site cover (31)
ກອງປະຊຸມສະໄໜວິສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 March, 2025
ໝວດ: ຂ່າວ

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 17 ມີນາ 2025.

 

ພາຍໃຕ້ການເປັນປະທານ ຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໂດຍມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ບັນດາການນຳ ພັກ-ລັດ, ອະດີດການນຳ ພັກ-ລັດ, ພ້ອມດ້ວຍ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ເຂົ້າຮ່ວມ ເຊິ່ງກອງປະຊຸມດັ່ງກ່າວ, ຈະໄດ້ດຳເນີນໄປຈົນຮອດວັນທີ 20 ກໍລະກົດ 2025 ຢູ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ, ນະຄອນຫລວງວຽງຈັນ.

 

 

ໃນນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ຂຶ້ນກ່າວສູນທອນພົດ ເປີດກອງປະຊຸມ ຢ່າງເປັນທາງການ ໂດຍມີເນື້ອບາງຕອນໃຫ້ຮູ້ວ່າ: ປີ 2025 ເປັນປີມ້ວນທ້າຍຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງສະພາແຫ່ງຊາດ ຈະໄດ້ເອົາໃຈໃສ່ເພີ່ມທະວີ ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ, ກົດໝາຍ ດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ປາກົດຜົນສໍາເລັດຢ່າງຈົບງາມ.

 

ເຖິງວ່າໃນທ່າມກາງສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ພວມມີການຜັນແປໄປຢ່າງສັບສົນ, ວ່ອງໄວ, ສະຫລັບຊັບຊ້ອນ, ຄາດຄະເນໄດ້ຍາກ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ ບັນດາປະເທດໃນໂລກ ລວມທັງ ສປປ ລາວ, ບວກກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ທີ່ແກ່ຍາວມາຫລາຍປີ, ສົ່ງຜົນກະທົບໂດຍກົງຕໍ່ການພັດທະນາເສດຖະກິດ-ສັງຄົມ, ການດຳລົງຊີວິດຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າໃນຂອບເຂດທົ່ວປະເທດ;

ເງື່ອນໄຂດັ່ງກ່າວ ດ້ວຍຄວາມພະຍາຍາມ, ເອົາໃຈໃສ່ນຳພາ-ຊີ້ນຳ ຂອງຄະນະບໍລິຫານງານສູນກາງພັກ, ການເຮັດວຽກຮ່ວມກັນຢ່າງໃກ້ຊິດໃນການແກ້ໄຂບັນຫາທີ່ເຄັ່ງຮ້ອນຕ່າງໆ ລະຫວ່າງ ສະພາ
ແຫ່ງຊາດ, ລັດຖະບານ ແລະ ດ້ວຍຄວາມສູ້ຊົນບຸກບືນຂອງທົ່ວລະບົບການເມືອງ ໂດຍສະເພາະແມ່ນສະພາປະຊາຊົນຂັ້ນແຂວງ ແລະ ອົງການປົກຄອງທຸກຂັ້ນ;

 

ບວກໃສ່ຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນບັນດາເຜົ່າ ແລະ ການສູ້ຊົນຂອງທຸກພາກທຸລະກິດ ໄດ້ເຮັດໃຫ້ບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຈິງຈັງກວ່າເກົ່າ ເຊິ່ງໄດ້ຮັບຜົນສຳເລັດຫລາຍດ້ານ, ເຮັດໃຫ້ເສດຖະກິດຂອງປະເທດສືບຕໍ່ ມີການຂະຫຍາຍຕົວໃນທາງບວກ, ບັນດາຄາດໝາຍທາງດ້ານເສດຖະກິດ-ສັງຄົມ ສາມາດບັນລຸໄດ້ຕາມແຜນເປັນສ່ວນໃຫຍ່ ແລະ ຄາດໝາຍ.

 

ຈຳນວນໜຶ່ງ ສາມາດປະຕິບັດໄດ້ລື່ນແຜນ ເຊິ່ງເປັນການປະກອບສ່ວນທີ່ສຳຄັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ເປັນລະບຽບ ຮຽບຮ້ອຍໂດຍພື້ນຖານ, ເສດຖະກິດຍັງສືບຕໍ່ມີທ່າອ່ຽງຂະຫຍາຍຕົວຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກສູງດີຂຶ້ນເປັນກ້າວໆ, ບົດບາດຂອງປະເທດເຮົາໄດ້ຮັບການຍົກສູງພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.

ການດຳເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຄັ້ງນີ້,

 

ດ້ານໜຶ່ງກໍເປັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທໍາມະນູນ ແລະ ກົດໝາຍວ່າດ້ວຍສະພາແຫ່ງຊາດ,

 

ອີກດ້ານໜຶ່ງ ກໍເປັນຄວາມພະຍາຍາມ ແລະ ຄວາມເອົາໃຈໃສ່ຂອງ ສະພາແຫ່ງຊາດ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍປ່ຽນແປງໃໝ່ ຂອງພັກໃຫ້ເປັນອັນລະອຽດເຂົ້າໃສ່ເນື້ອໃນຂອງ ລັດຖະທຳມະນູນ, ກົດໝາຍ ເພື່ອສືບຕໍ່ສ້າງລັດທີ່ປົກຄອງດ້ວຍກົດໝາຍສູ່ບາດກ້າວໃໝ່ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມດ້ວຍກົດໝາຍ ມີປະສິດທິພາບ ປະສິທິຜົນສູງຂຶ້ນເລື້ອຍໆ.

 

ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນຫາສໍາຄັນພື້ນຖານຂອງປະເທດຊາດ ຄື:

 

– ພິຈາລະນາ ແລະ ຮັບຮອງເອົາ ລັດຖະທຳມະນູນ ສະບັບປັບປຸງ ປີ 2025;
– ພິຈາລະນາ ແລະ ຮັບຮອງເອົາການປັບປຸງກົດໝາຍ ຈຳນວນ 2 ສະບັບ ຄື: ກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ;
– ຄົ້ນຄວ້ານະໂຍບາຍ ໃຫ້ແກ່ຜູ້ລົງທຶນ ໃນນິຄົມອຸດສາຫະກຳຈຳນວນໜຶ່ງ;
– ພິຈາລະນາຄຳສະເໜີຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການປັບປຸງກົງຈັກຂອງລັດຖະບານ.

 

ນອກຈາກນີ້, ຍັງຈະໄດ້ພິຈາລະນາຮັບຮອງຫລາຍບັນຫາ ທີ່ສຳຄັນ, ຈຳເປັນ ແລະ ຮີບດ່ວນຂອງປະເທດຊາດ.

 

ສະນັ້ນ, ເພື່ອເຮັດໃຫ້ການພິຈາລະນາຮັບຮອງ ເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ທີ່ມີຄວາມສຳຄັນຄືດັ່ງກ່າວ, ໃຫ້ມີຄຸນນະພາບ, ມີປະສິດທິຜົນ ແລະ ບັນລຸຜົນຕາມແຜນການທີ່ວາງໄວ້, ທ່ານ ໄຊສົມພອນ ພົມວິຫານ ຮຽກຮ້ອງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງມີຄວາມສາມັກຄີເປັນປຶກແຜນ, ປະສານສົມທົບໃຫ້ການຮ່ວມມື, ສະໜັບສະໜູນ ແລະ ສະໜອງຂໍ້ມູນຕໍ່ບັນດາເນື້ອໃນທີ່ຈະນຳເຂົ້າພິຈາລະນາ ແລະຮັບຮອງໃນກອງປະຊຸມຄັ້ງນີ້;

 

ຂໍຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນຳໃຊ້ສິດປະຊາທິປະໄຕ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ, ປະກອບຄຳເຫັນ ຕໍ່ທຸກບັນຫາຕ່າງໆຢ່າງຖີ່ຖ້ວນ, ສ້າງສັນ, ຮັດກຸມ, ພາວະວິໄສ, ມີເຫດມີຜົນ, ແທດຕົວຈິງ.

 

ບົນພື້ນຖານແນວທາງປ່ຽນແປງໃໝ່ ຮອບດ້ານຢ່າງມີຫລັກການຂອງພັກ, ຕາມລັດຖະທຳມະນູນ, ກົດໝາຍຂອງລັດ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາໃນປັດຈຸບັນ ພ້ອມທັງຊອກຫາວິທີການ, ມາດຕະການທີ່ສອດຄ່ອງ ເພື່ອແກ້ໄຂບັນດາບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມພວກເຮົາໃນປັດຈຸບັນ. ພ້ອມກັນນັ້ນ, ກໍ່ສ້າງຄວາມເປັນເອກະພາບສູງຕໍ່ເນື້ອໃນທີ່ນໍາມາພິຈາລະນາໃນກອງປະຊຸມຄັ້ງນີ້ ເພື່ອສາມາດຮັບຮອງ ແລະ ນຳໄປຈັດຕັ້ງປະຕິບັດຢ່າງມີຜົນສັກສິດ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Wednesday, 18 June, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,426
21,702
thailand (1)
THB
657.08
669.56
european-union
EUR
23,629
24,102
china
CNY
2,904
2,962
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
_cover (69)
ແຈ້ງການການປິດນ້ຳປະປາຊົ່ວຄາວ ໃນວັນທີ 19 ມິຖຸນາ 2025 ບາງເຂດ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ
_cover (68)
ຄື້ນຄວາມຮ້ອນຖະຫຼົ່ມສະເປນ ຮ້ອນຈົນນອນບໍ່ໄດ້! ລັດຖະບານເລັ່ງເຕືອນໄພທົ່ວປະເທດ
pele (58)
ຊາວແຂວງອຸດົມໄຊ ຈະໄດ້ຮັບການຜ່າຕັດແກ່ນຕາຂຸ້ນ ຟຣີ
_cover (67)
ປະຊາຊົນກຳປູເຈຍລວມຕົວເດີນຂະບວນ ສະແດງຈຸດຍືນສະໜັບສະໜູນລັດຖະບານ ກໍລະນີເກີດຄວາມຂັດແຍ້ງກັບໄທ
site cover1 (25)
EVO ສະໜັບສະໜູນ ເຄື່ອງກິລາໃຫ້ກໍາມະການຕັດສິນໃນລາຍການແຂ່ງຂັນຂອງ ສຕລ ນັບຕັ້ງແຕ່ປີ 2025-2028
_cover (66)
ສະຫະລັດອາເມລິກາ ຂົນເຮືອບິນເຕີມເຊື້ອເພີງ ແລະ ເຮືອບັນທຸກເຮືອບິນ ຮັບມືບັນຫາອິສຣາເອລ - ອີຣ່ານ !
pele (56)
ນະຄອນຫຼວງພະບາງຈະເອົາ ການພັດທະນາອັດສະລິຍະເປັນເປົ້າໝາຍຍຸດທະສາດໄລຍະຍາວ
site cover1 (24)
Google ເປີດຕົວ Gemini 2.5 Flash-Lite ພ້ອມປັບລາຄາໂມເດວໃນຊີຣີ່ສ໌ໃໝ່
_cover (65)
ນັກວິໄຈກັງວົນວ່າ ພວກເຮົາອາດເປັນຄົນລຸ້ນສຸດທ້າຍທີ່ຈະໄດ້ເຫັນ "ຫິ່ງຫ້ອຍ" ກ່ອນຈະຫາຍໄປຕະຫຼອດການ
site cover1 (23)
ນັກກິລາຄາຣາເຕ້ໂດ້ລາວ ຍາດໄດ້ 2 ຫລຽນທອງ ຊິງແຊ້ມອາຊຽນ ຄັ້ງທີ 12 ທີ່ປະເທດບຣູໄນ 17-19 ມິຖຸນາ 2025
ຢ່າລື່ມກົດຕິດຕາມ