site cover (26)
ກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ພ້ອມຄະນະ ຮ່ວມປະຊຸມທະວິພາຄີ ໄທ - ສປປ.ລາວ ເພີ່ມປະສິດທິພາບ ຄຸ້ມຄອງ-ຊ່ວຍເຫຼືອຜູ້ເສຍຫາຍຈາກການຄ້າມະນຸດ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 14 March, 2025
ໝວດ: ຂ່າວ

ກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ພ້ອມຄະນະ ຮ່ວມປະຊຸມທະວິພາຄີ ໄທ – ສປປ.ລາວ ມຸ່ງເພີ່ມປະສິດທິພາບ ຄຸ້ມຄອງ-ຊ່ວຍເຫຼືອຜູ້ເສຍຫາຍຈາກການຄ້າມະນຸດ

 

ເມື່ອວັນທີ 12 ມີນາ 2025 ທ່ານນາງ ຈະຕຸພອນ ໂຣດຈະນະພານິດ ຮອງປະລັດກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ຫົວໜ້າຄະນະຜູ້ແທນຝ່າຍໄທ ພ້ອມຄະນະເຈົ້າໜ້າທີ່ກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ;

Digital Marketing Agency in Laos - Emerging Digital Solutions

 

ສຳນັກງານຕຳຫຼວດແຫ່ງຊາດ, ກະຊວງແຮງງານ, ກົມຄຸ້ມຄອງສິດ ແລະ ເສລີພາບ, ກົມການປົກຄອງ, ສຳນັກງານໄອຍະການສູງສຸດ ແລະ ສະຖານເອກອັກຄະລາດຊະທູດ ນະຄອນຫຼວງວຽງຈັນ. ເຂົ້າຮ່ວມການປະຊຸມຫາລືການບໍລິຫານຈັດການກ່ຽວກັບການຄຸ້ມຄອງ ແລະ ຊ່ວຍເຫຼືອຜູ້ເສຍຫາຍຈາກການຄ້າມະນຸດ ຄັ້ງທີ 4 (Case Management Meeting : CMM 04) ລະຫວ່າງລາຊະອານາຈັກໄທ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ.ລາວ)

 

ໂດຍມີ ພົນຈັດຕະວາ ກອງສະຫວັດ ບຸນລ້ຽງ ຫົວໜ້າກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ຫົວໜ້າຄະນະຜູ້ແທນຝ່າຍ ສປປ.ລາວ ເຂົ້າຮ່ວມ ທີ່ໂຮງແຮມລາວພລາຊ່າ ນະຄອນຫຼວງວຽງຈັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

 

 

ທ່ານນາງຈະຕຸພອນ ກ່າວວ່າ ການປະຊຸມຫາລືຄັ້ງນີ້ ທັງສອງປະເທດໄດ້ນຳສະເໜີເຖິງຄວາມກ້າວໜ້າໃນການດຳເນີນງານຕາມແຜນປະຕິບັດການຕາມບົດບັນທຶກຄວາມເຂົ້າໃຈລະຫວ່າງລັດຖະບານແຫ່ງລາຊະອານາຈັກໄທ ແລະ ລັດຖະບານແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວ່າດ້ວຍຄວາມຮ່ວມມືເພື່ອຕໍ່ຕ້ານການຄ້າມະນຸດ ພ.ສ. 2023 – 2025 (ໄລຍະທີ 2);

 

ແລະ ຫາລືເຖິງສະຖານະການການຄ້າມະນຸດໃນປັດຈຸບັນ ລວມເຖິງສະພາບບັນຫາ ແລະ ຂໍ້ທ້າທາຍຕ່າງໆ. ນອກຈາກນີ້, ມີການຕົກລົງແນວທາງການພັດທະນາແຜນປະຕິບັດການຯ ໄລຍະທີ 3 ຮ່ວມກັນ ໂດຍຝ່າຍໄທຈະຍົກຮ່າງແຜນປະຕິບັດການຯ ຊຶ່ງຈະຊ່ວຍໃຫ້ການເຮັດວຽກໃນການຕໍ່ຕ້ານການຄ້າມະນຸດຂອງທັງສອງປະເທດເກີດປະສິດທິພາບຫຼາຍຂຶ້ນ ໃນດ້ານການຄຸ້ມຄອງຊ່ວຍເຫຼືອຜູ້ເສຍຫາຍ, ການປ້ອງກັນ, ການດຳເນີນຄະດີ, ຕະຫຼອດຈົນການສົ່ງກັບຄືນ ແລະ ການກັບສູ່ສັງຄົມ.

 

ທັງນີ້, ທີ່ປະຊຸມເຫັນດີ Action points ແລະ ຫົວໜ້າຄະນະທັງສອງຝ່າຍໄດ້ລົງນາມໃນບັນທຶກການປະຊຸມຮ່ວມກັນສຳລັບການປະຊຸມ CMM 04

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Thursday, 16 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,529
21,806
thailand (1)
THB
661.10
673
european-union
EUR
24,196
24,681
china
CNY
2,935
2,993
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Wednesday, 8 October, 2025
ຊະນິດນ້ຳມັນ
ລາຄາ
28,650
23,990
19,320
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 8 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
42,720,000
43,250,000
42,370,000
43,359,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-16T155752.261
ຊົມເຊີຍ ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ.
pele - 2025-10-16T145013.841
ເບຍລາວ ມອບທຶນ 7 ຕື້ກີບເພື່ອສົ່ງເສີມງານມະຫາກໍາກິລາແຫ່ງຊາດວຽງຈັນເກມ ຄັ້ງທີ XII
jane - 2025-10-16T145120.719
ຮອງລັດຖະມົນຕີກະຊວງ ຮສສ ຊຸກຍູ້ ວຽກງານ ກວດກູ້ລະເບີດ ຢູ່ແຂວງອັດຕະປື
pele - 2025-10-16T134448.625
ແຈ້ງການມອດໄຟ ວັນທີ 19/10/2025
jane - 2025-10-16T133534.423
ຍທຂ ນະຄອນຫຼວງວຽງຈັນ ເລັ່ງສ້ອມແປງຫຼາຍເສັ້ນທາງທີ່ເປ່ເພ ເພື່ອຄວາມສະດວກໃນການສັນຈອນຂອງປະຊາຊົນ ໂດຍແບ່ງອອກເປັນ 4 ສັນຍາຫຼັກ ຄື:
jane - 2025-10-16T115709.398
ທ່ານ ສອນໄຊ ສີພັນດອນ ຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກຸນ ນາຍຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ດ້ວຍບັນຍາກາດທີ່ອົບອຸ່ນ.
pele - 2025-10-16T113215.445
ຫ້ອງການໄຟຟ້າເມືອງສີໂຄດຕະບອງ ສາຂານະຄອນຫຼວງ1 ສຳເລັດຍົກກຳລັງໝໍ້ແປງໄຟຟ້າ 4 ປ້ອມ ເມືອງ ສີໂຄດຕະບອງ.
jane - 2025-10-16T112654.635
ກາເຟ ແລະ ຊາ ຄືໝາກຜົນທາງດ້ານກະສິກຳ ທີ່ເປັນຂີດໝາຍການພັດທະນາລາຍໄດ້ແບບຍືນຍົງ
jane - 2025-10-16T102127.022
ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ເດີນທາງເຖິງນະຄອນຫລວງວຽງຈັນ
jane - 2025-10-16T094850.359
ເຫດການເກີດແຜ່ນດິນໄຫວຄັັ້ງວັນທີ 15 ຕຸລາ ຫາ ວັນທີ 16 ຕຸລາ 2025
ຢ່າລື່ມກົດຕິດຕາມ