
ຈີນຄົ້ນພົບແຫຼ່ງສຳຮອງແຮ່ທໍເຣຍມປະມານ 1 ລ້ານໂຕນທີ່ບໍ່ແຮ່ປາຍັນໂອບໍໃນເຂດມົງໂກເລຍໃນ ເຊິ່ງຫຼາຍພໍທີ່ຈະຜະລິດພະລັງງານໃຫ້ປະເທດນີ້ໄປໄດ້ອີກ 60,000 ປີ
ທໍເຣຍມເປັນແຮ່ທີ່ມີສັກກະຍະພາບພະລັງງານສູງກວ່າຢູເຣນຽມ ແລະ ມີຄວາມອຸດົມສົມບູນຫຼາຍກວ່າຢູເຣນຽມເຖິງ 500 ເທົ່າ ແລະ ສາມາດຜະລິດພະລັງງານໄດ້ຫຼາຍກວ່າເຖິງ 200 ເທົ່າ
ເຕົາປະຕິກອນລາວາເກືອຄືເຕັກໂນໂລຢີທີ່ຈີນກຳລັງໃຊ້ພັດທະນາເຕົາປະຕິກອນທໍເຣຍມຫຼອມເຫຼວ (TMSR) ແຫ່ງແລກຂອງໂລກທີ່ທະເລຊາຍໂກບີ ຄາດວ່າຈະເປີດໃຊ້ງານໃນປີ 2029
ເຕົາປະຕິກອນທໍເຣຍມມີປະສິດທິພາບສູງກວ່າເຕົາຢູເຣນຽມແບບເດີມ ຫຼຸດຄວາມສ່ຽງເກີດອຸບັດຕິເຫດນິວເຄລຍ ແລະ ກາກກຳມັນຕະລັງສີ ເປັນພະລັງງານທີ່ສະອາດກວ່າຢູເຣນຽມ ແລະ ກໍ່ໃຫ້ເກີດຂີ້ເຫຍື້ອນິວເຄລຍນ້ອຍກວ່າ
ການຄົ້ນພົບຄັ້ງນີ້ອາດປະຕິວັດການຜະລິດພະລັງງານໂລກດ້ວຍການຫຼຸດການເພິ່ງພາເຊື້ອເພີງຟອສຊິລ ແລະ ກຸຍທາງໃຫ້ການຜະລິດພະລັງງານທີ່ມີຄວາມຍືນຍົງ ແລະ ໄລຍະຍາວ
ການສຳຫຼວດ ແລະ ສຶກສາພະລັງງານຈາກທໍເຣຍມຂອງຈີນເປັນສ່ວນໜຶ່ງຂອງເປົ້າໝາຍທີ່ຍິ່ງໃຫຍ່ກວ່າ ຢ່າງການສ້າງຍືນຍົງ ແລະ ຄວາມໝັ້ນຄົງທາງພະລັງງານໃຫ້ປະເທດນີ້
ຢ່າງໃດກໍຕາມ, ເຖິງແມ່ນວ່າທໍເຣຍມຈະມີສັກກະຍະພາບສູງ ແຕ່ນັກວິໄຈເຕືອນວ່າ ຕົ້ນທຶນການສະກັດ ແລະ ພັດທະນາເຊີງພານິດຍັງເປັນຄວາມທ້າທາຍ ຢ່າງໃດກໍຕາມ ຈີນຍັງຄົງດຳເນີນໜ້າຂະຫຍາຍໂຄງການພະລັງງານນິວເຄລຍ ໂດຍມີແຜນສ້າງໂຮງໄຟຟ້າອີກ 24 ແຫ່ງພາຍໃນປີ 2030
ສະແດງຄຳຄິດເຫັນ
ອັດຕາແລກປ່ຽນ
ສະກຸນເງິນ | ຊື້ | ຂາຍ |
|---|---|---|
USD | 21,534 | 21,811 |
THB | 664.23 | 675.52 |
EUR | 23,965 | 24,445 |
CNY | 2,943 | 3,002 |
ລາຄານ້ຳມັນ
ຊະນິດນ້ຳມັນ | ລາຄາ |
|---|---|
![]() | 28,710 |
![]() | 23,660 |
![]() | 19,620 |
ລາຄາຄຳ
ປະເພດ | ລາຄາຊື້ | ລາຄາຂາຍ |
|---|---|---|
![]() | 42,510,000 | 43,040,000 |
![]() | 42,027,000 | 43,149,000 |














