site cover (23)
ເປີດຕົວເຕັກໂນໂລຢີ AI ຕົວໃໝ່ທີ່ມີຊື່ວ່າ "Manus" ສາມາດເຮັດວຽກແທນມະນຸດໄດ້ແທ້
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 13 March, 2025
ໝວດ: ຂ່າວ

ເມື່ອວັນທີ 6 ມີນາ 2025 ບໍລິສັດສະຕາດອັບສັນຊາດຈີນ Monica ເປີດຕົວເຕັກໂນໂລຢີ AI ຕົວໃໝ່ທີ່ມີຊື່ວ່າ “Manus”

ຊຶ່ງສ້າງກະແສໄປທົ່ວໂລກໃນຊົ່ວຂ້າມຄືນ AI ຕົວນີ້ຖືກຂະໜານນາມວ່າເປັນ “AI Agent ອະເນກປະສົງຕົວແລກຂອງໂລກ” ທີ່ສາມາດເຮັດວຽກໄດ້ເອງໂດຍອັດຕະໂນມັດ ບໍ່ແມ່ນແຄ່ຊ່ວຍໃຫ້ຄຳແນະນຳ ຫຼື ລົມກັນເໝືອນແຊັດບອດທົ່ວໄປ

 

ຄວາມນິຍົມຂອງ Manus ພຸ່ງສູງຂຶ້ນຢ່າງວ່ອງໄວ ຈົນລະຫັດເຊີນເຂົ້າທົດລອງໃຊ້ (invite code) ກາຍເປັນຂອງຫາຍາກຈົນມີການນຳໄປຂາຍໃນຕະຫຼາດມືສອງໃນລາຄາສູງເຖິງ 50,000 ຢວນ (ປະມານ 150,000,000  ກີບ) ຂະນະທີ່ຊາວເນັດຈີນຈຳນວນຫຼາຍຕ່າງພາກັນ “ຂໍລະຫັດ” ກັນທົ່ວໂລກອິນເຕີເນັດ

 

[email protected] +856 21 417 234 ບໍລິສັດ ດາຕາຄອມ ຈຳກັດ Delivering complete technology solutions

Manus ເປັນຈຸດປ່ຽນສຳຄັນທີ່ຈະເຮັດໃຫ້ AI ກ້າວຂ້າມຈາກ “ເຄື່ອງມື” ໄປສູ່ “ຜູ້ຊ່ວຍທີ່ສາມາດລົງມືເຮັດວຽກແທນມະນຸດໄດ້ແທ້”

 

Manus ຄືຫຍັງ? ເປັນຫຍັງຈຶ່ງຖືກເວົ້າເຖິງໄປທົ່ວໂລກ?

 

AI ສ່ວນໃຫຍ່ທີ່ພວກເຮົາຮູ້ຈັກ ເຊັ່ນ: ChatGPT, Claude, Gemini ມັກເຮັດວຽກໃນຮູບແບບຂອງ “ແຊັດບອດ” ທີ່ສາມາດໃຫ້ຄຳຕອບ ຫຼືຊ່ວຍໃຫ້ຄຳແນະນຳແກ່ຜູ້ໃຊ້. ແຕ່ Manus ກ້າວໄປໄກກວ່ານັ້ນ ເພາະຄວາມສາມາດຄິດ, ວິເຄາະ, ວາງແຜນ ແລະ ລົງມືເຮັດວຽກໄດ້ເອງໂດຍອັດຕະໂນມັດ

Manus ai ผู้ช่วยมนุษย์ที่ไปไกลกว่าแชตบอตค่ายอเมริกัน เช่น ChatGPT และของค่ายจีน อย่าง DeepSeek (แฟ้มภาพจาก เอเอฟพี)

Manus AI ຜູ້ຊ່ວຍມະນຸດທີ່ໄປໄກກວ່າແຊັດບອດ ຄ່າຍອາເມຣິກັນ ເຊັ່ນ: ChatGPT ແລະ ຂອງຄ່າຍຈີນ ຢ່າງ DeepSeek (ແຟ້ມຮູບພາບຈາກ AFP)

 

ຈຸດເດັ່ນສຳຄັນທີ່ເຮັດໃຫ້ Manus ແຕກຕ່າງຈາກ AI ອື່ນໆ ມີຢູ່ 3 ຂໍ້ຫຼັກ ໄດ້ແກ່:

 

  1. ຈາກ “ແຄ່ທີ່ປຶກສາ” ສູ່ “ຜູ້ລົງມືເຮັດຈິງ”

Manus ສາມາດເຮັດທຸກຢ່າງໃຫ້ສຳເລັດສົມບູນໂດຍອັດຕະໂນມັດ ເຊັ່ນ: ກໍລະນີຝ່າຍບໍລິຫານຊັບພະຍາກອນມະນຸດ ຕ້ອງການຄັດເລືອກຜູ້ສະໝັກວຽກຈຳນວນຫຼາຍ ເຈົ້າໜ້າທີ່ກໍພຽງແຕ່ອັບໂຫຼດໄຟລ໌ເຣຊູເມ່ທີ່ບີບອັດໄວ້ເຂົ້າໄປ ແລະ Manus ຈະເຮັດການແຕກໄຟລ໌ ວິເຄາະຂໍ້ມູນ ຈັດອັນດັບຜູ້ສະໝັກລົງໃນໄຟລ໌ Excel ແລະ ຍັງສາມາດຈົດຈຳຄວາມຕ້ອງການຂອງຜູ້ໃຊ້ ເພື່ອໃຊ້ໃນການຈັດອັນດັບຄັ້ງຕໍ່ໄປໂດຍອັດຕະໂນມັດ

 

      2. “ສະໝອງເທິງຄລາວດ໌” + “ມືດິຈິຕອນ” ທີ່ເຮັດວຽກໄດ້ເອງ

ກໍລະນີທີ່ຜູ້ໃຊ້ຕ້ອງການວິເຄາະແນວໂນ້ມຕະຫຼາດຮຸ້ນ Manus ສາມາດດຶງຂໍ້ມູນຈາກ API ການເງິນ ຂຽນໂຄ້ດ Python ເພື່ອວິເຄາະ ສ້າງກຣາຟຂໍ້ມູນ ແລະ ເປີດເວັບໄຊທ໌ເພື່ອແຊຣ໌ຜົນລັບ ໂດຍທີ່ຜູ້ໃຊ້ບໍ່ຕ້ອງເຮັດຫຍັງເລີຍ ແຄ່ລໍຖ້າຮັບຜົນລັບ

 

ในการทดสอบ GAIA ซึ่งเป็นมาตรฐานที่ใช้วัดความสามารถของ AI ในการแก้ปัญหาจริง Manus ทำคะแนนแซงหน้า GPT-4 Turbo

ໃນການທົດສອບ GAIA ຊຶ່ງເປັນມາດຕະຖານທີ່ໃຊ້ວັດຄວາມສາມາດຂອງ AI ໃນການແກ້ໄຂບັນຫາຈິງ Manus ເຮັດຄະແນນແຊງໜ້າ GPT-4 Turbo

 

    3. “ເໜືອກວ່າ GPT-4 Turbo” ດ້ວຍລະບົບ Multi-Agent

ໃນການທົດສອບ GAIA ຊຶ່ງເປັນມາດຕະຖານທີ່ໃຊ້ວັດຄວາມສາມາດຂອງ AI ໃນການແກ້ໄຂບັນຫາຈິງ Manus ເຮັດຄະແນນແຊງໜ້າ GPT-4 Turbo ດ້ວຍໂຄງສ້າງ “Multi-Agent” ທີ່ແບ່ງ AI ອອກເປັນຫຼາຍສ່ວນເພື່ອເຮັດວຽກຮ່ວມກັນ ໄດ້ແກ່ ຕົວວາງແຜນ (Planner) ຕົວລົງມືເຮັດ (Executor) ແລະ ຕົວກວດສອບຄວາມຖືກຕ້ອງ (Verifier) ຊຶ່ງຊ່ວຍໃຫ້ Manus ສາມາດເຮັດວຽກໄດ້ຢ່າງແມ່ນຢຳ ແລະ ມີປະສິດທິພາບສູງກວ່າຄູ່ແຂ່ງ

 

Manus ຖືກພັດທະນາໂດຍສ້າງຂຶ້ນໂດຍ ທ່ານ ຊຽວ ຫົງ “(肖弘)” ນັກພັດທະນາເອໄອ ຊາວຈີນໄວ 30 ກວ່າປີ ທີ່ເລີ່ມຕົ້ນສ້າງທຸລະກິດຕັ້ງແຕ່ຍັງເປັນນັກສຶກສາ

 

Manus AI Agent อเนกประสงค์ตัวแรกของโลก ที่สามารถทำงานได้เองโดยอัตโนมัติ ไม่ใช่แค่ช่วยให้คำแนะนำหรือพูดคุยเหมือนแชตบอตทั่วไป

Manus AI Agent ອະເນກປະສົງຕົວແລກຂອງໂລກ ທີ່ສາມາດເຮັດວຽກໄດ້ເອງໂດຍອັດຕະໂນມັດ ບໍ່ແມ່ນແຄ່ຊ່ວຍໃຫ້ຄຳແນະນຳຫຼືລົມກັນເໝືອນແຊັດບອດທົ່ວໄປ

ທ່ານ ຊຽວ ຫົງ ເລີ່ມຕົ້ນເສັ້ນທາງທຸລະກິດໃນປີ 2013 ໂດຍພັດທະນາ “WeChat Drift Bottle”

 

ຊຶ່ງເປັນຟີເຈີເທິງແອັບ WeChat ທີ່ໃຫ້ຜູ້ໃຊ້ສາມາດສົ່ງຂໍ້ຄວາມແບບສຸ່ມຫາກັນ ແລະ ມີຜູ້ໃຊ້ຫຼາຍກວ່າໝື່ນຄົນພາຍໃນວັນດຽວ ຈາກນັ້ນໃນປີ 2015 ລາວກໍ່ຕັ້ງບໍລິສັດ Nightingale Tech ແລະ ສ້າງ “Weiban Assistant” ຊຶ່ງເປັນເຄື່ອງມືຊ່ວຍຈັດການທຸລະກິດເທິງ WeChat ທີ່ມີລູກຄ້າອົງກອນກວ່າ 2 ລ້ານລາຍ

 

ຕໍ່ມາໃນປີ 2022 ລາວເປີດຕົວ “Monica” ຊຶ່ງເປັນປລັກອິນ ເອໄອ ທີ່ຊ່ວຍໃຫ້ຜູ້ໃຊ້ສາມາດໃຊ້ງານ ເອໄອ ຢ່າງ ChatGPT, Claude, ແລະ DeepSeek ໄດ້ຢ່າງມີປະສິດທິພາບ ຈົນກາຍເປັນໜຶ່ງໃນປລັກອິນ ເອໄອ ທີ່ໄດ້ຮັບຄວາມນິຍົມສູງສຸດ ແລະ ລ່າສຸດໃນປີ 2025 ລາວໄດ້ເປີດຕົວ Manus ທີ່ກຳລັງຈະປ່ຽນແປງໂລກຂອງເອໄອ ໄປຢ່າງສິ້ນເຊີງ

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 1 August, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,441
21,717
thailand (1)
THB
658.49
668.63
european-union
EUR
23,673
24,147
china
CNY
2,911
2,969
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover - 2025-08-01T155504.108
"ທຣໍາ" ປະກາດເກັບພາສີນຳເຂົ້າສິນຄ້າລາວ 40% ເລີ່ມມີຜົນ 1 ສິງຫາ 2025 ນີ້
_cover - 2025-08-01T115812.240
ຂ່າວລື ! iPhone 17 Pro ມາພ້ອມກັບໜ້າຈໍປ້ອງກັນແສງສະທ້ອນ ແລະ ກ້ອງຊູມ 8x ຄັ້ງທຳອິດຂອງ Apple
pele - 2025-08-01T113820.089
ກອງພັນໃຫຍ່ 703 ເຝິກແອບມອດໄຟໄໝ້ລາມປ່າ ແລະ ຍົກ-ຢ່ອນກອບກູ້ຜູ້ປະສົບໄພ ດ້ວຍເຮືອບິນຂຶ້ນຊື່ MI-17 ປະຈໍາປີ 2025
_cover - 2025-08-01T111442.512
ທ່ານ​ ທອງລຸນ ສີ​ສຸ​ລິດ ປະທານ​ປະ​ເທດ​ລາວຢ້ຽມຢາມຣັດເຊຍຢ່າງເປັນທາງການ ແຕ່ວັນທີ 30 ກໍລະກົດ-1 ສິງຫາ 2025 ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ
pele - 2025-08-01T102941.120
ອົບຮົມດົນຕີພື້ນເມືອງລາວ ໃຫ້ເດັກອາສາສະໝັກ ຂອງສູນວັດທະນະທໍາເດັກ ແຂວງເຊກອງ
_cover - 2025-08-01T100247.382
ພົບເຫັນໂບມໃຫຍ່ 1,000 ປອນ ລະເບີດຕົກຄ້າງປາງສົງຄາມ ຢູ່ ບ້ານນ້ຳພາວ ເມືອງຄຳເກີດ ແຂວງບໍລິຄຳໄຊ
pele - 2025-08-01T095435.032
ພິມຄຳເຕືອນສຸຂະພາບຮູບແບບໃໝ່ໃສ່ຊອງ ແລະ ຕຸດຢາສູບ
_cover - 2025-08-01T093115.966
ແຈ້ງການມອດໄຟ ວັນທີ 01,02,03 ສິງຫາ 2025 ບາງເຂດໃນນະຄອນຫຼວງ
_cover - 2025-08-01T085749.133
ທຣຳປະກາດເກັບພາສີ 25% ສິນຄ້ານຳເຂົ້າຈາກອິນເດຍ ເລີ່ມ 1 ສິງຫາ ພ້ອມລົງໂທດເສີມ ເພາະຄ້າພະລັງງານແລະອາວຸດຈາກຣັດເຊຍ
pele - 2025-07-31T161421.096
ງານສັບປະດາແຟຊັ່ນລາວ 2025 "ຄືນແຫ່ງແຟຊັ່ນ ແລະ ວັດທະນະທຳ"
ຢ່າລື່ມກົດຕິດຕາມ