site cover (32)
"ທຣໍາ" ຈະເຂົ້າພົບ "ປູຕິນ" ມື້ອື່ນ 18 ມີນາ ເພື່ອຢຸດສົງຄາມໃນຢູເຄຣນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 17 March, 2025
ໝວດ: ຂ່າວ

ປະທານາທິບໍດີໂດນັລ ທຣໍາ ຂອງສະຫະລັດ ກ່າວກັບສື່ມວນຊົນ  ເທິງເຄື່ອງບິນ Air Force One ລະຫວ່າງເດິນທາງຈາກລັດຟລໍຣິດາກັບກຸງວໍຊິງຕັນດີ.ຊີ.ວ່າ ລາວຈະຫາລືກັບປະທານາທິບໍດີວລາດິເມຍ ປູຕິນ ຂອງຣັດເຊຍໃນມື້ອື່ນ (18 ມີນາ)

 

 

ເລື່ອງການຢຸດຕິສົງຄາມໃນຢູເຄຣນ. ທຣໍາກ່າວວ່າອາດມີບາງຢ່າງປະກາດອອກມາໃນວັນອັງຄານ ຫຼັງຈາກວຽກຂອງລາວສໍາເລັດໄປເມື່ອຊ່ວງທ້າຍອາທິດ ແລະ ລໍຖ້າເບິ່ງວ່າຈະສາມາດຢຸດຕິສົງຄາມໄດ້ຫຼືບໍ່. ລາວກ່າວດ້ວຍວ່າເປັນໂອກາດທີ່ດີທີ່ຈະສ້າງຂໍ້ຕົກລົງ.

 

ນອກຈາກນີ້, ຄາດວ່າທຣໍາ ແລະ ປູຕິນຈະຫາລືປະເດັນກ່ຽວກັບ “ດິນແດນ” ແລະ “ໂຮງໄຟຟ້າ” ໃນມື້ອື່ນດ້ວຍເຊັ່ນດຽວກັນ ໂດຍຍັງບໍ່ມີລາຍລະອຽດເພີ່ມເຕີມເຜີຍແຜ່ໃນຂະນະນີ້. ແຕ່ທຣໍາອະທິບາຍວ່າມັນຈະເປັນ “ການແບ່ງຊັບສິນບາງຢ່າງ” ລະຫວ່າງຣັດເຊຍ ແລະ ຢູເຄຣນດ້ວຍ.

 

ຄວາມເຄື່ອນໄຫວນີ້ເກີດຂຶ້ນຫຼັງຈາກເມື່ອວານນີ້ (16 ມີນາ) ທຣໍາເປີດເຜີຍລະຫວ່າງການໃຫ້ສໍາພາດກັບສື່ຂອງສະຫະລັດແຫ່ງໜຶ່ງຊຶ່ງເປັນການບັນທຶກເທັບໄວ້ລ່ວງໜ້າ, ໂດຍລາວຍອມຮັບວ່າຖືກຄົນເວົ້າຖາກຖາງກ່ຽວກັບຄໍາສັນຍາທີ່ເຄີຍເວົ້າໄວ້ໜ່ອຍໜຶ່ງທີ່ປະກາດວ່າຈະຢຸດຕິສົງຄາມໃນຢູເຄຣນພາຍໃນ 24 ຊົ່ວໂມງ.

 

ແຕ່ຈົນຮອດຂະນະນີ້ລາວດໍາລົງຕໍາແໜ່ງຜູ້ນໍາສະຫະລັດຜ່ານມາເກືອບ 2 ເດືອນແລ້ວສົງຄາມຍັງເກີດຂຶ້ນຢ່າງຕໍ່ເນື່ອງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 24 October, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,534
21,811
thailand (1)
THB
656.97
668.14
european-union
EUR
24,150
24,634
china
CNY
2,943
3,002
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 23 October, 2025
ຊະນິດນ້ຳມັນ
ລາຄາ
27,790
23,140
18,940
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Friday, 24 October, 2025
ປະເພດ
ລາຄາຊື້
ລາຄາຂາຍ
45,730,000
46,260,000
45,163,000
46,369,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane - 2025-10-27T091444.371
ສະພາບອາກາດປະຈໍາເຊົ້າວັນທີ 27 ຕຸລາ 2025
pele - 2025-10-27T085838.292
ແຂວງວຽງຈັນເປີດການແຂ່ງຂັນຊ່ວງເຮືອປະເພນີປະຈຳປີ
jane - 2025-10-24T162031.289
ຈັບຕາເບິ່ງລາຄາທອງຄຳດີດຂຶ້ນ ຫຼັງຕົກລົງແຮງສອງວັນ ຈັບຕາເງິນເຟີ້ ແລະ ການຄວໍ່າບາດ
jane - 2025-10-24T153618.386
ໄລຍະ 9 ເດືອນປີ 2025 ເກັບລາຍຮັບ 13 ຕື້ກວ່າກີບ ດ່ານພາສີສາກົນປາກຕາພານ ມ.ລະຄອນເພັງ ຂ.ສາລະວັນ.
pele - 2025-10-24T152015.139
ຮອງເລຂາພັກແຂວງ ໄຊຍະບູລີ ຕ້ອນຮັບຄະນະອາດີດຊ່ຽວຊານທະຫານອາສາສະມັກສສ ຫວຽດນາມ
pele - 2025-10-24T140909.129
ແຈ້ງການມອດ 25,26,28/10/2025
jane - 2025-10-24T141822.033
ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປີ 2025ໃນຂອບເຂດທົ່ວປະເທດ ເຫັນດີໃຫ້ປ່ຽນສີເຄື່ອງຫມາຍຊາດ
jane - 2025-10-24T135934.304
ຂ່າວຈາກ: BBCລາຍງານວ່າ ທຳນຽບຂາວຢືນຢັນ ປະທານາທິບໍດີໂດນັລ ທຣຳ ຈະພົບກັບ ປະທານາທິບໍດີສີຈິ້ນຜິງຂອງຈີນ ນອກຮອບທ້າຍເດືອນຕຸລານີ້
jane - 2025-10-24T112507.108
ຂ່າວຕ່າງປະເທດລາຍງານປະເທດເອຢິບ ຄົ້ນພົບບໍ່ນໍ້າມັນ ແລະ ອາຍແກ໊ສທຳມະຊາດຫຼາຍແຫ່ງ
jane - 2025-10-24T105214.259
ທີມຊາດລາວ ຢູ່ກຸ່ມ B ແຂ່ງຂັນບານເຕະ ໃນງານມະຫະກຳກິລາຊີເກມ 2025 ທີ່ປະເທດໄທ
ຢ່າລື່ມກົດຕິດຕາມ