມືອະດີດ/ກຳເນີດ ແລະ ມືປັດຈຸບັນ/ທີ່ສ້າງຂຶ້ນມາ.
2 ກຳນົດເສັ້ນຫຼັກທັງສີ່ເສັ້ນ:
ອາດມີຮອຍຂາດໃນເສັ້ນເຫຼົ່ານີ້ ຫຼື ອາດຈະສັ້ນ, ແຕ່ຢ່າງໜ້ອຍກໍຈະມີສາມໃນສີ່ເສັ້ນທີ່ປາກົດຢູ່ໃນມືຂອງທ່ານ
- (1) ເສັ້ນຫົວໃຈ (Heart Line)
- (2) ເສັ້ນສະໝອງ (Head Line)
- (3) ເສັ້ນຊີວິດ (Life Line)
- (4) ເສັ້ນໂຊກຊະຕາ (Fate Line) (ມີສະເພາະບາງຄົນເທົ່ານັ້ນ)
ການອ່ານເສັ້ນຫົວໃຈ (Heart Line)
ເສັ້ນຫົວໃຈບົ່ງບອກເຖິງຄວາມໝັ້ນຄົງທາງອາລົມ ມຸມມອງເລື່ອງຄວາມຮັກ ພາວະຊຶມເສົ້າ ແລະ ສຸຂະພາບຫົວໃຈ ເສັ້ນນີ້ສາມາດອ່ານໄດ້ທັງສອງທິດທາງ (ຈາກນິ້ວກ້ອຍໄປຍັງນິ້ວຊີ້ ຫຼື ໃນທາງກົງກັນຂ້າມ) ຂຶ້ນຢູ່ກັບແນວທາງທີ່ຍຶດຖື ການຕີຄວາມພື້ນຖານມີດັ່ງນີ້:
- ເລີ່ມຕົ້ນໃຕ້ນິ້ວຊີ້ – ພໍໃຈກັບຊີວິດຮັກ
- ເລີ່ມຕົ້ນໃຕ້ນິ້ວກາງ – ເຫັນແກ່ຕົວໃນເລື່ອງຄວາມຮັກ

- ເລີ່ມຕົ້ນເຄິ່ງກາງ – ຕົກຫຼຸມຮັກໄດ້ງ່າຍ

- ເສັ້ນຕົງແລະສັ້ນ – ສົນໃຈເລື່ອງຄວາມຮັກໜ້ອຍລົງ

- ເສັ້ນສຳພັດກັບເສັ້ນຊີວິດ – ຫົວໃຈແຕກສະຫຼາຍໄດ້ງ່າຍ
-
ສຳຜັດກັບເສັ້ນຊີວິດ – ຫົວໃຈແຕກສະຫຼາຍໄດ້ງ່າຍ
- ຍາວແລະໂຄ້ງ – ສະແດງອອກທາງອາລົມແລະຄວາມຮູ້ສຶກໄດ້ຢ່າງອິດສະຫຼະ

- ເສັ້ນຕົງແລະຂະໜານກັບເສັ້ນສະໝອງ – ຄວບຄຸມອາລົມໄດ້ດີ

- ເສັ້ນເປັນຄື້ນ – ມີຄວາມສຳພັນແລະຄົນຮັກຫຼາຍຄົນ ຂາດຄວາມສຳພັນທີ່ຈິງຈັງ

- ມີວົງກົມເທິງເສັ້ນ – ຄວາມເສົ້າຫຼືພາວະຊຶມເສົ້າ
- ເສັ້ນຂາດ – ບາດແຜທາງອາລົມ

- ເສັ້ນນ້ອຍໆ ພາດຜ່ານເສັ້ນຫົວໃຈ – ບາດແຜທາງອາລົມ
ການຕີຄວາມໝາຍເສັ້ນສະໝອງ (Head Line)
ເສັ້ນສະໝອງສະແດງເຖິງຮູບແບບການຮຽນຮູ້ຂອງບຸກຄົນ ວິທີການສື່ສານ ຄວາມເປັນປັນຍາຊົນ ແລະຄວາມກະຫາຍໃຄ່ຮູ້ ເສັ້ນໂຄ້ງກ່ຽວຂ້ອງກັບຄວາມຄິດສ້າງສັນ ແລະ ຄວາມເປັນທຳມະຊາດ ໃນຂະນະທີ່ເສັ້ນຊື່ ເຊື່ອມໂຍງກັບຄວາມເປັນຈິງ ແລະ ວິທີການທີ່ມີໂຄງສ້າງ ການຕີຄວາມພື້ນຖານມີດັ່ງນີ້:
- ເສັ້ນສັ້ນ – ມັກຄວາມສຳເລັດທາງດ້ານຮ່າງກາຍຫຼາຍກວ່າທາງດ້ານສະຕິປັນຍາ
- ເສັ້ນໂຄ້ງ ລາດລົງ – ຄວາມຄິດສ້າງສັນ
-
ແຍກຈາກເສັ້ນຊີວິດ – ການຜະຈົນໄພ ຄວາມກະຕືລືລົ້ນໃນຊີວິດ
- ເສັ້ນເປັນຄື້ນ – ມີຊ່ວງຄວາມສົນໃຈສັ້ນ
- ເສັ້ນລຶກ ຍາວ – ຄວາມຄິດຊັດເຈນ ແລະ ມີສະມາທິ
- ເສັ້ນຊື່ – ຄິດຢ່າງສົມຈິງ
- ໂດນັດຫຼືກາກາບາດໃນເສັ້ນສະໝອງ – ວິກິດທາງອາລົມ
- ເສັ້ນສະໝອງຂາດ – ຄວາມບໍ່ສະໝໍ່າສະເໝີໃນຄວາມຄິດ
- ກາກບາດຫຼາຍອັນພາດຜ່ານເສັ້ນສະໝອງ – ການຕັດສິນໃຈທີ່ສຳຄັນຍິ່ງ
ການຕີຄວາມໝາຍເສັ້ນຊີວິດ (Life Line)
ເສັ້ນຊີວິດສະທ້ອນເຖິງສຸຂະພາບກາຍ, ຄວາມເປັນຢູ່ໂດຍທົ່ວໄປ ແລະ ການປ່ຽນແປງຄັ້ງສຳຄັນໃນຊີວິດ ຕົວຢ່າງເຊັ່ນ: ສາມາດສະທ້ອນເຫດການພິກຜັນ, ການບາດເຈັບທາງຮ່າງກາຍ ແລະ ການຍ້າຍຖິ່ນຖານ. ເສັ້ນນີ້ເລີ່ມຕົ້ນໃກ້ນິ້ວໂປ້ມື ແລະ ແລ່ນເປັນເສັ້ນໂຄ້ງໄປທາງຂໍ້ມື. ຄວາມຍາວຂອງເສັ້ນບໍ່ໄດ້ກ່ຽວຂ້ອງກັບຄວາມຍາວຂອງຊີວິດ. ການຕີຄວາມພື້ນຖານມີດັ່ງນີ້:
- ເສັ້ນແລ່ນໃກ້ນິ້ວໂປ້ມື – ມັກເມື່ອຍລ້າ
- ເສັ້ນໂຄ້ງ – ມີພະລັງງານຫຼາຍ
- ຍາວແລະເລິກ – ມີພະລັງຊີວິດ

- ສັ້ນແລະຕື້ນ – ຖືກຊັກຈູງໂດຍຜູ້ອື່ນ

- ໂຄ້ງຮອບເປັນຮູບເຄິ່ງວົງມົນ – ຄວາມແຂງແກ່ງແລະຄວາມກະຕືລືລົ້ນ

- ເສັ້ນຕົງແລະໃກ້ກັບຂອບຝ່າມື – ລະມັດລະວັງເມື່ອກ່ຽວກັບຄວາມສຳພັນ

- ເສັ້ນຊີວິດຫຼາຍເສັ້ນ – ມີພະລັງຊີວິດພິເສດ

- ວົງມົນໃນເສັ້ນ ສະແດງເຖິງ – ການເຂົ້າໂຮງໝໍຫຼືໄດ້ຮັບບາດເຈັບ

- ຮອຍຂາດ – ການປ່ຽນແປງຮູບແບບການໃຊ້ຊີວິດຢ່າງກະທັນຫັນ
ການອ່ານເສັ້ນໂຊກຊະຕາ (Fate Line)
ເສັ້ນໂຊກຊະຕາ ຫຼື ເອີ້ນອີກຢ່າງວ່າເສັ້ນແຫ່ງຊະຕາກຳ ເສັ້ນນີ້ບົ່ງບອກເຖິງລະດັບທີ່ຊີວິດຂອງບຸກຄົນໄດ້ຮັບຜົນກະທົບຈາກສະພາວະແວດລ້ອມພາຍນອກທີ່ເໜືອການຄວບຄຸມ. ເສັ້ນນີ້ເລີ່ມຕົ້ນທີ່ຖານຂອງຝ່າມື. ການຕີຄວາມພື້ນຖານມີດັ່ງນີ້:
- ເສັ້ນເລິກ – ຖືກຄວບຄຸມຢ່າງຫຼາຍໂດຍໂຊກຊະຕາ

- ຮອຍຂາດແລະການປ່ຽນທິດທາງ – ມີແນວໂນ້ມທີ່ຈະເກີດການປ່ຽນແປງຫຼາຍຫຼາຍໃນຊີວິດຈາກແຮງກະທົບພາຍນອກ
- ເລີ່ມຕົ້ນຕິດກັບເສັ້ນຊີວິດ – ເປັນຄົນທີ່ສ້າງຕົວເອງ; ພັດທະນາຄວາມໃຝ່ຝັນຕັ້ງແຕ່ເນິ່ນໆ

- ເຊື່ອມຕໍ່ກັບເສັ້ນຊີວິດປະມານຕົງກາງ – ສະແດງເຖິງຈຸດທີ່ບຸກຄົນຕ້ອງຍອມສະລະຜົນປະໂຫຍດຂອງຕົນເອງໃຫ້ກັບຜູ້ອື່ນ

- ເລີ່ມຕົ້ນທີ່ຖານນິ້ວໂປ້ມືແລະຕັດຜ່ານເສັ້ນຊີວິດ – ມີການສະໜັບສະໜູນຈາກຄອບຄົວແລະໝູ່ເພື່ອນ

ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














