site cover (37)
ປູຕິນ ໂທລົມກັບ ໂດນັລ ທຣໍາຕົກລົງຢຸດໂຈມຕີພະລັງງານຢູເຄຣນ 30 ວັນ
ຮຽບຮຽງໂດຍ:Soulinda
ເຜີຍແຜ່: 19 March, 2025
ໝວດ: ຂ່າວ

ວລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ຕົກລົງຢຸດໂຈມຕີໂຄງສ້າງພື້ນຖານດ້ານພະລັງງານຂອງຢູເຄຣນເປັນເວລາ 30 ວັນ ຫຼັງໂທລະສັບລົມກັບໂດນັລ ທຣໍາ

 

ສຳນັກຂ່າວຕ່າງປະເທດລາຍງານວ່າ, ເມື່ອວັນອັງຄານທີ 18 ມີນາ 2568 ປະທານາທິບໍດີ ໂດນັລ ທຣໍາ ແຫ່ງສະຫະລັດ ໂທລະສັບລົມກັບ ວລາດິເມຍ ປູຕິນ ຜູ້ນຳຣັດເຊຍເປັນເວລາປະມານ 90 ນາທີ ເພື່ອປຶກສາເລື່ອງການຢຸດຍິງໃນຢູເຄຣນ ຊຶ່ງຈະເປັນກ້າວທຳອິດເພື່ອນຳໄປສູ່ການຢຸດສົງຄາມທີ່ດຳເນີນມາເກີນ 3 ປີນີ້.

 

ນາງແຄໂຣໄລນ໌ ເລວິດ ເລຂາທິການຝ່າຍສື່ຂອງທຳນຽບຂາວສະຫະລັດ ເປີດເຜີຍວ່າ ຜູ້ນຳທັງສອງຄົນເວົ້າເຖິງຄວາມຈຳເປັນຂອງການຢຸດຍິງ ແລະ ການສ້າງສັນຕິພາບໃນຢູເຄຣນ ໂດຍເຫັນຕົງກັນວ່າຄວາມຂັດແຍ່ງຕ້ອງຢຸດລົງດ້ວຍສັນຕິພາບຢ່າງຍືນຍົງ, ຂະນະທີ່ສະຫະລັດ ກັບ ຣັດເຊຍ ຕ່າງຄາດຫວັງວ່າພວກເຂົາຈະມີຄວາມສຳພັນທີ່ດີຂຶ້ນ.

 

ດ້ານລັດຖະບານເຄຣມລິນຂອງຣັດເຊຍອອກຖະແຫຼງການລະບຸວ່າ ທ່ານປູຕິນສະໜັບສະໜູນຄວາມຄິດເລື່ອງຂອງທ່ານທຣໍາ ແລະ ຣັດເຊຍຈະຢຸດໂຈມຕີໂຄງສ້າງພື້ນຖານດ້ານພະລັງງານຂອງຢູເຄຣນເປັນເວລາ 30 ວັນ ທີ່ພວກເຂົາໂຈມຕີມາຕະຫຼອດຕັ້ງແຕ່ສົງຄາມເກີດຂຶ້ນເມື່ອເດືອນກຸມພາ 2565.

 

ເຖິງຢ່າງໃດກໍຕາມ, ປະທານາທິບໍດີຣັດເຊຍຍັງບໍ່ເຫັນດີກັບການຢຸດຍິງຢ່າງເຕັມຮູບແບບກວ່ານີ້ ໂດຍເຄຣມລິນລະບຸວ່າ ມີບັນຫາທີ່ມີນັຍສຳຄັນຫຼາຍເລື່ອງຖືກຍົກຂຶ້ນມາເວົ້າເຖິງໃນການສົນທະນາຄັ້ງນີ້.

 

ໃນຂະນະດຽວກັນ, ທຳນຽບຂາວສະຫະລັດລະບຸວ່າ ຜູ້ນຳທັງສອງຄົນຍັງເຫັນພ້ອມໃຫ້ມີການເຈລະຈາທາງເຕັກນິກ ເລື່ອງການບັງຄັບໃຊ້ມາດຕະການຢຸດຍິງທາງທະເລ ໃນທະເລດຳ, ການຢຸດຍິງຢ່າງເຕັມຮູບແບບ ແລະ ສັນຕິພາບຖາວອນ ໂດຍການເຈລະຈາເຫຼົ່ານີ້ຈະເລີ່ມຂຶ້ນທັນທີໃນຕາເວັນອອກກາງ.

ສະແດງຄຳຄິດເຫັນ

ອັດຕາແລກປ່ຽນ 
ປະຈຳວັນທີ Friday, 12 September, 2025
ສະກຸນເງິນ
ຊື້
ຂາຍ
united-states
USD
21,500
21,777
thailand (1)
THB
672.49
683.25
european-union
EUR
24,142
24,626
china
CNY
2,932
2,990
ຂໍ້ມູນຈາກ: ທະນາຄານຮ່ວມພັດທະນາ
ລາຄານ້ຳມັນ 
ປະຈຳວັນທີ Thursday, 27 March, 2025
ຊະນິດນ້ຳມັນ
ລາຄາ
28,230
22,560
18,370
ຂໍ້ມູນຈາກ: ລັດວິສາຫະກິດ ນ້ຳມັນເຊື້ອໄຟລາວ
ລາຄາຄຳ 
ປະຈຳວັນທີ Wednesday, 11 June, 2025
ປະເພດ
ລາຄາຊື້
ລາຄາຂາຍ
34,990,000
35,520,000
34,640,000
35,629,000
ຂໍ້ມູນຈາກ: ຮ້ານຄຳພູວົງ
ຂ່າວມາໃໝ່ 
jane (28)
ສະຫະລັດ ອາເມຣິກາ ຈະທຳລາຍສະຖິຕິການໃຊ້ໄຟຟ້າຢ່າງຕໍ່ເນື່ອງຈົນເຖິງປີໜ້າ
site cover1 - 2025-09-12T150055.112
ຍອດຜູ້ເສຍຊີວິດຈາກການປະທ້ວງເພີ່ມຂຶ້ນເປັນ 51 ສົບ ກະກຽມຕັ້ງອະດີດປະທານສານສູງສຸດເປັນນາຍົກລັດຖະມົນຕີຮັກສາການ
pele - 2025-09-12T152403.926
ຜູ້ຂັບລົດເສຍຊີວິດຄາທີ່ຈາກອຸບັດເຫດລົດຂົນເບຍປິ້ນຢູ່ທາງເລກທີີ 11 ເຂດພູໃຫຍ່
jane (26)
ກວດເຊັກດວງຊ່ວງນີ້ ດາວອັງຄານຍ້າຍ 45 ວັນ ກະທົບ 3 ລັກຄະນາລາສີ ແລະ ເຄັດລັບເສີມດວງ
jane (26)
ທ່ານ ຈາຕຸລົງ ບົວສີສະຫວັດ ທູດລາວຄົນໃໝ່ປະຈຳ ນິວຊີແລນ
site cover1 - 2025-09-12T143754.205
ປກສ ຈະສົ່ງ 18 ປະເພດກິລາ ເຂົ້າຮ່ວມງານກິລາແຫ່ງຊາດ ຄັ້ງທີ XII ທີ່ນະຄອນຫຼວງວຽງຈັນ
jane (25)
ເຄັດລັບຄວາມງາມຂອງເຈົ້າຍິງ ແລະ ລາຊິນີໃນອະດີດສູ່ປັດຈຸບັນ ທີ່ເຈົ້າກໍ່ສາມາດປະຕິບັດຕາມໄດ້!
site cover1 - 2025-09-12T104940.223
ກະຊວງການເງິນ ເຂັ້ມງວດ ປະເມີນຜົນງານຜູ້ບໍລິຫານ ເພີ່ມປະສິດທິພາບ ວິສາຫະກິດ ລັດລົງທຶນ
site cover1 - 2025-09-12T095041.995
Microsoft ກຽມປ່ຽນມາໃຊ້ AI ຈາກ Anthropic ແທນ OpenAI ຫຼັງພົບວ່າ Claude ເກັ່ງກວ່າ GPT-5
pele - 2025-09-12T090623.571
ປິດເສັ້ນທາງ ແຕ່ສາມແຍກດອນຈັນ ຫາ ສີ່ແຍກໄຟແດງ ວິທະຍາໄລເຕັກນິກລາວ-ເຢຍລະມັນ
ຢ່າລື່ມກົດຕິດຕາມ